ຂ່າວ ແລະ ກິດ​ຈະ​ກຳ​ຕ່າງໆ

ອົງການ USAID ເສີມຂະຫຍາຍການຮ່ວມມືກັບ ສປປ ລາວ

ນະຄອນຫຼວງວຽງຈັນ, ສປປ ລາວ – ທ່ານນາງ ອິໂຊເບວ ໂຄນແມ່ນ, ຮອງຜູ້ບໍລິຫານດ້ານນະໂຍບາຍແລະແຜນໂຄງການຂອງອົງການພັດທະນາສາກົນຂອງປະເທດສະຫະລັດອາເມລິກາ ຫຼື USAID, ໄດ້ຢ້ຽມຢາມ ສປປ ລາວ ໃນຄັ້ງວັນທີ 13-14 ພຶດສະພາ 2022. ການຢ້ຽມຢາມຄັ້ງນີ້ແມ່ນເນັ້ນໃຫ້ເຫັນຄວາມມຸ່ງໝັ້ນຂອງອົງການ USAID ພາຍໃຕ້ ກອບການຮ່ວມມືແບບກວມລວມ ລາວ-ອາເມລິກາ ເຊິ່ງລິເລີ່ມໂດຍປະທານາທິບໍດີ ບາລັກ ໂອບາມາ ແລະ ທ່ານ ບຸນຍັງ ວໍລະຈິດ ໃນປີ 2016. ກອບການຮ່ວມມືແບບກວມລວມ ລາວ-ອາເມລິກາ ແມ່ນບົນພື້ນຖານຂອງຈຸດປະສົງ ແລະ ຄວາມມຸ່ງໝັ້ນຮ່ວມກັນເພື່ອສ້າງພື້ນຖານສຳລັບອານະຄົດ. ນັບຕັ້ງແຕ່ນັ້ນມາ, ສະຫະລັດອາເມລິກາ ແລະ ສປປ ລາວ ແມ່ນໄດ້ເພີ່ມການຮ່ວມມືທາງດ້ານວຽກງານການພັດທະນາຢ່າງຫຼວງຫຼາຍໃນຫຼາຍຂົງເຂດ ເຊັ່ນ: ວຽກງານສາທາລະນະສຸກ, ການສຶກສາ, ວຽກງານການບໍລິຫານປົກຄອງ, ການເຕີບໂຕຂອງເສດຖະກິດ, ພະລັງງານ ແລະ ການປ່ຽນແປງຂອງສະພາບດິນຟ້າອາກາດ. ວ່າງບໍ່ດົນມານີ້, ສ. ອາເມລິກາ ແລະ ສປປ ...
ອ່ານເພີ່ມເຕີມ»

