ນັກສຶກສາລາວເດີນທາງໄປສຶກສາຕໍ່ຢູ່ສະຫະລັດອາເມລິກາ

From (left to right) Ms. Maniphet Phengsavatdy, Ms. Sengphet Lattanavong, Ms. Pakaiphone Syphoxay, Ambassador Daniel A. Clune, Ms. Manoly Sisavanh, Ms. Souliya Channavong, Ms. Mayouly Phommathansy meet during pre-departure orientation in Vientiane.

ນັກສຶກສາລາວຈຳນວນ6ທ່ານເຊິ່ງໃນນັ້ນ 5 ທ່ານ ຈະໄດ້ເດີນທາງໄປສຶກສາຮຽນຕໍ່ຂັ້ນປະລີນຍາໂທຂອງທຶນ (ຟູລບຣາຍ) ແລະ 1ທ່ານ ຈະໄດ້ໄປຍົກລະດັບວິຊາສະເພາະຂອງທຶນ (ຮາມຟຼີ) ຢູ່ທີ່ສະຫະລັດອາເມລິກາພາຍໃຕ້ທຶນການສຶກສາ Fulbright Program ຂອງກະຊວງການຕ່າງປະເທດແຫ່ງສະຫະລັດ ອາເມລິກາ.

ໃນການພົບປະລະຫວ່າງ ນັກສຶກສາ ກັບ ທ່ານ ແດນນຽວ ຄລູນ (Daniel Clune) ເອກອັກຄະລັດຖະທູດ ສະຫະລັດອາເມລິກາປະຈຳນະຄອນຫຼວງວຽງຈັນ, ທ່ານໄດ້ກ່າວສະແດງຄວາມຊົມເຊີຍກັບບັນດານັກສຶກສາລາວທີ່ໄດ້ປະສົບຜົນສຳເລັດໃນຄັ້ງນີ້້. ທ່ານ ຍັງໄດ້ຊຸກຍູ້ໃຫ້ບັນດານັກສຶກສາຈົ່ງນຳໃຊ້ໂອກາດອັນສຳຄັນທີ່ສຸດນີ້ເພື່ອສ້າງຜົນປະໂຫຍດຕໍ່ການພັດທະນາອາຊີບຂອງພວກເຂົາ ແລະ ຕໍ່ການຮັດແໜ້ນສາຍພົວພັນລະຫວ່າງ ສປປ ລາວ ແລະ ສະຫະລັດອາເມລິກາ.

ທ່ານ ແດນນຽວ ຄລູນ ຍັງໄດ້ກ່າວໂອ້ລົມກັບບັນດານັກສຶກສາທີ່ຈະເດີນທາງຕໍ່ກັບການກະກຽມແຜນການຕ່າງໆໃນການຮຽນຂອງພວກເຂົາ.

ນັກສຶກສາທີ່ໄດ້ທຶນລວມມີ ທ່ານນາງ ມະໂນລີ ສີສະຫວັນ ເຊິ່ງຈະໄປສຶກສາຕໍ່ຂັ້ນປະລິຍາໂທດ້ານການພັດທະນາສາກົນ ຢູ່ມະຫາວິທະຍາໄລ ຄອນແນວ, ນາງ ມານີເພັດ ແພງສະຫວັດດີ ຈະໄປສຶກສາຕໍ່ຂັ້ນປະລິຍາໂທດ້ານການບໍລິຫານຈັດການທຸລະກິດລົງເລິກການສ້າງທຸລະກິດທີ່ຍືນຍົງເພື່ອສັງຄົມຢູ່ທີ່ມະຫາວິທະຍາໄລ ໂຄໂລຣາໂດ, ນາງ ສຸລິຍາ ຈັນນາວົງ ຈະໄປສຶກສາຕໍ່ຂັ້ນປະລິຍາໂທດ້ານ ສາທາລະນະສຸກທີ່ມະຫາວິທະຍາໄລ ມິຊີແກນ, ນາງ ແສງເພັດ ລັດຕະນະວົງ ຈະໄປຕໍ່ຂັ້ນປະລິຍາໂທດ້ານການພັດທະນາສາກົນ ຢູ່ມະຫາວິທະຍາໄລ ອາເມລິກາ, ນາງ ມາຍຸລິ ພົມມາທັນສີ ຈະໄປຮຽນຕໍ່ຂັ້ນປະລິຍາໂທດ້ານການເງິນທີ່ມະຫາວິທະຍາໄລ ອີລີນອຍ-ຊິກຄາໂກ, ແລະ ນາງ ປະກາຍພອນ ສີໂພໄຊ ຈະໄປຮຽນຕໍ່ ຍົກລະດັບວິຊາສະເພາະດ້ານການເງິນການທະນາຄານທີ່ມະຫາວິທະຍາໄລ ບໍສຕັນ ມາຊາຊູແຊັດ. ທຶນການສຶກສາດັ່ງກ່າວກວມລວມເອົາຄ່າທຳນຽມການສິດສອນທຸກຢ່າງ, ປີ້ຍົນໄປກັບ ແລະ ເບ້ຍລ້ຽງຈົນກ່ວາຮຽນຈົບ.

