
ໂຄງການ YSEALI ແມ່ນຫັຍງ?
ລັດຖະບານສະຫະລັດ ອາເມລິກາ ເປີດໂຕໂຄງການ Young Southeast Asian Leaders Initiative (YSEALI) ໃນປີ 2013 ເພື່ອຮວບຮວມຜູ້ນຳໄວຫນູ່ມອາຍຸລະຫວ່າງ 18-35 ປີ ຈາກປະເທດ ບຮູໄນ, ກຳປູເຈຍ, ອິໂດເນເຊຍ, ມາເລເຊຍ, ມ່ຽນມາ, ຟິລິບປິນ, ລາວ, ສິງກະໂປ, ໄທຍ ແລະ ຫວຽດນາມ ທີ່ມີຄວາມຄິດລິເລີ້ມສ້າງສັນຢາກແກ້ໄຂບັນຫາ ແລະ ຄວາມທ້າທາຍທີ່ເກີດຂື້ນໃນເຂດປະເທດອາຊຽນໃນປັດຈຸບັນ ຕົວຢ່າງ: ການພັດທະນາເສດຖະກິດ, ການອະນຸຮັກສິ່ງແວດລ້ອມ, ການສຶກສາ ແລະ ການມີສ່ວນຮ່ວມຂອງສັງຄົມ.
ຄວາມສຳຄັນຂອງໂຄງການ YSEALI
ລັດຖະບານສະຫະລັດ ອາເມລິກາ ມີຄວາມພາກພູມໃຈເປັນຢ່າງຍິ່ງ ແລະ ຂໍສະຫນັບສະຫນູນໂຄງການ Young Southeast Asian Leaders Initiative ເພາະພວກເຮົາເຊື່ອວ່າໄວຫນູ່ມມີບົດບາດສຳຄັນໃນການວາງແຜນອະນາຄົດຂອງບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ເຊິ່ງປະຊາກອນຈຳນວນ 65% ມີອາຍຸຕ່ຳກວ່າ 35 ປີ. ໄວຫນູ່ມເປັນໄວທີ່ມີຄວາມຄິດສ້າງສັນ ແລະ ຄວາມກະຕືລືລົ້ນທີ່ຈຳນຳສະເໜີຄວາມຄິດ ແລະ ອຸທິດພະລັງເພື່ອພັດທະນາຊີວິດຂອງຕົນ ແລະ ຄົນໃນຊູ່ມຊົນທຸກຄົນຊ່ວຍກັນສ້າງການປ່ຽນແປງສູ່ສິ່ງທີ່ດີກວ່າຖ້າເຮົາຮ່ວມມືກັນ.
ຜົນປະໂຫຍດ ແລະ ສິດທິໃນການເປັນສະມາຊິກ YSEALI
- ການຝຶກອົບຮົມ YSEALI Generation ຢູ່ທີ່ປະເທດອາເມລິກາ ແລະ ບັນດາປະເທອາຊຽນ
- ທຶນສະຫນັບສະຫນູນກິດຈະກຳ YSEALI Seeds for the Future Grants Competition (ຖ້າທ່ານມີຄວາມຄິດດີໆສຳຫລັບໂຄງການບໍລິການສາທາລະນະທີ່ຈະຊ່ວຍສົ່ງເສີມການພັດທະນາເສດຖະກິດ, ການອະນຸຮັກສິ່ງແວດລ້ອມ, ການສຶກສາ ແລະ ການມີສ່ວນຮ່ວມໃນສັງຄົມ ສາມາດກຽມບົດໂຄງການຂອງທ່ານເພື່ອຮ່ວມຊິງທຶນ ຈຳນວນ $10,000 ຕໍ່ໂຄງການ)
- ທຶນແລກປ່ຽນ YSEALI ໄປປະເທດອາເມລິກາ
- ສ້າງສາຍສຳພັນ ແລະ ພົບປະເພື່ອນໃຫ່ມ ຈາກປະເທດ ອາເມລິກາ ແລະ ບັນດາປະເທດອາຊຽນ
- ພົບປະກັບບັນດາຜູ້ນຳຂອງປະເທດອາເມລິກາ ເຊິ່ງທີ່ຜ່ານມາກໍລວມມີ ທ່ານທູດ, ລັດຖະມົນກະຊວງການຕ່າງປະເທດ, ປະທານາທິບໍດີ ແລະ ອື່ນໆອີກ.
ສຳຫລັບທ່ານໃດທີ່ສົນໃຈສາມາດສະຫມັກໄດ້ງ່າຍງ່າຍທີ່ http://yseali.state.gov/ ໂດຍມີເງື່ອນໄຂຢູ່ວ່າ:
- ອາຍຸ 18-35 ປີ
- ສັນຊາດລາວ
- ມີຄວາມສົນໃຈໃນ ການພັດທະນາເສດຖະກິດ, ການອະນຸຮັກສິ່ງແວດລ້ອມ, ການສຶກສາ ແລະ ການມີສ່ວນຮ່ວມຂອງສັງຄົມ
ທ່ານສາມາດຕິດຕາມຂໍ້ມູນ ແລະ ເລື້ອງລາວຕ່າງໆຂອງ YSEALI ໄດ້ທີ່:
Facebook: www.facebook.com/youngsoutheastasianleaders
Twitter: twitter.com/yseali