ຫ້ອງການບໍລິການ ທົ່ວໄປ
ສະຖານທູດ ສະຫະລັດອາເມລິກາ ປະຈຳ ນະຄອນຫລວງວຽງຈັນ ກຳລັງຊອກຫາການເຮັດສັນຍາຮ່ວມກັບບໍລິສັດ ທີ່ມີຄຸນສົມບັດຄົບຖ້ວນ ແລະ ເຊື່ອຖືໄດ້, ມີຄວາມພ້ອມດ້ວຍສະຖານທີ່ ແລະ ສິ່ງອຳນວຍຄວາມສະດວກ, ການເງິນ ແລະ ປະສົບການການເຮັດວຽກກ່ຽວກັບ ສິນຄ້າ ແລະ ການບໍລິການໃນລາຍການດັ່ງລຸ່ມນີ້. ກະລຸນາເບິ່ງຂໍ້ມູນເພີ້ມເຕື່ມດັ່ງລຸ່ມນີ້, ການປະກາດເຊີນປະມູນແມ່ນຍັງບໍ່ທັນໄດ້ປະກາດ, ກະລຸນາເຂົ້າຕິດຕາມພາຍຫລັງ. ຂໍສະແດງຄວາມຂອບໃຈທີ່ທ່ານໃຫ້ຄວາມສົນໃຈເຮັດວຽກຮ່ວມກັບສະຖານທູດ ສະຫະລັດອາເມລິກາ ປະຈຳ ນະຄອນຫລວງວຽງຈັນ.
ຫ້ອງການບໍລິການ ທົ່ວໄປ/ ພະແນກ ຈັດຫາ-ຈັດຊື້.
ຖະຫນົນທ່າເດື່ອ, ກິໂລແມັດທີ 9
ວຽງຈັນ, ສປປ ລາວ
ອີເມວ: VientianeProcurement@state.gov
ພາລະຫນ້າທີ່ພວກເຮົາແມ່ນເພື່ອຮັບປະກັນວ່າຄວາມຕ້ອງການຂອງລັດຖະບານ ສຳລັບສິນຄ້າ ແລະ ການບໍລິການ ແມ່ນຖືກຈັດຊື້ໃຫ້ມີຄວາມຕໍ່ເນື່ອງສອດຄ່ອງກັບລະບຽບກົດຫມາຍໂດຍຮັບປະກັນວ່າລັດຖະບານ ສະຫະລັດ ອາເມລິກາ ແມ່ນຖືກຕ້ອງຕາມຄວາມຮຽກຮ້ອງຕ້ອງການທີ່ມີລາຄາທີ່ດີທີ່ສຸດ ແລະ ມີຄ່າສູງສຸດ.
ບັນດາບໍລິສັດທີ່ມີຄຸນສົມບັດຄົບຖ້ວນທີ່ມີຄວາມສົນໃຈໃນໂອກາດນີ້ສາມາດເຮັດຕາມຄຳແນະນຳສະເພາະຂອງແຕ່ລະລາຍການໄດ້. ຂອບເຂດເວລາແມ່ນມີກຳຫນົດ.
ກະລຸນາເຂົ້າເບິ່ງທີ່ ເວັບໄຊ້ ລຸ່ມນີ້ ເພື່ອເປັນຂໍ້ມູນເພີ້ມເຕີມກ່ຽວກັບປະກາດເຊີນປະມູນ
ຂໍຮຽນໃຫ້ຊາບວ່າ ບໍລິສັດທີ່ສົນໃຈແມ່ນຈຳເປັນຕ້ອງລົງທະບຽນໃນລະບົບ (DUNS), ເຊິ່ງສາມາດເຂົ້າໄປໄດ້ໃນ ເວັບໄຊ້: http://fedgov.dnb.com/webform. ບໍລິສັດທີ່ເປັນຜູ້ສະຫນອງອາດຈະຕ້ອງໃດ້ລົງຖະບຽນທຸລະກິດຢູ່ໃນລະບົບຂອງ (SAM) ທີ່ https://www.sam.gov/SAM .ຂໍ້ມູນການດຳເນີນແຕ່ລະຂັ້ນຕອນນີ້ ສຳລັບບໍລິສັດຕ່າງປະເທດ ແມ່ນສາມາດເບິ່ງໃດ້ here (PDF 240KB). ບໍລິສັດທີ່ມີຄວາມພ້ອມແມ່ນສາມາດລົງທະບຽນໃນລະບົບ (SAM) ກ່ອນການສົ່ງໃບສະເຫນີລາຄາ.
The service to provide poultry and Environment specimen collection, packing and Transportation from project sites to the central Laboratory in Vientiane Capital, Lao PDR for testing (Deadline: December 31, 2019)
Click here to download Solicitation No. 19LA9020Q0004 The service to provide poultry and Environment specimen collection, packing and Transportation from project sites to the central Laboratory in Vientiane Capital, Lao PDR for testing.