ຂ່າວ ແລະ ກິດ​ຈະ​ກຳ​ຕ່າງໆ

ສ. ອາເມລິກາ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມຈັດງານວິຊາການເນື່ອງໃນໂອກາດວັນຊັບສິນທາງປັນຍາໂລກ

ໃນວັນທີ 25 ເມສາ ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ, ສະຖານທູດສະຫະລັດອາເມລິກາ ປະຈໍານະຄອນຫຼວງວຽງຈັນ ແລະ ກະຊວງການຕ່າງປະເທດ ແຫ່ງສະຫະລັດອາເມລິກາ ໄດ້ໃຫ້ການສະໜັບສະໜຸນຈັດກອງປະຊຸມທາງດ້ານວິຊາການ ກ່ຽວກັບແມ່ຍິງ ແລະ ຊັບສິນທາງປັນຍາ (IP) ພາຍໃຕ້ຫົວຂໍ້ ການສະເຫຼີມສະຫຼອງນະວັດຕະກຳ ແລະ ຫົວຄິດປະດິດສ້າງເພື່ອສົ່ງເສີມການປົກປ້ອງຄວາມເປັນມືອາຊີບທາງດ້ານຄວາມຄິດສ້າງສັນ ແລະ ອຳນວຍຄວາມສະດວກໃຫ້ແກ່ການຮ່ວມມືລະຫວ່າງຜູ້ທີ່ມີຄວາມຄິດສ້າງສັນ ຢູ່ ສປປ ລາວ. ຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ (ກອຄ) ທ່ານ ສັນຕິສຸກ ພູນສະຫວັດ, ປະທານສະມາຄົມຫັດຖະກຳລາວ, ທ່ານ ນາງ ສຸວິຕາ ປະເສີດ, ແລະ ຫົວໜ້າພະແນກ ການເມືອງ ແລະ ເສດຖະກິດ ແຫ່ງສະຖານທູດສະຫະລັດອາເມລິກາ, ທ່ານ ແດນ ໂອຮາຣາ ໄດ້ໃຫ້ກຽດເປັນປະທານຮ່ວມກອງປະຊຸມດັ່ງກ່າວ. ໃນນັ້ນກໍ່ໄດ້ມີການນຳສະເໜີກ່ຽວກັບຫົວຂໍ້ຕ່າງໆ ໂດຍຜູ້ຕາງໜ້າຈາກກົມຊັບສິນທາງປັນຍາ, ສູນສິລະປະພື້ນເມືອງ ແລະ ຊົນເຜົ່າແຂວງຫຼວງພະບາງ (TAEC) ... ອ່ານເພີ່ມເຕີມ»

ສ.ອາເມລິກາ ແລະ ສປປ ລາວ ແລກປ່ຽນບົດຮຽນກ່ຽວກັບວຽກງານຕ້ານການຄ້າມະນຸດ

ນະຄອນຫຼວງວຽງຈັນ, ສປປ ລາວ — ທ່ານຮອງທູດ ແຊ່ເນິນ ແຟໂຣ ຈາກສະຖານທູດສະຫະລັດ ປະຈໍາ ສປປ ລາວ ແລະ ທ່ານ ພັນເອກ ລັດສະໝີ ໄຊຍະຄໍາ, ຫົວໜ້າກົມຕໍາຫຼວດສະກັ້ດກັ້ນ ແລະ ຕ້ານການຄ້າມະນຸດ ທັງເປັນຫົວໜ້າຫ້ອງການກອງເຂລາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ເປັນປະທານຮ່ວມ ກອງປະຊຸມແລກປ່ຽນບົດຮຽນ ກ່ຽວກັບວຽກງານຕ້ານການຄ້າມະນຸດ ໃນວັນທີ 17, ມີນາ. ງານດັ່ງກ່າວ ປະກອບດ້ວຍ ການນໍາສະເໜີກ່ຽວກັບບົດລາຍງານການຄ້າມະນຸດ ຈາກ ຫ້ອງການຕິດຕາມ ແລະ ຕ້ານການຄ້າມະນຸດ ຂອງ ສະຫະລັດ ອາເມລິກາ ຢູ່ເມືອງ ວໍຊິງຕັນ ດີຊີ ແລະ ພາບລວມການຄ້າມະນຸດ ແລະ ຄວາມຄືບໜ້າວຽກງານການຕ້ານການຄ້າມະນຸດ ຢູ່ ສປປ ລາວ ນໍາສະເໜີໂດຍກອງເຂລາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ. ກອງປະຊຸມແລກປ່ຽນບົດຮຽນ ກ່ຽວກັບວຽກງານຕ້ານການຄ້າມະນຸດ ແມ່ນກິດຈະກໍາທໍາອິດ ທີ່ສະຖານທູດ ແລະ ກອງເຂລາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ໄດ້ຈັດຮ່ວມກັນ ແລະ ... ອ່ານເພີ່ມເຕີມ»

