ໃນວັນທີ 2 ພະຈິກ 2016, ລັດຖະບານສະຫະລັດອາເມຣິກາ, ມະຫາວິທະຍາໄລ ວິທະຍາສາດແລະສຸຸຂະພາບ ລັດໂອເຣກອນ (OHSU) ແລະ ກະຊວງສາທາລະນະສຸກ ໄດ້ເຂົ້າຮ່ວມ ພິທີວາງສີລາລຶກ ສະຖານທີ່ກໍ່ສ້າງ ສະຖາບັນໂພຊະນາການລາວ-ອາເມຣິກາ (LANI) ທີ່ນະຄອນຫຼວງວຽງຈັນ. ທ່ານລັດຖະມົນຕີກະຊວງສາທາລະນະສຸກ ດຣ. ບຸນກອງ ສີຫາວົງ, ທ່ານເອກອັກຄະລັດຖະທູດ ສະຫະລັດອາເມຣິກາ ທ່ານ ນາງຣີນາ ບິດເຕີ ແລະ ທ່ານ ປະທານ ມະຫາວິທະຍາໄລ ວິທະຍາສາດແລະສຸຸຂະພາບ ລັດໂອເຣກອນ, ທ່ານ ໂຈ ໂຣເບິດຊັນ ໄດ້ເຂົ້າຮ່ວມໃນພິທີເຊິ່ງເປັນຂີດໝາຍອັນສຳຄັນໃນຜົນສຳເລັດຂອງການວາງແຜນ ແລະ ການຮ່ວມມືອັນຈິງຈັງໃນໄລຍະ 3 ປີຂອງໃນໂຄງການລະຫວ່າງລັດຖະບານ ສະຫະລັດອາເມຣິກາ ແລະ ສປປ ລາວ.
ທ່ານ ທູດ ຣີນາ ບິດເຕີ ໄດ້ກ່າວວ່າໃນພິທີນີ້ວ່າ: ສະຫະລັດອາເມຣິກາໃຫ້ການຊ່ວຍເຫຼືອໃນດ້ານການກໍ່ສ້າງຕຶກອາຄານ, ສປປ ລາວ ໄດ້ປະກອບສ່ວນທີ່ດິນໃນການປຸກສ້າງ ແລະ ໜຶ່ງໃນມະຫາວິທະຍາໄລທີ່ມີຊື່ສຽງຂອງສະຫະລັດອາເມຣິກາ ທີ່ໄດ້ຊ່ວຍເຫຼືອໃນການໃຫ້ຄວາມຮູ້ ແລະ ສະຖາບັນໂພຊະນາການລາວ-ອາເມຣິກາ(LANI) ແມ່ນໄດ້ສ້າງຕົວແບບຂອງການຮ່ວມມືພັດທະນາ.
ລັດຖະບານສະຫະລັດອາເມຣິກາ ໄດ້ໃຫ້ທຶນຊ່ວຍເຫຼືອປະມານ 4ລ້ານໂດລາສະຫະລັດ ໃນການກໍ່ສ້າງຕຶກອາຄານດັ່ງກ່າວ, ໃນຂະນະທີ່ ມະຫາວິທະຍາໄລ ວິທະຍາສາດແລະສຸຸຂະພາບ ລັດໂອເຣກອນ (OHSU) ຈະເປັນທີ່ປຶກສາທາງດ້ານວິຊາການໃຫ້ແກ່ ສະຖາບັນໂພຊະນາການລາວ-ອາເມຣິກາ (LANI). ໂຄງການດ້ານການສຶກສາຂອງສະຖາບັນນີ້ຄາດວ່າຈະເລີ່ມຕົ້ນໃນປີ 2017, ແລະ ໃນສອງສາມປີຕໍ່ໜ້າພາຍຫຼັງໂຄງການກໍ່ສ້າງສຳເລັດ ສະຖາບັນໂພຊະນາການລາວ-ອາເມຣິການີ້ ຈະມີຫ້ອງຮຽນ, ຫ້ອງບັນຍາຍ, ຫ້ອງກວດພະຍາດເຂດນອກ, ຫ້ອງປະເມີນຜົນການປີ່ນປົວຄົນເຈັບຂາດສານອາຫານ ແລະ ຫ້ອງວິເຄາະການແພດ.
