ຜູ້ສ້າງຮູບເງົາ ຈາກ ຮໍລີວູດ ມາແບ່ງບັນປະສົບການ ດ້ານອານິເມຊັນ ທີ່ນະຄອນຫຼວງພະບາງ

ນະຄອນຫຼວງພະບາງ, ສປປ ລາວ:  ໃນລະຫວ່າງວັນທີ 7-12 ທັນວາ 2018, ຜູ້ສ້າງຮູບເງົາຄົນສະຫະລັດອາເມລິກາທີ່ໄດ້ຮັບການຍ້ອງຍໍຊົມເຊີຍ ໄດ້ນໍາພາການຈັດຝຶກອົບຮົມ ຢູ່ທີ່ນະຄອນຫຼວງພະບາງໃຫ້ແກ່ຜູ້ສ້າງ ແລະ ນັກຂຽນບົດຮູບເງົາ ຈາກ 8 ປະເທດ ອາຊີຕາເວັນອອກສຽງໃຕ້. ໂດຍການສະໜັບສະໜູນ ຈາກ ສະຖານທູດສະຫະລັດອາເມລິກາ ປະຈຳ ນະຄອນຫຼວງວຽງຈັນ ແລະ ສຳນັກງານຜູ້ຕາງຫນ້າສະຫະລັດອາເມລິກາປະຈຳອາຊຽນ, ການຝຶກອົບຮົມໃນຄັ້ງນີ້ ຍັງໄດ້ຮັບການຮ່ວມມືໂດຍ ໂຄງການສະແດງຮູບເງົາ ທີ່ມີຊື່ສຽງ ຂອງ ສ. ອາເມລິກາ American Film Showcase (AFS) ເຊິ່ງເປັນໂຄງການແລກປ່ຽນຮູບເງົາທີ່ໄດ້ຮັບທຶນ ຈາກ ລັດຖະບານ ສະຫະລັດອາເມລິກາ.

ງານຟຶກອົບຮົມໃນຄັ້ງນີ້ແມ່ນ ນຳພາໂດຍ ຜູ້ອຳນວຍການສ້າງຮູບເງົາອານິເມຊັນ ທີ່ໄດ້ຮັບຮາງວັນ ອອດສກາ ທ່ານ ອາຣອນ ວອນເນີ Aron Warner  ຜູ້ສ້າງຮູບເງົາອານິເມຊັນເລື່ອງ (Shrek; Shrek 2) ແລະ ນັກສິລະປະ ພັດທະນາດ້ານຮູບພາບ ທ່ານ ອາເທີ ຟົງ Arthur Fong ເຊິ່ງທ່ານໄດ້ເປັນຜູ້ຜະລິດເລື່ອງ (The Croods; Kung Fu Panda 3) ຫຼື ເປັນທີ່ຮູ້ກັນໃນເລື່ອງ ກັງຝູແພນດ້າ 3. ໃນງານຝຶກອົບຮົມຄັ້ງນີ້ຜູ້ເຂົ້າຮ່ວມຍັງຈະໄດ້ລົງມືພາກປະຕິບັດ ແລະ ລົງເລິກເຮັດຕົວຈິງ ເພື່ອທີ່ຈະໄດ້ພັດທະນາທັກສະການເລົ່າເລື່ອງ ໂດຍຜ່ານ ການສ້າງໂຄງສ້າງ ແລະ ການອອກແບບ.   ຜ່ານໂອກາດການຝຶກອົບຮົມໃນຄັ້ງນີ້, ທ່ານ  ວອນເນີ ແລະ ທ່ານ ຟົງ ມີຄວາມຫວັງທີ່ຢາກຈະສະໜັບສະໜູນການເຕີບໃຫ່ຍຂະຫຍາຍໂຕຂອງອຸດສະຫະກຳຮູບເງົາອານິເມຊັນ ໃນຂົງເຂດໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຊ່ວຍໃນການສ້າງເຄືອຂ່າຍໃຫ້ແກ່ຜູ້ສ້າງອານິເມຊັນໃນຂົງເຂດພາກພື້ນນີ້ອີກດ້ວຍ.

