ສປປລາວ ໃຫ້ຄຳໝັ້ນສັນຍາຕໍ່ຄວາມໝັ້ນຄົງດ້ານສຸຂະພາບສາກົນ

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ເດີນໜ້າເພື່ອປ້ອງກັນ, ກວດສອບ ແລະ ຕອບໂຕ້ກັບພະຍາດຕິດຕໍ່ຕ່າງໆໂດຍການພັດທະນາແຜນການ 5 ປີ ດ້ານຄວາມໝັ້ນຄົງສຸຂະພາບສາກົນ GHSA ແລະ ກົດລະບຽບສາກົນດ້ານສາທາລະນະສຸກ IHR ຂອງອົງການອະນາໄມໂລກ. ໂດຍການຊ່ວຍເຫຼືອຂອງລັດຖະບານສະຫະລັດອາເມລິກາ ໂດຍຜ່ານອົງການພັດທະນາສາກົນ USAID, ທີ່ນະຄອນຫຼວງວຽງຈັນ, ກະຊວງສາທາລະນະສຸກ ແລະ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ເຕົ້າໂຮມເອົາບັນດາຜູ້ຕາງໜ້າຫຼາຍກ່ວາ 120 ທ່ານ ຈາກທາງພາກລັດ ແລະ ຄູ່ຮ່ວມພັດທະນາຕ່າງໆ ເພື່ອພັດທະນາແຜນການ 5 ປີ ແຫ່ງຊາດ ເພື່ອພັດທະນາຄວາມອາດສາມາດຂອງນັກວິຊາການໃນລາວ ເພື່ອການປ້ອງກັນ, ກວດສອບ ແລະ ຕອບໂຕ້ກັບພະຍາດຕິດຕໍ່ທີ່ມີທ່າແຮງໃນການແຜ່ລະບາດ.

ສະຫະລັດອາເມລິກາ ແມ່ນ ຄູ່ຮ່ວມພັດທະນາຫຼັກ ແລະ ຜູ້ນຳໃນການພັດທະນາແຜນການສຸຂະພາບສາກົນ GHSA ແລະ ຜູ້ໃຫ້ທຶນຕ່າງໆ, ໄດ້ສະໜັບສະໜຸນລັດຖະບານລາວ ໂດຍການສົ່ງນັກວິຊາການ ໃນການສ້າງ ແລະ ປະຕິບັດແຜນການພັດທະນາ 5 ປີ.

ໃນບົດປາໃສຂອງທ່ານນາງ ອາເລັກຊານເດຣີຍ ຮູເອຕ້າ, ຜູ້ອຳນວຍການອົງການ USAID ປະຈຳລາວ ແລະ ປະທານຮ່ວມກອງປະຊຸມກ່າວວ່າ: ພວກເຮົາຂໍສະແດງຄວາມຍິນດີນຳສປປລາວໃນການເປັນຜູ້ນຳທີ່ຍາວນານໃນການມີຄວາມພ້ອມຕໍ່ໂລກລະບາດ ແລະ ພວກເຮົາຂໍຂອບໃຈຕໍ່ການເປັນຜູ້ນຳໃນການເຮັດວຽກຮ່ວມກັບຫຼາຍພາກສ່ວນໃນການພັດທະນາແຜນການພັດທະນາ 5 ປີ ດ້ານຄວາມໝັ້ນຄົງສຸຂະພາບສາກົນ GHSA. ທ່ານກ່າວຕື່ມວ່າ: ພວກເຮົາຂໍເປັນສ່ວນຮ່ວມໃນຄວາມມຸ້ງໝັ້ນຂອງພວກທ່ານບໍ່ແມ່ນພຽງແຕ່ໃຫ້ສປປລາວກາຍເປັນປະເທດທີ່ມີຄວາມປອດໄພຂຶ້ນ, ສຸຂະພາບດີຂຶ້ນ ແລະ ຈະເລີນຮຸ່ງເຮືອງຂຶ້ນ ແຕ່ ຍັງເປັນປະເທດທີ່ເຂັ້ມແຂງ ແລະ ຢືດຢຸ່ນຂຶ້ນທາງດ້ານສາທາລະນະສຸກໃນເວທີສາກົນ.

