ນັກກົດໝາຍລາວຈຳນວນໜຶ່ງສຳເລັດຫຼັກສູດການຝຶກອົບຮົມພາສາອັງກິດດ້ານກົດໝາຍການຄ້າ ທີ່ໄດ້ຮັບການສະໜັບສະໜູນໂດຍ ອົງການ USAID

ນະຄອນຫຼວງວຽງຈັນ, ສປປ ລາວ – ໃນອາທິດທີ່ຜ່ານມາ, ທ່ານ ນາງ ອາເລັກຊານເດຍ ຮົວຕາ, ຫົວໜ້າຫ້ອງການອົງການພັດທະນາສາກົນແຫ່ງ ສະຫະລັດອາເມລິກາ (USAID) ປະຈຳ ສປປ ລາວ ໄດ້ຮັບຮູ້ ການເຂົ້າຮ່ວມການຝຶກອົບຮົມພາສາອັງກິດກ່ຽວກັບທັກສະການ ຮ່າງ, ວິເຄາະ ແລະ ປັບປຸງເອກະສານດ້ານກົດໝາຍໃຫ້ແກ່ພະນັກງານກະຊວງອຸດສາຫະກຳ ແລະ ການຄ້າ ເປັນເວລາ 5 ອາທິດ. ຫຼັກສູດດັ່ງກ່າວ ຖືກອອກແບບມາສະເພາະພະນັກງານທີ່ເຮັດວຽກຕາງໜ້າໃຫ້ແກ່ ສປປ ລາວ ໃນການເຈລະຈາການຄ້າລະດັບພາກພື້ນ.

ທ່ານ ນາງ ຣົວຕາ ໄດ້ກ່າວຕໍ່ຜູ້ເຂົ້າຮ່ວມການຝຶກອົບຮົມວ່າ: ການສ້າງ ແລະ ການຜັນຂະຫຍາຍປະຊາຄົມເສດຖະກິດອາຊຽນ ໃຫ້ສອດຄ່ອງກັບວິໄສທັດປີ 2020 ຊຶ່ງຈະເຮັດໃຫ້ ມີການເຈລະຈາ,  ຮ່າງ ແລະ ປັບປຸງເອກະສານນິຕິກຳຈຳນວນຫຼາຍ. ພວກເຮົາມີຈຸດປະສົງເພື່ອຈະສະໜັບສະໜຸນ ສປປ ລາວ ເຂົ້າຮ່ວມໃນວຽກງານນີ້ຢ່າງເຕັມສ່ວນ ແລະ ພວກເຮົາ ຫວັງວ່າ ຫຼັກສູດນີ້ ໄດ້ຊ່ວຍໃຫ້ບັນດາທ່ານນຳເອົາຄວາມຮູ້ທີ່ໄດ້ ໄປໝູນໃຊ້ເຂົ້າໃນໜ້າທີ່ວຽກງານຂອງທ່ານຢ່າງເຕັມທີ່.”

ໃນອີກບໍ່ດົນ ບັນດານັກກົດໝາຍ ແລະ ວິຊາການອາວຸໂສດ້ານນະໂຍບາຍການຄ້າ ທີ່ໄດ້ເຂົ້າຮ່ວມຫຼັກສູດການຝຶກອົບຮົມນີ້ ຈະໄດ້ ເຂົ້າຮ່ວມຄະນະເຈລະຈາກ່ຽວກັບສັນຍາການຄ້າສອງຝ່າຍ ແລະ ຫຼາຍຝ່າຍ. ພາຍຫຼັງຫົວໜ້າຄະນະເຈລະຈາ ສຳເລັດການປຶກສາ ຫາລືແລ້ວ ບັນດານັກກົດໝາຍ ແລະ ວິຊາການອາວູໂສເຫຼົ່ານີ້ ຮັບຜິດຊອບກວດກາເອກະສານການເຈລະຈາຂັ້ນສຸດທ້າຍ ເພື່ອໃຫ້ສະທ້ອນເຈຕະນາຂອງຜູ້ເຈລະຈາ ແລະ ພາສາທີ່ນຳໃຊ້ ແລະ ຮູບແບບການຂຽນສັນຍາໃຫ້ມີລັກສະນະສາກົນ. ເອກະສານ ແລະ ການປຶກສາຫາລື ພາຍໃຕ້ການເຈລະຈາ ສ່ວນໃຫຍ່ເປັນພາສາອັງກິດທັງໝົດ. ດັ່ງນັ້ນ, ຂະແໜງການທີ່ກ່ຽວຂ້ອງຂອງລັດ ຈຶ່ງໄດ້ສະເໜີໃຫ້ອົງການ USAID ສະໜັບສະໜູນການຈັດຫຼັກສູດພາສາອັງກິດກ່ຽວກັບການເຈລະຈາການຄ້າດັ່ງກ່າວນີ້.

