ຮ່າໂນຍ, ຫວຽດນາມ – ນັບຕັ້ງແຕ່ວັນທີ 18 – 22 ກຸມພາ 2019 ທີ່ຜ່ານມາ, ຄະນະການນຳລັດຖະບານ ສປປ ລາວໄດ້ ເດີນທາງໄປທັດສະນະສຶກສາ ທີ່ສະຖາບັນໂພຊະນາການແຫ່ງຊາດທີ່ປະເທດຫວຽດນາມ ເຊິ່ງເປັນສະຖາບັນທີ່ນຳໜ້າທາງ ດ້ານວຽກງານໂພຊະນາການໃນພາກພື້ນ. ການທັດສະນະສຶກສາຄັ້ງນີ້ ແມ່ນເພື່ອຖອດຖອນບົດຮຽນໃນການກຽມ ພ້ອມເປີດນໍາໃຊ້ສະຖາບັນໂພຊະ ນາການແຫ່ງຊາດຂອງສປປລາວ ແລະ ການທັດສະນະດັ່ງກ່າວແມ່ນໄດ້ຮັບການສະໜັບ ສະໜຸນໂດຍລັດຖະບານສະຫະລັດອາເມລິກາ.
ຄະນະດັ່ງກ່າວນຳໂດຍພະນະທ່ານ ຄຳພອນ ພຸດທະວົງ, ຮອງລັດຖະມົນຕີຊ່ວຍວ່າການກະຊວງສາທາລະນະສຸກ ພ້ອມກັບການນຳອາວຸໂສຈຳນວນໜຶ່ງຈາກກະຊວງສາທາລະນະສຸກ ແລະ ກະຊວງພາຍໃນ ໄດ້ຮ່ວມເດີນທາງ ໃນຄັ້ງນີ້. ໃນການເດີນທາງຄັ້ງນີ້, ຄະນະດັ່ງກ່າວໄດ້ເຂົ້າຢ້ຽມຢາມບັນດາພະແນກ, ກົມ ແລະ ສູນຕ່າງໆຂອງສະຖານບັນໂພຊະນາ ການແຫ່ງຊາດປະຈຳຫວຽດນາມຫຼາຍກ່ວາ 15 ແຫ່ງ, ເຊິ່ງພວກເຂົາໄດ້ສັງເກດການຈັດຕັ້ງປະຕິບັດຂອງສະຖາບັນດັ່ງກ່າວ. ການທັດສະນະສຶກສາໃນຄັ້ງນີ້ໄດ້ເປີດໂອກາດໃຫ້ພວກເຂົາໄດ້ແລກປ່ຽນປະສົບການ ແລະ ຖອດຖອນບົດຮຽນ ນຳຊ່ຽວຊານຫວຽດນາມ ເຊິ່ງທັງໝົດນີ້ຈະມີຜົນປະໂຫຍດໃນການເປີດນຳໃຊ້ສະຖາບັນໂພສະນາການແຫ່ງຊາດປະຈຳ ສປປ ລາວ.
ສະຖາບັນໂພຊະນາການແຫ່ງຊາດປະຈຳລາວໄດ້ຮັບການສະໜັບສະໜຸນຈາກລັດຖະບານສະຫະລັດອາເມລິກາໂດຍຜ່ານອົງການພັດທະນາສາກົນສະຫະລັດອາເມລິກາ ຫຼື USAID ແລະ ກະຊວງປ້ອງກັນປະເທດຂອງ ສ. ອາເມລິກາ. ສະຖາບັນດັ່ງກ່າວຈະ ເປັນສ່ວນໜື່ງທີມີຄວາມສຳຄັນໃນການພັດທະນາ ແລະ ຈັດຕັ້ງປະຕິບັດ ວຽກງານໂພຊະນາການໃນຂອບເຂດທົ່ວປະເທດ. ສະຖາບັນດັ່ງກ່າວປະກອບມີແພດນຳໜ້າ, ຊ່ຽວຊານໂພຊະນາການ ແລະ ນັກວິໃຈ ທີ່ສຶກສາ ແລະ ຄົ້ນຄ້ວາຫາວິທີໃໝ່ໆ ເພື່ອຊ່ວຍປ້ອງກັນ ແລະ ປິ່ນປົວພະຍາດການຂາດແຄນສານອາຫານ ແລະ ຊ່ວຍສົ່ງເສີມ ສຸຂະພາບ ແລະ ຊີວິດການເປັນຢູ່ ທີ່ດີກ່ວາໃຫ້ແກ່ປະຊາຊົນລາວບັນດາເຜົ່າ.
