ຜູ້ປະກອບການທີ່ມີແນວຄວາມຄິດປະດິດສ້າງກ່ຽວກັບນະວັດຕະກຳໃໝ່, ທ່ານນາງ ອຸໄລພອນ ສິລິມະສັກ ໄດ້ຖືກຮັບເລືອກໃຫ້ໄປຮ່ວມກອງປະຊຸມສຸດຍອດຜູ້ປະກອບການ ໃນທົ່ວໂລກ The Global Entrepreneurship Summit (GES) ທີ່ ເມືອງ ພາໂລ ອັດໂຕ ລັດຄາລິຟໍເນຍ ໃນວັນທີ 22-24 ຂອງເດືອນມິຖຸນານີ້.
ໂດຍການສະໜັບສະໜູນຈາກສະຖານທູດ ສະຫະລັດ ອາເມລິກາ ທີ່ ນະຄອນຫຼວງວຽງຈັນ, ທ່ານນາງ ອຸໄລພອນ ຜູ້ບໍລິຫານສູນສອນພາສາອັງກິດ (AEC English Center) ຈະໄດ້ຮ່ວມກັບຜູ້ປະກອບການຈຳນວນ 700 ທ່ານທີ່ມາຈາກທົ່ວໂລກ ລວມທັງ ນັກລົງທຶນ, ນັກບັນຍາຍ ແລະ ຜູ້ນຳທ່ານອື່ນໆຈາກຂະແໜງການຕ່າງໆ. ນອກນັ້ນ, ຍັງມີເຈົ້າໜ້າທີລະດັບສູງຈາກ ສະຫະລັດອາເມລິກາ ລວມທັງທ່ານ ປະທານາທິບໍດີ ບາຣັກ ໂອບາມາ ທີ່ຈະໄດ້ຂື້ນກ່າວໃນກອງປະຊຸມຄັ້ງນີ້ດ້ວຍ.
ກອງປະຊຸມໄດ້ໝຸນວຽນມາເປັນຄັ້ງທີ່ 7 ເຊິງກ່ອນໜ້ານີ້ແມ່ນເປັນເຈົ້າພາບໂດຍ ສະຫະລັດອາເມລິກາ ແລະ ລັດຖະບານ Turkey, the United Arab Emirates, Malaysia, Morocco, and Kenya. ການທີ່ກອງປະຊຸມໄດ້ຫວນກັບຄືນມາຈັດທີ່ ສະຫະລັດອາເມລິກາ ແມ່ນເປັນການສະແດງໃຫ້ເຫັນເຖິງຄວາມໝາຍໝັ້ນຂອງ ທ່່ານ ໂອບາມາ ໃນການເປັນຜູ້ເຊື່ອມຕໍ່ຊ່ວຍເຫຼືອພວກເຮົາໃນການຮັບມືກັບສິ່ງທີ່ທ້າທາຍໃນໂລກນີ້ນຳກັນ.
ໃນການເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ທ່ານ ອຸໄລພອນ ໄດ້ກ່າວວ່າ: ຂ້າພະເຈົ້າມີຄວາມຄາດຫັວງສູງຫຼາຍທີ່ຈະເກັບກ່ຽວເອົາຄວາມຮູ້ໃໜ່ໆຈາກຜູ້ນຳລະດັບໂລກ ແລະ ຜູ້ປະກອບການທີ່ມີຊື່ສຽງ ແລະ ຈະໄດ້ນຳເອົາຄວາມຮູ້ດັງກ່າວມາດັດປັບເພື່ອໃຊ້ໃນປະເທດຂອງເຮົາ. ທ່ານໄດ້ກ່າວຕື່ມອິກວ່າ: ຂ້າພະເຈົ້າມີຄວາມສົນໃຈຢາກຮູ້ວ່າເປັນຫັຍງຜູ້ປະກອບການເຫຼົ່ານີ້ຈິງປະສົບຜົນສຳເລັດເຖິງແມ່ນວ່າພວກເພີ່ນຈະເລີມຈາກນ້ອຍໆ.
ທ່ານ ອຸໄລພອນ ແມ່ນເປັນຜູ້ບໍລິຫານ ສູນພາສາອັງກິດ (AEC English Center) ຢູ່ທີ່ບ້ານ ສີວິໄລ,ເມືອງ ໄຊຖານີ, ນະຄອນຫຼວງວຽງຈັນ. ທ່ານໄດ້ເປີດສູນພາສາອັງກິດເປັນເວລາຫຼາຍກ່າວ 1ປີ ແລ້ວ ແລະ ມີນັກສຶກສາຫຼາຍກ່າວ 100 ຄົນ.