ທ່ານນາງ ມະໂນລີ ສີສະຫວັນ ໜຶ່ງໃນຜູ້ທີ່ໄດ້ຮັບທຶນ Fulbright ໄດ້ກ່າວວ່າ: ຂ້າພະເຈົ້າຮູ້ສຶກເປັນກຽດທີ່ໄດ້ໄປສຶກສາລະດັບປະຣິນຍາໂທດ້ານການພັດທະນາສາກົນ. ຂ້າພະເຈົ້າດີໃຈທີ່ຈະໄດ້ຄົ້ນຄວ້າລົງເລິກບັນຫາການຄຸ້ມຄອງປ່າສະຫງວນ ເນື່ອງຈາກວ່າ ການພັດທະນາເສດຖະກິດໄດ້ກໍ່ໃຫ້ເກີດສິ່ງທ້າທາຍຕໍ່ລະບົບນິເວດທາງທຳມະຊາດ ແລະ ຊີວະນານາພັນໃນປະເທດເຮົາ. ຂ້າພະເຈົ້າຕື່ນເຕັ້ນຫຼາຍໃນການເດີນທາງຄັ້ງນີ້ ແລະ ຈະນຳຄວາມຮູ້ທັງໝົດມາປະກອບສ່ວນໃນການພັດທະນາຕາມທິດຍືນຍົງຂອງ ສປປ ລາວ.

ທຶນການສຶກສາ Fulbright ເປັນທຶນການສຶກສາທີ່ສຳຄັນທີ່ສຸດ ແລະ ເປັນໂຄງການແລກປ່ຽນການສຶກສາ ລະຫວ່າງປະເທດທີ່ສຳຄັນທີ່ສຸດຢູ່ໃນໂລກ ແລະ ທຶນການສຶກສາດັ່ງກ່າວສ້າງຂຶ້ນເພື່ອສ້າງຄວາມເຂົ້າໃຈຮ່ວມກັນລະຫວ່າງປະຊາຊົນຊາວສະຫະລັດ ອາເມລິກາ ແລະ ປະຊາຊົນຢູ່ປະເທດອື່ນໆ. ມີເຈົ້າໜ້າທີ່ລາວເກືອບ 100 ທ່ານ ທີ່ເຄີຍໄດ້ໄປສຶກສາຮຽນຕໍ່ຊັ້ນປະລິນຍາໂທຈາກມະຫາວິທະຍາໄລແຫ່ງຕ່າງໆຂອງສະຫະລັດ ອາເມລິກາ ແລະ ມີເກືອບ 30 ທ່ານ ທີ່ເຄີຍໄດ້ໄປສຶກສາຮຽນຕໍ່ຍົກລະດັບວິຊາສະເພາະຈາກມະຫາວິທະຍາໄລແຫ່ງຕ່າງໆຂອງສະຫະລັດ ອາເມລິກາ  ຜ່ານທຶນການສຶກສາດັ່ງກ່າວນີ້.

ປັດຈຸບັນ, ນິສິດນັກສາລາວຂອງທຶນ Fulbright ດັ່ງກ່າວ ໄດ້ເຮັດວຽກງານໃນຕ່ຳແໜ່ງສຳຄັນຫຼາຍຕ່ຳແໜ່ງໃນອົງການຈັດຕັ້ງຂອງລັດຖະບານ ສປປ ລາວ, ໃນພາກເອກກະຊົນ ແລະ ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ. ສະຖານທູດສະຫະລັດອາເມລິກາ ທີ່ນະຄອນຫຼວງວຽງຈັນ ເປີດຮັບເອົາຟອມສະໝັກເສັ່ງເອົາທຶນການສຶກສາ Fulbright Program ແຕ່ເດືອນມີນາ ຫາ ພຶດສະພາ ຂອງທຸກໆປີ. ນັກສຶກສາທີ່ສົນໃຈສາມາດສົ່ງອີ່ເມລມາໄດ້ທີ່ VientianePublicDiplomacy@state.gov ເພື່ອສອບຖາມຂໍ້ມູນເພີ້ມເຕັມ.