General Electric ນຳເອົາຄວາມຊຳນານ ທາງດ້ານອຸດສະຫະກຳ ແລະ ລະບົບດິຈີຕອນຂອງໂລກມາສູ່ ສປປ ລາວ

ໃນວັນທີ 9 ມິຖຸນາ 2017, General Electric ຫຼື GE ແມ່ນໄດ້ຂະຫຍາຍການບໍລິການໃນພາກພື້ນອາຊຽນ ໂດຍການເປີດຫ້ອງການຕາງໜ້າຂື້ນຢ່າງເປັນທາງການທີ່ ນະຄອນຫຼວງວຽງຈັນ, ສປປ ລາວ. ໃນງານດັ່ງກ່າວ, ທ່ານນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດສະຫະລັດອາເມລິກາປະຈຳ ສປປ ລາວ ກໍໄດ້ເຂົ້າຮ່ວມໃນການຕັບແຖບຜ້າ ພ້ອມທັງໄດ້ເນັ້ນໜັກໃຫ້ເຫັນຄວາມສຳຄັນຂອງການເຂົ້າມາລົງທຶນຂອງ GE ອັນເປັນສັນຍານທີ່ດີທາງດ້ານສາຍພົວພັນລະຫວ່າງສະຫະລັດອາເມລິກາ ແລະ ສປປ ລາວ ທີ່ນັບມື້ນັບເພີ່ມຂຶ້ນ.

ທ່ານນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດສະຫະລັດອາເມລິກາ ແລະ  ຜູ້ບໍລິຫານສູງສຸດຂອງ GE ປະຈຳອາຊຽນ ໄດ້ເຂົ້າພົບປະ ແລະ ຖອດຖອດບົດຮຽນກັບ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ແລະ ທ່ານ ອາລຸນແກ້ວ ກິດຕິຄຸນ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ.

ຫ້ອງການຕ່າງໜ້າ GE ປະຈຳ ສປປ ລາວ ແມ່ນມີທີ່ຕັ້ງ ຢູ່ຕຶກວຽງຈັນເຊັນເຕີ, ຖະໜົນຄູວຽງ, ເຊິ່ງມີທີມງານ ແລະ ຫົວໜ້າ ແມ່ນເປັນຄົນລາວ. ຫົວໜ້າຫ້ອງການຕ່າງໜ້າ ປະຈຳ ສປປ ລາວ ແມ່ນ ທ່ານ ສິນນະສອນ ບູລົມ.

ກ່າວເປີດພິທີໂດຍປະທານ ແລະ ຜູ້ບໍລິຫານສູງສຸດຂອງ GE ປະຈຳອາຊຽນ ທ່ານ Wouter Van Wersch ໄດ້ກ່າວວ່າ: ສປປ ລາວ ຖືເປັນໜຶ່ງໃນປະເທດທີມີການພັດທະນາໄວທີ່ສຸດໃນປະເທດອາຊຽນ, ມີຕົວເລກການຂະຫຍາຍຕົວທາງດ້ານເສດຖະກິດຫຼາຍກວ່າ 7%. ປະຈຸບັນ ສປປ ລາວ ແມ່ນກຳລັງດຳເນີນການສ້າງພື້ນຖານໂຄງລ່າງທີ່ສຳຄັນ.

“ສຳລັບຫ້ອງການໃໝ່ ແລະ ທີມງານພວກເຮົາ ແມ່ນຫວັງຈະໄດ້ເປັນສ່ວນໜຶ່ງໃນການປະກອບສ່ວນພັດທະນາປະເທດໂດຍການນຳເອົາເທັກໂນໂລຊີທັນສະໄໝຕ່າງໆເຂົ້າມາບວກໃສ່ຄວາມຊຳນິຊຳນານ ແລະ ປະສົບການທີ່ມີເພື່ອສະໜັບສະໜູນໃນວຽກງານພະລັງງານໄຟຟ້າ, ດ້ານສາທາລະນະສຸກ, ການບິນ ແລະ ອື່ນໆ”

ທ່ານ Van Wersch ໄດ້ເວົ້າວ່າ GE ແມ່ນໄດ້ໃຫ້ບຸລິມາສິດ ແລະ ຄວາມສຳຄັນໃນການຊ່ວຍເລັ່ງແຜນເພື່ອໃຫ້ ສປປ ລາວກາຍເປັນຜູ້ຜະລິດ ແລະ ສົ່ງອອກ ໄຟຟ້າລາຍໃຫ່ຍໃນອາຊຽນ.

