ການເຂົ້າເມືອງຖາວອນດ້ວຍການຮັບປະກັນຂອງຄອບຄົວປະກອບມີສອງກຸ່ມຄື ພີ່ນ້ອງໃກ້ຊິດ ແລະ ພີ່ນ້ອງບໍ່ໃກ້ຊິດ, ເຊິ່ງຖືກຮັບຮອງເອົາພາຍໃຕ້ກົດໝາຍຄົນເຂົ້າເມືອງຂອງສະຫະລັດ ອາເມຣິກາ, ໂດຍ ສະເພາະແມ່ນກົດຫມາຍວ່າດ້ວຍຄົນເຂົ້າເມືອງແລະສັນຊາດ (INA). ທ່ານສາມາດຮຽນຮູ້ເພີ່ມເຕີມກ່ຽວ ກັບວີຊາເຂົ້າເມືອງຖາວອນທັງສອງປະເພດນີ້ ໃນເວັບໄຊທ໌ usvisas.state.gov
ເພື່ອຈະສະໝັກຂໍວີຊາເຂົ້າເມືອງຖາວອນສຳຫລັບຍາດໃກ້ຊິດ ແລະ ຍາດບໍ່ໃກ້ຊິດ, ກະລຸນາປະຕິບັດຕາມຂັ້ນຕອນໃນການດຳເນີນວີຊາເຂົ້າເມືອງຖາວອນ ໃນເວັບໄຊທ໌ usvisas.state.gov ເມື່ອທ່ານໄດ້ເຮັດສໍາເລັດຂັ້ນຕອນເຫຼົ່ານັ້ນແລ້ວ, ກະລຸນາປະຕິບັດຕາມຄໍາແນະນໍາທີ່ທ່ານໄດ້ຮັບຈາກ NVC, ພ້ອມກັນກັບຂໍ້ມູນທີ່ແນະນໍາໃນເວັບໄຊທ໌ນີ້, ເພື່ອເປັນແນວທາງແລະການປະຕິບັດຕໍ່ໄປ.
ການສໍາພາດ
ຫຼັງຈາກທີ່ທ່ານໄດ້ເຮັດສໍາເລັດຕາມຂັ້ນຕອນໃນການດຳເນີນວີຊາເຂົ້າເມືອງຖາວອນ ໃນເວັບໄຊທ໌ usvisas.state.gov, ໄດ້ຈ່າຍຄ່າທໍານຽມຕ່າງໆ ແລະ ໄດ້ສົ່ງຄໍາຮ້ອງຂໍວີຊາເຂົ້າເມືອງຖາວອນ (ແບບຟອມ DS-260), ໃບຮັບປະກັນທາງດ້ານການເງິນ ແລະ ເອກະສານສະໝັບສະໜູນອື່ນໆ ໃຫ້ແກ່ສູນກາງວີຊາແຫ່ງຊາດ (NVC), NVCຈະກວດຄືນບັນດາເອກະສານຂອງທ່ານໃຫ້ຮຽບຮ້ອຍ. ເມື່ອກໍລະນີ(ຄຳຮ້ອງ)ຂອງທ່ານເລື່ອນມາເຖິງຜຽນທີ່ຈະສາມາດສໍາພາດໄດ້, NVC ຮ່ວມກັບພວກເຮົາ ຈະເຮັດວຽກຮ່ວມກັນເພື່ອຈັດຕາຕະລາງ ນັດສໍາພາດໃຫ້ທ່ານ.
ທ່ານສາມາດຮຽນຮູ້ເພີ່ມເຕີມກ່ຽວກັບ ການດຳເນີນການສໍາພາດ ໄດ້ທີ່ເວັບໄຊທ໌ usvisas.state.gov
ສະຖານະພາບຂອງກໍລະນີ(ຄຳຮ້ອງ)ຂອງທ່ານ
ໃນຕອນທ້າຍຂອງການສໍາພາດວີຊາເຂົ້າເມືອງຖາວອນຂອງທ່ານ, ເຈົ້າຫນ້າທີ່ກົງສຸນຈະແຈ້ງ ໃຫ້ທ່ານຊາບວ່າວີຊາຂອງທ່ານຖືກອະນຸມັດຫຼືປະຕິເສດ.
ບາງຄໍາຮ້ອງຂໍວີຊາອາດຈະຕ້ອງໄດ້ມີການພິຈາລະນາເພີ່ມເຕີມອີກ, ເຊິ່ງຈະໃຊ້ເວລາເພີ່ມເຕີມ ອີກຫລາຍວັນຫຼັງຈາກເຈົ້າຫນ້າທີ່ກົງສຸນໄດ້ທຳການສໍາພາດຜູ້ສະໝັກວີຊາແລ້ວ. ຜູ້ສະໝັກຈະຖືກແຈ້ງໃຫ້ຮູ້ກ່ຽວກັບການພິຈາລະນານີ້ໃນເວລາທີ່ສະໝັກ. ການພິຈາລະນາເພີ່ມເຕີມນີ້ສ່ວນຫລາຍແມ່ນໃຊ້ເວລາພາຍໃນ 60 ວັນຂອງການສໍາພາດວີຊາ. ເມື່ອມີການພິຈາລະນາເພີ່ມເຕີມ, ໄລຍະ ເວລາການພິຈາລະນາຈະແຕກຕ່າງ ກັນ ຂຶ້ນຢູ່ກັບສະຖານະການຂອງແຕ່ລະກໍລະນີ. ທ່ານສາມາດ ກວດສອບສະຖານະພາບ ຂອງຄໍາຮ້ອງຂໍວີຊາ ຂອງທ່ານໄດ້ທີ່ ceac.state.gov.
ຖ້າຫາກວີຊາຂອງທ່ານຖືກປະຕິເສດ, ທ່ານອາດຈະຊອກຫາຂໍ້ມູນທີ່ເປັນປະໂຫຍດກ່ຽວກັບ ການຖືກຕັດສິດແລະການຍົກເວັ້ນ ໄດ້ທີ່ເວັບໄຊທ໌ usvisas.state.gov
ຫຼັງຈາກສໍາພາດ
ຖ້າຫາກວີຊາຂອງທ່ານໄດ້ຮັບການອະນຸມັດ, ທ່ານຈະຖືກແຈ້ງໃຫ້ຊາບວ່າ ທ່ານຈະໄດ້ຮັບ ຫນັງສືຜ່ານແດນ ແລະ ວີຊາຂອງທ່ານແນວໃດແລະເມື່ອໃດ. ກະລຸນາກວດຄືນລະອຽດ ຫຼັງຈາກການສໍາພາດ ໄດ້ທີ່ເວັບໄຊທ໌ usvisas.state.gov ເພື່ອຈະຮຽນຮູ້ກ່ຽວກັບ ທ່ານຈະຕ້ອງເຮັດຫຍັງເມື່ອທ່ານໄດ້ຮັບວີຊາ, ກ່ຽວກັບການເຂົ້າ ມາສະຫະລັດອາເມຣິກາ, ການຈ່າຍຄ່າທໍານຽມຄົນເຂົ້າເມືອງໃຫ້ USCIS, ແລະ ກ່ຽວກັບຂໍ້ມູນອື່ນໆທີ່ສໍາຄັນ.