An official website of the United States government
Official websites use .gov
A .gov website belongs to an official government organization in the United States.
Secure .gov websites use HTTPS
A lock (
) or https:// means you’ve safely connected to the .gov website. Share sensitive information only on official, secure websites.
ຮຽນຮູ້, ແລກປ່ຽນ, ເຕີບໃຫຍ່ ແລະ ລົງມືປະຕິບັດ. ກະຊວງການຕ່າງປະເທດສະຫະລັດອາເມລິກາ ສະໜອງຫຼາຍໂຄງການໃຫ້ກັບຄົນທີ່ບໍ່ແມ່ນພົນລະເມືອງສະຫະລັດອາເມລິກາ ທີ່ມີຄວາມຕ້ອງການຢາກເດີນທາງໄປສະຫະລັດອາເມລິກາເພື່ອແລກປ່ຽນທາງດ້ານວັດທະນະທຳ, ການສຶກສາ ຫຼື ວິຊາຊີບ. ໂຄງການເຫຼົ່ານີ້ໄດ້ຮັບການສະໜັບສະໜູນຈາກທ້ອງຖິ່ນຂອງປະເທດຕ່າງໆທົ່ວໂລກ ທີ່ອະນຸຍາດໃຫ້ຄົນທີ່ບໍ່ແມ່ນພົນລະເມືອງສະຫະລັດອາເມລິກາສາມາດເປີດກວ້າງຮຽນຮູ້ວັດທະນະທໍາຂອງສະຫະລັດອາເມລິກາ ແລະ ຮຽນພາສາອັງກິດ. ຮຽນຮູ້ເພີ່ມເຕີມກ່ຽວກັບໂອກາດທີ່ສະຫນອງໃຫ້ໂດຍພະແນກການສຶກສາ ແລະ ວັດທະນະທໍາ.
ສະຫະລັດອາເມລິກາ ໃຫ້ການສະໜັບສະໜູນການສຶກສາສາກົນ ແລະ ຕ້ອນຮັບນັກສຶກສາ ແລະ ຜູ້ແລກປ່ຽນຕ່າງຊາດ. ກ່ອນທີ່ຈະສະໝັກເຮັດວີຊາ, ນັກສຶກສາ ແລະ ຜູ້ທີ່ຈະມາແລກປ່ຽນຕ້ອງໄດ້ຖືກຕອບຮັບຈາກໂຮງຮຽນ ຫຼື ຜູ້ໃຫ້ການສະໜັບສະໜູນຂອງພວກເຂົາກ່ອນ.
American English ເປັນສູນຂໍ້ມູນສໍາລັບການຮຽນການສອນທີ່ກ່ຽວກັບພາສາອັງກິດ ແລະ ວັດທະນະທໍາ.
ສູນປຶກສາການສຶກສາທີສະຫະລັດອາເມລິກາ ປະຈໍາລາວ
ແມ່ນສູນແນະນໍາການສຶກສາແກ່ນັກຮຽນນັກສຶກສາທີ່ມີຄວາມສົນໃຈຢາກໄປສຶກສາຕໍ່ທີ່ສະຫະລັດອາເມລິກາໂດຍບໍ່ມີເສຍຄ່າທໍານຽມໃດໆ ແລະ ບໍ່ເຂົ້າຂ້າງສະຖາບັນໃດໜຶ່ງ.
ທຶນ The Study of the U.S. Institutes (SUSI)
ທຶນ The Study of the U.S. Institutes (SUSI) ສໍາລັບນັກສຶກສາທີ່ມີຄວາມເປັນຜູ້ນໍາ ແມ່ນໂຄງການທາງວິຊາການແບບເລັ່ງລັດ ທີ່ມີຈຸດປະສົງເພື່ອສະຫນອງຄວາມຮູ້ໃຫ້ແກ່ກຸ່ມນັກສຶກສາທີ່ມີຄວາມເປັນຜູ້ນໍາລະດັບປະລິນຍາຕີ ໃຫ້ມີຄວາມເຂົ້າໃຈເລິກຂອງສະຫະລັດອາເມລິກາພ້ອມດດຽວກັນນັ້ນກໍ່ປັບປຸງຄວາມສາມາດຄວາມເປັນຜູ້ນໍາຂອງເຂົາເຈົ້າ.
