ຂ່າວ ແລະ ກິດ​ຈະ​ກຳ​ຕ່າງໆ

ສະຫະລັດອາເມລິກາເພີ່ມທຶນຊ່ວຍເຫຼືອໃຫ້ແກ່ຂົງເຂດວຽກງານການເກັບກູ້ລະເບີດບໍ່ທັນແຕກ ຈຳນວນ 15 ລ້ານໂດລາສະຫະລັດ

ສະຫະລັດອາເມລິກາເພີ່ມຄວາມໜັກແໜ້ນໃຫ້ແກ່ພັນທະຄວາມຕັ້ງໃຈຕໍ່ກັບຂົງເຂດວຽກງານການເກັບກູ້ລະເບີດບໍ່ທັນແຕກຢູ່ໃນລາວ ໂດຍການເພີ່ມທຶນຊ່ວຍເຫຼືອຂຶ້ນເປັນ 15 ລ້ານໂດລາສະຫະລັດ ໃນປີນີ້. ທ່ານ Daniel Russel ລັດຖະມົນຕີຊ່ວຍວ່າການ ກະຊວງການຕ່າງປະເທດ ສະຫະລັດອາເມລິກາ ໄດ້ປະກາດ ການເພີ່ມທຶນຊ່ວຍເຫຼືອນີ້ ໃນໄລຍະ ກອງປະຊຸມພົບປະ-ປຶກສາຫາລືຮອບດ້ານສອງຝ່າຍ, ຊື່ງຈັດຂື້ນ ທີ່ ນະຄອນ ວໍຊິງຕັນ ດີຊີ ໃນວັນທີ 19 ມິຖຸນານີ້. ຄະນະຜູ້ແທນຝ່າຍລາວ ນຳໂດຍ ທ່ານນາງ ສູນທອນ ໄຊຍະຈັກ, ລັດຖະມົນຕີຊ່ວຍວ່າການ ກະຊວງການຕ່າງປະເທດ, ຊື່ງໄດ້ ສະແດງຄວາມຂອບອົກຂອບໃຈ ທີ່ທາງ ຝ່າຍສະຫະລັດອາເມລິກາ ສືບຕໍ່ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນຢ່າງໜັກແໜ້ນ ຕໍ່ກັບ ວຽກງານ ເກັບກູ້ລະເບີດບໍ່ທັນແຕກ, ຄະນະກຳມະການຄຸ້ມຄອງແຫ່ງຊາດເພື່ອການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ ຕົກຄ້າງຢູ່ ສປປ ລາວ (ຄຊກລ). ໃນເດືອນແລ້ວນີ້, ທ່ານ ເອກອັກຄະລັດຖະທູດ Daniel A. Clune ໄດ້ປະກາດວ່າ ສະຫະລັດອາເມລິກາ ມີພັນທະຄວາມຕັ້ງໃຈອັນໝັ້ນຄົງ ຈັດຕັ້ງປະຕິບັດທຶນຊ່ວຍເຫຼືອ ... ອ່ານເພີ່ມເຕີມ»

ສະຫະລັດອາເມລິກາເພີ່ມທຶນຊ່ວຍເຫຼືອໃຫ້ແກ່ຂົງເຂດວຽກງານການເກັບກູ້ລະເບີດບໍ່ທັນແຕກ ຈຳນວນ 13 ລ້ານໂດລາສະຫະລັດ

