ຂ່າວ ແລະ ກິດ​ຈະ​ກຳ​ຕ່າງໆ

ອົງການ USAID ແລະ WHO ມອບອຸປະກອນການແພດ ມູນຄ່າ 2 ລ້ານໂດລາສະຫະລັດ ເພື່ອຮັບມືກັບພະຍາດໂຄວິດ-19

ວັນທີ 15 ພະຈິກ 2022, ນະຄອນຫຼວງວຽງຈັນ, ສປປ ລາວ: ມື້ນີ້ ທີ່ນະຄອນຫຼວງວຽງຈັນ, ດຣ. ປີເຕີ ເອັມ. ເຮມ໋ອນ,  ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ ແລະ ດຣ. ຢູ ລີ ປາກ, ຮັກສາການແທນຜູ້ຕາງໜ້າອົງການອະນາໄມໂລກ ໄດ້ມອບອຸປະກອນການແພດ ມູນຄ່າ 2 ລ້ານ ໂດລາສະຫະລັດ ໃຫ້ແກ່ ທ່ານ ດຣ. ໄພວັນ ແກ້ວປະເສີດ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ. ອຸປະກອນດັ່ງກ່າວ ປະກອບມີ ອຸປະກອນການປ້ອງກັນພະຍາດ ແລະ ອຸປະກອນການແພດ, ຢາ, ຊຸດກວດພະຍາດໂຄວິດ–19, ອົກຊີແຊນ, ຄອມພິວເຕີ ແລະ ແທັບເລັດ, ເຊິ່ງເປັນສ່ວນໜຶ່ງຂອງການສະໜັບສະໜູນຢ່າງຕໍ່ເນື່ອງຂອງ ອົງການພັດທະນາສາກົນ ສະຫະລັດອາເມລິກາ (USAID) ແລະ ອົງການອະນາໄມໂລກ (WHO) ໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ...
ອ່ານເພີ່ມເຕີມ»

ສ.ອາເມລິກາ ແລະ ສປປ ລາວ ຫາລືການພົວພັນຮ່ວມມືແບບກວມລວມສອງຝ່າຍ ຄັ້ງທີ 10

ໃນວັນທີ 14 ຕຸລາ 2022, ສະຫະລັດອາເມລິກາ ແລະ ສປປ ລາວ ໄດ້ຈັດກອງປະຊຸມປຶກສາຫາລືຮ່ວມມືສອງຝ່າຍແບບກວມລວມ ທີ່ ນະຄອນຫຼວງວຽງຈັນ ໂດຍໄດ້ປຶກສາຫາລືເຖິງທິດທາງໃນການຂະຫຍາຍຂອບການຮ່ວມມືຂອງສອງຝ່າຍ. ຄະນະຜູ້ແທນຝ່າຍ ສປປ ລາວ ນຳໂດຍ ທ່ານ ບຸນເຫຼືອ ພັນດານຸວົງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ໃນຂະນະທີ່ ຄະນະຜູ້ແທນຝ່າຍ ສະຫະລັດ ແມ່ນນຳພາໂດຍ ທ່ານ ແດນຽວ ຄຣິດເຕິນບຣິ້ງ, ຜູ້ຊ່ວຍລັດຖະມົນຕີຕ່າງປະເທດ ຊີ້ນຳຂົງເຂດວຽກງານ ອາຊີຕາເວັນອອກ ແລະ ປາຊີຟິກ ແລະ ທ່ານ ປີເຕີ ເຮມ໋ອນ, ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ. ທັງສອງຝ່າຍໄດ້ຢໍ້າຄືນ ເຖິງຄວາມໝາຍໝັ້ນທີ່ຈະຂະຫຍາຍການຮ່ວມມືລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ ພາຍໃຕ້ຂອບການເປັນຄູ່ຮ່ວມມືແບບກວມລວມ  ເຊິ່ງໄດ້ປະກາດຢ່າງເປັນທາງການທີ່ ນະຄອນຫຼວງວຽງຈັນ ລະຫວ່າງການຢ້ຽມຢາມ ສປປ ລາວ ຂອງ ອະດີດປະທານນາທິບໍດີ ...
ອ່ານເພີ່ມເຕີມ»

