ນະຄອນຫຼວງວຽງຈັນ, ສ.ປ.ປ. ລາວ — ທ່ານອຸປະທູດ ສະຖານທູດສະຫະລັດອາເມລິກາ ປະຈຳ ສປປ ລາວ ຈອຍ ຊາກຸໄລ ໄດ້ເຂົ້າຮ່ວມເປັນປະທານຮ່ວມ ກັບ ທ່ານ ດຣ. ສະໜອງ ທອງຊະນະ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ໃນພິທີມອບຮັບໃບຢັ້ງຢືນຈົບຫຼັກສູດອົບຮົມລະບາດວິທະຍາພາກສະໜາມ ລຸ້ນທີ 13. ພິທີດັ່ງກ່າວໄດ້ຈັດຂຶ້ນທີ່ໂຮງແຮມ ຄຣາວພາຊາ ເປັນກຽດເຂົ້າຮ່ວມໂດຍ ທ່ານ ດຣ. ຢິງ ລູ ໂຣ, ຜູ້ຕາງໜ້າອົງການອະນາໄມໂລກ ປະຈຳ ສປປ ລາວ ແລະ ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ, ຫົວໜ້າຫຼັກສູດລະບາດວິທະຍາພາກສະໜາມ ລາວ/ຫົວໜ້າກົມຄວບຄຸມພະຍາດຕິດຕໍ່.
ແຜນງານຫຼັກສູດຝຶກອົບຮົມນັກລະບາດວິທະຍາພາກສະໜາມສະໜັບສະໜຸນໂດຍ ອົງການປ້ອງກັນ ຫຼຸດຜ່ອນໄພຂົ່ມຂູ່ ກະຊວງປ້ອງກັນປະເທດ ສະຫະລັດອາເມລິກາ, ສູນປ້ອງກັນ ແລະ ຄວບຄຸມພະຍາດຕິດຕໍ່ ຂອງສະຫະລັດອາເມລິກາ ແລະ ອົງການອະນາໄມໂລກ ເລີ່ມແຕ່ປີ 2009 ພາຍໃຕ້ການບໍລິຫານຂອງ ກະຊວງສາທາລະນະສຸກ, ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ແລະ ສູນວິເຄາະ ແລະ ລະບາດວິທະຍາ.
“ພວກເຮົາຮູ້ສຶກພູມໃຈທີ່ເຫັນນັກສຶກສາສໍາເລັດການຝຶກອົບຮົມໃນຄັ້ງນີ້ ແລະ ພວກເຂົາກຽມພ້ອມທີ່ຈະຊ່ວຍ ສປປ ລາວ ໃນການຄົ້ນຫາ ແລະ ປ້ອງກັນການລະບາດຂອງພະຍາດໃນອະນາຄົດ,” ກ່າວໂດຍທ່ານອຸປະທູດສະຫະລັດອາເມລິກາ ຊາກຸໄລ.
ແຜນງານຫຼັກສູດຝຶກອົບຮົມນັກລະບາດວິທະຍາພາກສະໜາມມີເປົ້າໝາຍໃນການສ້າງຄວາມເຂັ້ມແຂງຄວາມອາດສາມາດໃນການເຝົ້້າລະວັງ ແລະ ໂຕ້ຕອບກັບພະຍາດຊຶມເຊື້ອຕ່າງໆຢູ່ໃນ ສປປ ລາວ. ມາຮອດປັດຈຸບັນ ໄດ້ສຳເລັດການຝຶກອົບຮົມຫຼັກສູດ 1ປີ ໃຫ້ແກ່ ນັກລະບາດວິທະຍາຈຳນວນ 102 ທ່ານ, ເຊິ່ງໃນນັ້ນຈາກຂັ້ນສູນກາງ 34 ທ່ານ, ຂັ້ນແຂວງ 51 ທ່ານ ແລະ ຂັ້ນເມືອງ 17 ທ່ານ. ແຜນງານດັ່ງກ່າວໄດ້ເຮັດໃຫ້ເຈົ້າໜ້າທີ່ສາທາລະນະສຸກລາວ ສາມາດຄົ້ນຫາ ແລະ ໂຕ້ຕອບກັບພະຍາດລະບາດ ໂດຍສະເພາະແມ່ນ ພະຍາດໂຄວິດ-19 ແລະ ພະຍາດຊຶມເຊື້ອຕ່າງໆ. ນັກສຶກສາລະບາດວິທະຍາພາກສະໜາມມີບົດບາດສຳຄັນຫຼາຍໃນການປະກອບສ່ວນ ຕໍ່ວຽກງານສາທາລະນະສຸກ ໃນວຽກງານກັນ ແລະ ຄວບຄຸມພະຍາດຕິດຕໍ່. ພວກເຂົາໄດ້ສຶກສາຄົ້ນຄວ້າບັນຫາດ້ານສາທາລະນະສຸກໃນປັດຈຸບັນ ແລະ ສະເໜີຂັ້ນນຳໃນການແກ້ໄຂ ແລະ ປັບປຸງມາດຕະການກັນ ແລະ ຄວບຄຸມພະຍາດ. ນັກສຶກສາລະບາດວິທະຍາພາກສະໜາມ ແມ່ນພະນັກງານດ່ານໜ້າ ຫຼື ສະມາຊິກຂອງທີມງານຕອບໂຕ້ໄວ ທີ່ໄດ້ເຮັດວຽກການເຝົ້າລະວັງ, ການສອບສວນກໍລະນີ, ການຄົ້ນຫາກໍລະນີສຳຜັດໃກ້ຊິດ ແລະ ເກັບຕົວຢ່າງຂອງພະຍາດ.