ທ່ານ ອາຣອນ ວອນເນີ   ກ່າວວ່າ: ໃນປັດຈຸບັນ ອານິເມຊັນ ແມ່ນມີການເຕີບໃຫຍ່ຂະຫຍາຍຕົວໄວທີ່ສຸດ ໃນຂົງເຂດ ອາຊີ ຕາເວັນອອກສ່ຽງໃຕ້ ແລະ ມີບັນດາບໍລິສັດໃຫຍ່ໆ ທີ່ໄດ້ຜະລິດຜົນງານລະດັບໂລກ. ພວກເຮົາຫວັງວ່າ ຈະມີອີກຫຼາຍໆເລື່ອງທີ່ປາກົດອອກມາສູ່ສາຍຕາສັງຄົມເພື່ອມາເປັນສ່ວນໜຶ່ງຂອງໂລກ ແລະ ສາມາດຖ່າຍທອດແບ່ງປັນກັບບ່ອນອື່ນໆໄດ້ອີກດ້ວຍ.

ທຸກໆຄວາມສຳລັດຂອງຜູ້ສ້າງ ອານິເມຊັນ ຈຳເປັນຕ້ອງມີທັກສະໃນດ້ານການຕະຫຼາດ, ຍ້ອນເຫດຜົນນີ້ ໃນລະຫວ່າງການຝຶກອົບຮົມຄັ້ງນີ້ ອາຣອນ ແລະ ທ່ານ ຟົງ ຈຶ່ງໄດ້ເນັ້ນວິທີການເລືອກຫົວຂໍ້ເລື່ອງທີ່ຈະປະສົບຜົນສຳເລັດທີ່ສຸດເພື່ອທີ່ຈະສາມາດດຶງດູດຜູ້ມາລົງທຶນໄດ້. ການທີ່ໄດ້ເນັ້ນໃຫ້ເຫັນຄວາມສຳຄັນຂອງຕະຫຼາດຮູບເງົາ, ຜູ້ຈັດງານມີຄວາມເຊື່ອແນ່ວ່າ ນີ້ຈະເປັນຜົນດີທີ່ສຸດໃນການປະກອບສ່ວນທາງດ້ານເສດຖະກິດ ໃນຂົງເຂດພາກພື້ນ ແລະ ນຳໄປສູ່ ການເພີ່ມຄວາມສົນໃຈໃນເລື່ອງຕ່າງໆ ຢູ່ຂົງເຂດ ອາຊີຕາເວັນອອກສ່ຽງໃຕ້.

ທ່ານອຳນວຍການ ໂຄງການ AFS ທ່ານ  Rachel Gandin Mark ໄດ້ກ່າວວ່າ: ອຸດສາຫະກຳດ້ານອານິເມຊັນໃນຂົງເຂດພາກພື້ນນີ້ແມ່ນກຳລັງເຕີບໃຫຍ່ໄວທີ່ສຸດ. ການສະໜັບສະໜູນບຸກຄົນທີ່ມີພອນສະຫວັນໃນທ້ອງຖິ່ນຂອງພວກເຮົາແມ່ນຈະນຳໄປສູ່ ການເພີ່ມໂອກາດທາງດ້ານເສດຖະກິດ ແລະ ເປັນການສ້າງເວທີໃນການສະແດງຄວາມຄິດທີ່ສ້າງສັນ.

ນອກຈາກການສຸມໃສ່ ການເລົ່າເລື່ອງໃນຂົງເຂດ ອາຊີຕາເວັນອອກສ່ຽງໃຕ້ແລ້ວ, ຜູ້ດໍາເນີນການຝຶກອົບຮົມ ຍັງຫວັງອີກວ່າການຝຶກອົບຮົມໃນຄັ້ງນີ້ຈະຊ່ວຍໃນການຂະຫຍາຍເຄືອຂ່າຍຜູ້ສ້າງອານິເມຊັນໃນທົ່ວຂົງເຂດອາຊຽນ.

ທ່ານ ຟົງ ຍັງກ່າວຕື່ມອິກວ່າ: ຄວາມຫວັງຂອງພວກເຮົາໃນການຈັດຝຶກອົບຮົມຄັ້ງນີ້ແມ່ນເພື່ອສ້າງຄວາມໝັ້ນໃຈໃຫ້ຜູ້ສ້າງຮູບເງົາໃນການປະດິດຄິດສ້າງຜົນງານຂອງພວກເຂົາ ແລະ ການສ້າງເຄືອຍຂ່າຍຮ່ວມກັນ. ໂອກາດໃນການສ້າງຮູບເງົາ ອານິເມຊັນໃນຂົງເຂດອາຊີຕາເວັນອອກສຽງໃຕ້ ແມ່ນ ກຳລັງມີການຂະຫຍາຍຕົວ. ຂ້າພະເຈົ້າຮູ້ສຶກຮູ້ບຸນຄຸນຕໍ່ກັບທຸກໆຄົນທີ່ເຂົ້າມາເປັນສ່ວນໜຶ່ງໃນອາຊີບຂອງຂ້າພະເຈົ້າ. ດັ່ງນັ້ນ, ນີ້ຈຶ່ງຖືວ່າເປັນຄວາມສຳເລັດຂອງຂ້າພະເຈົ້າ ທີ່ໄດ້ເຫັນຜູ້ສ້າງຮູບເງົາຈາກທົວໂລກທີ່ໄດ້ມີມາສ້າງການພົວພັນເຊື່ອມຕໍ່ ເຊິ່ງກັນ ແລະ ກັນ.

AFS ໄດ້ສົ່ງເສີມ ການມີສ່ວນຮ່ວມລະຫວ່າງປະຊາຊົນຕໍ່ປະຊາຊົນ ໃນການນຳສະເໜີຂໍ້ມູນທີ່ລະອຽດແບບຮ່ວມສະໄໝ ຂອງສັງຄົມ ສະຫະລັດອາເມລິກາ ເພື່ອເປັນການເສີມສ້າງຄວາມເຂົ້າໃຈວັດທະນະທໍາຕ່າງໆ. ໂດຍການເຮັດວຽກຮ່ວມກັນກັບສະຖານທູດສະຫະລັດອາເມກາ, AFS ໄດ້ສົ່ງທີມງານຜູ້ສ້າງຮູບເງົາ ແລະ ຊ່ຽວຊານທາງດ້ານໂທລະພາບ ເພື່ອເຂົ້າຮ່ວມໃນໂຄງການແລກປ່ຽນ ວັດທະນະທໍາ ເພື່ອໃຫ້ມີການສົນທະນາແລກປ່ຽນ ແລະ ສ້າງຄວາມເຂັ້ມແຂງໃຫ້ກັບຊຸ່ມຊົນໃນການເຫຼົ່າເລື່ອງຂອງເຂົ້າເຈົ້າເອງ. ຄວາມພະຍາຍາມດັ່ງກ່າວນີ້ ແມ່ນການນຳເອົາຄວາມຮູ້ ແລະ ທັກສະລະດັບສາກົນ ຈາກຜູ້ສ້າງຮູບເງົາທີ່ມີຊືສຽງຈຳນວນໜຶ່ງໃນທົ່ງໂລກ ເພື່ອມາແບ່ງປັ້ນໃຫ້ແກ່ຜູ້ເຂົ້າຮ່ວມ. AFS ແມ່ນໄດ້ຮ່ວມກັນພະລິດຜົນງານ ກັບໂຮງຮຽນສອນສິລະປະຮູບເງົາ ຂອງ ມະຫາວິທະຍາໄລພາກໃຕ້ຂອງຄາລິຟໍເນຍ.