ສະຫະລັດອາເມລິກາເພີ່ມຄວາມໜັກແໜ້ນໃຫ້ແກ່ພັນທະຄວາມຕັ້ງໃຈຕໍ່ກັບຂົງເຂດວຽກງານການເກັບກູ້ລະເບີດບໍ່ທັນແຕກຢູ່ໃນລາວ ໂດຍການເພີ່ມທຶນຊ່ວຍເຫຼືອຂຶ້ນເປັນ 13 ລ້ານໂດລາສະຫະລັດ ໃນປີນີ້. ທ່ານ Daniel A. Clune ເອກອັກຄະລັດຖະທູດສະຫະລັດອາເມລິກາປະຈຳ ສປປ ລາວ ແລະ ທ່ານ ພູຂຽວ ຈັນທະສົມບູນ, ຫົວໜ້າຄະນະກຳມະການຄຸ້ມຄອງແຫ່ງຊາດເພື່ອການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ) ໄດ້ເຮັດການປະກາດການເພີ່ມທຶນຊ່ວຍເຫຼືອ ໃນວັນທີ 8 ພຶດສະພາ ທີ່ຫ້ອງການ ຄຊກລ. ທ່ານ ທູດ Clune ແລະ ທ່ານ ພູຂຽວ ໄດ້ເຂົ້າຮ່ວມພິທີເຊັນສັນຍາ MOU ສະບັບໃໝ່ ລະຫວ່າງ ຫ້ອງການ ຄຊກລ ແລະ ອົງການເກັບກູ້ລະເບີດແມັກປະຈຳລາວ (MAG), ທີ່ຈະຈັດຕັ້ງປະຕິບັດທຶນຊ່ວຍເຫຼືອຂອງສະຫະລັດອາເມລິກາຈຳນວນຫຼາຍກວ່າ 2 ລ້ານໂດລາສະຫະລັດ ໃນການເກັບກູ້ລະເບີດບໍ່ທັນແຕກທີ່ຍັງຕົກຄ້າງອອກຈາກແຂວງຊຽງຂວາງ. ຍ້ອນມີການຊ່ວຍເຫຼືອມາຈາກຫຼາຍໆປະເທດ ແລະ ຄວາມເອົາໃຈໃສ່ເຮັດວຽກງານຂອງບັນດາອົງການຈັດຕັ້ງຕ່າງໆ, ຈຶ່ງເຮັດໃຫ້ຜູ້ໄດ້ຮັບເຄາະຮ້າຍຈາກອຸປະຕິເຫດລະເບີດບໍ່ທັນແຕກ ໄດ້ຫຼຸດລົງຈາກປະມານ 300 ຄົນ/ປີ ໃນຊຸມປີຜ່ານມາ ຫຼຸດລົງໜ້ອຍກວ່າ 50 ... ອ່ານເພີ່ມເຕີມ»

