ສູນປຶກສາການສຶກສາທີ່ສະຫະລັດອາເມລິກາ

ແມ່ນສູນແນະນໍາການສຶກສາແກ່ນັກຮຽນນັກສຶກສາທີ່ມີຄວາມສົນໃຈຢາກໄປສຶກສາຕໍ່ທີ່ສະຫະລັດອາເມລິກາໂດຍບໍ່ມີເສຍຄ່າທໍານຽມໃດໆ ແລະ ບໍ່ເຂົ້າຂ້າງສະຖາບັນໃດໜຶ່ງ.

ສູນປຶກສາການສຶກສາທີ່ສະຫະລັດອາເມລິກາ ແມ່ນມີປື້ມການແນະນໍາກ່ຽວກັບການສຶກສາຈາກສະຖາບັນຕ່າງໆໃນສະຫະລັດອາເມລິກາ ແລະ ນັກຮຽນຍັງສາມາດໃຊ້ອິນເຕີເນັດເພື່ອຊອກຫາຂໍ້ມູນເພີ່ມຕື່ມກ່ຽວກັບມະຫາວິທະຍາໄລ ແລະ ວິທະຍາໄລຕ່າງໆໃນປະເທດສະຫະລັດອາເມລິກາ. ນອກຈາກນີ້ ທາງສູນຍັງໄດ້ໃຫ້ຄໍາປຶກສາກ່ຽວກັບທຶນການສຶກສາຕ່າງໆ ທີ່ສະໜັບສະໜູນໂດຍລັດຖະບານສະຫະລັດອາເມລິກາ ແລະ ອົງການຈັດຕັ້ງເອກະຊົນຕ່າງໆ. ສູນປຶກສາການສຶກສາທີ່ສະຫະລັດອາເມລິກາ ປະຈໍາລາວ ແມ່ນມີປື້ມ ແລະ ຊີດີໃຫມ່ລ່າສຸດເພື່ອຊ່ວຍນັກຮຽນນັກສຶກສາກະກຽມສອບເສັງເຂົ້າຮຽນ ເຊັ່ນປື້ມສອບເສັງ TOEFL, GRE, GMAT, SAT ແລະ ອື່ນໆ. ການໃຫ້ຄໍາປຶກສາດັ່ງກ່າວນີ້ ແມ່ນສາມາດໃຫ້ເປັນແບບກຸ່ມ ຫຼື ແບບບຸກຄົນ ໃນຮູບແບບອີເມວ, ໂທລະສັບ ຫຼື ນັດພົບກັບເຈົ້າໜ້າທີ່ຂອງພວກເຮົາ.