Flag

An official website of the United States government

American Spaces
ໂຄງການ ແລະ ກິດຈະກໍາຕ່າງໆໃນຫົວຂໍ້ຫຼາກຫຼາຍຮູບແບບທີ່ຫນ້າສົນໃຈ

ພາບລວມ

American Spaces ແມ່ນສະຖານທີ່ທີ່ສ້າງການເຂົ້າເຖິງການຮຽນຮູ້ ແລະ ລວມເອົາສະຖານທີ່ຕ່າງໆໃນທົ່ວໂລກທີ່ສົ່ງເສີມການມີສ່ວນຮ່ວມ (ທັງໃນຕົວຈິງ ແລະ ສະເໝືອນຈິງ) ລະຫວ່າງຄົນໃນທ້ອງຖິ່ນ ແລະ ພົນລະເມືອງສະຫະລັດອາເມລິກາ. American Spaces ແຈກຢາຍກັນຢູ່ຫຼາຍກວ່າ 600 ແຫ່ງທີ່ຕັ້ງຢູ່ໃນມະຫາວິທະຍາໄລ, ສູນການຄ້າ, ຫ້ອງສະຫມຸດ ແລະ ສະຖານທີ່ສາທາລະນະອື່ນໆ, ເຊັ່ນດຽວກັນກັບໃນຂົງເຂດຂອງສະຖານທູດທີ່ຢູ່ໃນຫຼາຍກວ່າ 140 ປະເທດ.

ດ້ວຍສະພາບແວດລ້ອມທີ່ເປັນກັນເອງຂອງສະຫະລັດອາເມລິກາ, American Spaces ສະໜອງໂຄງການ ແລະ ກິດຈະກໍາທີ່ຫນ້າສົນໃຈໃນຫົວຂໍ້ທີ່ມີຄວາມຫຼາກຫຼາຍ ນັບຕັ້ງແຕ່ການໃຫ້ອິນເຕີເນັດຟຣີເພື່ອເຂົ້າເຖິງການເຜີຍແຜ່ຂໍ້ມູນຂ່າວສານໃນການພັດທະນາເຕັກໂນໂລຊີທີ່ທັນສະໄໝ ຕະຫຼອດຮອດໂຄງການທີ່ກ່ຽວກັບເສລີພາບໃນການສະແດງອອກດ້ານວັດທະນະທໍາ. ຕົວຢ່າງ, ຜູ້ມາຢ້ຽມຢາມສາມາດຄົ້ນຫາ…..

  • ການໃຫ້ຄໍາແນະນໍາສໍາລັບບຸກຄົນທີ່ສົນໃຈຢາກໄປຮຽນຕໍ່ທີ່ສະຫະລັດອາເມລິກາ
  • ການຝຶກອົບຮົມໃນຫົວຂໍ້ທີ່ຫຼາກຫຼາຍ ນັບຕັ້ງແຕ່ທັກສະທາງດ້ານວິຊາຊີບ ຈົນເຖິງ ການຮຽນຮູ້ພາສາອັງກິດ.
  • ຫ້ອງຮຽນ ແລະ ກຸ່ມທີ່ໃຫ້ຄໍາແນະນໍາກ່ຽວກັບເຕັກໂນໂລຊີ, ທັກສະທາງດ້ານດິຈິຕອນແຫ່ງສະຕະວັດທີ 21 ແລະ ແຫຼ່ງຂໍ້ມູນທາງດ້ານວິຊາການ.
  • ຮູບເງົາ, ການສົນທະນາ ແລະ ການບັນຍາຍກ່ຽວກັບຜູ້ປະກອບການ, ການເປັນຜູ້ນໍາ, ເຫດການໃນທົ່ວໂລກ, ວຽກງານສາກົນ ແລະອື່ນໆ.
  • ເຂົ້າໄປຢ້ຽມຊົມໜຶ່ງໃນ American Spaces ທາງດ້ານລຸ່ມເພື່ອຮຽນຮູ້ເພີ່ມຕື່ມ.

American Spaces ໃນ ສປປ ລາວ

ສູນ​ອາ​ເມ​ລິ​ກາ ທີ່​ທາດ​ດຳ

ສູນ​ອ່ານປຶ້ມ​ລາວ​-ອາ​ເມ​ລິ​ກາ