ໃນວັນທີ1 ພະຈິກ, ເອກອັກຄະລັດຖະທູດສະຫະລັດອາເມຣິກາຜູ້ໃຫມ່ທີ່ໄດ້ຮັບການແຕ່ງຕັ້ງມາປະຈຳຢູ່ ສປປ ລາວ, ທ່ານ ຣີນາ ບິດເຕີ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ປະທານປະເທດແຫ່ງ ສປປ ລາວ ທ່ານ ບຸນຍັງ ວໍລະຈິດ ທີ່ສຳນັກງານປະທານປະເທດ. ໃນຊ່ວງທີ່ທ່ານໄດ້ມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ, ທ່ານມີຄວາມໝາຍໝັ້ນທີ່ຈະຍົກລະດັບການເປັນຄູ່ຮ່ວມມືແບບກວມລວມລະຫວ່າງ ສປປ ລາວ ແລະ ສະຫະລັດອາເເມລິກາ ພາຍຫຼັງທີ່ ປະທານາທິບໍດີ ທ່ານ ບາຣັກ ໂອບາມາ ແລະ ປະທານປະເທດ ທ່ານ ບຸນຍັງ ວໍລະຈິດ ໄດ້ປະກາດໃນເດືອນ ກັນຍາທີ່ຜ່ານມາ.
ເອກເອັກຄະລັດຖະທູດ ຣີນາ ບິດເຕີ, ໜຶ່ງໃນນັກການທູດອາວຸໂສ ທີ່ມີປະສົບການຫລາຍກວ່າ 20 ປີ ລວມທັງຢູ່ ວໍຊິງຕັນ ແລະ ຕ່າງປະເທດ. ກ່ອນໜ້ານີ້, ເອກເອັກຄະລັດຖະທູດ ບິດເຕີ ເປັນຫົວໜ້າກົງສຸນໃຫຍ່ຂອງສະຫະລັດ ອາເມລິກາ ປະຈຳຢູ່ ໂຮ່ຈິມິນ, ປະເທດຫວຽດນາມ. ນອກຈາກນັ້ນ, ເພິ່ນຍັງໄດ້ເປັນຫົວໜ້າສູນປະຕິບັດການຂອງກະຊວງການຕ່າງປະເທດ, ເປັນສູນກຽມພ້ອມຮັບມື ແລະ ຄຸ້ມຄອງໄພພິບັດ. ຢູ່ວໍຊິງຕັນ, ເພິ່ນໄດ້ປະຈຳການຢູ່ກອງເລຂາລັດຖະມົນຕີ ແລະ ທັງໄດ້ເປັນຜູ້ຊ່ວຍພິເສດຂອງທ່ານລັດຖະມົນຕີກະຊວງການຕ່າງປະເທດຂອງ ສ. ອາເມລິກາ ຄໍລິນ ໂພແວວ. ຫລາຍສະຖານທີ່ ທີ່ເພິ່ນເຄີຍໄປປະຈຳການລວມມີ: ອັມມານ, ລອນດອນ, ເມືອງ ແມັກຊິໂກ ແລະ ໂບໂກຕາ. ເອກເອັກຄະລັດຖະທູດ ບິດເຕີແມ່ນເຕີບໃຫຍ່ຢູ່ ດາລັສ.