ຖະແຫລງການ ອູແກຣນ

ເປັນເວລາຄົບໜື່ງປີນັບຕັ້ງແຕ່ການເລີ້ມການບຸກໂຈມຕີຢູເຄຣນຢ່າງເຕັມຮູບແບບຂອງລັດເຊຍ ໜື່ງປີກ່ອນ, ຄວາມໜັ້ນຄົງໃນທົ່ວໂລກຖືກສັ່ນສະເທືອນຢ່າງໝັກ ເມື່ອລັດເຊຍເລີ່ມເຮັດສົງຄາມຢ່າງເຕັມຮູບແບບກັບຢູເຄຣນ. ການບຸກລຸກຢູເຄຣນຂອງລັດເຊຍເຮັດໃຫ້ພວກເຮົາທຸກຄົນຕັ້ງຄໍາຖາມວ່າ: ໂລກຈະກັບໄປສູ່ການປົກຄອງທີ່ໂຫດຮ້າຍຫຼືບໍ່, ຫຼື ສະມາຊິກຂອງອົງການສະຫະປະຊາຊາດສາມາດປົກປ້ອງຫຼັກການກົດບັດຂອງຕົນຫຼືບໍ່, ແລະ ນໍາເອົາລະບຽບກົດໝາຍກັບຄືນມາສູ່ການພົວພັນສາກົນ? ການຮັບປະກັນຄວາມໝັ້ນຄົງສໍາລັບປະເທດທີ່ຕ້ອງການສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງ ຫຼາຍກວ່າຄວາມໂຫດຮ້າຍ ແລະ ສົງຄາມ ຍັງຈະມີຢູ່ບໍ່? ໃນຕອນເຊົ້າຂອງວັນທີ 24 ກຸມພາ 2022, ມີກຳລັງພົນຂອງທະຫານປະມານ 150,000 ຄົນ, ສະຫະພັນລັດເຊຍບຸກຢູເຄຣນ, ສົ່ງກອງກຳລັງຂ້າມຊາຍແດນ ແລະ ຂີປະນາວຸດລູກສອນໄຟໃສ່ເມືອງຫຼວງຄຽບ (Kyiv). ນັບແຕ່ນັ້ນມາ, ກອງທະຫານລັດເຊຍໄດ້ສັງຫານ ແລະ ເຮັດໃຫ້ພົນລະເຮືອນບາດເຈັບຫຼາຍກວ່າ 200,000 ຄົນ, ລວມທັງເດັກນ້ອຍຫຼາຍກວ່າ 1,000 ຄົນ. ພວກເຂົາໄດ້ສ້າງຄວາມເສຍຫາຍ ຫຼື ທຳລາຍພື້ນຖານໂຄງລ່າງ, ລວມທັງເຮືອນ, ໂຮງໝໍ, ໂຮງຮຽນ, ອາຄານທາງສາດສະໜາ ແລະ ສະຖານທີ່ວັດທະນະທຳ, ລວມທັງບອ່ນທີ່ຂື້ນທະບຽນໂດຍອົງການ UNESCO. ໜ່ວຍງານບັງຄັບໃຊ້ກົດໝາຍຂອງຢູເຄຮນ ກຳລັງສືບສວນອາຊະຍາກຳສົງຄາມ ແລະ ອາຊະຍາກຳການບຸກລຸກຂອງລັດເຊຍ 70,000 ຄະດີ ... ອ່ານເພີ່ມເຕີມ»

