ອົງການ USAID ໄດ້ປະກາດມອບທຶນເພີ່ມ 2.4ລ້ານໂດລາເພື່ອພັດທະນາການສຶກສາຂັ້ນພື້ນຖານໃນສປປລາວ. ທຶນດັ່ງກ່າວຈະໄດ້ປະກອບສ່ວນເຂົ້າໃນໂຄງການ ບີຄວາ2. ໂຄງການບີຄວາ2 ເຊິ່ງເປັນໂຄງການ4ປີ ຮ່ວມມືກັບລັດຖະບານ ອົດສະຕາລີ ທີ່ເຮັດວຽກຮ່ວມກັບກະຊວງສຶກສາທິການແລະກິລາໃນການປັບປຸງຜົນການຮຽນການສອນໂດຍເນັ້ນໃສ່ເດັກນ້ອຍດ້ອຍໂອກາດໃນລາວ. ທຶນນີ້ຍັງຈະຊ່ວຍມອບປຶ້ມແບບນິທານ, ອຸປະກອນສື່ການຮຽນການສອນແບບມີສ່ວນຮ່ວມ ແລະ ການພັດທະນາຄວາມອາດສາມາດຂອງບັນດາຄູອາຈານໃນທົ່ວປະເທດ. ອ່ານເພີ່ມເຕີມ»
ວັນຍຸງໂລກ
ທ່ານຮູ້ບໍ່ວ່າ ຍຸງເປັນພາຫະນຳໂລກຕ່າງໆ? ເນື່ອງໃນວັນຍຸງໂລກ, ພວກເຮົາສະເຫຼີມສະຫຼອງການຮ່ວມມືຜ່ານຊາຍແດນໃນການຕ້ານກັບພະຍາດທີ່ມີຍຸງເປັນພາຫະ. ທີມງານທີ່ມີທັກສະສູງ (ນັກວິທະຍາສາດທີ່ສຶກສາເລື່ອງຍຸງ) ຈາກປະເທດໄທ ແລະ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມກ່ຽວກັບທັກສະ ແລະ ເຄື່ອງມືລ່າສຸດທີ່ຈຳເປັນໃນການສະໜັບສະໜູນເປົ້າໝາຍໃນຂົງເຂດພາກພື້ນໃນການກຳຈັດໄຂ້ມາເລເລຍ. ກອງປະຊຸມດັ່ງກ່າວ ຈັດໂດຍ Thai Division of Vector-Borne Diseases (DVBD) ພ້ອມກັບ ສຳນັກງານຮ່ວມມືລະຫວ່າງປະເທດແຫ່ງປະເທດໄທ (TICA) ແລະ U.S. President’s Malaria Initiative (PMI), ທີ່ນຳພາໂດຍອົງການພັດທະນາສາກົນປະເທດສະຫະລັດອາເມລິກາ (USAID) ແລະ ຈັດຕັ້ງປະຕິບັດຮ່ວມກັບສູນຄວບຄຸມ ແລະ ປ້ອງກັນພະຍາດແຫ່ງສະຫະລັດອາເມລິກາ (CDC). #WorldMosquitoDay #EndMalaria ກົດທີ່ນີ້ ເພື່ອອ່ານເພີ່ມເຕີມ ອ່ານເພີ່ມເຕີມ»
ສ.ເມລິກາ ແລະ ນອກແວ ເພີ່ມທຶນຊ່ວຍເຫຼືອລ້າ ມູນຄ່າຫຼາຍກວ່າ 20,8 ລ້ານ ໂດລາສະຫະລັດ ໃນໂຄງການ ສໍາຫຼວດ ແລະ ກວດກູ້ ລບຕ ຢູ່ແຂວງພາກໃຕ້ ສປປ ລາວ
