ຂະນະທີທ່ານປະທານາທິບໍດີ ບາຣັກ ໂອບາມາ ເດີນທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄັ້ງປະຫວັດສາດ ເພື່ອສ້າງສາຍພົວພັນເສດຖະກິດລະຫວ່າງສະຫະລັດ ແລະ ລາວໃຫ້ສືບຕໍ່ຂະຫຍາຍຕົວ. ໃນວັນທີ 5 ກັນຍາ, ບໍລິສັດ ໄມໂຄຼຊອບ, ກະຊວງສຶກສາທິການ ແລະ ກິລາ ແລະ ກະຊວງໄປສະນີ ແລະ ໂທລະຄົມມະນາຄົມ ໄດ້ຕົກລົງຮ່ວມມືໃນໂຄງການສ້າງທັກສະດ້ານນະວັດຕະກໍາ.
ການຮ່ວມມື ຈະຊ່ວຍນັກສຶກສາ ແລະ ຜູ້ປະກອບການຂອງລາວ ສາມາດເຂົ້າເຖິງ ບັນດາຫຼັກສູດການຝຶກອົບຮົມ ໂດຍນຳໃຊ້ເຕັກໂນໂລຊີຄລາວລ້າສຸດ ຂອງໄມໂຄຼຊອບ (cloud technology) ໃນຫົວຂໍ້ຕ່າງໆເຊັ່ນ: ເຕັກໂນໂລຊີ, ວິສະວະກໍາ, ບັນຊີ ແລະ ພາສາອັງກິດ. ການຝຶກອົບຮົມຂອງໄມໂຄຼຊອບ ແມ່ນສະໜອງໃຫ້ໂດຍບໍ່ເສຍຄ່າໃຊ້ຈ່່າຍ ໃຫ້ໄວໜຸ່ມລາວຜູ້ທີ່ຕ້ອງການສ້າງທັກສະ ແລະ ຄວາມຮູ້ທີ່ຈໍາເປັນເພື່ອສາມາດແຂ່ງຂັນໃນປະຊາຄົມອາຊຽນ ທີ່ມີການເຊື່ອມໂຍງເພີ່ມຂຶ້ນ.
ທ່ານເອກອັກຄະລັດທະທູດ ແດນຽວ ເອ ຄລູນ ເປັນເຈົ້າພາບໃຫ້ແກ່ ທ່ານ Michele Simmons, ຜູ້ຈັດການທົ່ວໄປສໍາລັບຕະຫຼາດໃໝ່ ຂອງບໍລິສັດໄມໂຄຼຊອບປະຈຳຂົງເຂດອາຊີປາຊີຟິກ, ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາ ແລະ ກິລາ ແລະ ທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີກະຊວງໄປສະນີ ແລະ ໂທລະຄົມມະນາຄົມ ເຂົ້າຮ່ວມໃນການຮ່ວມມືຄັ້ງໃໝ່ນີ້. ພ່າຍໃນສອງປີທີ່ຜ່ານມາ, ໄດ້ມີໄວໜຸ່ມຫຼາຍກ່າວ 26 ລ້ານຄົນທີ່ເຂົ້າຮ່ວມຫຼັກສູດທີ່ຄ້າຍຄືກັນເຊິ່ງໄດ້ມີຢູ່ 18 ປະເທດ, ອີງຕາມຂໍ້ມູນຈາກ ໄມໂຄຼຊອບ.
ສັນຍາໃໝ່ນີ້ ແມ່ນເກີດຂຶ້ນໃນໄລຍະທີ່ທ່ານປະທານາທິບໍດີ ບາຣັກ ໂອບາມາ ເດີນທາງມາຢ້ຽມຢາມ ສປປ ລາວ ຄັ້ງປະຫວັດສາດ. ທ່ານເປັນປະທານາທິບໍດີສະຫະລັດອາເມລິກາເປັນຜູ້ທໍາອິດທີ່ໄດ້ເດີນທາງມາ ສປປ ລາວ. ການຮ່ວມມືເພີ່ມຂຶ້ນໃນພາກເອກະຊົນລະຫວ່າງສະຫະລັດ ແລະ ລາວ ແມ່ນສ່ວນໜື່ງຂອງການຮ່ວມມືທີ່ນັບມື້ນັບເພີ່ມຂຶ້ນ ເຊິ່ງລວມມີຂະແໜງການຊ່ວຍເຫຼືອພັດທະນາ, ການແລກປ່ຽນວັດທະນະທໍາ, ການຮ່ວມມືດ້ານການບັງຄັບໃຊ້ກົດໝາຍ, ໂຄງການດ້ານສິ່ງແວດລ້ອມ ແລະ ພະລັງງານ ແລະ ການພົວພັນລະດັບສູງລະຫວ່າງສອງລັດຖະບານ.