An official website of the United States government
Official websites use .gov
A .gov website belongs to an official government organization in the United States.
Secure .gov websites use HTTPS
A lock (
) or https:// means you’ve safely connected to the .gov website. Share sensitive information only on official, secure websites.
ຂໍຂອບໃຈທີ່ທ່ານສົນໃຈຢາກເຂົ້າຮ່ວມເຮັດວຽກນໍາສະຖານທູດອາເມລິກາປະຈໍາ ສປປ ລາວ. ເພື່ອເຂົ້າເບິ່ງລາຍການຕໍາແໜ່ງວຽກທີ່ຍັງວ່າງຂອງສະຖານທູດສະຫະລັດອາເມລິກາປະຈໍາ ສປປ ລາວ ແລະ ເພື່ອສະໝັກຜ່ານທາງອອນລາຍ, ກະລຸນາເຂົ້າໄປທີ່ເວັບໄຊຂອງພວກເຮົາ.
ໃບສະໝັກທັງໝົດ ຕ້ອງສົ່ງຜ່ານເວັບໄຊ ERA ເທົ່ານັ້ນຈຶ່ງຈະໄດ້ຮັບການພິຈາລະນາ.
ຫ້ອງການຕິດຕໍ່ພົວພັນຄອບຄົວ ມີທີມງານຊ່ຽວຊານທີ່ເຮັດວຽກເພື່ອຂະຫຍາຍທາງເລືອກການຈ້າງງານ ແລະ ແຫຼ່ງຂໍ້ມູນຂ່າວສານສໍາລັບສະມາຊິກໃນຄອບຄົວ, ທັງພາຍໃນ ແລະ ຕ່າງປະເທດ. ຮຽນຮູ້ເພີ່ມຕື່ມກ່ຽວກັບໂຄງການຂອງພວກເຮົາ ຫຼື ເລີ່ມຕົ້ນການວາງແຜນການຈ້າງງານຂອງທ່ານ.
ຄຸນສົມບັດ 8 ຂໍ້ຂອງການຈ້າງງານໃນທ້ອງຖິ່ນ
ຜູ້ຖືກຈ້າງງານທີ່ຢູ່ຕ່າງປະເທດ ຈະສະແດງໃຫ້ເຫັນລັກສະນະດັ່ງຕໍ່ໄປນີ້ທີ່ຈໍາເປັນສໍາລັບການເປັນສະມາຊິກທີ່ປະສົບຜົນສໍາເລັດຂອງສະຖານທູດສະຫະລັດອາເມລິກາ ຫຼື ພະແນກກົງສຸນ.successful member of the United States Embassy, Consulate, or Mission team.
ບໍ່ວ່າທ່ານຈະກໍາລັງເປັນນັກສຶກສາປະລິນຍາຕີ ຫຼື ຫາກໍຮຽນຈົບ ທີ່ກໍາລັງຊອກຫາໂອກາດການຝຶກງານທີ່ມີປະສິດທິພາບ ຫຼື fellowship ທີ່ສະໜັບສະໜູນນະໂຍບາຍການຕ່າງປະເທດສະຫະລັດອາເມລິກາ, ໂອກາດທີ່ພວກເຮົາກໍາລັງສະເໜີໃຫ້ກັບທ່ານແມ່ນບໍ່ມີຂີດຈໍາກັດ. ທ່ານຈະໄດ້ຮັບໂອກາດໃນການຮຽນຮູ້ຢ່າງເລິກເຊິ່ງກ່ຽວກັບນະໂຍບາຍການຕ່າງປະເທດ ແລະ ການທູດຂອງສະຫະລັດອາເມລິກາ, ຮຽນຮູ້ວຽກງານ ແລະ ທັກສະຄວາມສາມາດໃໝ່ໆໃນຂະນະທີ່ທ່ານກາຍເປັນຜູ້ຕາງໜ້າສະຫະລັດອາເມລິກາໃຫ້ກັບຄົນໃນທົ່ວໂລກ.