ທັງນີ້ເພື່ອໃຫ້ ສປປ ລາວ ບັນລຸເປົ້າໝາຍກາຍເປັນ “ແຫລ່ງພະລັງງານໄຟຟ້າຂອງອາຊຽນໃນອະນາຄົດ”. ພວກເຮົາສາມາດສະໜອງບໍລິການຄົບວົງຈອນກ່ຽວກັບການຜະລິດກະແສໄຟຟ້າ, ລະບົບດິຈິຕອນ, ການເກັບຮັກສາຂໍ້ມູນເທັກໂນໂລຊີ, ທາງເລືອກດ້ານການເງິນ-ການລົງທຶນພາຍໃຕ້ແຜນງານລະບົບນິເວດພະລັງງານໄຟຟ້າຂອງ GE.

ໃນຂະແໜ່ງການກ່ຽວກັບໄຟຟ້າພະລັງນ້ຳ, GE ໄດ້ເຊັນສັນຍາຕົກລົງໃນການຈັດຫາອຸປະກອນໃຫ້ແກ່ໂຄງການຕ່າງໆ ເຊິ່ງມີການລິເລີ່ມພັດທະນາໃນພື້ນທີ່ຕ່າງໆໃນປະເທດ. ວຽກງານການເຊື່ອມຕໍ່ຕາຂ່າຍໄຟຟ້າ ແລະ ເທັກໂນໂລຊີຕ່າງໆຂອງ GE ຖືວ່າມີຄວາມສຳຄັນຫຼາຍສຳລັບໂຄງການເຂື່ອນໄຟຟ້າທົ່ວປະເທດ.

ນອກເໜືອຈາກການສະໜອງທາງດ້ານອຸປະກອນ ແລະ ຄວາມຊຳນິຊານທາງເທັກໂນໂລຊີແລ້ວ, GE ຍັງສັນຍາວ່າຈະໃຫ້ການເບິ່ງແຍ່ງ ສປປ ລາວ ໂດຍການຜະລິດວິສະວະກອນລຸ້ນຕໍ່ໄປໃຫ້ມີຄວາມຊ່ຽວຊານດ້ານວຽກງານພື້ນຖານໂຄງລ່າງ.

ໃນເດືອນກັນຍາທີ່ຜ່ານ, GE ແລະ ບໍລິສັດໄຟຟ້າລາວ ໄດ້ເຊັນສັນຍາຂໍ້ຕົກລົງຄວາມເຂົ້າໃຈກ່ຽວກັບການຮ່ວມມືວິໄຈ ແລະ ຝຶກອົບຮົມແຜນງານຕ່າງໆເພື່ອແນ່ໃສ່ການພັດທະນາໄລຍະຍາວກ່ຽວກັບວຽກງານຂະແໜງພະລັງງານໄຟຟ້າ, ເຊິ່ງລວມມີການສະໜັບສະໜູນເຄື່ອງອຸປະກອນຈາກໂຮງງານຂອງ GE ສຳລັບໃຊ້ໃນຫ້ອງທົດລອງ ແລະ ຝຶກອົບຮົມ,  ນອກຈາກນັ້ນ, ມີການຝຶກອົບຮົມການບໍລິຫານທຸລະກິດໃຫ້ແກ່ພະນັກງານເຂື່ອນ, ວິສະວະກອນ ແລະ ຫົວໜ້າໂຄງການ. ແຜນງານນີ້ ຍັງມີຄວາມຕັ້ງໃຈແບ່ງຜົນປະໂຫຍດໃຫ້ແກ່ຊຸມຊົນຈາກການພັດທະນາໄຟຟ້າພະລັງນ້ຳກາຍເປັນກະແສໄຟຟ້າໃຫ້ທ້ອງຖິ່ນ ແລະ ມີການຄຸ້ມຄອງໂດຍທ້ອງຖິ່ນ.

ໃນໄລຍະ 8 ເດືອນທີ່ຜ່ານມາ, ມີຫຼາຍກວ່າ 150 ຄົນ ເຊິ່ງປະກອບມີຊ່ຽວຊານທາງໄຟຟ້າພະລັງນ້ຳ ຈາກ ບໍລິສັດ ໄຟຟ້າລາວ, ນັກຮຽນ ຈາກ ມະຫາໄລແຫ່ງຊາດ ແລະ ວິທະຍາໄລຊັບພະວິຊາໄດ້ເຂົ້າຮ່ວມປະຊຸມສຳມະນາກ່ຽວກັບເທັກນິກພະລັງນ້ຳ, ການເງິນ ແລະ ຄວາມປອດໄພ. ນອກຈາກນີ້, ໃນຊ່ວງເດືອນ 6 ຍັງມີການຈັດຝຶກອົບຮົມໃນຫົວຂໍ້ຕ່າງໆຂື້ນເປັນຕົ້ນແມ່ນ ການປະຕິບັດວຽກ ແລະ ການບຳລຸງຮັກສາ, ຄວາມປອດໄພ, ການເງິນ ແລະ ການເປັນຜູ້ນຳ.

