ສະ​ຖານ​ທູ​ດສະ​ຫະ​ລັດ ອາ​ເມ​ລິ​ກາ ປະ​ຈຳ ສ​ປ​ປ ລາວ

ສະຫະລັດອາເມລິກາໄດ້ສ້າງສາຍພົວພັນທາງດ້ານການທູດກັບ ສປປ ລາວ ຂື້ນຢ່າງສົມບູນໃນປີ 1955, ພາຍຫຼັງທີ່ໄດ້ຮັບເອກະລາດເຕັມຈາກຟຣັ່ງ ໃນປີ 1954. ພາຍໃນສອງຫາສາມປີຕໍ່ມາ, ໄດ້ມີສົງຄາມກາງເມືອງເກີດຂື້ນທີ່ ສປປ ລາວ ແລະ ສະຫະລັດອາເມລິກາໄດ້ໃຫ້ການສະໜັບສະໜູນການປົກຄອງຂອງລະບອບກະສັດ. ເກືອບເປັນໄລຍະເວລາສິບປີເລີ່ມຕັ້ງແຕ່ປີ 1964, ສປປ ລາວ ໄດ້ປະສົບກັບການເຫດການຖິ້ມລະເບີດອັນຫຸນແຮງຂອງສະຫະລັດອາເມລິກາເຊິ່ງເປັນສ່ວນໜຶ່ງຂອງສົງຄາມອິນດູຈີນທີ່ຂະຫຍາຍເປັນວົງກວ້າງ. ພາຍຫຼັງທີ່ມີການປ່ຽນແປງລະບອບການປົກຄອງຢູ່ວຽດນາມ ແລະ ກຳບູເຈຍ ໃນປີ 1975, ລັດຖະບານຄອມມຸນິດໄດ້ກຳອຳນາດອິກເທື່ອໜຶ່ງ. ລັດຖະບານລາວໄດ້ເຂົ້າກຸ່ມກັບຫາວຽດນາມ ແລະ ສະຫະພາບໂຊວຽດໃນການປົກຄອງແບບພັກດດຽວ ແລະ ເສດຖະກິດແບບຄວາມຕ້ອງການຂອງຕະຫຼາດ.  ສາຍພົວພັນລະຫວ່າງສະຫະລັດອາເມລິກາ ແລະ ສປປ ລາວ ໄດ້ເຊື່ອມໂຊມລົງພາຍຫຼັງປີ 1975 ແລະ ຕົວແທນຈາກສະຫະລັດອາເມລິກາກໍ່ຖືກລົດລະດັບລົງ. ພາຍຫຼັງການລົ້ມລະລາຍຂອງສະຫະພາບໂຊວຽດ, ລາວໄດ້ຊອກຫາວິທີໃນການພັດທະນາສາຍພົວພັນກັບປະເທດອື່ນໆ. ດັງນັ້ນ, ສາຍພົວພັນທາງດ້ານການທູດຈິງໄດ້ຖືກສ້າງຂື້ນຢ່າງສົມບູນໃນປີ 1992. ໃນເດືອນ ກໍລະກົດ ປີ 2012, ທ່ານລັດຖະມົນຕີ Hillary Clinton ໄດ້ມາຢ້ຽມຢາມ ສປປ ລາວ, ເຊິ່ງຖືວ່າເປັນການຢ້ຽມຢາມຄັ້ງທຳອຳຂອງລັດຖະມົນຕີແຫ່ງສະຫະລັດຕັ້ງແຕ່ປີ 1955.

ໃນການຄົ້ນຫາທະຫານອາເມລິກາທີ່ສູນຫາຍໃນຊ່ວງປາງສົງຄາມ ແລະ ການເກັບກູ້ລະເບີດທີ່ບໍ່ທັນແຕກ (UXO) ໃນ ສສປ ລາວຖືເປັນຈຸດສຸມທຳອິດຂອງການຮ່ວມມືສອງຝ່າຍພາຍຫຼັງສົງຄາມ. ນັບແຕ່ນັ້ນເປັນຕົ້ນມາ, ສາຍພົວພັນໄດ້ມີການຂະຫຍາຍຕົວເຊິ່ງໄດ້ກວມເອົາຂອບການຮ່ວມມືທີ່ສຳຄັນຫຼາຍດ້ານເຊັ່ນ: ການປາບປາມຢາເສບຕິດ, ສຸຂະພາບ, ໂພສະນາການຂອງເດັກນ້ອຍ, ການຄຸ້ມຄອງສິງແວດລ້ອມ, ການເປີດເສລີການຄ້າ ແລະ ການຝຶກອົບຮົມພາສາອັງກິດ. ນັບຕັ້ງແຕ່ 2009, ການຂະຫຍາຍຕົວຂອງການຮ່ວມມືໄດ້ມີການກ້າວກະໂດດ,ໂດຍໄດ້ມີຂໍ້ລິເລີ່ມລຸ່ມແມ່ນ້ຳຂອງເພື່ອເປັນກອບອັນສຳຄັນເພື່ອໃຊ້ໃນການແກ້ໄຂຄວາມສະລັບສັບຊ້ອນ, ການພັດທະນາ ລະຫວ່າງຊາດ, ການປ່ຽນແປງນະໂຍບາຍຕ່າງໆ ໃນໂຂງເຂດລຸ່ມແມ່ນໍ້າຂອງ. ສະຫະລັດອາເມລິກາ ແລະ ສປປ ລາວ ໄດ້ມີຄວາມໝາຍໝັ້ນຮ່ວມກັນເພື່ອຮັບປະກັນເຖິງຄວາມຈະເລີນຮຸ່ງເຮືອງ ແລະ ອະນາຄົດທີ່ຍືນຍົງ ໃນໂຂດເຂດລຸ່ມແມ່ນໍ້າຂອງ.