ນັກການທູດ ແມ່ນເຈົ້າໜ້າທີ່ໃຫ້ບໍລິການດ້ານວິຊາຊີບຢູ່ຕ່າງປະເທດ ແລະ ຜູ້ຊ່ຽວຊານທີ່ອາໄສຢູ່ໃນສະຫະລັດອາເມລິກາ ທີ່ໃຫ້ຄໍາແນະນໍາກ່ຽວກັບວຽກເຮັດງານທໍາ, ການຝຶກງານ ແລະ fellowship ໃຫ້ກັບນັກສຶກສາ ແລະ ຜູ້ຊ່ຽວຊານພາຍໃນທ້ອງຖິ່ນ. ນັກການທູດທ້ອງທີ່ມາປະຈຳຢູ່ ສປປ ລາວ ສາມາດຕອບຄໍາຖາມ ແລະ ແບ່ງປັນຂໍ້ມູນໃຫ້ກັບບຸກຄົນທີ່ມີຄວາມສົນໃຈກ່ຽວກັບສາຍອາຊີບຢູ່ຕ່າງປະເທດ, ການຝຶກງານ ແລະ fellowship.
ການໃຫ້ບໍລິການວຽກເຮັດງານທໍາຢູ່ຕ່າງປະເທດ
ໜ້າທີ່ຂອງນັກການທູດສະຫະລັດອາເມລິກາໃນການບໍລິການຕ່າງປະເທດ ແມ່ນການຍົກສູງສັນຕິພາບ, ຄວາມຈະເລີນຮຸ່ງເຮືອງ ແລະ ປົກປ້ອງພົນລະເມືອງສະຫະລັດອາເມລິກາ ໃນຂະນະທີ່ສົ່ງເສີມຜົນປະໂຫຍດຂອງສະຫະລັດອາເມລິກາຢູ່ຕ່າງປະເທດ. ຖ້າທ່ານມີຄວາມມັກຮັກໃນການບໍລິການສາທາລະນະ ແລະ ຕ້ອງການເປັນຕົວແທນຂອງສະຫະລັດອາເມລິກາໃນທົ່ວໂລກ, ພວກເຮົາມີອາຊີບທີ່ທ້າທາຍ ແລະ ຄຸ້ມຄ່າລໍຖ້າຖ້າທ່ານຢູ່. ໂອກາດໃນການເຮັດວຽກ ແລະ ຮຽນຮູ້ດ້ານວັດທະນະທໍາ, ຮີດຄອງປະເພນີ ແລະ ປະຊາຊົນຂອງແຕ່ລະຊາດໄປໃນເວລາດຽວກັນ ແມ່ນຖືວ່າເປັນອາຊີບທີ່ແຕກຕ່າງບໍ່ຊ້ໍາໃຜຢ່າງແນ່ນອນ. The work you’ll do will have an impact on the world. You will be asked to serve at one of any of the more than 270 embassies, consulates and other diplomatic missions in The Americas, Africa, Europe and Eurasia, East Asia and Pacific, Middle East and North Africa, and South Asia. Some of these posts are in difficult and even dangerous environments, but working in them affords great challenges and rewards.
ເວລາລັດຖະການ
ວັນຈັນ – ວັນສຸກ, 08:00 – 17:00 ໂມງ, ຍົກເວັ້ນວັນພັກລັດຖະການ
ອີເມວ : VientianeHRHiring@state.gov
ໂທ: +856-21-487-000
ກະລຸນາໂທ: +856-21-487-600 or +1 301 985-8789 ext. 7600
ນອກໂມງລັດຖະການ, ຕິດຕໍ່: +856-21-487-000
ນອກປະເທດ +1 301 985-8789
ສຸກເສີນຕິດຕໍ່ - ສໍາລັບທຸກບ່ອນ ຮັບການແຈ້ງເຕືອນກ່ຽວກັບການເດີນທາງ ການລັກພາຕົວເດັກຂ້າມຊາດ ການຈັບກຸມພົນລະເມືອງສະຫະລັດອາເມລິກາ ການເສຍຊີວິດຂອງພົນລະເມືອງສະຫະລັດອາເມລິກາ ຜູ້ຖືກເຄາະຮ້າຍຈາກອາຊະຍະກໍາ ຊ່ວຍເຫຼືອສຸກເສີນທາງດ້ານການເງິນ