ລັດຖະບານລາວ ແລະ ລັດຖະບານສະຫະລັດອາເມລິກາ ເປີດໂຕເວັບໄຊປົກປ້ອງຜູ້ຊົມໃຊ້

OLYMPUS DIGITAL CAMERA

ນະຄອນຫຼວງວຽງຈັນ, ສປປ ລາວ ໃນວັນທີ 26 ກຸມພາ 2019, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ເປີດໂຕເວັບໄຊປົກປ້ອງຜູ້ຊົມໃຊ້,​ ເວັບໄຊນີ້ໄດ້ຮັບການສະໜັບສະໜູນຈາກລັດຖະບານສະຫະລັດອາເມລິກາ ໂດຍຜ່ານອົງການ USAID ເພື່ອຊ່ວຍໃຫ້ຜູ້ຊົມໃຊ້ໄດ້ຮັບການປົກປ້ອງຈາກການປະຕິບັດຢ່າງບໍ່ຍຸດຕິທຳ.

ງານເປີດໂຕເວັບໄຊໄດ້ຈັດຂຶ້ນທີ່ ກະຊວງອຸດສາຫະກຳ ແລະ ການຄ້າ ເຊິ່ງຮ່ວມເປັນກຽດຮ່ວມເປີດງານໂດຍ ພະນະທ່ານ ສົມຈິດ ອິນທະມິດ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ບຸນທຽມ ແກ້ວສີພາ, ຫົວໜ້າກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ແພດທິກ ບຣາວເວີ, ຮອງຜູ້ອຳນວຍການອົງການ USAID ພ້ອມກັບຜູ້ເຂົ້າຮ່ວມຈາກພາກລັດ ແລະ ພາກເອກະຊົນຫຼາຍກວ່າ 70 ທ່ານ.

ທ່ານ ແພດທິກ ບຣາວເວີ ກ່າວວ່າ: ເວັບໄຊປົກປ້ອງຜູ້ຊົມໃຊ້ແມ່ນເຄື່ອງມືໃໝ່ອັນໜຶ່ງທີ່ໜ້າຕື່ນເຕັ້ນສຳລັບປະຊາຊົນ ທົ່ວປະເທດ, ຕະຫຼາຍຊື້ຂາຍສິນຄ້າ ແລະ ການບໍລິການທີ່ມີມາດຕະຖານສູງຊ່ວຍເຮັດໃຫ້ຜຸ້ຊົມໃຊ້ຮູ້ສອກຄຸ້ມ ຄ່າກັບເງິນທີ່ເຂົາເຈົ້າຈ່າຍໄປ ແລະ ຍັງເຮັດໃຫ້ເກີດການແຂ່ງຂັນທີ່ເປັນທຳສຳລັບຜູ້ປະກອບການ ແລະ ນັກທຸລະກິດ ທີ່ສະໜອງສິນຄ້າ ແລະ ການບໍລິການໃຫ້ມີຄຸນນະພາບສູງ.

ເວັບໄຊປົກປ້ອງຜູ້ຊົມໃຊ້ແຈ້ງໃຫ້ຜູ້ຊົມໃຊ້ຮັບຮູ້ເຖິງສິດຂອງຕົນ, ມີຂໍ້ມູນທີ່ບອກກ່ຽວກັບການຊື້ສິນຄ້າ ແລະ ການບໍລິການທີ່ປອດໄພ ແລະ ນຳສະເໜີຊ່ອງທາງຮ້ອງທຸກ ໃຫ້ກັບຜູ້ຊົມໃຊ້ ໃນກໍລະນີທີ່ຜູ້ຊົມໃຊ້ ຖືກປະຕິບັດຢ່າງບໍ່ຍຸດຕິທຳ. ໃນເວັບໄຊຍັງເປັນອີກຊ່ອງທາງໜຶ່ງທີ່ສາມາດສົ່ງຄຳຮ້ອງທຸກ ຫຼື ແຈ້ງເບາະແສ ກ່ຽວກັບການປະຕິບັດທີ່ ບໍ່ເໝາະສົມ ຫຼື ບໍ່ເປັນທຳ, ການໂທແຈ້ງຜ່ານສາຍດ່ວນ 1510. ໃນເວັບໄຊຍັງມີວິດີ ໂອກ່ຽວກັບວຽກງານປົກປ້ອງຜູ້ຊົມໃຊ້ ທີ່ສະໜັບສະໜູນໂດຍ ອົງການ USAID, ທີ່ສະແດງໃຫ້ເຫັນວ່າຜູ້ຊົມ ໃຊ້ສາມາດປົກປ້ອງໂຕເອງໄດ້.

ລັດຖະບານສະຫະລັດອາເມລິກາ ສະໜັບສະໜູນການສ້າງເວັບໄຊ ໂດຍຜ່ານ ໂຄງການ USAID LUNA II, ເພື່ອຊ່ວຍ ສປປ ລາວ ເຊື່ອມໂຍງເຂົ້າໃນຕະຫຼາດໂລກ ໂດຍສະໜັບສະໜູນ ລັດຖະບານ ສປປ ລາວ ໃນການສ້າງ ແລະ ຈັດຕັ້ງປະຕິບັດ ບັນດານະໂຍບາຍ ແລະ ລະບຽບການໃຫ້ມີຄວາມໂປ່ງໃສ, ມີປະສິດທິພາບ ແລະ ສອດຄ່ອງກັບມາດຕະຖານສາກົນ.

ທ່ານສາມາດເຂົ້າເບິ່ງເວັບໄຊໄດ້ທີ່ www.lcp.gov.la.