ສປປ ລາວ ແລະ ສະຫະລັດອາເມລິກາ ຮ່ວມຫາລືທະວິພາຄີ ຄັ້ງທີ່ 9

ວໍຊິງຕັນດີຊີ ສະຫະລັດອາເມລິກາ – ໃນວັນ ທີ 27 ມີນາ 2019, ສະຫະລັດອາເມລິກາ ແລະ ສປປ ລາວ ໄດ້ຮ່ວມປຶກສາຫາລືທະວິພາຄີ ຄັ້ງທີ 9 ທີ່ວໍຊິງຕັນດີຊີ ເພື່ອສະທ້ອນໃຫ້ເຫັນເຖິງ ສາຍພົວພັນຂອງສອງຊາດ ທີ່ນັບມື້ນັບຂະຫຍາຍໂຕຢ່າງກວ້າງຂວາງ.

ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວ ໄດ້ນຳພາຄະນະຈາກ ສປປ ລາວ ພ້ອມທັງ ທ່ານ ຄຳພັນ ອັ່ນລາວັນ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສ.ອາເມລິກາ ກໍ່ໄດ້ໃຫ້ກຽດເຂົ້າຮ່ວມໃນງານຄັ້ງນີ້.

ທ່ານ Patrick Murphy ຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດປະຈໍາພາກພື້ນອາຊີ ແລະ ປາຊີຟິກ  ແລະ ທ່ານເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ ທ່ານ ນາງ ຣີນາ ບິດເຕີ ໄດ້ນຳພາຄະນະ ພ້ອມທັງ ຜູ້ຕາງຫນ້າ ອາວຸໂສ ຈາກ ກະຊວງປ້ອງກັນປະເທດ, ກະຊວງຄຸ້ມຄອງພົນລະເຮືອນ, ກະຊວງການຄ້າ ແລະ ກະຊວງກະສິກຳ ລວມທັງ ຫ້ອງການຕາງໜ້າການຄ້າ ສ. ອາເມລິກາ ແລະ ອົງການພັດທະນາສາກົນອາເມລິກາ ກໍ່ໄດ້ເຂົ້າຮ່ວມໃນຄັ້ງນີ້.

ໃນການພົບປະຄັ້ງນີ້ ເຈົ້າຫນ້າທີ່ທັງສອງຝ່າຍໄດ້ຕົກລົງເຫັນດີໃນການສືບຕໍ່ເສີມຂະຫຍາຍການຮ່ວມມືແບບກວມລວມ ໃນຖະແຫລງການຮ່ວມວ່າດ້ວຍການຮ່ວມມືແບບກວມລວມໃນປີ 2016 ລະຫວ່າງ ສ.ອາເມລິກາ ແລະ ສປປ ລາວ ພ້ອມທັງໄດ້ຮ່ວມກັນຊອກຫາວິທີທາງໃນການຮ່ວມມືດ້ານຂະແໜງການໃຫມ່ນໍາອີກ.

ເຈົ້າຫນ້າທີ່ ສ.ອາເມລິກາ ໄດ້ປຶກສາຫາລື ກ່ຽວກັບບັນຫາພາກພື້ນ ລວມທັງ ການເສີມຂະຫຍາຍ ການເປີດກວ້າງເສລີ ອິນໂດປາຊິຟິກ,ການຍຶດໝັ້ນຕໍ່ ລັດແຫ່ງກົດໝາຍ ຢູ່ໃນຂົງເຂດທະເລຈີນໃຕ້ ແລະ ຕອບໂຕ້ກັບ ອາສະຍາກຳຂ້າມຊາດ. ຄະນະເຈົ້າຫນ້າທີ່ຈາກ ສ.ອາເມລິ ໄດ້ສະແດງຄວາມຂອບໃຈມາຍັງ ລັດຖະບານ ສປປ ລາວ ໃນການເຮັດບົດບາດຫນ້າທີ່ເປັນຜູ້ປະສານງານໃຫ້ແກ່ ສ.ອາເມລິກາ ກັບ ອາຊຽນ ແລະ ໂດຍສະເພາະ ໃນຄວາມພະຍາຍາມ ໃນການ ເປັນປະທານຮ່ວມ ການເຈລະຈາ ລະຫວ່າງ ສ.ອາເມລິກາ ແລະ ບັນດາປະເທດອາຊຽນໃນວັນທີ 28 ມີນາ. ເຈົ້າຫນ້າທີ່ ຈາກ ສ.ອາເມລິກາ  ຍັງໄດ້ຢໍ້າຄືນອີກເທື່ອຫນຶ່ງ ເຖິງຄວາມສຳຄັນ ຂອງຈຸດສູນກາງອາຊຽນ ແລະ ຄວາມໝາຍໝັ້ນຂອງ ສ.ອາເມລິກາ ຕໍ່ກັບຂອງການຮ່ວມມືສອງຝ່າຍທີ່ເຂັ່ມແຂງບົນພື້ນຖານຄວາມ ເຄົາລົບຕໍ່ອະທິປະໄຕຂອງ ສປປ ລາວ.

ເຈົ້າຫນ້າທີ່ທັງສອງຝ່າຍຍັງໄດ້ປຶກສາຫາລືກ່ຽວກັບການລົງທຶນທາງດ້ານເສດຖະກິດທີ່ມີຄຸນະພາບສູງ, ການພັດທະນາ ພ້ອມທັງ ຊີ້ໃຫ້ເຫັນບັນດາໂອກາດຕ່າງໆເພື່ອທີ່ຈະໄດ້ຂະຫຍາຍວຽກງານທາງດ້ານການຄ້າ ແລະ ທຸລະກິດໃຫ້ນັບມື້ນັບເພີ່ມຂື້ນ. ເຈົ້າຫນ້າທີ່ທັງສອງຝ່າຍຍັງໄດ້ພ້ອມກັນປຶກສາຫາລືກ່ຽວກັບສິດທິມະນຸດ, ການສະໜັບສະໜູນຈາກສະຫະລັດ ສ.ອາເມລິກາ ໃນການເກັບກູ້ລະເບີດທີ່ບໍ່ທັນແຕກ, ສາຍພົວພັນລະຫວ່າງປະຊາຊົນທັງສອງຊາດ ແລະ ຮ່ວມມືກັນເພື່ອຍຸດຕິການຄ້າມະນຸດ, ບັນຫາຢາເສບຕິດ ແລະ ບັນຫາການຄ້າຂາຍສັດປ່າ. ສ.ອາເມລິກາ ແລະ ສປປ ລາວ ຍັງໄດ້ເຫັນພ້ອມກັນວ່າ ການປົກຄອງດ້ວຍລັດແຫ່ງກົດໝາຍ, ບັນດາພົນລະເຮືອນໃນສັງຄົມ ແມ່ນມີບົດບາດຫນ້າທີ່ ອັນສຳຄັນໃນການປົກປ້ອງ ອະທິປະໄຕ, ຄວາມໂປ່ງໃສ່ ແລະ ການຮ່ວມຜົນປະໂຫຍດອັນເທົ່າທຽມກັນທາງດ້ານຄວາມຜາສຸກໃນຂົງເຂດ ອິນໂດຍປາຊິຟິກ.