ການຫາລືທະວິພາຄີ ຄັ້ງທີ່ 8 ລະຫວ່າງສະຫະລັດອາເມລິກາ ແລະ ສປປ ລາວ

ໃນວັນທີ 25 ກໍລະກົດທີ່ຜ່ານມາ, ສະຫະລັດອາເມລິກາ ແລະ ສປປ ລາວ ໄດ້ຮ່ວມການຫາລືທະວິພາຄີ ຄັ້ງ 8 ທີ່ ທີວໍຊິງຕັນດີຊີ. ບັນດາຄະນະຜູ້ແທນຈາກສະຫະລັດອາເມລິກາ ເຊິງນຳພາໂດຍ ທ່ານ Susan Thornton ຮັກສາການຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດປະຈຳພາກພື້ນອາຊີ ແລະ ປາຊີຟິກ, ພ້ອມທັງຜູ້ຕາງຫນ້າຈາກກະຊວງການຕ່າງປະເທດ, ກະຊວງປ້ອງກັນປະເທດ​​, ກະຊວງການຄ້າ, ຫ້ອງການຕາງໜ້າການຄ້າອາເມລິກາ ແລະ ອົງການພັດທະນາສາກົນອາເມລິກາ. ຄະນະຜູ້ແທນຈາກ ສປປ ລາວ ແມ່ນນຳພາໂດຍ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວ. ທັງສອງຝ່າຍໄດ້ຊີ້ໃຫ້ເຫັນເຖິງສາຍພົວພັນລະຫວ່າງສະຫະລັດອາເມລິກາ ແລະ ສປປ ລາວ ທີ່ນັບມື້ນັບເພີ່ມທະວີຄວາມເຂັ້ມແຂງ ແລະ ທັງສອງຝ່າຍຍັງໄດ້ສະແດງຄວາມເພິ່ງພໍໃຈໃນຄວາມຄືບໜ້າທາງດ້ານການຮ່ວມມືຕ່າງໆທີ່ນັບມື້ນັບຂະຫຍາຍໂຕ ຕາມທີ່ໄດ້ລະບຸໄວ້ໃນຖະແຫລງການຮ່ວມ ວ່າດ້ວຍການຮ່ວມມືແບບກວມລວມໃນປີ 2016.

ເຈົ້າຫນ້າທີ່ ສະຫະລັດອາເມລິກາ ແລະ ສປປ ລາວ ຍັງໄດ້ປຶກສາຫາລືການພັດທະນາ ແລະ ໄພຂົ່ມຄູ່ດ້ານຄວາມປອດໄພໃນຂົງເຂດພາກພື້ນ. ທ່ານ Thornton ຍັງໄດ້ເນັ້ນເຖິງຄວາມໝາຍໝັ້ນຂອງ ສະຫະລັດອາເມລິກາ ຕໍ່ຂົງເຂດອາຊີຕາເວັນອອກສ່ຽງໃຕ້, ອາຊຽນ ແລະ ເອຊີປາຊິຟິກ ເພື່ອສືບຕໍ່ການຮ່ວມມືຢ່າງໃກ້ສິດກັບ ສປປ ລາວ.