ລັດຖະມົນຕີແຫ່ງສະຫະລັດອາເມລິກາໄດ້ຢັ້ງຢືນຄວາມໝາຍໝັ້ນຕໍ່ກັບອາຊີ

ທ່ານລັດຖະມົນຕີແຫ່ງສະຫະລັດອາເມລິກາ ຈອນ ແຄຣີ ໄດ້ເດີນທາງມາ ນະຄອນຫລວງວຽງຈັນໃນວັນທີ່ 25-26 ກໍລະກົດນີ້ ເພື່່ອເຂົ້າຮ່ວມກອງປະຊຸຸມເວທີພາກພື້ນອາຊຽນ, ກອງປະຊຸມລັດຖະມົນຕີຕ່າງປະເທດ ຂອງກອງປະຊຸມສຸດຍອດ ອາຊີຕາເວັນອອກ ແລະ ກອງປະຊຸມຂອບການຮ່ວມມືອາເມລິກາກັບບັນດາປະເທດລຸ່ມແມ່ນໍ້າຂອງ. ນີ້ຖືກເປັນຄັ້ງທີສອງຂອງປີນີ້ທີ່ ທ່ານລັດຖະມົນຕີ ແຄຣີ ໄດ້ມາຢ້ຽມຢາມ ສປປ ລາວ ເພື່ອຢັ້ງຢືນເຖິງຄວາມໝາຍໝັ້ນຂອງສະຫະລັດອາເມລິກາ ໃນການຂະຫຍາຍການພົວພັນກັບ ສປປ ລາວ ແລະ ອາຊີ ໃຫ້ກວ້າງຂວາງຫຼາຍຂື້ນ. ໃນລະຫວ່າງກອງປະຊຸມຂອບການຮ່ວມມືອາເມລິກາກັບບັນດາປະເທດລຸ່ມແມ່ນໍ້າຂອງ ໃນວັນທີ່ 25 ເດືອນກໍລະກົດນີ້, ທ່ານລັດຖະມົນຕີ ແຄຣີ ໄດ້ເນັ້ນເຖິງຄວາມສຳຄັນການເປັນສູນກາງຂອງອາຊຽນ. ພາຍຫລັງກອງປະຊຸມດັງກ່າວນີ້ແລ້ວ, ທ່ານ ລັດຖະມົນຕີ ແຄຣີ ຍັງໄດ້ຮ່ວມກັບບັນດາປະເທດຄູ່ເຈລະຈາໃນໂຂງເຂດລຸ່ມແມ່ນໍ້າໃນການລິເລີ່ມຄູ່ຮ່ວມພັດທະະນາແບບຍືນຍົງທາງດ້ານໂຄງສ້າງພື້ນຖານເຊິ່ງຈະໄດ້ມີການຈັດຝຶກອົບຮົມໃຫ້ບັນດາບຸກຄະລາກອນຈາກທົ່ວພາກພື້ນແມ່ຂອງຕອນລຸ່ມເພື່ອການພັດທະນານະໂຍບາຍດ້ານມວນຊົນ,ຄວາມອາດສາມາດທາງດ້ານວິສາການດ້ານໂຄງສ້າງພື້ນຖານ. ໃນມື້ຕໍ່ມາ,ທ່ານລັດຖະມົນຕີ ແຄຣີ ຍັງໄດ້ປຶກສາຫາລືຂອບການຮ່ວມມືດ້ານຄວາມປອດໄພຂອງພາກພື້ນ ແລະ ໄດ້ແລກປ່ຽນກ່ຽວກັບບັນຫາສິ່ງທ້າທາຍຕ່າງໆລະຫວ່າງປະເທດໃນກອງປະຊຸຸມເວທີພາກພື້ນອາຊຽນ. ໃນໄລຍະທີ່ຢູ່ນະຄອນຫລວງວຽງຈັນ, ທ່ານລັດຖະມົນຕີ ແຄຣີ ຍັງໄດ້ພົບປະກັບ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ສະເຫຼີມໄຊ ກົມມະສິດເພື່ອປຶກສາຫາລືການຂະຫຍາຍຕົວຢ່າງວ່ອງໄວຂອງສາຍພົວພັນລະຫວ່າງສະຫະລັດອາເມລິກາ ແລະ ສປປ ລາວ ແລະ ຍັງໄດ້ເວົ້າເຖິງ ທ່ານປະທານາທິບໍດີ ບາຣັກ ໂອບາມາ ທີ່ຈະມາຢ້ຽມຢາມ ສປປ ລາວ.   ທ່ານ ໂອບາມາ ຈະເປັນປະທານາທິບໍດີຜູ້ທຳອິດແຫ່ງສະຫະລັດອາເມລິກາ ທີ່ຈະໄດ້ມາຢ້ຽມຢາມ ສປປ ລາວ ໃນເດືອນກັນຍານີ້. ອ່ານເພີ່ມເຕີມ»

