ສຳເລັດການຝຶກອົບຮົມລະບາດວິທະຍາພາກສະຫນາມທີ່ສະຫະລັດອາເມຣິກາໄດ້ສະຫນັບສະຫນູນ

ໃນວັນທີ 27 ກຸມພານີ້, ພະນະທ່ານເອກອັກຄະລັດຖະທູດສະຫະລັດອາເມຣິກາ ປະຈຳ ສປປ ລາວ ຣີນາ ບິດເຕີ ຮ່ວມກັບ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ທ່ານຮອງສາດສະດາຈານ ດຣ. ພູທອນ ເມືອງປາກ ແລະ ຜູ້ຕາງຫນ້າ ອົງການອະນາໄມໂລກປະຈຳ ສປປ ລາວ, ດຣ. ຈູລຽດ ຟແລັດເຊີ ໄດ້ເຂົ້າຮ່ວມພິທີມອບໃບຢັ້ງຢືນຈົບຫລັກສູດທີ່ໂຮງແຮມດອນຈັນພາເລດ ເພື່ອຊົມເຊີຍຕໍ່ຜົນສຳເລັດຂອງນັກສຶກສາລະບາດວິທະຍາພາກສະຫນາມຮຸ່ນທີ່8.

ແຜນງານລະບາດວິທະຍາພາກສະຫນາມ (FET) ໄດ້ຝຶກອົບຮົມພະນັກງານສາທາລະນະສຸກໃນການຄົ້ນພົບ, ການກວດກາ ແລະ ຕອບໂຕ້ ການລະບາດຂອງພະຍາດຕິດຕໍ່. ແຜນງານນີ້ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2009 ໂດຍກົມຄວບຄຸມພະຍາດຕິດຕໍ່ ແລະ ສູນວິເຄາະ ແລະ ລະບາດວິທະຍາ ໂດຍການສະຫນັບສະຫນູນຈາກລັດຖະບານສະຫະລັດອາເມຣິກາ ແລະ ອົງການອະນາໄມໂລກ. ໂຄງການນີ້ມີເຄືອຄ່າຍສິດເກົ່າຈຳນວນ 63 ທ່ານທີ່ໄດ້ສຳເລັດການຝຶກອົບຮົມ ແລະ ກຳລັງປະຕິບັດຫນ້າທີ່ດ້ານສາທາລະນະສຸກຢູ່ແຂວງຕ່າງໆ. ວຽກງານດັ່ງກ່າວນີ້ໄດ້ກາຍເປັນໝາກຫົວໃຈອັນສຳຄັນໃນການຕອບໂຕ້, ການກວດກາ ແລະ ການເຝົ້າລະວັງ ການລະບາດຂອງພະຍາດໃນປະເທດ.

ທ່ານເອກອັກຄະລັດຖະທູດ ບິດເຕີ່ ໄດ້ກ່າວຕໍ່ຜູ້ສຳເລັດການຝຶກອົບຮົມວ່າ: ລັດຖະບານສະຫະລັດອາເມຣິກາ ມີຄວາມພາບພູມໃຈໃນການສະຫນັບສະຫນູນແຜນງານ FET. ພວກເຮົາສາມາດນໍາໃຊ້ຄວາມຮູ້ທີ່ໄດ້ຮັບຈາກໂຄງການນີ້ີເຂົ້າໃນການຕ້ານໄພຄຸກຄາມຂອງພະຍາດເກີດຂຶ້ນໃຫມ່ ຫລື ກັບຄືນມາເກີດຂຶ້ນໃຫມ່. ທ່ານໄດ້ກ່າວຕື່ມອິກວ່າ: ວຽກທ່ີພວກທ່ານຈະໄດ້ເຮັດແມ່ນການປະກອບສ່ວນອັນສຳຄັນຕໍ່ສາທາລະນະສຸກ ໃນ ສປປ ລາວ.

ໃນປີຜ່ານມາ, ຄວາມອາດສາມາດຂອງການຮັບປະກັນດ້ານສຸຂະພາບໃນອົງກອນທີ່ກ່ຽວຂ້ອງໄດ້ມີການເພີ່ມຂຶ້ນຢ່າງຕໍ່ເນື່ອງ. ໂຄງການ FETແມ່ນເປັນຫລັກສູດຫນຶ່ງປີລວມມີການຝຶກອົບຮົມໃນຫ້ອງຮຽນ ແລະ ການປະຕິບັດຕົວຈິງໃນພາກສະຫນາມເພື່ອຮັບປະກັນໃຫ້ນັກຝຶກອົບຮົມໄດ້ເຂົ້າໃຈໃນການຕອບໂຕ້ການລະບາດ, ການເຝົ້າລະວັງ ແລະ ການກວດກາການລະບາດ.

ຜູ້ສຳເລັດການຝຶກອົບຮົມລະບາດວິທະຍາພາກສະຫນາມ (FET) ຈະໄດ້ຮັບມອບໝາຍໃຫ້ກັບຄືນແຂວງຂອງເຂົາເຈົ້າເພື່ອປະຕິບັດຫນ້າທີ່ເປັນນັກລະບາດວິທະຍາພາກສະຫນາມ. ພວກເຂົາມີຄວາມເຊື່ອຫມັ້ນວ່າການຝຶກອົບຮົມນີ້ໄດ້ໃຫ້ຄວາມຮູ້ ແລະ ມີທັກສະອັນສຳຄັນໃນການຮັບມືກັບການລະບາດຂອງພະຍາດ ແລະ ການປະເມີນຄວາມສ່ຽງ.