ຖະແຫລງການ
ທ່ານ John J. Sullivan
ວ່າການກະຊວງການຕ່າງປະເທດ
ວໍຊິງຕັນ, ດີຊີ
ເມສາ 11, 2018
ໃນນາມຕາງຫນ້າ ລັດຖະບານສະຫະລັດອາເມລິກາ, ຂ້າພະເຈົ້າຂໍອວຍພອນໄຊອັນປະເສີດມາຍັງ ປະຊາຊົນລາວບັນດາເຜົ່າທຸກທົ່ວຫນ້າເນື່ອງໃນໂອກາດວັນສະເຫຼີມສະຫຼອງ ປີໃໝ່ລາວ ໃນວັນທີ 14 ເມສານີ້. ການຮ່ວມມືແບບກວມລວມທັງສອງຝ່າຍຂອງພວກເຮົາໄດ້ສຶບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ເຊິ່ງ ໃນຫວ່າງບໍ່ດົນມານີ້ ທ່ານລັດຖະມົນຕີກະຊວງການຄ້າ ສະຫະລັດອາເມລິກາ ແລະ ຄະນະຜູ້ແທນຂັ້ນສູງສາມທ່ານ ຈາກ ລັດຖະສະພາ ສ.ອາເມລິກາ ໄດ້ມາຢ້ຽມຢາມ ສປປ ລາວ. ສາຍພົວພັນອັນເຂັ້ມແຂງ ແລະ ການເຕີບໃຫຍ່ຂະຫຍາຍຕົວລະຫວ່າງປະຊາຊົນທັງສອງຊາດ, ແລະ ພວກເຮົາຍັງສືບຕໍ່ໃຫ້ການສະໜັບສະໜຸນເປົ້າໝາຍການພັດທະນາຂອງລັດຖະບານ ສປປ ລາວ, ໂດຍສະເພາະການຊ່ວຍເຫຼືອດ້ານວຽກງານການເກັບກູ້ລະເບີດບໍ່ທັນແຕກ ໄດ້ສະແດງໃຫ້ເຫັນເຖີງຄວາມໝາຍໝັ້ນຂອງພວກເຮົາຕໍ່ສາຍພົວພັນອັນຍືນຍົງ ແລະ ມີປະສິດທິຜົນ ກັບ ສປປ ລາວ.
ຂ້າພະເຈົ້າຂໍອວຍພອນໄຊມາຍັງປະຊາຊົນລາວທຸກທົ່ວຫນ້າ ຈົ່ງມີແຕ່ຄວາມຜາສຸກ ແລະ ຄວາມມ່ວນຊື່ນ ໃນຊ່ວງປີໃໝ່ລາວນີ້.