ລັດຖະບານສະຫະລັດອາເມຣິກາ, ມະຫາວິທະຍາໄລ ວິທະຍາສາດແລະສຸຸຂະພາບ ລັດໂອເຣກອນ (OHSU) ແລະ ກະຊວງສາທາລະນະສຸກ ໄດ້ເຊັນສັນຍາ ໃນບົດບັນທຶກຊ່ວຍຈຳ ສອງສະບັບ ໃນວັນທີ 5 ກັນຍາ ວ່າດ້ວຍການກໍ່ສ້າງ ແລະ ນຳໃຊ້ສະຖາບັນໂພຊະນາການລາວ-ອາເມຣິກາ (LANI) ທີ່ ນະຄອນຫຼວງວຽງຈັນ. ສະຖາບັນໂພຊະນາການນີ້ ຈະຊ່ວຍ ໃນການປ້ອງກັນການຂາດສານອາຫານ, ສົ່ງເສີມສຸຂະພາບ ແລະ ຄວາມເປັນຢູ່ທີ່ດີ ຂອງປະຊາຊົນລາວ ໃນທົ່ວປະເທດ.
ມະຫາວິທະຍາໄລ ວິທະຍາສາດແລະສຸຸຂະພາບ ລັດໂອເຣກອນ (OHSU), ຈະໃຫ້ການຝຶກອົບຮົມນັກໂພຊະນາການ ຢູ່ທີ່ສະຖາບັນ ແລະ ໃຫ້ການຊ່ວຍເຫຼືອ ບັນດາຊ່ຽວຊານໃນ ສປປ ລາວ ໃນການຕອບສະໜອງການຄວບຄຸມຫຼັກ ເບື້້ອງຫຼັງການຂາດສານອາຫານ ໃນທົ່ວປະເທດ, ເພື່ອ ປັບປຸງ ສົ່ງເສີມສຸຂະພາບ ແລະ ຄວາມເປັນຢູ່ທີ່ດີ ຂອງປະຊາຊົນລາວ ໃນລຸ້ນຕໍ່ໆມາ.
ພາຍຫຼັງກໍ່ສ້າງສຳເລັດແລ້ວ, ສະຖາບັນໂພຊະນາການລາວ-ອາເມຣິການີ້ ຈະມີຫ້ອງຮຽນ, ຫ້ອງບັນຍາຍ, ຫ້ອງກວດພະຍາດເຂດນອກ, ຫ້ອງປະເມີນຜົນການປີ່ນປົວຄົນເຈັບຂາດສານອາຫານ ແລະ ສິ່ງອຳນວຍຄວາມສະດວກອື່ນໆ ທີ່ກ່ຽວຂ້ອງ. ຢູ່ພາຍໃນອາຄານ, ຍັງລວມມີຫ້ອງສິດສອນ, ຫ້ອງຄົວ ແລະ ຫ້ອງອາຫານ ເພື່ອທີ່ຈະສາທິດກ່ຽວກັບນະວັດຕະກຳຂອງຜະລິດຕະພັນອາຫານ ແລະ ການຄົ້ນຄວ້າ ທາງດ້ານໂພຊະນາການ. ນອກນັ້ນ, ຍັງມີສະຖານທີ່ນຳໃຊ້ໃນການຝຶກອົບຮົມກາງແຈ້ງ ເພື່ອຈຳລອງບັນຍາກາດແບບພື້ນບ້ານ ເພື່ອທີ່ຈະໄດ້ໃຊ້ເຂົ້າໃນການປະເມີນຜົນ ນະວັດຕະກຳ, ທັກສະໃນການກະກຽມ ແລະ ວິທີການເກັບຮັກສາອາຫານ. ອາຄານດັງກ່າວນີ້, ຍັງມີສວນສາທິດຊຸມຊົນ ເພື່ອສະແດງ ແລະ ທົດລອງກ່ຽວກັບ “ສວນຄົວ” ແບບກະສິກຳຍືນຍົງ, ການປູກຝັງລ້ຽງສັດແບບອະນາໄມ, ການສົ່ງເສີມສຸຂະພາບ ແລະ ຮັກສາສິ່ງແວດລ້ວມ.
ຜົນສໍາເລັດໃນການຮ່ວມມືໃນວຽກງານນີ້ ແມ່ນຍາດມາໄດ້ຈາກ 3 ປີຂອງການວາງແຜນແລະການຮ່ວມມືອັນຈິງຈັງ ລະຫວ່າງ ລັດຖະບານສະຫະລັດ ແລະ ສປປ ລາວ. ບັນດາທ່ານ ທີ່ປຶກສາດ້ານວິຊາການແລະຄູອາຈານ, ຈາກມະຫາວິທະຍາໄລ ວິທະຍາສາດແລະສຸຸຂະພາບ ລັດໂອເຣກອນ (OHSU), ແລະ ຈາກ ພາກພື້ນອື່ນໆຈະໃຫ້ການຝຶກອົບຮົມ ໂດຍອີງໃສ່ 85 ປີ ໃນປະສົບການການຝຶກອົບຮົມ ໃຫ້ແກ່ບັນດານັກໂພຊະນາການທີ່ໄດ້ຈົດທະບຽນ. ບັນດາບັນດິດ ທີ່ຈົບຈາກສະຖາບັນໂພຊະນາການ ລາວ-ອາເມລິກາ (LANI) ໃນດ້ານໂພຊະນາການບຳບັດ ແລະ ໂຄງການການຄຸ້ມຄອງໂພຊະນາການຊຸມຊົນ, ຈະອອກໄປເຮັດວຽກຢູ່ໃນລະດັບຊາດ, ແຂວງ, ແລະໂຮງຫມໍຊຸມຊົນ ແລະ ຈະຮ່ວມມືກັບ ບັນດາຜູ້ນໍາຊຸມຊົນໃນທົ່ວ ສປປ ລາວ ເພື່ອແກ້ໄຂການຂາດສານອາຫານ, ຊຶ່ງເປັນບູລິມະສິດ ໃນວຽກງານສາທາລະນະສຸກ ຢູ່ໃນ ສປປ ລາວ. ເຖິງແມ່ນວ່າຄວາມ
ກ້າວຫນ້າທີ່ສໍາຄັນ ໃນການເຮັດໃຫ້ຫຼຸດຜ່ອນການຂາດສານອາຫານໃນປີທີ່ຜ່ານມາສາມາດຍາດມາໄດ້, ແຕ່ວ່າອັດຕາສະເລັ່ຽໂດຍລວມຂອງເດັກເຕັ້ຽແລະສິ່ງເສດເຫຼືອຍັງຄົງຢູ່ໃນ ອັດຕາ 35.6% ແລະ 9.6%, ຕາມລໍາດັບ, ໃນບັນດາເດັກນ້ອຍ ທີ່ມີອາຍຸ ຕ່ຳກວ່າ 5 ປີ.