ການຮ່ວມມືກັນຂອງທີມງານຈາກຝ່າຍສະຫະລັດອາເມລິກາ ແລະ ສປປ ລາວ ໃນຫວ່າງບໍ່ດົນມານີ້ໄດ້ສຳເລັດການຄົ້ນຫາທະຫານອາເມລິກາທີ່ສູນຫາຍໃນຊ່ວງສົງຄາມອິນດູຈີນ. ສະມາຊິກຈຳນວນ 53ທ່ານຈາກ ສະຫະລັດອາເມລິກາ ແລະ 15ທ່ານ ຈາກ ສປປ ລາວ ໄດ້ທຳການຂຸດຄົ້ນສີ່ຈຸດທີ່ເຮືອບິນເກີດອຸບັດຕິເຫດຢູ່ທີ່ແຂວງ ຫົວພັນ, ຊຽງຂວາງ ແລະ ແຂວງຄຳມ່ວນ.
ໃນວັນທີ 16 ນີ້, ສະຫະລັດອາເມລິກາ ແລະ ສປປ ລາວ ໄດ້ຈັດພິທີມອບຮັບສິ່ງເສດເຫຼືອຂອງທະຫານຂື້ນທີ່ສະໜາມບິນສາກົນວັດໄຕ, ນະຄອນຫຼວງວຽງຈັນ. ໃຫ້ກຽດເປັນປະທານໃນພິທີໂດຍທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານເອກອັກຄະລັດຖະທູດ ແດນຽວ ຄລູນ ເພື່ອລະນຶກເຖິງການຄົ້ນພົບສິ່ງເສດເຫຼືອກ່ອນທີ່ຈະຖືກສົ່ງໄປສະຫະລັດອາເມລິກາເພື່ອທຳການວິໃຈທາງດ້ານກົດໝາຍ. ພາຍຫຼັງສຳເລັດການພິສູດຄັ້ງສຸດທ້າຍແລ້ວ, ສິ່ງເສດເຫຼືອດັ່ງກ່າວຈະໄດ້ຖືກນຳສົ່ງໄປຫາຄອບຄົວຂອງພວກເຂົາ.
ນັບຕັ້ງແຕ່ປີ1985 ເປັນຕົ້ນມາ, ສະຫະລັດອາເມລິກາ ແລະ ສປປ ລາວ ໄດ້ປະຕິບັດພາລະກິດຮ່ວມກັນປະມານ 141ຄັ້ງ ທີ່ ສປປ ລາວ. ນັບຕັ້ງແຕ່ເລີ່ມຕົ້ນການຮ່ວມມືຢູ່ທີ່ພາກສະໜາມ, ທັງສອງຝ່າຍໄດ້ຄົ້ນພົບສິ່ງເສດເຫຼືອຂອງທະຫານອາເມລິກາຈຳນວນທັງໝົດ 273 ກໍລະນີ ແລະ ທີມງານຍັງສືບຕໍ່ເຮັດວຽກຮ່ວມກັນໃນການຄົ້ນຫາສິ່ງເສດເຫຼືອທີ່ຍັງຫາຍສາບສູນອິກຈຳນວນ 301ກໍລະນີ. ພາລະກິດດັງກ່າວນີ້ໄດ້ສ້າງຄວາມເຊື່ອໝັ້ນອັນສູງສຸດລະຫວ່າງ ສະຫະລັດອາເມລິກາ ແລະ ສປປລາວ.