ດຣ. ບຸນຫຼາຍ ພົມມະສັກ, ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ແລະ ປະທານຮ່ວມປອງປະຊຸມກ່າວວ່າ: ຄວາມໝັ້ນຄົງທາງດ້ານສຸຂະພາບທີ່ດີຂຶ້ນແມ່ນ ບູລິມະສິດລະດັບຊາດສຳລັບປະເທດລາວ. ການຮ່ວມມືທີ່ດີຂຶ້ນເພື່ອຈັດການກັບໄພຂົ່ມຂູ່ທີ່ມີຄວາມສ່ຽງສູງທາງພາຍໃນ ແລະ ຂ້າມຊາຍແດນຈະຊ່ວຍພັດທະນາຄວາມສາມາດຂອງພວກເຮົາທີ່ຈະບັນລຸເປົ້າໝາຍຂອງ GHSA ແລະ IHR. ດຣ. ສີທອງ ພິພັກຄະວົງ, ຮອງຫົວໜ້າກົມລ້ຽງສັດ ແລະ ການປະມົງ ໄດ້ກ່າວຕື່ມວ່າ: ການປ້ອງກັນສຸຂະພາບຂອງຄົນ, ສັດ ແລະ ສິ່ງແວດລ້ອມ ແມ່ນບັນຫາທ້າທາຍທີ່ໃຫຍ່ຫຼາຍຂອງໂລກໃນປະຈຸບັນ. ແຜນພັດທະນາ GHSA ແມ່ນໂຄງຮ່າງທີ່ສຳຄັນໃນການປະສານງານກັບທຸກພາກສ່ວນ ແລະ ຂ້າມຊາຍແດນເພື່ອຕອບຮັບກັບບັນຫາທ້າທາຍເຫຼົ່ານີ້.

ສປປລາວກຳລັງປະເຊີນໜ້າກັບໄພຂົ່ມຂູ່ທີ່ມີຄວາມສ່ຽງສູງເຊິ່ງລວມມີທັງ ພະຍາດຕິດຕໍ່ຂ້າມຊາຍແດນ ແລະ ພະຍາດທີ່ກຳລັງພົ້ນເດັ່ນທີ່ສາມາດນຳສົ່ງຈາກສັດສູ່ຄົນ ໂດຍສະເພາະແມ່ນໃນຊ່ວງການເຕີມໃຫຍ່ຂະຫຍາຍໂຕ ແລະ ຄວາມກົດດັນຈາກສະພາບແວດລ້ອມ. ຄວາມຊັບຊ້ອນຂອງໄພຂົ່ມຂູ່ທາງສາທາລະນະສຸກເຫຼົ່ານີ້ໄດ້ຮຽກຮ້ອງໃຫ້ມີພື້ນຖານໂຄງລ່າງ, ອຸປະກອນ, ກຳລັງແຮງທີ່ມີສີມືສູງ ແລະ ການປະສານງານລະຫວ່າງບັນດາກະຊວງ, ພາກເອກະຊົນ ແລະ ປະຊາສັງຄົມເພື່ອທີ່ຈະຕອບໂຕ້ຢ່າງມີປະສິດທິພາບ.

ແຜນພັດທະນາແຫ່ງຊາດ 5 ປີ ຂອງ ສປປລາວ ໄດ້ກຳນົດເປົ້າໝາຍທັງໝົດ 19 ປະເພດ ພາຍໃນປີ 2021 ເຊິ່ງລວມມີ ການຕອບໂຕ້ກັບ ການດື້້ຢາຕ້ານເຊື້້ອ, ສ້າງຄວາມເຂັ້ມແຂງການເຝົ້າລະວັງ, ການສ້າງຕັ້ງສູນປະຕິບັດງານສຸກເສີນ, ການຂະຫຍາຍກໍາລັງແຮງທີ່ມີສີມືສູງ ແລະ ການກໍ່ສ້າງເປັນວິທີການທັງຫມົດຂອງລັດຖະບານກັບ ຄວາມປອດໄພທາງຊີວະພາບ. ບາດກ້າວຕໍ່ໄປກ່ອນທີ່ແຜນພັດທະນາດັ່ງກ່າວຈະຖືກນຳໃຊ້ນັ້ນ ແມ່ນ ການຮັບຮອງແຜນການດັ່ງກ່າວຂອງລັດຖະບານ ໂດຍຜ່ານກະຊວງກະສິກຳ ແລະ ປ່າໄມ້ ເຊິ່ງຄາດວ່າຈະເກີດຂຶ້ນໃນຕົ້ນປີ 2017.