ຢູເຄຣນ ຕໍ່ສູ້ກັບຜູ້ກັບຮຸກຮານລັດເຊຍມາເປັນເວລາເກືອບ 80 ມື້ແລ້ວ

ລັດເຊີຍ ສືບຕໍ່ຍິງລູກສອນໄຟ ແລະ ລູກລະເບີດໃສ່ ຖານທັບທະຫານ ແລະ ເຮືອນຂອງປະຊາຊົນທົ່ວຢູເຄຣນ. ບໍ່ມີສັນຍານວ່າລັດເຊຍພ້ອມທີ່ຈະຢຸດຕິສົງຄາມ. ຝ່າຍລັດເຊຍປະເຊີນໜ້າກັບຄວາມພ່າຍແພ້ຢູ່ບາງເຂດຂອງຢູເຄຣນ ແຕ່ກອງທັບທະຫານຂອງລັດເຊຍ ກໍ່ຈັດຕັ້ງຄືນໃໝ່ ແລະ ເພີ່ມທະວີການຍັບກ້າວເຂົ້າສູ່ດິນແດນຂອງຢູເຄຣນ. ໃນເວລານີ້, ເຮືອຮົບຂອງລັດເຊຍຢູ່ໃນທະເລດຳ ແລະ ທະເລອາຊອບ ໄດ້ປິດລ້ອມຊາຍຝັ່ງຂອງ ຢູເຄຣນ ເພື່ອ ຍິງສະໜັບສະໜູນ ກອງທັບບົກຂອງລັດເຊຍ. ຢ່າງໜ້ອຍມີກຳປັ່ນ ຈຳນວນ 6 ລຳ ແລະ ເຮືອດຳນ້ຳ ອີກຈຳນວນ 2 ລຳ ໄດ້ຖືກສົ່ງໄປທະເລດຳ, ພ້ອມດ້ວຍລູກສອນໄຟນຳວິຖີ ຈະນວນເຖິງ 50 ລຳ ທີ່ກຽມພ້ອມສຳລັບການໂຈມຕີ. ລະເບີດຝັງດິນທີີ່ເລື່ອນໄປມາໄດ້ ທີ່ຖືກລັດເຊຍຍືດໄດ້ ຢູ່ໄຄຣເມຍ ໃນປີ 2014 ຖືກປ່ອຍອອກມາ ໃນປີ 2022, ພວມເປັນໄພຂົ່ມຂູ້ທີ່ຮ້າຍແຮງທີ່ສຸດ ຕໍ່ຄວາມປອດໄພຂອງເຮືອທັງໝົດເຫຼົ່ານີ້. ບໍ່ມີໃຜຊົມເຊີຍລັດເຊຍໃນຢູເຄຣນ. ຄວາມໂຫດຮ້າຍທີ່ກອງກຳລັງທະຫານລັດເຊຍໄດ້ກະທຳມີແຕ່ຈະເຮັດໃຫ້ຄວາມຮູ້ສືກຂອງຄົນທີ່ສະໜັບສະໜູນລັດເຊຍລຸດລົງ ໃຫ້ເຫຼືອໜ້ອຍລົງຮອດສູນເທົ່ານັ້ນ. ຢູ່ໃນບັນດາຕົວເມືອງທີ່ຢູ່ພາຍໃຕ້ການຄວບຄຸມຂອງທະຫານລັດເຊຍຊົ່ວຄາວນັ້ນ, ປະຊາຊົນຢູເຄຣນ ກຳລັງປະທ້ວງພວກເຂົາຢ່າງໜັກ ເຖິງວ່າຈະມີການຂົ່ມຂູ່ ແລະ ...
ອ່ານເພີ່ມເຕີມ»

USAID ສະໜັບສະໜູນໂຄງການໃໝ່ເພື່ອຮັບມືກັບຜົນກະທົບຂອງພະຍາດໂຄວິດຕໍ່ເສດຖະກິດ ແລະ ສຶກສາ ມູນໃນລາວ ຄ່າລວມ 5.6 ລ້ານໂດລາ

