ໃນແຕ່ລະປີງົບປະມານ (1 ຕຸລາ – 30 ກັນຍາ) ມີວີຊາເຂົ້າເມືອງຖາວອນດ້ວຍການຈ້າງງານ ປະມານ 140,000 ວີຊາ ທີ່ມີໃຫ້ແກ່ຜູ້ສະຫມັກທີ່ມີຄຸນວຸດທິ ພາຍໃຕ້ບົດບັນຍັດຂອງກົດໝາຍຄົນເຂົ້າເມືອງ ຂອງສະຫະລັດ. ວີຊາເຂົ້າເມືອງຖາວອນດ້ວຍການຈ້າງງານນີ້ ແບ່ງອອກເປັນ 5ປະເພດ. ຄູ່ສົມລົດ ແລະລູກສາມາດເດີນທາງ ໄປພ້ອມກັນຫຼື ໄປຕາມຫຼັງກໍ່ໄດ້. ທ່ານສາມາດຮຽນຮູ້ເພີ່ມເຕີມກ່ຽວກັບວີຊາ 5 ປະເພດນີ້ ໄດ້ທີ່ເວັບໄຊທ໌ usvisas.state.gov
ເພື່ອສະໝັກຂໍວີຊາເຂົ້າເມືອງຖາວອນດ້ວຍການຈ້າງງານ ແມ່ນໃຫ້ປະຕິບັດຕາມຂັ້ນຕອນໃນ ຂະບວນການຂໍວີຊາເຂົ້າເມືອງຖາວອນ ໄດ້ທີ່ເວັບໄຊທ໌ usvisas.state.gov. ເມື່ອທ່ານໄດ້ ປະຕິບັດຕາມ ຂັ້ນຕອນເຫຼົ່ານັ້ນຈົນສໍາເລັດ, ກະລຸນາປະຕິບັດຕາມຄໍາແນະນໍາທີ່ທ່ານໄດ້ຮັບຈາກ NVC, ພ້ອມກັນກັບຂໍ້ມູນທີ່ແນະນໍາໃນເວັບໄຊທ໌ນີ້, ເພື່ອເປັນແນວທາງແລະການປະຕິບັດຕໍ່ໄປ.
ການສໍາພາດ
ຫຼັງຈາກທີ່ທ່ານໄດ້ ປະຕິບັດຕາມຂັ້ນຕອນໃນ ຂະບວນການຂໍວີຊາເຂົ້າເມືອງຖາວອນ ໃນເວັບໄຊທ໌ usvisas.state.gov ຈົນສໍາເລັດແລ້ວ, ຊຶ່ງ ຮວມທັງ ໄດ້ຈ່າຍຄ່າທໍານຽມຕ່າງໆທີ່ຈໍາເປັນ ແລະ ສົ່ງແບບຟອມ ຂໍວີຊາເຂົ້າເມືອງຖາວອນ (DS-260), ໃບຮັບປະກັນທາງດ້ານການເງິນ ແລະ ເອກະສານສະໝັບສະໜູນອື່ນໆ ໃຫ້ແກ່ສູນກາງວີຊາແຫ່ງຊາດ(NVC), NVCຈະກວດຄືນບັນດາເອກະສານຂອງທ່ານໃຫ້ຮຽບຮ້ອຍ. ເມື່ອ ກໍລະນີ(ຄຳຮ້ອງ)ຂອງທ່ານເລື່ອນມາເຖິງຜຽນທີ່ຈະສາມາດສໍາພາດໄດ້, NVC ຮ່ວມກັບພວກເຮົາ ຈະເຮັດ ວຽກຮ່ວມກັນເພື່ອຈັດຕາຕະລາງນັດສໍາພາດໃຫ້ທ່ານ.
ທ່ານສາມາດຮຽນຮູ້ເພີ່ມເຕີມກ່ຽວກັບ ການດຳເນີນການສໍາພາດ ໄດ້ທີ່ເວັບໄຊທ໌ usvisas.state.gov
ສະຖານະພາບຂອງກໍລະນີ(ຄຳຮ້ອງ)ຂອງທ່ານ
ໃນຕອນທ້າຍຂອງການສໍາພາດວີຊາເຂົ້າເມືອງຖາວອນຂອງທ່ານ, ເຈົ້າຫນ້າທີ່ກົງສຸນຈະແຈ້ງ ໃຫ້ທ່ານຊາບວ່າວີຊາຂອງທ່ານຖືກອະນຸມັດຫຼືປະຕິເສດ.
ບາງຄໍາຮ້ອງຂໍວີຊາອາດຈະຕ້ອງໄດ້ມີການພິຈາລະນາເພີ່ມເຕີມອີກ, ເຊິ່ງຈະໃຊ້ເວລາເພີ່ມເຕີມ ອີກຫລາຍວັນຫຼັງຈາກເຈົ້າຫນ້າທີ່ກົງສຸນໄດ້ທຳການສໍາພາດຜູ້ສະໝັກວີຊາແລ້ວ. ຜູ້ສະໝັກຈະຖືກແຈ້ງໃຫ້ຮູ້ກ່ຽວກັບ ການພິຈາລະນານີ້ໃນເວລາທີ່ສະໝັກ. ການພິຈາລະນາເພີ່ມເຕີມນີ້ສ່ວນຫລາຍແມ່ນໃຊ້ເວລາພາຍໃນ 60 ວັນຂອງການສໍາພາດວີຊາ. ເມື່ອມີການພິຈາລະນາເພີ່ມເຕີມ, ໄລຍະ ເວລາການພິຈາລະນາຈະແຕກຕ່າງ ກັນຂຶ້ນຢູ່ກັບສະຖານະການຂອງແຕ່ລະກໍລະນີ. ທ່ານສາມາດ ກວດສອບສະຖານະພາບ ຂອງຄໍາຮ້ອງຂໍວີຊາ ຂອງທ່ານໄດ້ທີ່ ceac.state.gov..
ຖ້າຫາກວີຊາຂອງທ່ານຖືກປະຕິເສດ, ທ່ານອາດຈະຊອກຫາຂໍ້ມູນທີ່ເປັນປະໂຫຍດກ່ຽວກັບ ການຖືກຕັດສິດແລະການຍົກເວັ້ນ ໄດ້ທີ່ເວັບໄຊທ໌ usvisas.state.gov
ຫຼັງຈາກສໍາພາດ
ຖ້າຫາກວີຊາຂອງທ່ານໄດ້ຮັບການອະນຸມັດ, ທ່ານຈະຖືກແຈ້ງໃຫ້ຊາບວ່າ ທ່ານຈະໄດ້ຮັບ ຫນັງສືຜ່ານແດນ ແລະວີຊາຂອງທ່ານແນວໃດແລະເມື່ອໃດ. ກະລຸນາກວດຄືນລະອຽດ ຫຼັງຈາກການສໍາພາດ ໄດ້ທີ່ເວັບໄຊທ໌ usvisas.state.gov ເພື່ອຈະຮຽນຮູ້ກ່ຽວກັບ ທ່ານຈະຕ້ອງເຮັດຫຍັງເມື່ອທ່ານໄດ້ຮັບວີຊາ, ກ່ຽວກັບການເຂົ້າ ມາສະຫະລັດອາເມຣິກາ, ການຈ່າຍຄ່າທໍານຽມຄົນເຂົ້າເມືອງໃຫ້ USCIS, ແລະ ກ່ຽວກັບຂໍ້ມູນອື່ນໆທີ່ສໍາຄັນ.