ທ່ານປອ ປີເຕີ ເຮມ໋ອນ ເອກເອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

  1. ທ່ານປອ ປີເຕີ ເຮມ໋ອນ ເອກເອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
  2. ທ່ານ ນາງ ມິແຊວ ເອົ້າລໍ, ຮອງເອກອັກຄະລັດຖະທູດ ສະຖານທູດ ສະຫະລັດອາເມລິກາ ປະຈຳ ນະຄອນຫລວງວຽງຈັນ, ສປປ ລາວ

ທ່ານ ປອ ປີເຕີ ເຮມ໋ອນ ໄດ້ສາບານຕົນໃນການເປັນ ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈຳຢູ່ ສປປ ລາວ ໃນຄັ້ງວັນທີ 3 ເດືອນມັງກອນ 2020 ທີ່ຜ່ານມາ.  ໃນໄລຍະຜ່ານມາ, ທ່ານປອ ເອກອັກຄະລັດຖະທູດ ເຮມ໋ອນ ໄດ້ເປັນຮອງທູດ ແລະ ອຸປະທູດປະຈຳການຊົ່ວຄາວ ຢູ່ສະຖານທູດ ສ. ອາເມລິກາ ທີ່ກຸງເທບ, ປະເທດໄທ ນັບຕັ້ງແຕ່ເດືອນກໍລະກົດ 2016 ຈົນເຖິງ ເດືອນ ສິງຫາ 2019.  ເພິ່ນຍັງໄດ້ເປັນຫົວໜ້າຫ້ອງການພົວພັນ ຂອງປະເທດຈີນ ແລະ ມົງໂກນ, ຫ້ອງການພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ, ກະຊວງການຕ່າງປະເທດ ຂອງ ສ. ອາເມລິກາ; ເປັນຫົວໜ້າກົງສຸນໃຫຍ່ ຂອງ ສ. ອາເມລິກາ ປະຈຳຢູ່ ເຊິນຕູ, ປະເທດຈີນ; ແລະ ເຄີຍເປັນຮອງທູດຢູ່ສະຖານທູດ ສ. ອາເມລິກາ ປະຈຳ ສປປ ລາວ ມາກ່ອນ.

ໃນບັນດາໜ້າທີ່ຮັບຜິດຊອບຂອງເພິ່ນກ່ອນໜ້ານີ້, ທ່ານ ປອ ເອກອັກຄະລັດຖະທູດ ເຮມ໋ອນ ໄດ້ເປັນຫົວໜ້າພະແນກຫ້ອງການພະລັງງານ ແລະ ສິນຄ້າ ຂອງຫ້ອງການພະລັງງານ ແລະ ເສດຖະກິດພາກພື້ນ, ກະຊວງການຕ່າງປະເທດ ສ. ອາເມລິກາ, ແລະ ເປັນເຈົ້າໜ້າທີ່ຂອງແຫລມອາຣາບຽນ, ຫ້ອງການປະສານງານຕ້ານການກໍ່ການຮ້າຍ.  ເພິ່ນກໍ່ຍັງເຄີຍເປັນຮອງຫົວໜ້າຫ້ອງການເສດຖະກິດ ແລະ ການພັດທະນາ, ຫ້ອງການຈັດຕັ້ງສາກົນປະຈຳພາກພື້ນ.  ໜ້າວຽກທີ່ເພິ່ນຖືກມອບໝາຍໃຫ້ໄປປະຈຳການຢູ່ຕ່າງປະເທດ ກ່ອນໜ້ານີ້ລວມມີ: ເປັນເຈົ້າໜ້າທີ່ເສດຖະກິດຂອງ ສະຖານທູດ ສ. ອາເມລິກາ ປະຈຳຢູ່ ປະເທດຈີນ, ເປັນເຈົ້າໜ້າທີ່ວຽກງານສະກັດກັ້ນຢາເສບຕິດ ປະຈຳການຢູ່ປະເທດລາວ, ແລະ ປະເທດໄທ, ແລະ ກໍ່ເປັນເຈົ້າໜ້າທີ່ກົງສຸນ ປະຈຳການຢູ່ປະເທດເກົາຫລີ.  ທ່ານປອ ເອກອັກຄະລັດຖະທູດ ເຮມ໋ອນ ເຄີຍເຮັດວຽກຢູ່ປະເທດໄທ ແລະ ປະເທດໂມຣ໋ອກໂຄ ກ່ອນທີ່ເພິ່ນຈະເຂົົ້າເປັນນັກການທູດ.

ທ່ານປອ ເອກອັກຄະລັດຖະທູດ ເຮມ໋ອນ ຈົບການສຶກສາລະດັບປະລິນຍາຕີ ຈາກມະຫາວິທະຍາໄລ ບຣິກແຮມ ຢັງ (Brigham Young University) ຢູ່ ເມືອງໂປຣໂວ (Provo), ລັດຢູທາ (Utah) ແລະ ປະລິນຍາໂທ ສາຂາ ສິລະປະທາງການທູດ ແລະ ກົດໝາຍ; ແລະ ປະລິນຍາເອກ ຈາກໂຮງຮຽນກົດໝາຍ ແລະ ການທູດ ແຟລັສເຊີ (Fletcher School of Law and Diplomacy) ຂອງມະຫະວິທະຍາໄລ ທັຟ໌ (Tufts) ຢູ່ ເມັດຟອ໌ດ (Medford), ລັດ ມາຊາຊູເຊັດ (Massachusetts).  ເພິ່ນສາມາດປາກພາສາລາວ, ພາສາໄທ, ພາສາຈີນ ແລະ ພາສາຝລັ່ງເລັກໜ້ອຍ.