ບໍລິສັດ GE ຈະເປີດຫ້ອງການຢູ່ ລາວ, ເພື່ອຊ່ວຍສ້າງທັກສະ ແລະ ການເຊື່ອມຕໍ່ພາກພື້່ນ

ຂະນະທີທ່ານປະທານາທິບໍດີ ບາຣັກ ໂອບາມາ ເດີນທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄັ້ງປະຫວັດສາດ ເພື່ອສ້າງສາຍພົວພັນເສດຖະກິດລະຫວ່າງສະຫະລັດ ແລະ ລາວ ໃຫ້ສືບຕໍ່ຂະຫຍາຍຕົວ. ໃນວັນທີ 5 ກັນຍາ ບໍລິສັດ General Electric (GE) ໄດ້ປະກາດແຜນການເປີດຫ້ອງການ ຢູ່ ສປປ ລາວ ເພື່ອສ້າງສະຖານະໃນຕະຫຼາດທ້ອງຖິ່ນທີ່ພວມເຕີບໃຫຍ່ຂະຫຍາຍໂຕ.

ນອກຈາກນັ້ນ, ບໍລິສັດ GE ໄດ້ຕົກລົງເຮັດວຽກກັບ ລັດວິສາຫະກິດໄຟຟ້າລາວ (ລຟລ) ເພື່ອສຶກສາວິທີການປັບປຸງເຄືອຂ່າຍສາຍສົ່ງ ແລະ ຈໍາໜ່າຍໄຟຟ້າ ແລະ ຮ່ວມມື້ກັບ ມະຫາວິທະຍາໄລທ້ອງຖິ່ນສອງແຫ່ງ ເພື່ອປະກອບສ່ວນເຂົ້າໃນການພັດທະນາຊັບພະຍາກອນມະນຸດ.

ທ່ານທູດ ແດນຽວ ເອ ຄລູນ ແລະ ທ່ານ ວີຣະພົນ ວີຣະວົງ, ລັດຖະມົນຕີຊ່ວຍ ກະຊວງ ພະລັງງານ ບໍ່ແຮ່ ໄດ້ເປັນພະຍານພິທີລົງນາມການເຊັນບົດບັນທຶກຊ່ວຍຈໍາ (MOU) ທີ່ຫ້ອງການສໍານັກງານໃຫຍ່ຂອງລັດວິສາຫະກິດໄຟຟ້າລາວ. ທ່ານ Wouter Van Wersch ອໍານວຍການໃຫຍ່ບໍລິສັດ GE ປະຈຳຂົງເຂດອາຊຽນ ໄດ້ເຊັນ MOU ຮ່ວມກັບ ທ່ານ ບຸນອຸ້ມ ສີວັນເພັງ ອໍານວຍການໃຫຍ່ ແລະ ຜູ້ຈັດການຂອງລັດວິສາຫະກິດໄຟຟ້າລາວ. ໂດຍການຮ່ວມມືກັບບໍລິສັດ GE, ລັດວິສາຫະກິດໄຟຟ້າລາວ ຈະສາມາດລົງທຶນເຂົ້າໃນຕາຂ່າຍໄຟຟ້າໃຫ້ເຮັດວຽກດີກວ່າເກົ່າ ແລະ ປັງປຸງການເຊື່ອມຕໍ່ກັບບັນດາປະເທດເພື່ອນບ້ານ ແລະ ກ້າວຂ້າມຜ່ານເຕັກໂນໂລຊີລຸ້ນເກົ່າ.

ບໍລິສັດ GE ເອງຍັງໄດ້ຕົກລົງໃຫ້ການສະໜັບສະໜູນແກ່ ມະຫາວິທະຍາໄລແຫ່ງຊາດ ແລະ ວິທະຍາໄລຊັບພະວິຊາ ເພື່ອສ້າງທັກສະໃຫ້ນັກຮຽນຂອງຕົນ ສາມາດຄຸ້ມຄອງລະບົບໄຟຟ້າທີ່ມີຄວາມສັບຊ້ອນຫຼາຍຂຶ້ນ.  GE ຈະຊ່ວຍພັດທະນາການຝຶກອົບຮົມ ແລະ ຫຼັກສູດການສອນ ເພື່ອສ້າງຄວາມສາມາດໃຫ້ແຮງງານທ້ອງຖິ່ນຕອບສະໜອງການບໍລິການທີ່ກ່ຽວຂ້ອງກັບຂະແໜງພະລັງງານ.

ບໍລິສັດ GE ແລະ ລັດວິສາຫະກິດໄຟຟ້າລາວ ໄດ້ເຊັນສັນຍາໃນມື້ດຽວກັນໃນມື້ທີ່ ທ່ານປະທານາທິບໍດີ ບາຣັກ ໂອບາມາ ເດີນທາງມາຢ້ຽມຢາມ ສປປ ລາວ ຄັ້ງປະຫວັດສາດ.  ທ່ານເປັນປະທານາທິບໍດີ ສະຫະລັດອາເມລິກາ ແມ່ນປະທາທິບໍດີຄົນທຳອິກທີ່ເດີນທາງມາ ສປປ ລາວ. ທ່ານ ໂອບາມາ ຈະຈັດກອງປະຊຸມສອງຝ່າຍ ກັບທ່ານປະທານປະເທດ ບຸນຍັງ ວໍລະຈິດ ແລະ ບັນດາເຈົ້າໜ້າທີ່ອະວຸໂສຂອງລາວ ເພື່ອສືບຕໍ່ເສີມຂະຫຍາຍການຮ່ວມມືລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ.