ວີຊາຄູ່ໝັ້ນ K-1 ແມ່ນວີຊາສຳຫລັບຄູ່ໝັ້ນ ທີ່ເປັນຄົນຕ່າງປະເທດຂອງຄົນສະຫະລັດ. ວີຊາK-1ນີ້ ແມ່ນອະນຸຍາດໃຫ້ຄູ່ໝັ້ນທີ່ເປັນຄົນຕ່າງປະເທດເດີນທາງໄປສະຫະລັດອາເມຣິກາແລະແຕ່ງງານກັບ ຄົນສະຫະລັດຜູ້ທີ່ຮັບປະກັນເອົາຜູ້ກ່ຽວພາຍໃນ 90 ວັນຫຼັງຈາກມື້ໄປຮອດສະຫະລັດ. ທ່ານສາມາດຮຽນຮູ້ເພີ່ມເຕີມກ່ຽວກັບວີຊາຄູ່ໝັ້ນ ໄດ້ທີ່ເວັບໄຊທ໌ usvisas.state.gov
ວິທີການສະໝັກ
ການຍື່ນຂໍວີຊາຄູ່ໝັ້ນຕ້ອງປະຕິບັດຕາມຂັ້ນຕອນໃນ ຂະບວນການຂໍວີຊາຄູ່ໝັ້ນ ໄດ້ທີ່ເວັບໄຊທ໌ usvisas.state.gov.
ສະຖານະພາບຂອງກໍລະນີ(ຄຳຮ້ອງ)ຂອງທ່ານ
ໃນຕອນທ້າຍຂອງການສໍາພາດວີຊາເຂົ້າເມືອງຖາວອນຂອງທ່ານ, ເຈົ້າຫນ້າທີ່ກົງສຸນຈະແຈ້ງ ໃຫ້ທ່ານຊາບວ່າວີຊາຂອງທ່ານຖືກອະນຸມັດຫຼືປະຕິເສດ.
ບາງຄໍາຮ້ອງຂໍວີຊາອາດຈະຕ້ອງໄດ້ມີການພິຈາລະນາເພີ່ມເຕີມອີກ, ເຊິ່ງຈະໃຊ້ເວລາເພີ່ມເຕີມ ອີກຫລາຍວັນຫຼັງຈາກເຈົ້າຫນ້າທີ່ກົງສຸນໄດ້ທຳການສໍາພາດຜູ້ສະໝັກວີຊາແລ້ວ. ຜູ້ສະໝັກຈະຖືກແຈ້ງໃຫ້ຮູ້ກ່ຽວກັບ ການພິຈາລະນານີ້ໃນເວລາທີ່ສະໝັກ. ການພິຈາລະນາເພີ່ມເຕີມນີ້ສ່ວນຫລາຍແມ່ນໃຊ້ເວລາພາຍໃນ 60 ວັນຂອງການສໍາພາດວີຊາ. ເມື່ອມີການພິຈາລະນາເພີ່ມເຕີມ, ໄລຍະ ເວລາການພິຈາລະນາຈະແຕກຕ່າງ ກັນຂຶ້ນຢູ່ກັບສະຖານະການຂອງແຕ່ລະກໍລະນີ. ທ່ານສາມາດ ກວດສອບສະຖານະພາບ ຂອງຄໍາຮ້ອງຂໍວີຊາ ຂອງທ່ານໄດ້ທີ່ ceac.state.gov.
ຖ້າຫາກວີຊາຂອງທ່ານຖືກປະຕິເສດ, ທ່ານອາດຈະຊອກຫາຂໍ້ມູນທີ່ເປັນປະໂຫຍດກ່ຽວກັບ ການຖືກຕັດສິດແລະການຍົກເວັ້ນ ໄດ້ທີ່ເວັບໄຊທ໌ usvisas.state.gov.
ຫຼັງຈາກສໍາພາດ
ຖ້າຫາກວີຊາຂອງທ່ານໄດ້ຮັບການອະນຸມັດ, ທ່ານຈະຖືກແຈ້ງໃຫ້ຊາບວ່າ ທ່ານຈະໄດ້ຮັບ ຫນັງສືຜ່ານແດນ ແລະວີຊາຂອງທ່ານແນວໃດແລະເມື່ອໃດ. ກະລຸນາກວດຄືນລະອຽດຂໍ້ມູນໃນ ຂະບວນການຂໍວີຊາຄູ່ໝັ້ນ ໄດ້ທີ່ເວັບໄຊທ໌ usvisas.state.gov ເພື່ອຈະຮຽນຮູ້ກ່ຽວກັບ ທ່ານຈະຕ້ອງເຮັດຫຍັງເມື່ອທ່ານໄດ້ຮັບວີຊາ, ກ່ຽວກັບ ການເຂົ້າມາສະຫະລັດອະເມຣິກາ ແລະ ກ່ຽວກັບຂໍ້ມູນອື່ນໆທີ່ສໍາຄັນ.