ລັດຖະບານ ສະຫະລັດອາເມລິກາ ແລະ ລັດຖະບານນອກແວ ສືບຕໍ່ຄຳໝັ້ນສັນຍາທີ່ມີມາແຕ່ຍາວນານ ໃນການສະໜັບສະໜູນຂະແໜງການກວດກູ້ລະເບີດທີ່ບໍ່ທັນແຕກ (ລບຕ) ໃນ ສປປ ລາວ, ໂດຍມອບທຶນຊ່ວຍເຫຼືອລ້າ ຫຼາຍກວ່າ 20,8 ລ້ານ ໂດລາສະຫະລັດ ໃຫ້ແກ່ ອົງການຊ່ວຍເຫຼືອລ້າຂອງປະຊາຊົນນອກແວ (ອົງການ ເອັນພີເອ) ເພື່ອສະໜັບສະໜູນໃນການປະຕິບັດງານ ສໍາຫຼວດ ແລະ ເກັບກູ້ລະເບີດບໍ່ທັນແຕກ ໃນ 4 ແຂວງພາກໃຕ້ ສປປ ລາວ. ໃນວັນທີ 29 ມະຖຸນາ 2023, ກະຊວງການຕ່າງປະເທດ ສປປ ລາວ ໄດ້ອອກຂໍ້ຕົກລົງອະນຸມັດ ບົດບັນທຶກຄວາມເຂົ້າໃຈ (MOU), ມີຜົນສັກສິດນັບແຕ່ວັນທີໄດ້ຮັບອະນຸມັດ ຈົນເຖິງ ວັນທີ 31 ຕຸລາ 2024. ພາຍໃຕ້ບົດບັນທຶກຄວາມເຂົ້າໃຈສະບັບນີ້, ອົງການ ເອັນພີເອ ຈະໄດ້ເພີ່ມຂີດຄວາມສາມາດໃນການສໍາລວດ ແລະ ກວດກູ້ ເປັນສອງເທົ່າ ແລະ ຈະໄດ້ມີການດໍາເນີນກິດຈະກໍາການໂຄສະນາສຶກສາຄວາມສ່ຽງໄພ ລບຕ ໃນແຂວງອັດຕະປື, ... ອ່ານເພີ່ມເຕີມ»
ກອງປະຊຸມເສວະນາ ຍານພາຫະນະໄຟຟ້າຄັ້ງທີ 2 ກະຕຸ້ນການຮ່ວມມືເພື່ອພະລັງງານທີ່ສະອາດໃນອະນາຄົດ
ນະຄອນຫຼວງວຽງຈັນ, ວັນທີ 11 ກໍລະກົດ 2023 – ອະນາຄົດຂອງການຂະຫຍາຍຕົວແບບຍືນຍົງຂອງຍານພາ ຫະນະໃນລາວ ຖືເປັນສິ່ງທີ່ຫລາຍພາກສ່ວນໃຫ້ຄວາມສົນໃຈ ຈຶ່ງກໍ່ໃຫ້ເກີດມີການຈັດກອງປະຊຸມເສວະນາຍານພາຫະນະໄຟຟ້າ ຄັ້ງທີ 2 ເຊິ່ງມີຜູ້ເຂົ້າຮ່ວມຈາກຫຼາຍພາກສ່ວນເປັນຕົ້ນ ບັນດາພາກສ່ວນຜູ້ປະກອບການນຳຫນ້າທາງອຸດສາຫະກຳ, ຜູ້ປະກອບການລຸ້ນໃຫມ່ທີ່ມີຫົວຄິດປະດິດສ້າງ ແລະ ພາກສ່ວນວາງແຜນນະໂຍບາຍ. ໂດຍການສະໜັບສະໜູນ ຈາກ ອົງການພັດທະນາສາກົນຂອງສະຫະລັດອາເມລິກາ (USAID) ກອງປະຊຸມເສວະນານີ້ ແມ່ນຈັດຂື້ນ ໂດຍການເປັນເຈົ້າພາບຂອງ ກະຊວງພະລັງງານ ແລະ ບໍ່ແຮ່ ຮ່ວມມືກັບ ສະມາຄົມອຸດສາຫະກຳຍານພາຫະນະລາວ. ແລະ ກອງປະຊຸມເສວະນາດັ່ງກ່າວ ແນໃສ່ຊຸກຍູ້ນະວັດຕະກໍາຍານພາຫະນະໄຟຟ້າ ໃນລາວ ແລະ ການປູທາງໄປສູ່ອະນາຄົດສີຂຽວ ແລະ ຍືນຍົງ ເພື່ອຮັບມືກັບວິກິດການຈາກການປ່ຽນແປງດິນຟ້າອາກາດ. ສືບເນື່ອງມາຈາກ ກອງປະຊຸມຄັ້ງທໍາອິດໃນປີທີ່່ຜ່ານມາ, ກອງປະຊຸມເສວະນາຍານພາຫະນະໄຟຟ້າໃນລາວ ສ້າງເວທີສົນທະນາ ໃຫ້ແກ່ທຸກພາກສ່ວນໃນອຸດສາຫະກຳຍານພາຫະນະ ໂດຍສະເພາະລົດໄຟຟ້າ ເພື່ອປຶກສາຫາລື ແລກປ່ຽນຄິດເຫັນ ແລະ ຂໍ້ມູນຂ່າວສານ ເພື່ອສ້າງຄວາມເຂົ້າໃຈ ແລະ ເປົ້າໝາຍຮ່ວມກັນ. ກອງປະຊຸມເສວະນາ ປະກອບມີຫົວຂໍ້ສົນທະນາ ທີ່ຕິດພັນກ່ຽວກັບ ອຸດສາຫະກຳພາຫະນະ ... ອ່ານເພີ່ມເຕີມ»
ອົງການ USAID ຊ່ວຍເສີມສ້າງຄວາມເຂັ້ມເເຂງຂອງ ສປປ ລາວ ໃນການເກັບຮັກສາວັກຊີນເພື່ອຊ່ວຍຮັບມືກັບພະຍາດໂຄວິດ -19
ນະຄອບຫຼວງວຽງຈັນ, ວັນທີ 7 ມິຖຸນາ 2023 – ໃນມື້ນີ້, ສະຫະລັດອາເມລິກາ ໂດຍຜ່ານ ອົງການ USAID ໄດ້ມອບອຸປະກອນລະບົບຄວາມເຢັນເພື່ອເກັບຮັກສາວັກຊີນ (cold chain) ແລະ ອຸປະກອນໄອທີ ໃຫ້ແກ່ ກະຊວງ ສາທາລະນະສຸກ ແຫ່ງ ສປປ ລາວ, ຊື່ງເປັນຂິດໝາຍອັນສຳຄັນໃນການຮ່ວມມື ລະຫວ່າງ ທັງສອງປະເທດ ໃນວຽກງານສັກວັກຊີນກັນພະຍາດ ໂຄວິດ-19 ແລະ ດ້ານ ສາທາລະນະສຸກ. ເຖິງວ່າ ກໍລະນີຜູ້ຕິດເຊື້ອ ໂຄວິດ-19 ໃນ ສປປ ລາວ ໄດ້ຫຼຸດລົງກໍ່ຕາມ, ພະຍາດດັ່ງກ່າວ ຍັງເປັນໄພຄຸກຄາມດ້ານສາທາລະນະສຸກ ເເລະ ຕໍ່ການດໍາລົງຊີວິດຂອງປະຊາຊົນ ແລະ ການພັດທະນາດ້ານ ເສດຖະກິດ-ສັງຄົມ ຂອງປະເທດ. ນອກນັ້ນ, ຄວາມເປັນໄປໄດ້ນັ້ນຂອງການເເພ່ລະບາດຢ່າງຮາຍເເຮງອິກຄັ້ງຂອງພະຍາດ ໂຄວິດ-19 ນັ້ນຍັງເປັນສາຍເຫດທີ່ ສປປ ລາວ ຕ້ອງເພີ່ມທະວີຄວາມສາມາດ ໃນການຈັດເກັບວັກຊີນ ແລະ ການສັກວັກຊີນ ... ອ່ານເພີ່ມເຕີມ»