ວຽກທີ່ສະຖານທູດ

ຂໍສະແດງຄວາມຂອບໃຈທີ່ທ່ານມີຄວາມສົນໃຈໃນການສະໝັກວຽກກັບສະຖານທູດສະຫະລັດອາເມລິກາປະຈຳປະເທດລາວ.

ສະຖານທູດສະຫະລັດອາເມລິກາປະຈຳປະເທດລາວໃຫ້ໂອກາດ, ຄວາມຍຸດຕິທຳ, ແລະ ປະຕິບັດກັບທຸກຄົນເທົ່າທຽມກັນໃນການຈ້າງງານ ໂດຍບໍ່ຈຳແນກຊົນເຜົ່າ, ສີຜິວ, ສາສະໜາ, ເພດ, ເຊື້ອຊາດ, ອາຍຸ, ຄວາມພິການ, ການພົວພັນດ້ານການເມືອງ, ສະຖານະພາບການແຕ່ງງານ, ຫຼື ການກໍານົດລົດຊະນິຍົມທາງເພດ.

ພວກເຮົາກຳລັງຊອກຫາຜູ້ສະໝັກ ຜູ້ທີ່ມີຄຸນສົມບັດ (8) ຂໍ້ຂອງລະບຽບການເປັນພະນັກງານຕ່າງປະເທດ.

ຕຳແໜ່ງທີ່ກຳລັງເປີດຮັບສະໝັກ

ການສະໝັກວຽກແມ່ນຕ້ອງປະກອບເອກະສານທັງໝົດ ແລະ ຍື່ນສະໝັກຜ່ານລະບົບ ERA ຈື່ງຈະຖືກພິຈາລະນາ.

 ເພື່ອເບິ່ງຕໍາແໜ່ງທັງໝົດທີ່ກໍາລັງເປີດຢູ່ ໃນສະຖານທູດສະຫະລັດອາເມລິກາປະຈໍາລາວ ແລະ ເພື່ອສະໝັກອອນໄລນ໌, ກະລຸນາກົດເຂົ້າລີ້ງ ERA ຂ້າງລຸ່ມ:

ຂໍ້ສຳຄັນ:

  • ຖ້າທ່ານເຫັນສອງຕຳແໜ່ງທີ່ມີຄວາມຄືກັນ, ແຕ່ຕຳແໜ່ງໜຶ່ງມີອັກສອນ T ລົງທ້າຍເລກທີປະກາດ, ນັ້ນໝາຍຄວາມວ່າພວກເຮົາກຳລັງປະກາດສຳລັບຕຳແໜ່ງທີ່ຄົບຖ້ວນສົມບູນຕາມໃບກຳນົດໜ້າວຽກ ແລະ ອີກຕຳແໜ່ງໜຶ່ງແມ່ນສຳລັບຕຳແໜ່ງທີ່ຈະໄດ້ຢູ່ຂັ້ນທົດສອບວຽກ (ສັງເກດຕົວອັກສອນ T ລົງທ້າຍເລກທີປະກາດ). ພວກເຮົາຈະປະເມີນຜູ້ສະໝັກທີ່ມີຄຸນສົມບັດຄົບຖ້ວນສົມບູນຕາມໃບກຳນົດໜ້າວຽກກ່ອນ. ຖ້າພວກເຮົາບໍ່ສາມາດໄດ້ຄົນທີ່ມີຄຸນສົມບັດຄົບຖ້ວນ, ພວກເຮົາຈະພິຈາລະນາຜູ້ສະໝັກສຳລັບຂັ້ນທົດສອບວຽກ. ຖ້າທ່ານບໍ່ໝັ້ນໃຈວ່າທ່ານມີຄຸນສົມບັດສຳລັບຕຳແໜ່ງໃດ, ແນະນຳໃຫ້ສະໝັກທັງສອງຕຳແໜ່ງເລີຍ.
  • ຖ້າທ່ານເຫັນສອງຕຳແໜ່ງທີ່ມີຄວາມຄືກັນ, ແຕ່ຕຳແໜ່ງໜຶ່ງມີອັກສອນ S ລົງທ້າຍເລກທີປະກາດ, ນັ້ນໝາຍຄວາມວ່າພວກເຮົາກຳລັງປະກາດສຳລັບຕຳແໜ່ງທີ່ສາມາດເອົາປະສົບການເຮັດວຽກທຽບເທົ່າກັບການສຶກສາຕາມທີ່ຕຳແໜ່ງນັ້ນຕ້ອງການ. ຜູ້ສະໝັກຄວນສະໝັກຕຳແໜ່ງໃດຕຳແໜ່ງໜຶ່ງທີ່ທ່ານມີຄຸນສົມບັດເໝາະສົມ; ທ່ານບໍ່ຈຳເປັນຕ້ອງສະໝັກໝົດທັງສອງຕຳແໜ່ງ. ຜູ້ສະໝັກທີ່ເຂົ້າເກນຕາມຄຸນສົມບັດໃນຕຳແໜ່ງໃດໜຶ່ງແມ່ນຈະຖືກພິຈາລະນາ.

ໃຜທີ່ສາມາດສະໝັກໄດ້

ມີພຽງແຕ່ຜູ້ສະໝັກທີ່ມີເກນຖືກຕ້ອງກັບຕຳແໜ່ງທີ່ເປີດຮັບສະໝັກຈຶ່ງຈະຖືກພິຈາລະນາ. ມີທັງໝົດ 3 ປະເພດດັ່ງລຸ່ມນີ້:

ວິທີການສະໝັກ

ກະລຸນາປະຕິບັດຕາມຂັ້ນຕອນການສະໝັກ ແລະ ການຍື່ນແບບຟອມຢ່າງລະມັດລະວັງ. ຜູ້ສະໝັກຕ້ອງໄດ້ຍື່ນແບບຟອມຜ່ານທາງອອນລາຍ ພ້ອມກັບເອກະສານຄັດຕິດ ພາຍໃນວັນເວລາທີ່ກຳນົດຂອງການປະກາດຕຳແໜ່ງນັ້ນໆ.

ຂັ້ນຕອນຕໍ່ໄປ

ມີພຽງແຕ່ຜູ້ສະໝັກທີ່ຜ່ານການຄັດເລືອກໃຫ້ເຂົ້າຮອບທົດສອບພາສາ, ທັກສະ, ຫຼື ຜູ້ທີ່ຜ່ານເຂົ້້າຮອບສຳພາດ ຈຶ່ງຈະຖືກຕິດຕໍ່ຫາ. ຖ້າຫາກຜູ້ສະໝັກບໍ່ຖືກຕິດຕໍ່ຫາພາຍໃນສອງອາທິດ, ນັ້ນໝາຍເຖິງແບບຟອມສະໝັກວຽກຂອງທ່ານບໍ່ຖືກພິຈາລະນາສຳລັບຕຳແໜ່ງນັ້ນ. ຜູ້ສະໝັກອາດຈະຕິດຕໍ່ຫາພະແນກບຸກຄະລາກອນເພື່ອຢືນຢັນອີກຊ່ອງທາງໜຶ່ງ.

ຂໍ້ມູນຕິດຕໍ່

ເວລາລັດຖະການ
ວັນຈັນ – ວັນສຸກ, 08:00 – 17:00 ໂມງ, ຍົກເວັ້ນວັນພັກລັດຖະການ
ອີເມວ : VientianeHRHiring@state.gov
ໂທ: +856-21 487000

ຄຳຖາມທີ່ຖືກຖາມເລື້ອຍໆ