- ທ່ານປອ ປີເຕີ ເຮມ໋ອນ ເອກເອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
- ທ່ານ ນາງ ຈອຍ ຊາກຸໄຣ, ຮອງເອກອັກຄະລັດຖະທູດ ສະຖານທູດ ສະຫະລັດອາເມລິກາ ປະຈຳ ນະຄອນຫລວງວຽງຈັນ, ສປປ ລາວ
ຈອຍ ຊາກຸໄຣ ໄດ້ເລີ່ມປະຕິບັດໜ້າທີ່ເປັນ ຮອງທູດ ປະຈຳສະຖານທູດສະຫະລັດອາເມລິກາ ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ ໃນເດືອນກໍລະກົດ ປີ 2021.
ລ່າສຸດ, ໜ້າທີ່ປະຕິບັດວຽກຢູ່ຕ່າງປະເທດຂອງ ທ່ານນາງ ຊາກຸໄຣ ແມ່ນເປັນຫົວໜ້າໃຫຍ່ ປະຈຳຢູ່ສະຖານກົງສູນ ສ. ອາເມລິກາ ທີ່ຟຸກຸໂອກະ (Fukuoka), ປະເທດຍີ່ປຸ່ນ. ເພິ່ນຍັງເຄີຍປະຈຳການຢູ່ ຈັກກາຕ້າ (Jakarta), ປະເທດອິນໂດເນເຊຍສອງສະໄໝ, ຢູ່ໂຕກຽວ (Tokyo) ປະເທດຍີ່ປຸ່ນ ແລະ ຢູ່ ອິສລາມາແບັດ (Islamabad) ປະເທດປາກິສະຖານ. ຢູ່ ວໍຊິງຕັນ ດີຊີ (Washington D.C.), ສ. ອາເມລິກາ, ເພິ່ນໄດ້ຮັບຜິດຊອບວຽກຢູ່ ສຳນັກງານຂ່າວກອງ ແລະ ຄົ້ນຄວ້າ ແລະ ກໍ່ເປັນຜູ້ຊ່ວຍໃນໜ່ວຍງານພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ.
ທ່ານນາງ ຊາກຸໄຣ ມາຈາກລັດຮາວາຍ ແລະ ໃນປີ 2020 ໄດ້ເປັນນັກສຶກສາດີເດັ່ນ (ກຽດນິຍົມ) ຂອງວິທະຍາໄລການທະຫານແຫ່ງຊາດ (National War College) ແລະ ເປັນຜູ້ໄດ້ຮັບລາງວັນ Theodore Roosevelt Award ຂອງວິທະຍາໄລດ້ານການສຶກສາ ແລະ ການເປັນຜູ້ນຳ. ເພິ່ນເປັນອະດີດ ນັກລອຍນຳ້ ປະເພດ III ຂອງສະມາຄົມນັກກິລາແຫ່ງຊາດ (NCAA) ແລະ ສຳເລັດປະລິນຍາຕີ ຈາກວິທະຍາໄລ (Laka Forest College). ເພິ່ນສາມາດປາກເວົ້າພາສາຕ່າງປະເທດໄດ້ຫຼາຍພາສາ, ລວມມີ: ພາສາຍີ່ປຸ່ນ, ພາສາອິນໂດເນເຊຍ, ພາສາລາວ ແລະ ພາສາຝຣັ່ງ. ສາມີຂອງເພິ່ນທີ່ເປັນນັກການທູດ ແລະ ລູກທັງສອງຄົນ ກໍ່ໄດ້ຕິດຕາມເພິ່ນມາປະຈຳການຢູ່ ສປປ ລາວ ເຊັ່ນກັນ.