ປະເທດສະຫະລັດອາເມລິກາຊ່ວຍສົ່ງເສີມວຽກງານສຸຂະພາບແມ່ ແລະ ເດັກ ແລະ ໂພຊະນາການ ຢູ່ໃນ ສປປ ລາວ

ນະຄອນຫຼວງວຽງຈັນ, ວັນທີ 3 ກຸມພາ 2023 – ອົງການພັດທະນາສາກົນ ປະເທດສະຫະລັດອາເມລິກາ (USAID) ໄດ້ເປີດຕົວໂຄງການໃໝ່ທີ່ມີໄລຍະເວລາ 5 ປີ ເພື່ອສ້າງຄວາມເຂັ້ມແຂງດ້ານວຽກງານສຸຂະພາບແມ່ ແລະ ເດັກ ແລະ ໂພຊະນາການ. ໂຄງການດັ່ງກ່າວຈະຖືກຈັດຕັ້ງປະຕິບັດໂດຍສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ ເຈເອສໄອ (JSI) ຮ່ວມກັບ ກະຊວງສາທາລະນະສຸກ ແລະ ຈະຈັດຕັ້ງປະຕິບັດຢູ່ໃນ 24 ເມືອງ ຂອງ 5 ແຂວງຄື: ແຂວງຜົ້ງສາລີ , ອຸດົມໄຊ, ສະຫວັນນະເຂດ, ສາລະວັນ ແລະ ເຊກອງ. ທ່ານ ດຣ ພອນປະເສີດ ອຸນາພົມ, ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກະຊວງສາທາລະນະສຸກ ພ້ອມດ້ວຍ ທ່ານ Brian Mulligan, ຫົວໜ້າໂຄງການເຈເອສໄອ ໄດ້ຮ່ວມເຊັນບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ ​(MOU) ໂດຍການເຂົ້າເປັນປະທານ ແລະ ... ອ່ານເພີ່ມເຕີມ»

ເອກອັກຄະລັດຖະທູດ ສ. ອາເມລິກາ ແລະ ລັດຖະມົນຕີ ລົງນາມຕໍ່ສັນຍາ ໂຄງການຄູສອນພາສາອັງກິດ

ນະຄອນຫຼວງວຽງຈັນ, ສປປ ລາວ — ໃນວັນທີ 28 ທັນວາ 2022 ທີ່ນະຄອນຫຼວງວຽງຈັນ, ສະຖານທູດສະຫະລັດອາເມລິກາ ປະຈຳລາວ ແລະ ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ໄດ້ຮ່ວມລົງນາມ ເຊັນສັນຍາຮ່ວມມືໂຄງການຄູສອນພາສາອັງກິດ ໃນໄລຍະເວລາ3ປີ (2022 – 2025) ເພື່ອນຳເອົາຜູ້ຊ່ວຍຄູສອນພາສາອັງກິດ ຈຳນວນ 12 ທ່ານ ແລະ ຜູ້ຊ່ຽວຊານທາງດ້ານພາສາອັງກິດ ຈຳນວນ 5 ທ່ານຈາກສະຫະລັດອາເມລິກາ ເພື່ອມາສິດສອນ ໃນ ສປປ ລາວ. ຜູ້ຊ່ວຍຄູສອນພາສາອັງກິດ ແລະ ຜູ້ຊ່ຽວຊານທາງດ້ານພາສາອັງກິດ ເຊິ່ງເປັນເຈົ້າຂອງພາສາ ຈະໄດ້ປະກອບສ່ວນໂດຍກົງໃນຫ້ອງຮຽນໃນແຕ່ລະວັນ, ຊ່ວຍປັປປຸງແລະພັດທະນາຫຼັກສູດການຮຽນການສອນ, ສົ່ງເສີມຜູ້ທີ່ສິດສອນ ຢູ່ໃນ ສປປ ລາວ ລວມໄປເຖິງຄູອາອາຈານທີ່ສອນພາສາອັງກິດ ແລະ ນັກສຶກສາ. ຂໍ້ຕົກລົງສະບັບນີ້ໄດ້ຮັບການສຶບຕໍ່ສັນຍາຈາກ ການໂຄງການ Fulbright English Teaching Assistant ... ອ່ານເພີ່ມເຕີມ»