ໂຄງການYoung Southeast Asian Leaders Initiative (YSEALI)
ລັດຖະບານສະຫະລັດ ອາເມລິກາ ເປີດໂຕໂຄງການ Young Southeast Asian Leaders Initiative (YSEALI) ໃນປີ 2013 ເພື່ອຮວບຮວມຜູ້ນຳໄວຫນູ່ມອາຍຸລະຫວ່າງ 18-35 ປີ ຈາກປະເທດ ບຮູໄນ, ກຳປູເຈຍ, ອິໂດເນເຊຍ, ມາເລເຊຍ, ມ່ຽນມາ, ຟິລິບປິນ, ລາວ, ສິງກະໂປ, ໄທຍ ແລະ ຫວຽດນາມ ທີ່ມີຄວາມຄິດລິເລີ້ມສ້າງສັນຢາກແກ້ໄຂບັນຫາ ແລະ ຄວາມທ້າທາຍທີ່ເກີດຂື້ນໃນເຂດປະເທດອາຊຽນໃນປັດຈຸບັນ ຕົວຢ່າງ: ການພັດທະນາເສດຖະກິດ, ການອະນຸຮັກສິ່ງແວດລ້ອມ, ການສຶກສາ ແລະ ການມີສ່ວນຮ່ວມຂອງສັງຄົມ.
ໂຄງການແລກປ່ຽນຟູລໄບຼ ແມ່ນໂຄງການທີ່ຍິ່ງໃຫຍ່ ແລະມີຊື່ສຽງໂດ່ງດັງ ແມ່ນໂຄງການໃຫ້ທຶນແລກປ່ຽນການສຶກສາ ເຊິ່ງສະຫນັບສະຫນູນໂດຍລັດຖະບານ ສະຫະລັດອາເມລິກາ ຈຸດປະສົງເພື່ອ ສ້າງຄວາມເຂົ້າໃຈອັນດີງາມ ເຊິ່ງກັນແລະກັນລະຫວ່າງປະຊາຊົນຂອງ ປະເທດສະຫະ ລັດອະເມລິກາ ແລະປະຊາຊົນຂອງ ບັນດາປະເທດອື່ນໆ . ຂໍ້ມູນເພີ່ມເຕີມ ຄລິກທີ່ນີ້.
ເຂົ້າຮ່ວມ Exchange Alumni community ແລະ ເປີດປະຕູສູ່ໂອກາດແຫ່ງການສະໜັບສະໜູນ, ແຫຼ່ງຂໍ້ມູນຊັບພະຍາກອນ ແລະ ແຫຼ່ງທຶນຮອນ ທີ່ສາມາດຊ່ວຍທ່ານຕໍ່ຍອດທັກສະທີ່ໄດ້ຮັບຈາກຊ່ວງໄລຍະທີ່ເຂົ້າຮ່ວມໂຄງການແລກປ່ຽນ.
ພວກເຮົາມີແຫຼ່ງຂໍ້ມູນທີ່ທ່ານສາມາດເຂົ້າເຖິງໄດ້ໂດຍບໍ່ຕ້ອງເຂົ້າສູ່ລະບົບເຊັ່ນ: ຫນ້າເວັບໄຊແຫຼ່ງຂໍ້ມູນສໍາລັບຜູ້ປະກອບການ ເຊິ່ງເປັນບ່ອນທີ່ທ່ານສາມາດຄົ້ນຫາຂໍ້ມູນ ແລະ ໂຄງການຕ່າງໆທີ່ສາມາດຊ່ວຍເຫຼືອການສ້າງທຸລະກິດຂອງທ່ານ. ນອກຈາກນັ້ນ, ທ່ານສາມາດເຊື່ອມຕໍ່ກັບພວກເຮົາທາງອອນລາຍໂດຍຜ່ານ LinkedIn, Facebook, Twitter, ແລະ Instagram, ແບ່ງປັນຄວາມສໍາເລັດຂອງທ່ານໂດຍການນໍາໃຊ້ #ExchangeAlumni ເວລາທີ່ທ່ານໂພສລົງໃນຊ່ອງທາງສື່ອອນລາຍຕ່າງໆ. ທ່ານຕ້ອງການອີເມວຫຼືບໍ່? ຕິດຕໍ່ພວກເຮົາໄດ້ທີ່ exchangealumni@state.gov.
ກະລຸນາໂທ: +856-21-487-600 or +1 301 985-8789 ext. 7600
ນອກໂມງລັດຖະການ, ຕິດຕໍ່: +856-21-487-000
ນອກປະເທດ +1 301 985-8789
ສຸກເສີນຕິດຕໍ່ - ສໍາລັບທຸກບ່ອນ ຮັບການແຈ້ງເຕືອນກ່ຽວກັບການເດີນທາງ ການລັກພາຕົວເດັກຂ້າມຊາດ ການຈັບກຸມພົນລະເມືອງສະຫະລັດອາເມລິກາ ການເສຍຊີວິດຂອງພົນລະເມືອງສະຫະລັດອາເມລິກາ ຜູ້ຖືກເຄາະຮ້າຍຈາກອາຊະຍະກໍາ ຊ່ວຍເຫຼືອສຸກເສີນທາງດ້ານການເງິນ