ລັດຖະມົນຕີຕ່າງປະເທດສະຫະລັດອາເມລິກາ ຢ້ຽມຢາມ ສປປ ລາວ

ລັດຖະມົນຕີວ່າການກະຊວງການຕ່າງປະເທດ ທ່ານ ຈອນ ເຄຣີ ຈະເດີນທາງຢ້ຽມຢາມນະຄອນຫຼວງວຽງຈັນ, ປະເທດລາວ, ນັບຕັ້ງແຕ່ວັນທີ 25-26 ກໍລະກົດ ເພື່ອເຂົ້າຮ່ວມກອງປະຊຸມເວທີພາກພື້ນອາຊຽນ, ກອງປະຊຸມລັດຖະມົນຕີຕ່າງປະເທດ ຂອງກອງປະຊຸມສຸດຍອດ ອາຊີຕາເວັນອອກ ແລະ ກອງປະຊຸມຂອບການຮ່ວມມືອາເມລິກາ-ບັນດາປະເທດລຸ່ມແມ່ນໍ້າຂອງ. ໃນບັນດາກອງປະຊຸມທີ່ກ່າວມານີ້, ທ່ານ ເຄຣີ ຈະໄດ້ສົນທະນາກ່ຽວກັບ ຂອບການຮ່ວມມືດ້ານຄວາມປອດໄພ ແລະ ຄວາມທ້າທາຍລະຫວ່າງຊາດທີ່ມີຮ່ວມກັນ. ທ່ານ ເຄຣີ ຍັງໄດ້ມີແຜນ ເພື່ອເຂົ້າພົບປະກັບ ທ່ານ ສະເຫຼີມໄຊ ກົມມະສິດ ເພື່ອສົນທະນາ ກ່ຽວກັບສາຍພົວພັນລະຫວ່າງ ສປປ ລາວ ແລະ ສະຫະລັດອາເມລິກາ ທີ່ກຳລັງຂະຫຍາຍຕົວຢ່າງວ່ອງໄວ ແລະ ການເດີນທາງຢ້ຽມຢາມ ສປປ ລາວ ຂອງປະທານາທິບໍດີ ບາຣັກ ໂອບາມາ ໃນເດືອນກັນຍານີ້. ໃນການພົບປະກັນຄັ້ງກ່ອນໃນເດືອນ ມັງກອນ, ທັງສອງຝ່າຍໄດ້ປຶກສາຫາລືກ່ຽວກັບການຂະຫຍາຍການມີສ່ວນຮ່ວມຂອງ ສະຫະລັດອາເມລິກາ ແລະ ສປປ ລາວ ໃນດ້ານຂະແໜງການ ສາທາລະນະສຸກ, ໂພຊະນາການ, ການສຶກສາ, ... ອ່ານເພີ່ມເຕີມ»

ສະຫະລັດອາເມລິກາ ສະເຫຼີມສະຫຼອງວັນຊາດ

ສະຫະລັດອາເມລິກາ ສະເຫຼີມສະຫຼອງ ວັນຊາດ ຄົບຮອບ 240 ປີ, ຊຶ່ງໃນປີນີ້ ງານລ້ຽງ ໄດ້ຈັດຂື້ນໃນ ວັນທີ 4 ກໍລະກົດ, 2016. ທ່ານລັດຖະມົນຕີກະຊວງການຕ່າງປະເທດ ສະເຫລີມໄຊ ກົມມະສິດ ໄດ້ໃຫ້ກຽດເຂົ້າຮ່ວມເປັນແຂກກິດຕິມະສັກໃນງານລ້ຽງ ແລະ ຕາງໜ້າຢ່າງເປັນທາງການໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ. ພ້ອມດຽວກັນນີ້ ຍັງມີບັນດາທ່ານແຂກທີ່ຖືກຮັບເຊີນ ແລະ ພະນັກງານ ສະຖານທູດຫຼາຍກ່ວາ 500 ກວ່າຄົນ ທີ່ໄດ້ເຂົ້າຮ່ວມງານລ້ຽງສະເຫຼີມສະຫຼອງ ທີ່ ສະຖານທູດ ສະຫະລັດອາເມລິກາ, ບັນດາທ່ານແຂກທີ່ຮັບເຊີນເຂົ້າຮ່ວມລວມມີເຈົ້າໜ້າທີ່ ອາວຸໂສ ຝ່າຍລາວ, ບັນດາ ທ່ານເອກອັກຄະລັດຖະທູດ ແລະ ນັກການທູດ ທີ່ປະຈຳຢູ່ ສປປ ລາວ ແລະ ບັນດາບັນດານັກທຸລະກິດກໍ່ເປັນກຽດເຂົ້າຮ່ວມ. ທ່່ານ ເອກອັກຄະລັດຖະທູດ ແດນຽວ ເອ. ຄລູນ ໄດ້ກ່າວບົດປາໃສໂດຍເນັ້ນເຖິງການຮັດແໜ້ນສາຍພົວພັນລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ. ... ອ່ານເພີ່ມເຕີມ»