ການຮ່ວມມືລະຫວ່າງ ສປປ ລາວ ແລະ ສະຫະລັດອາເມລິກາເພື່ອປ້ອງກັນການແພ່ລະບາດຂອງເຊື້ອພະຍາດ ວຽງຈັນ, ສປປ ລາວ

Experts examine livestock to help track diseases.

ໃນມື້ນີ້, ທາງກະຊວງກະສິກຳແລະປ່າໄມ້ໄດ້ປະກາດໂຄງການຊ່ວຍເຫລືອໃໝ່ທີ່ໄດ້ຮັບທຶນສະໜັບສະໜູນຈາກ ສະຫະລັດອາເມລິກາເພື່ອຊ່ວຍເຫລືອກ່ຽວກັບການລະບຸພະຍາດທີ່ມີແນວໂນ້ມວ່າຈະຕິດຕໍ່ຈາກສັດມາສູ່ຄົນ.

ພາຍໃຕ້ບັນທຶກເພື່ອຄວາມເຂົ້າໃຈທີ່ເຊັນໂດຍເຈົ້າໜ້າທີ່ຝ່າຍລາວ ແລະ ຜູ້ຕາງໜ້າຈາກອົງການພັດທະນາສາກົນຂອງປະເທດສະຫະລັດອາເມລິກາ (USAID), ໂດຍທີມງານຈະເລີ່ມເກັບຕົວຢ່າງຈາກສັດປ່າ, ສັດລ້ຽງ ແລະ ຄົນໃນແຂວງຈຳປາສັກພາຍໃນປີນີ້. ເຊິ່ງການຮ່ວມມືຄັ້ງນີ້ແມ່ນບົດບາດສຳຄັນ ແລະ ບາດກ້າວໃໝ່ໃນການລະບຸເຊື້ອພະຍາດວ່າມີການຕິດຕໍ່ກັນດ້ວຍວິທີໃດໂດຍຜ່ານການເກັບກຳຕົວຢ່າງຈາກຄົນ, ສັດລ້ຽງ ແລະ ສັດປ່າທີ່ມີການສຳຜັດກັນຢ່າງໃກ້ຊິດ.

ທ່ານ ນາງ ເບັດ ເພຈ, ຜູ້ອຳນວຍການໃຫຍ່ຂອງອົງການພັດທະນາສາກົນຂອງປະເທດສະຫະລັດອາເມລິກາປະຈຳພາກພື້ນອາຊີ ກ່າວວ່າ: ໂຄງການເຫລົ່ານີ້ໃນ ສປປ ລາວ ແລະ ທົ່ວໂລກໄດ້ຊ່ວຍໃຫ້ພວກເຮົາມີຄວາມເຂົ້າໃຈຫລາຍຂຶ້ນກ່ຽວກັບການເກີດຂຶ້ນຂອງເຊື້ອພະຍາດ. ດັ່ງນັ້ນ, ພວກເຮົາຈິ່ງໄດ້ມີການປັບປຸງຍຸດທະສາດປ້ອງກັນການລະບາດແລະຫລຸດຜ່ອນຄວາມສ່ຽງທີ່ຈະນຳໄປສູ່ການລະບາດໃຫຍ່”.

ທ່ານຍັງໄດ້ກ່າວຕື່ມອິກວ່າ: ການຄຸ້ມຄອງຄົນແລະສັດລ້ຽງໃຫ້ປອດໄພຈາກໂລກລະບາດຍັງເປັນການປັບປຸງການດຳລົງຊີວິດໃນເຂດຊົນນະບົດ ແລະ ຍັງເປັນການຮັບປະກັນທາງດ້ານສະບຽງອາຫານ ແລະ ຊ່ວຍສະໜັບສະໜູນເສດຖະກິດໃຫ້ເຂັ້ມແຂງອີກດ້ວຍ.

ຢູ່ໃນ ສປປ ລາວ, ໂຄງການຂອງ USAID, ເຊິ່ງຈັດຕັ້ງປະຕິບັດໂດຍ Metabiota Inc, ຮ່ວມມືກັບກົມລ້ຽງສັດແລະການປະມົງ, ຫໍວິໄຈພະຍາດສັດ, ສູນວິເຄາະແລະລະບາດວິທະຍາແຫ່ງຊາດ, ແລະ ອົງການອາຫານແລະການກະເສດແຫ່ງສະຫະປະຊາຊາດ, ເພື່ອຈັດຕັ້ງປະຕິບັດລະບົບເຝົ້າລະວັງພະຍາດທີ່ຕິດຕໍ່ຈາກສັດສູ່ຄົນ

ໂດຍຜ່ານການເຮັດວຽກຮ່ວມກັບລັດຖະບານ 31 ປະເທດຢູ່ ທະວີບ ອາຟຣິກາ, ອາຊີ ແລະ ຕາເວັນອອກກາງ, ລວມທັງລັດຖະບານແຫ່ງ ສປປ ລາວ, ໂຄງການທີ່ໄດ້ຮັບການສະໜັບສະໜູນຈາກສະຫະລັດອາເມລິກາໄດ້ເຮັດວຽກເພື່ອກວດສອບແລະປ້ອງກັນການກະຈາຍຂອງພະຍາດທີ່ມີແນວໂນ້ມທີ່ຈະນຳໄປສູ່ການລະບາດໃຫຍ່ເຊິ່ງສາມາດສົ່ງຜ່ານລະຫວ່າງສັດແລະຄົນໄດ້.