ບັນດາຜູ້ແທນຈາກ ສະຫະລັດອາເມລິກາ ແລະ ສປປ ລາວ ໄດ້ທົບທວນຄືນ ຄວາມຄືບຫນ້າໃນຂົງເຂດວຽກງານການເກັບກູ້ລະເປີດບໍ່ທັນແຕກ ໃນ ສປປ ລາວ ແລະ ສະຫະລັດອາເມກາ ຈະສືບຕໍ່ໃຫ້ການສະໜັບສະໜູນ ວຽກງານເກັບກູ້ລະເບີດ. ທັງສອງຝ່າຍຍັງໄດ້ເນັ້ນໃຫ້ເຫັນຜົນສຳເລັດທີ່ຍາດມາໄດ້ຈາກການສຳຫຼວດລະເປີດບໍ່ທັນແຕກລະດັບຊາດ ເຊິງ ຈະກໍານົດ ແລະ ສັງລວມໃຫ້ເຫັນເຖີງເຂດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກລະເປີດທີ່ຕົກຄ້າງ.  ເຈົ້າຫນ້າທີ່ຈາກສະຫະລັດອາເມລິກາ ແລະ ສປປ ລາວ ຍັງໄດ້ທົບທວນຄືນໃນຫຼາຍຂອບເຂດຂອງການພັດທະນາ ແລະ ການຮ່ວມມືທາງດ້ານ ສຸຂະພາບ, ໂພສະນາການ ແລະ ການສຶກສາ. ບັນດາເຈົ້າຫນ້າທີ່ຍັງໄດ້ປຶກສາຫາລືກ່ຽວກັບສິດເສລີພາບທາງດ້ານການສະແດງອອກ, ເສລີພາບທາງດ້ານສາສະໜາ ສິດທິຂອງຜູ້ອອກແຮງງານ ໂດຍເນັ້ນໃຫ້ເຫັນເຖິງບົດບາດອັນສຳຄັນຂອງ ບັນດາພົນລະເຮືອນໃນສັງຄົມ, ລັດແຫ່ງກົດໝາຍ, ການປົກຄອງທີ່ເຂັ້ມແຂງ ເພື່ອ ຄວາມຜາສຸກ ແລະ ຄວາມໝັ້ນຄົງໃນຂົງເຂດພາກພື້ນ.  ບັນດາຜູ້ແທນທັງສອງຝ່າຍໄດ້ຢັ້ງຢືນອິກເທື່ອໜຶ່ງເຖີງການສະໜັບສະໜູນໂຄງການຂອບການຮ່ວມມືແມ່ນໍ້າຂອງຕອນລຸ່ມ ເຊິງເປັນການລົງນາມການຮ່ວມມືລະຫວ່າງ ສະຫະລັດອາເມລິກາ, ສປປ ລາວ, ມຽນມາ, ໄທ ແລະ ຫວຽດນາມ ໃນການພັດທະນາຂ້າມແດນ ແລະ ການເຊື່ອມໂຍງລະດັບພາກພື້ນ. ສະຫະລັດອາເມລິກາໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານ ສປປ ລາວ ທີ່ໄດ້ຕົກລົງໃນການເປັນເຈົ້າພາບໃນງານ (LMI Regional Working Group) ທີ່ນະຄອນຫຼວງວຽງຈັນທີ່ຈະມາເຖີງນີ້. ທັງສອງຝ່າຍໄດ້ຍົກໃຫ້ຄວາມເຖິງຄວາມສຳຄັນຂອງກຸ່ມຄົນທີ່ໄດ້ຮັບຜົນກະທົບຈາກບັນຫາສິດທິມະນຸດ ລວມທັງ ຜູ້ເສຍອົງຂະ, ພ້ອມທັງຄວາມພະຍາຍາມຂອງ ສປປ ລາວ ໃນການຈັດຕັ້ງປະຕິບັດແຜນພັດທະນາແຫ່ງຊາດວ່າດ້ວຍການຕ້ານການຄ້າມະນຸດ.

ບັນດາຜູ້ແທນຈາກ ສະຫະລັດອາເມລິກາ ແລະ ສປປ ລາວ ໄດ້ຕົກລົງ ເຖິງຄວາມສຳຄັນໃນການຮັດແໜ້ນສາຍພົວພັນຂອງປະຊາຊົນທັງສອງຊາດ, ພ້ອມທັງໃຫ້ຂໍ້ສັງເກດກ່ຽວກັບການຟືກອົບຮົມດ້ານພາສາອັງກິດ, ດ້ານວິຊາການ, ດ້ານອາຊີບ, ໂຄງການແລກປ່ຽນຂອງໄວໜຸ່ມ ລວມທັງ ມະຫາວິທະຍາໄລຄູ່ຮ່ວມພັດທະນາ ເພື່ອຮັດແໜ້ນຄວາມເຂົ້າໃຈຂອງສອງຊາດ. ບັນດາເຈົ້າຫນ້າທີທັງສອງຝ່າຍຍັງໄດ້ທວນຄືນເຖິງບັນດາກົນໄກຕ່າງໆເພື່ອອຳນວຍຄວາມສະດວກດ້ານການຄ້າທັງສອງຝ່າຍ ແລະ ການລົງທຶນ ເຊີງລວມທັງສົນທິສັນຍາສັນຍາໃນຂອບການຄ້າ ແລະ ການລົງທຶນ. ທັງສອງຝ່າຍ ຍັງໄດ້ຍົກໄຫ້ເຫັນບັນດາໂອກາດທາງດ້ານ ການຄ້າ ແລະ ການລົງທຶນ. ເຈົ້າຫນ້າທີ່ທັງສອງຝ່າຍ ຫວັງຢ່າງຍິ່ງໃນການຈັດການຫາລືທະວິພາຄີ ຄັ້ງທີ 9 ໃນປີຫນ້າ.