ສປປ ລາວ ຊົມເຊີຍຜົນສຳເລັດ ຂອງນັກສຶກສາລະບາດວິທະຍາພາກສະໜາມ 8 ທ່ານ

ນະຄອນຫຼວງວຽງຈັນ, ສ.ປ.ປ. ລາວ — ທ່ານອຸປະທູດ ສະຖານທູດສະຫະລັດອາເມລິກາ ປະຈຳ ສປປ ລາວ ຈອຍ ຊາກຸໄລ ໄດ້ເຂົ້າຮ່ວມເປັນປະທານຮ່ວມ ກັບ ທ່ານ ດຣ. ສະໜອງ ທອງຊະນະ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ໃນພິທີມອບຮັບໃບຢັ້ງຢືນຈົບຫຼັກສູດອົບຮົມລະບາດວິທະຍາພາກສະໜາມ ລຸ້ນທີ 13. ພິທີດັ່ງກ່າວໄດ້ຈັດຂຶ້ນທີ່ໂຮງແຮມ ຄຣາວພາຊາ ເປັນກຽດເຂົ້າຮ່ວມໂດຍ ທ່ານ ດຣ. ຢິງ ລູ ໂຣ, ຜູ້ຕາງໜ້າອົງການອະນາໄມໂລກ ປະຈຳ ສປປ ລາວ ແລະ ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ, ຫົວໜ້າຫຼັກສູດລະບາດວິທະຍາພາກສະໜາມ ລາວ/ຫົວໜ້າກົມຄວບຄຸມພະຍາດຕິດຕໍ່. ແຜນງານຫຼັກສູດຝຶກອົບຮົມນັກລະບາດວິທະຍາພາກສະໜາມສະໜັບສະໜຸນໂດຍ ອົງການປ້ອງກັນ ຫຼຸດຜ່ອນໄພຂົ່ມຂູ່ ກະຊວງປ້ອງກັນປະເທດ ສະຫະລັດອາເມລິກາ, ສູນປ້ອງກັນ ແລະ ຄວບຄຸມພະຍາດຕິດຕໍ່ ຂອງສະຫະລັດອາເມລິກາ ແລະ ອົງການອະນາໄມໂລກ ເລີ່ມແຕ່ປີ 2009 ພາຍໃຕ້ການບໍລິຫານຂອງ ...
ອ່ານເພີ່ມເຕີມ»

ອົງການ USAID ສະໜັບສະໜູນ ກະຊວງສາທາລະນະສຸກ ໃນການຜັນຂະຫຍາຍການສັກວັກຊີນກັນພະຍາດ ໂຄວິດ-19 ໃນ ສປປ ລາວ

ນະຄອນຫຼວງວຽງຈັນ, ວັນທີ 29 ມິຖຸນາ 2022 – ໃນມື້ນີ້, ອົງການພັດທະນາສາກົນຂອງ ສະຫະລັດອາເມລິກາ (USAID) ໄດ້ມອບອຸປະກອນລະບົບຄວາມເຢັນເກັບຮັກສາວັກຊີນ ເເລະ ອຸປະກອນໄອທີ ມູນຄ່າປະມານ 150,000 ໂດລາສະຫະລັດ ໃຫ້ເເກ່ ກະຊວງສາທາລະນະສຸກ ຢ່າງເປັນທາງການ ເພື່ອຊ່ວຍຜັນຂະຫຍາຍວຽກງານສັກວັກຊີນກັນພະຍາດ ໂຄວິດ-19 ໃນ ສປປ ລາວ, ໂດຍສະເພາະໃນຊຸມຊົນຫ່າງໄກສອກຫຼີກ. ພິທີມອບຮັບອຸປະກອນດັ່ງກ່າວ, ເຊີ່ງ​ສະ​ໜັບ​ສະ​ໜູນໂດຍ ອົງການຢູນິເຊັບ, ເເມ່ນໄດ້ຈັດຂຶ້ນທີ່ ຫ້ອງການໂຄງການສັກຢາກັນພະຍາດແຫ່ງຊາດ ເເລະ ເຂົ້າຮ່ວມໂດຍ ທ່ານ ດຣ. ພອນປະເສີດ ອຸນາພົມ, ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກະຊວງສາທາລະນະສຸກ, ທ່ານ ຄາເລີນ ຮີວ, ວ່າການເເທນຜູ້ຕາງໜ້າອົງການ USAID ປະຈໍາ ສປປ ລາວ, ເເລະ ທ່ານນາງ ຣິເອະ ທາເຄຊຶ, ວ່າການເເທນຫົວຫນ້າ ພະແນກ ສຸຂະພາບ, ...
ອ່ານເພີ່ມເຕີມ»

