ວັນປິດບໍລິການພະແນກກົງສູນ ປີ 2019
ພະແນກກົງສູນເປີດໃຫ້ບໍລິການ ວັນຈັນ-ວັນພະຫັດ, 8:00-11:00 ແລະ 14:00-15:30, ວັນສຸກ, 8:00-11:00, ຍົກເວັ້ນວັນພັກລັດຖະການຂອງອາເມລິກາ ແລະ ລາວ. ການໃຫ້ບໍລິການປົກກະຕິທັງໝົດຂອງພະແນກກົງສູນແມ່ນຕ້ອງມີນັດເທົ່ານັ້ນ. ການບໍລິການເງີນບຳນານຂອງລັດຖະບານແມ່ນສາມາດເຂົ້າມາພົວພັນໄດ້ໂດຍກົງໃນທຸກວັນພຸດເວລາ 14:00. ການສອບຖາມຂໍ້ມູນກ່ຽວກັບການໃຫ້ບໍລິການປົກກະຕິຂອງພະແນກກົງສູນສາມາດຕິດຕໍ່ໄດ້ທາງອີເມວທີ່ CONSLAO@STATE.GOV ເທົ່ານັ້ນ. ພວກເຮົາຂໍອາໄພທີບໍ່ສະດວກຕອບຂໍ້ຊັກຖາມຂອງທ່ານທາງໂທລະສັບ. ການບໍລິການກ່ຽວກັບການເຮັດຫນັງສືຜ່ານແດນຫົວໃໝ່ແທນຫົວເກົ່າທີ່ເສຍ ຫຼື ຖືກລັກ, ການຂໍເຮັດຫນັງສືຜ່ານແດນຊົ່ວຄາວດ່ວນ ແມ່ນສາມາດຂໍໄດ້ໃນຊົ່ວໂມງເຮັດວຽກປົກກະຕິ. ການສອບຖາມກ່ຽວກັບວີຊາຖາວອນ ສາມາດເຂົ້າມາສອບຖາມໂດຍກົງໄດ້ໃນທຸກວັນພະຫັດເວລາ 14:00 ຕາມຄີວໃຜລາວ.
ກໍລະນີສຸກເສິນ: ສຳລັບກໍລະນີສຸກເສີນເຊັ່ນ ການເສຍຊີວິດ, ການຖືກຈັບ, ເປັນຜູ້ຖືກເຄາະຮ້າຍທາງອາສະຍະກຳໃດໜື່ງ, ການເຈັບໜັກທີ່ສຸກເສີນ ຫຼື ການເຂົ້າໂຮງໝໍຂອງຄົນສະຫະລັດ, ກະລຸນາຕິດຕໍ່ທີ່ເບີ 021-487-000.
ວັນທີ | ວັນພັກ |
---|---|
ວັນສຸກ 1 ມັງກອນ 2021 | ວັນປີໃໝ່ສາກົນ |
ວັນຈັນ 18 ມັງກອນ 2021 | ວັນ Martin Luther King |
ວັນຈັນ 15 ກຸມພາ 2021 | ວັນ President |
ວັນຈັນ 8 ມີນາ 2021 | ວັນແມ່ຍິງສາກົນ |
ວັນພຸດ 14 ເມສາ 2021 | ວັນສົງການລາວ |
ວັນພະຫັດ 15 ເມາສາ 2021 | ວັນສົງການລາວ |
ວັນສຸກ 16 ເມສາ 2021 | ວັນສົງການລາວ |
ວັນຈັນ 3 ພຶດສະພາ 2021 | ວັນກຳມະກອນ |
ວັນຈັນ 31 ພຶດສະພາ 2021 | ວັນລຳນຶກເຖິງ |
ວັນຈັນ 5 ກໍລະກົດ 2021 | ວັນຊາດ ສະຫະລັດ ອາເມລິກາ |
ວັນອັງຄານ 20 ກໍລະກົດ 2021 | ວັນສະຫະພັນແມ່ຍິງລາວ |
ວັນຈັນ 6 ກັນຍາ 2021 | ວັນແຮງງານ |
ວັນຈັນ 11 ຕຸລາ 2021 | ວັນ Columbus |
ວັນສຸກ 22 ຕຸລາ 2021 | ວັນບຸນຊ່ວງເຮືອ |
ວັນພະຫັດ 11 ພະຈິກ 2021 | ວັນ Veterans |
ວັນສຸກ 19 ພະຈິກ 2021 | ວັນບຸນທາດຫຼວງ |
ວັນພະຫັດ 25 ພະຈິກ 2021 | ວັນ Thanksgiving |
ວັນພະຫັດ 2 ທັນວາ 2021 | ວັນຊາດ |
ວັນສຸກ 24 ທັນວາ 2021 | ວັນ Christmas |
ວັນສຸກ 31 ທັນວາ 2021 | ວັນ New Year’s Eve |