ນະຄອນຫຼວງວຽງຈັນ, ສປປ ລາວ – ທ່ານນາງ ດຣ. ອິສໂຊເບວ ໂຄແມນ, ຮອງຜູ້ບໍລິຫານດ້ານນະໂຍບາຍ ແລະ ໂຄງການ, ອົງການພັດທະນາສາກົນປະເທດສະຫະລັດອາເມລິກາ ປະກາດທຶນຊ່ວຍເຫຼືອມູນຄ່າ 5.6 ລ້ານໂດລາສະຫະລັດ ເພື່ອຊ່ວຍຫຼຸດຜ່ອນຜົນກະທົບຂອງພະຍາດໂຄວິດ-19 ທີ່ມີຕໍ່ລະບົບການສຶກສາ ແລະ ເສດຖະກິດ ໃນວັນທີ 13 ພຶດສະພາ 2022. ທ່ານນາງ ອິໂຊເບວ ໂຄນແມ່ນ ໄດ້ເນັ້ນໃຫ້ເຫັນການສະໜັບສະໜູນບັນດາທຸລະກິດຂະໜາດນ້ອຍ ແລະ ກາງ ໂດຍເນັ້ນໃຊ່ທຸລະກິດຂອງແມ່ຍິງ ໂດຍການປະກາດທຶນຟື້ນຟູເສດຖະກິດມູນຄ່າ 3ລ້ານໂດລາ ໃຫ້ແກ່ໂຄງການໂຄງການ ສົ່ງເສີມຄວາມອາດສາມາດ ໃນການແຂ່ງຂັນ ແລະ ການຄ້າຂອງ ສປປ ລາວ. ໂຄງການນີ້ແມ່ນຈັດຕັ້ງປະຕິບັດໂດຍ ທະນາຄານໂລກ, ໂດຍສະໜັບສະໜູນທຶນໂດຍ ທະນາຄານໂລກ, ອົງການ USAID, ປະເທດອົສຕາລີ ແລະ ໄອແຣນ. ທຶນດັ່ງກ່າວຈະສະໜັບສະໜູນສປປລາວ ໃນການພັດທະນາສີ່ງແວດລ້ອມເພື່ອເອື້ອອຳນວຍໃຫ້ແກ່ທຸລະກິດ ແລະ ຊ່ວຍບັນກາຫົວໜ່ວຍທຸລະກິດໃນການຟື້ນຟູຈາກພະຍາດໂຄວິດ-19. ການຊ່ວຍເຫຼືອນີ້ ແມ່ນຄາດວ່າ ຈະເຮັດໃຫ້ເກີດມີການລົງທຶນ, ...
ອ່ານເພີ່ມເຕີມ»

ຖະແຫລງການ ອູແກຣນ

ເປັນເວລາຫຼາຍກວ່າສອງເດືອນແລ້ວ ທີ່ຣັດເຊຍໄດ້ເລີ່ມການຮຸກຮານທາງການທະຫານຕໍ່ປະເທດອູແກຣນ. ໃນຂະນະທີ່ຂ້າພະເຈົ້າກຳລັງກ່າວຢູ່ໃນເວລານີ້, ການຕໍ່ສູ້ເພື່ອອູແກຣນຢູ່ທີ່ ດອນບາສ (Donbas) ກໍາລັງມີຄວາມຮຸນແຮງ, ແຜນຮຸກຮານເດີມຂອງຣັດເຊຍທີ່ມີເປົ້າໝາຍເພື່ອຢຶດຄອງເມືອງຄຽບ (Kyiv), ຄາຣ໌ຄິຟ (Kharkiv) ແລະ ໂອເດສຊາ (Odesa) ພ້ອມກັນ ແລະ ໂດຍມີເປົ້າໝາຍເພື່ອປ່ຽນແປງອຳນາດໃນອູແກຣນນັ້ນ, ແມ່ນບໍ່ສຳເລັດ. ຝ່າຍຣັດເຊຍໄດ້ຈັດກຸ່ມທະຫານໃຫຍ່ຄືນໃໝ່ ໄປຍັງພາກຕາເວັນອອກຂອງປະເທດອູແກຣນໂດຍມີເປົ້າໝາຍເພື່ອຢຶດຄອງດິນແດນທັງໝົດໃນເຂດໂດເນສຄ໌ (Donetsk) ແລະ ລູຮານຄ໌ (Luhansk) ແລະ ກໍ່ເພື່ອຮັກສາດິນແດນທີ່ແຫຼມໄຄຣເມຍ (Crimea) ທົ່ວເມືອງມາຣີອູພົນ (Mariupol), ຈົນເຖິງວັນທີ 9 ພຶດສະພາ (ເຖິງຈະມີຂ່າວກ່ອນໜ້ານີ້ວ່າ ບໍ່ມີເຫດການໃດໆເກີດຂຶ້ນໃນເຂດຂອງອູແກຣນ). ໃນຂະນະດຽວກັນ, ຣັດເຊຍຍັງຄົງສືບຕໍ່ຍິງຂີປະນາວຸດ ແລະ ລະເບີດໂຈມຕີໂຄງລ່າງພື້ນຖານທາງການທະຫານ ແລະ ພົນລະເຮືອນຂອງອູແກຣນ. ຫຼັງຈາກທີ່ບໍ່ປະສົບຜົນສຳເລັດໃນການເຮັດໃຫ້ອູແກຣນຍອມຈຳນົນ ພາຍຫຼັງການ “ຮຸກຮານແບບສາຍຟ້າແມ້ບ ຫຼື ບລິທຊຄຣິກ (Blitzkrieg)”, ຣັດເຊຍ ເລີ່ມຫາຂໍ້ອ້າງຈອມປອມເພື່ອ “ຊີ້ແຈງ” ການຮຸກຮານຂອງຕົນ: ເຖິງວ່າຈະມີການກ່າວຫາຈາກຣັດເຊຍ ແຕ່ອູແກຣນກໍ່ບໍ່ໄດ້ມີເຈຕະນາ ຫຼື ຂັ້ນຕອນໃດທີ່ມຸ່ງເປົ້າໝາຍໄປທີ່ການສ້າງອາວຸດນິວເຄລຍ ເຊິ່ງສິ່ງນີ້ໄດ້ຮັບການຢືນຢັນໂດຍຜູ້ອຳນວຍການດ້ານພະລັງງານປະລຳມະນູລະຫວ່າງປະເທດ ...
ອ່ານເພີ່ມເຕີມ»