ສະຖາບັນໂພຊະນາການແຫ່ງຊາດລາວຖືກສ້າງຂຶ້ນເພື່ອຊ່ວຍຫຼຸດຜ່ອນພະຍາດການຂາດສານອາຫານໃນເດັກນ້ອຍລາວ ເຊິ່ງ 1 ສ່ວນ 3 ຂອງເດັກນ້ອຍລາວແມ່ນມີຄວາມເຕ້ຍກ່ອນເກນອາຍຸເຊິ່ງເປັນເຫດມາຈາກການຂາດສານອາຫານທີ່ຕ້ອງການໃນການ ຈະເລີນເຕີບໂຕທີ່ສົມບູນ.
ທ່ານ ດຣ. ອາເລັກຊານເດຍ ຮູເອຕາ, ຫົວໜ້າຫ້ອງການ USAID ປະຈຳລາວ ກ່າວວ່າ: ການສ້າງຄວາມເຂັ້ມແຂງໃຫ້ແກ່ການ ສຶກສາ ແລະ ວິໃຈກ່ຽວກັບວຽກງານໂພຊະນາການ ລວມທັງ ການບໍລິການສຸຂະພາບແບບເຊື່ອມສານ, ສະຖາບັນນີ້ຈະຊ່ວຍໃຫ້ ສປປລາວ ຕອບໂຕ້ກັບຕົ້ນປາຍສາເຫດຫຼັກທີ່ເຮັດໃຫ້ເກີດບັນຫາພະຍາດການຂາດສານອາຫານເຊັ່ນ: ການໃຫ້ນົມແມ່ຊ້າ ແລະ ຄວາມຫຼາກຫຼາຍຂອງອາຫານທີ່ມີຄວາມຈຳກັດ ເປັນຕົ້ນ. ສະຖານບັນດັ່ງກ່າວ ຈະມີຄວາມສຳຄັນໃນການສົ່ງເສີມ ສຸຂະພາບ ແລະ ຊີວິດການເປັນຢູ່ທີ່ດີໂດຍລວມໃຫ້ແກ່ປະຊາຊົນລາວບັນດາເຜົ່າ.
ອົງການ USAID ໄດ້ໃຫ້ທຶນການສະໜັບສະໜຸນໃນການສ້າງຕັ້ງ ສະຖາບັນໂພຊະນາການແຫ່ງຊາດປະຈຳລາວ ເຊິ່ງເປັນ ໜຶ່ງໃນບູລິມະສິດຂອງລັດຖະບານສະຫະລັດອາເມລິກາໃນການຊ່ວຍເຫຼືອ ສປປລາວ ເພື່ອພັດທະນາຂະແໜງໂພຊະນາການ ໃຫ້ມີຄວາມຍືນຍົງ. ນອກຈາກນີ້, ອົງການ USAID ຍັງໄດ້ຮ່ວມມືກັບລັດຖະບານ ສປປລາວ ເພື່ອສ້າງຄວາມເຂັ້ມແຂງໃຫ້ ແກ່ສະຖານະທາງໂພຊະນາການຂອງແມ່ຍິງ ແລະ ເດັກນ້ອຍ, ຂະຫຍາຍການເຂົ້າເຖິງນໍ້າສະອາດ, ສຸຂາພິບານ ແລະ ສຸຂະອະນາໄມ.
ນອກຈາກວຽກງານໂພຊະນາການແລ້ວ, ການຊ່ວຍເຫຼືອໃນຂະແໜງສຸຂະພາບຂອງອົງການ USAID ຍັງລວມມີ ການປ້ອງກັນ ແລະ ປາບປາມພະຍາດຕິດຕໍ່ທາງເພດສຳພັນ, ພະຍາດຕິດຕໍ່ຕ່າງໆ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ຄົນເສຍອົງຄະໃນລາວ.