“ຂ້າພະເຈົ້າຮູ້ສຶກດີໃຈຫຼາຍທີ່ແຜນງານຫຼັກສູດຝຶກອົບຮົມນັກລະບາດວິທະຍາພາກສະໜາມມີບົດບາດສຳຄັນໃນການ ພັດທະນາຄວາມອາດສາມາດໃນການເຝົ້້າລະວັງ ແລະ ໂຕ້ຕອບກັບພະຍາດຊຶມເຊື້ອຢູ່ໃນ ສປປ ລາວ. ການຝຶກອົບຮົມນີ້ໄດ້ເຮັດໃຫ້ຜູ້ທີ່ສຳເລັດການສຶກສາໄດ້ຮັບຄວາມຮູ້ ທີ່ເຕັມໄປດ້ວຍທັກສະການປະຕິບັດຕົວຈິງ ໃນການໂຕ້ຕອບ, ເຝົ້າລະວັງ ແລະ ສອບສວນການລະບາດຂອງພະຍາດ”, ກ່າວໂດຍທ່ານ ດຣ. ສະໜອງ, ຮອງລັດຖະມົນຕີກະຊວງສາທາລະນະສຸກ.
“ພິທີສຳເລັດການຝຶກອົບຮົມໃນຄັ້ງນີ້ເປັນຂີດໝາຍທີ່ໜ້າຈົດຈຳອີກຄັ້ງໜຶ່ງຂອງຜົນສຳເລັດໂດຍກະຊວງສາທາລະນະສຸກ ແລະ ຄູ່ຮ່ວມງານຕ່າງໆ ໃນການປັບປຸງຄວາມປອດໄພດ້ານສາທາລະນະສຸກ ແລະ ການຍົກລະດັບຄວາມອາດສາມາດທີ່ສຳຄັນຂອງລະບຽບການດ້ານສາທາລະນະສຸກພາຍໃນ. ຄວາມພະຍາມດັ່ງກ່າວໄດ້ນຳພາໄປສູ່ຜົນສຳເລັດທີ່ປະເທດລາວໄດ້ຮັບມືກັບພະຍາດໂຄວິດ-19 ແລະ ເຫດການສຸກເສີນດ້ານສາທາລະນະສຸກຕ່າງໆ”, ກ່າວໂດຍທ່ານ ດຣ. ຢິງ ລູ ໂຣ, ຜູ້ຕາງໜ້າອົງການອະນາໄມໂລກ ປະຈຳ ສປປ ລາວ.
ໃນປີ 2019 ເຊິ່ງເປັນສ່ວນໜຶ່ງໃນການເປັນຄູ່ຮ່ວມມືແບບກວມລວມລະຫວ່າງ ສ.ອາເມລິກາ ແລະ ສປປ ລາວ, ກະຊວງປ້ອງກັນປະເທດ ສະຫະລັດອາເມລິກາ ແລະ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ສ້າງເປົ້າໝາຍຮ່ວມກັນໃນການປ້ອງກັນດ້ານສຸຂະພາບ ແລະ ເພີ່ມທະວີການຮ່ວມມືທາງການແພດ. ລັດຖະບານສ. ອາເມລິກາ ໄດ້ເຮັດວຽກຮ່ວມກັບອົງການຢູນີເຊັບ (UNICEF) ແລະ ອົງການອະນາໄມໂລກ (WHO) ໃນການຝຶກອົບຮົມແພດໝໍ, ພະຍາບານ, ພະນັກງານດ່ານ ແລະ ນັກວິທະຍາສາດຂອງ ລາວ ເພື່ອຮັບມືກັບຄວາມທ້າທາຍຂອງພະຍາດໂຄວິດ-19.
ການເພີ່ມຄວາມຮູ້ທາງວິຊາການຂອງ ຜູ້ທີ່ສຳເລັດການຝຶກອົບຮົມຄັ້ງນີ້ຈະປະກອບສ່ວນເຂົ້າໃນຂະແໜງສາ ທາລະນະສຸກຂອງລາວ ເຊິ່ງເປັນຜົນສຳເລັດຄັ້ງຫຼ້າສຸດໃນການສ້າງຄວາມອາດສາມາດດ້ານສາທາລະນະສຸກ ແລະ ສ້າງຄວາມເຂັ້ມແຂງໃນການໂຕ້ຕອບກັບເຫດການສຸກເສີນດ້ານສາທາລະນະສຸກໃນ ສປປ ລາວ.