ຫຼັກສູດດັ່ງກ່າວ ຝຶກສອນໂດຍອາຈານພາສາອັງກິດ ທີ່ເປັນເຈົ້າຂອງພາສາ ແລະມີປະສົບການສູງ. ໃນເວລາຮຽນ ໄດ້ມີການຍົກເອົາ ບັນຫາຕົວຈິງຂຶ້ນມາແລກປ່ຽນ ແລະ ມີການແກ້ຂໍ້ຂ້ອງໃຈໂດຍກົງ. ໃນອາທິດທຳອິດຂອງການຝຶກອົບຮົມ ໄດ້ມີການປະເມີນ ຜູ້ເຂົ້າຮ່ວມກ່ຽວກັບ ເຕັກນິກການຟັງ ແລະ ການປັບປຸງເອກະສານ ແລະ ຄຳສັບວິຊາສະເພາະ. ອີງຕາມຜົນການປະເມີນ ອາຈານ ສອນ ໄດ້ປັບປຸງຫຼັກສູດໃຫ້ສອດຄ່ອງຕາມຄວາມຮຽກຮ້ອງຕ້ອງການສະເພາະຂອງຜູ້ເຂົ້າຮ່ວມ. ນອກຈາກນັ້ນ ຍັງມີການສະແດງ ບົດບາດໃນເຈລະຈາ ແລະ ຫຼິ້ນເກມ ຊຶ່ງຊ່ວຍໃຫ້ຜູ້ເຂົ້າຮ່ວມ ໄດ້ພັດທະນາ ແລະ ນຳໃຊ້ພາສາອັງກິດດ້ານວິຊາສະເພາະ ທີ່ຈຳເປັນ ສຳລັບວຽກງານເຈລະຈາ. ຢູ່ໃນພາກການຟັງ ຜູ້ເຂົ້າຮ່ວມໄດ້ຟັງ ບັນທຶກເຫດການຈຳລອງການເຈລະຈາກ່ຽວກັບການປັບປຸງ ສັນຍາສຳຄັນຂອງປະຊາຄົມເສດຖະກິດອາຊຽນ (AEC). ຢູ່ໃນພາກຄໍາສັບວິຊາສະເພາະ ໄດ້ມີການອອກແບບໃຫ້ສອດຄ່ອງຕາມ ຄວາມຕ້ອງການຂອງຜູ້ເຂົ້າຮ່ວມ ຊຶ່ງເນັ້ນໃສ່ຄຳສັບ ແລະ ແນວຄວາມຄິດດ້ານການຄ້າ. ນອກນັ້ນ ຍັງມີການສອນຮູບແບບ ແລະ ວິທີການຮ່າງນິຕິກຳ ຊຶ່ງເຮັດໃຫ້ຜູ້ເຂົ້ຮ່ວມ ມີໂອກາດຝຶກທັກສະໃໝ່ໆທີ່ໄດ້ຮຽນມາ.

ຫຼັກສູດການຝຶກອົບຮົບ ໄດ້ຮັບການສະໜັບສະໜູນຈາກ ອົງການ USAID ໂດຍຜ່ານ ໂຄງການຮ່ວມມື ລາວ-ສະຫະລັດອາເມລິ ກາເພື່ອການເຊື່ອມໂຍງສາກົນ ແລະ ອາຊຽນ USAID LUNA II (ລຸນາ II). ໂຄງການ USAID LUNA II ເປັນໂຄງການ ທີ່ຊ່ວຍໃຫ້ ສປປ ລາວ ເຊື່ອມໂຍງກັບເສດຖະກິດໂລກຫຼາຍຂຶ້ນ ໂດຍສະໜັບສະໜູນໃຫ້ເຈົ້າໜ້າທີ່ຂອງລັດ ພັດທະນາ ແລະ ຈັດຕັ້ງປະຕິບັດນະໂຍບາຍ ແລະ ລະບຽບການດ້ານເສດຖະກິດທີ່ເໝາະສົມ, ທັນສະໄໝ, ໂປ່ງໃສ ແລະ ກວມລວມ.