ໃນນາມເປັນທີ່ປຶກສາ ທາງດ້ານເຕັກນິກວິຊາການ ແລະ ຄູອາຈານ, ມະຫາວິທະຍາໄລ ວິທະຍາສາດແລະສຸຸຂະພາບ ລັດໂອເຣກອນ (OHSU) ແລະ ບັນດາຄູ່ຮ່ວມມືໃນພາກພື້ນນີ້, ຈະໃຫ້ການຝຶກອົບຮົມ ຈາກປະສົບການຈິງອັນມີມາຍາວນານໃນຂົງເຂດວຽກງານນີ້ ໃຫ້ແກ່ ບັນດານັກໂພຊະນາການທີ່ໄດ້ຈົດທະບຽນ. ນັກສຶກສາທີ່ຈົບຈາກສະຖາບັນໂພຊະນາການ ລາວ-ອາເມລິກາ ດ້ານໂພຊະນາການບຳບັດ ແລະ ໂຄງການການຄຸ້ມຄອງໂພຊະນາການຊຸມຊົນ, ຈະອອກໄປເຮັດວຽກຢູ່ໃນລະດັບຊາດ, ແຂວງ, ແລະໂຮງຫມໍຊຸມຊົນ ແລະ ຈະຮ່ວມມືກັບ ບັນດາຜູ້ນໍາຊຸມຊົນໃນທົ່ວ ສປປ ລາວ ເພື່ອແກ້ໄຂການຂາດສານອາຫານ, ຊຶ່ງຖືເປັນບູລິມະສິດດ້ານວຽກງານສາທາລະນະສຸກ ຢູ່ໃນ ສປປ ລາວ. ເຖິງແມ່ນວ່າ ໃນປີທີ່ຜ່ານມາຈະມີຄວາມກ້າວຫນ້າຫຼາຍໃນການຫຼຸດຜ່ອນການຂາດສານອາຫານ, ແຕ່ວ່າອັດຕາສະເລັ່ຽໂດຍລວມຂອງເດັກເຕັ້ຽແລະສິ່ງເສດເຫຼືອຍັງຄົງຢູ່ໃນ ອັດຕາ 35.6% ແລະ 9.6%, ຕາມລໍາດັບ, ໃນບັນດາເດັກນ້ອຍ ທີ່ມີອາຍຸ ຕ່ຳກວ່າ 5 ປີ. ສະຖານທູດສະຫະລັດອາເມຣິກາ ແລະ ມະຫາວິທະຍາໄລ ວິທະຍາສາດແລະສຸຸຂະພາບ ລັດໂອເຣກອນ (OHSU) ມີຄວາມພາກພູມໃຈ ທີ່ໄດ້ນຳເອົາ ທຶນຮອນ, ຄວາມຮູ້ ແລະ ປະສົບການອັນຍາວນານ ເພື່ອພັດທະນາດ້ານການສຶກສາ ແລະ ພັດທະນາໃນໜ້າທີ່ວຽກງານ ໃຫ້ແກ່ບັນດາຜູ້ຊ່ຽວຊານ ໃນ ສປປ ລາວ ໃນການຕອບສະໜອງການຄວບຄຸມຫຼັກ ເບື້ອງຫຼັງການຂາດສານອາຫານ ໃນທົ່ວປະເທດ, ເພື່ອ ປັບປຸງ ສົ່ງເສີມສຸຂະພາບ ແລະ ຄວາມເປັນຢູ່ທີ່ດີ ຂອງປະຊາຊົນລາວ ໃນລຸ້ນຕໍ່ໆມາ.