ສະຫະລັດອາ​ເມ​ລິ​ກາ ແລະ ສປປ ລາວ ສືບຕໍ່ຄໍາໝັ້ນສັນຍາຊອກຫາທະຫານອາເມລິກາທີ່ຫາຍສາບສູນ

ນະຄອນຫຼວງວຽງຈັນ, ສປປ ລາວ— ໃນວັນ​ທີ 14 ມິຖຸນາ​, ທ່ານ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ​ອາ​ເມ​ລິ​ກາ ປະຈຳ ສປປ ລາວ ທ່ານ ປອ.​ ປີເຕີ ​ເອັມ ​ເຮ​ມ໋ອນ ​ໄດ້​ເຂົ້າ​ຮ່ວມກັບ​ຜູ້ອຳນວຍການໃຫຍ່ຂອງອົງການ​ຮັບຜິດຊອບຊະເລີຍເສິກ ແລະ ທະຫານອາເມລິກາທີ່ຫາຍສາບສູນໃນປາງສົງຄາມ ຂອງກະຊວງປ້ອງກັນປະເທດສະຫະລັດອາເມລິກາ ຫຼື ເອີ້ນຫຍໍ້ວ່າ (DPAA), ທ່ານ ແຄລລີ່ ເຄ. ແມັກເຄຍ, ​ໂດຍ​ມີ​ການ​ພົບ​ປະ​ສຳຄັນ​ກັບ​ຜູ້​ນຳ​ຂັ້ນ​ສູງ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ ​ແລະ ກະຊວງ​ປ້ອງ​ກັນ​ປະ​ເທດ​ ສປປ ລາວ ຊຶ່ງໄດ້ເນັ້ນເຖິງ​ຄວາມ​ພະຍາຍາມ​ຂອງທັງ​ສອງ​ຝ່າຍ (ສະຫະລັດ – ລາວ) ​ໃນ​ການ​ແກ້​ໄຂ​ບັນຫາ​ມະນຸດສະທຳ​ຂອງ​ທະຫານ​ອາ​ເມ​ລິ​ກາ​ທີ່​ເສຍ​ຊີວິດ​ຢູ່​ລາວ​ໃນປາງ​ສົງຄາມ​ອິນ​ດູ​ຈີນ. ລັດຖະບານ ສະຫະລັດພ້ອມດ້ວຍລັດຖະບານ ສປປ ລາວ ໄດ້ເຮັດວຽກ ຮ່ວມກັນ ຢ່າງໃກ້ຊິດ ເປັນເວລາກວ່າ 37 ປີ ໃນວຽກງານດ້ານມະນຸດສະທຳ ເພື່ອຊອກຫາ ແລະ ຂຸດຄົ້ນທະຫານອະເມລິກາທີ່ຫາຍສາບສູນໃນປາງສົງຄາມ. ນັບແຕ່ປີ 1985 ເປັນຕົ້ນມາ, ລັດຖະບານທັງສອງຝ່າຍ ໄດ້ຄົ້ນພົບສິ່ງເສດເຫຼືອຂອງທະຫານອາເມລິກາຈຳນວນ ...
ອ່ານເພີ່ມເຕີມ»