ຕໍ່ກັບຄຳເຫັນ ຂອງ ທ່ານ ສິນນະສອນ ໄດ້ກ່າວໃນເວລາຝຶກອົບຮົມວ່າ: ຈາກປະສົບການທີ່ໄດ້ຮັບຈາກທົ່ວໂລກ, ພວກເຮົາເຂົ້າໃຈດີເຖິງຄວາມຈຳເປັນຕ້ອງໄດ້ຮັບການສະໜັບສະໜູນດ້ານເທັກໂນໂລຊີອອກໃໝ່ລ້າສຸດໂດຍແຮງານທີ່ມີທັກສະ ແລະ ຄວາມສາມາດ. ດັ່ງນັ້ນ, GE ຕ້ອງໄດ້ສືບຕໍ່ ລົງທຶນໃນແຜນງານນີ້ເພື່ອພັດທະນາໄວໜຸ່ມທີ່ມີພອນສະຫວັນໃນ ສປປ ລາວ.

ທ່ານ ສິນນະສອນ ໄດ້ກ່າວຕື່ມອີກວ່າ: ໃນຖານະທີ່ເປັນຄົນຫນຶ່ງທີ່ເກີດຢູ່ ສປປ ລາວ, ໄດ້ມີໂອກາດສຶກສາຮ່ຳຮຽນ ແລະ ດຳລົງຊິວິດ ຢູ່ຕ່າງປະເທດເປັນເວລາຫລາຍປີ, ການທີ່ໄດ້ກັບຄືນມາເພື່ອສ້າງສາພັດທະນາປະເທດຊາດ ແລະ ສີມືແຮງງານ, ຖືໄດ້ວ່າເປັນສິ່ງທີ່ສຳຄັນ ສຳລັບຂ້າພະເຈົ້າ”.

GE ໄດ້ບໍລິຈາກອຸປະກອນວິສະວະກຳເພື່ອຮັບໃຊ້ໃນຫຼັກສູດຝຶກອົບຮົມພາກປະຕິບັດ. ໃນເວລາດຽວກັນ, GE ໃຫ້ຄຳປຶກສາດ້ານພະລັງງານໃນການລິເລີ່ມວຽກງານສຶກສາຕ່າຂ່າຍໃນລະດັບຊາດ, ເປົ້າໝາຍເພື່ອການຮ່ວມມື ກ່ຽວກັບຄວາມປອດໄພ ແລະ ຄວາມໜ້າເຊື່ອຖືຂອງບໍລິສັດໄຟຟ້າລາວ ກ່ຽວກັບເຄື່ອຂ່າຍສາຍສົ່ງ.

ນອກຈາກຫ້ອງການຕ່າງໜ້າຢູ່ ສປປ ລາວ ແລ້ວ, ບໍລິສັດ GE ຍັງມີຫ້ອງການຕ່າງໜ້າຢູ່ອີກ 9 ປະເທດໃນອາຊຽນເຊັ່ນ: ປະເທດສິງກະໂປ, ມາເລເຊຍ, ບຣູໄນ, ພະມ້າ, ກຳປູເຈຍ, ໄທ, ຟີລີປິນ, ອິນໂດເນເຊຍ ແລເ ຫວຽດນາມ.

ກ່ຽວກັບ GE

GE ແມ່ນຖືເປັນບໍລິສັດ ອຸດສະຫະກຳດີຈີຕອນຂອງໂລກ, ການປ່ຽນແປງໃໝ່ທາງດ້ານອຸດສະຫະກຳໂດຍນຳໃຊ້ຊອບແວກຳນົດເຄື່ອງຈັກ ແລະ ວິທີການແກ້ໄຂທີ່ມີການເຊື່ອມຕໍ່, ຕອບສະໜອງ ແລະ ຄາດຄະເນໄດ້. GE ມີ ການອອກແບບໃນການຈັດແລກປ່ຽນຄວາມຮູ້ໃນທົ່ວໂລກ, ຮ້ານຂອງ GE ໂດຍຜ່ານທຸລະກິດແຕ່ລະຂະແໜງແມ່ນສາມາດແລກປ່ຽນເຂົ້າເຖິງເທັກໂນໂລຊີ, ຕະຫຼາດ, ໂຄງຮ່າງ ແລະ ອົງຄວາມຮູ້/ປັນຍາ ອັນດຽວກັນ. ການປະດິດສ້າງແຕ່ລະພາກສ່ວນ ແມ່ນຈະຜັກດັນນະວັດຕະກຳໃໝ່ ເຂົ້າໃນການປະຍຸກໃຊ້ຢູ່ພາກອຸດສະຫະກຳຕໍ່ໄປ. ໃນສ່ວນບຸກຄະລາກອນ, ບໍລິການ, ເທັກໂນໂລຊີ ແລະ ຂະໜາດ, GE ສາມາດສະໜອງຜົນໄດ້ຮັບທີ່ດີກວ່າ ໂດຍການສືສານ ທີ່ນຳໃຊ້ຄວາມເປັນອຸດສະຫະກຳທີ່ແທ້ຈິງ. www.ge.com