ສະຫະລັດອາເມລິກາສະໜັບສະໜູນບຸກຄະລາກອນດ້ານການແພດຟື້ນຟູໜ້າທີ່ການຢູ່ ສປປ ລາວ

ນະຄອນຫຼວງວຽງຈັນ, ສປປ ລາວ —  ວັນທີ 20 ເມສາ 2022, ທ່ານ ປ.ອ ປີເຕີ ເຮມ໋ອນ, ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະ​ຈຳ   ສ​ປ​ປ ລາວ, ພ້ອມດ້ວຍ ທ່ານ ດຣ. ສະໜອງ ທອງຊະນະ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ເພື່ອເປີດຫ້ອງຝຶກອົບຮົມ​ຍົກ​ລະ​ດັບ​ວິ​ຊາ​ການດ້ານການ​ແພດ​ຟື້ນ​ຟູ​ໜ້າ​ທີ່​ການ ​ທີ່ສູນການແພດຟື້ນຟູໜ້າທີ່ການ (ສຟຟ). ນອກຈາກນີ້, ​ໃນພິທີດັ່ງກ່າວຍັງເປັນການມອບ – ຮັບ ອຸປະກອນດ້ານການແພດຟື້ນຟູໜ້າທີ່ການໃຫ້ກັບ ສຟຟ ແລະ ກະຊວງສາທາລະນະສຸກຢ່າງເປັນທາງການ. ທ່ານ ປ.ອ ປີເຕີ ເຮມ໋ອນ ກ່າວວ່າ: ການຊ່ວຍເຫຼືອດ້ານສຸຂະພາບ ແລະ ຄວາມພິການ ແມ່ນພາກສ່ວນສຳຄັນໃນການຮ່ວມມືແບບກວມລວມ ລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ. ສະຫະລັດອາເມລິກາ ຫວັງເປັນຢ່າງຍິ່ງວ່າ ພວກເຮົາຈະໄດ້ສືບຕໍ່ໃຫ້ການ ສະໜັບສະໜູນ ສຟຟ ໃຫ້ກາຍເປັນສູນແຫ່ງຄວາມເປັນເລີດທີ່ໄດ້ມາດຕະຖານສາກົນ. ພວກເຮົາມີຄວາມພູມໃຈທີ່ໄດ້ສະໜອງ ...
ອ່ານເພີ່ມເຕີມ»