ຂ່າວ ແລະ ກິດ​ຈະ​ກຳ​ຕ່າງໆ

ຜູູ້ປະກອບການຈາກ ສສປ ລາວ ເຂົ້າຮ່ວມ ກອງປະຊຸມສຸດຍອດ ຜູ້ປະກອບການ ໃນທົ່ວໂລກ

ຜູ້ປະກອບການທີ່ມີແນວຄວາມຄິດປະດິດສ້າງກ່ຽວກັບນະວັດຕະກຳໃໝ່, ທ່ານນາງ ອຸໄລພອນ ສິລິມະສັກ ໄດ້ຖືກຮັບເລືອກໃຫ້ໄປຮ່ວມກອງປະຊຸມສຸດຍອດຜູ້ປະກອບການ ໃນທົ່ວໂລກ The Global Entrepreneurship Summit (GES) ທີ່ ເມືອງ ພາໂລ ອັດໂຕ ລັດຄາລິຟໍເນຍ ໃນວັນທີ 22-24 ຂອງເດືອນມິຖຸນານີ້. ໂດຍການສະໜັບສະໜູນຈາກສະຖານທູດ ສະຫະລັດ ອາເມລິກາ ທີ່ ນະຄອນຫຼວງວຽງຈັນ, ທ່ານນາງ ອຸໄລພອນ ຜູ້ບໍລິຫານສູນສອນພາສາອັງກິດ (AEC English Center) ຈະໄດ້ຮ່ວມກັບຜູ້ປະກອບການຈຳນວນ 700 ທ່ານທີ່ມາຈາກທົ່ວໂລກ ລວມທັງ ນັກລົງທຶນ, ນັກບັນຍາຍ ແລະ ຜູ້ນຳທ່ານອື່ນໆຈາກຂະແໜງການຕ່າງໆ. ນອກນັ້ນ, ຍັງມີເຈົ້າໜ້າທີລະດັບສູງຈາກ ສະຫະລັດອາເມລິກາ ລວມທັງທ່ານ ປະທານາທິບໍດີ ບາຣັກ ໂອບາມາ ທີ່ຈະໄດ້ຂື້ນກ່າວໃນກອງປະຊຸມຄັ້ງນີ້ດ້ວຍ. ກອງປະຊຸມໄດ້ໝຸນວຽນມາເປັນຄັ້ງທີ່ 7 ເຊິງກ່ອນໜ້ານີ້ແມ່ນເປັນເຈົ້າພາບໂດຍ ສະຫະລັດອາເມລິກາ ແລະ ລັດຖະບານ Turkey, the United ... ອ່ານເພີ່ມເຕີມ»

ສປປ ລາວ – ສະຫະລັດອາເມລິກາ ຮ່ວມມືກັນຄົ້ນຫາຜູ້ສູນຫາຍໃນໜ້າທີ່

ການຮ່ວມມືກັນຂອງທີມງານຈາກຝ່າຍສະຫະລັດອາເມລິກາ ແລະ ສປປ ລາວ ໃນຫວ່າງບໍ່ດົນມານີ້ໄດ້ສຳເລັດການຄົ້ນຫາທະຫານອາເມລິກາທີ່ສູນຫາຍໃນຊ່ວງສົງຄາມອິນດູຈີນ. ສະມາຊິກຈຳນວນ 53ທ່ານຈາກ ສະຫະລັດອາເມລິກາ ແລະ 15ທ່ານ ຈາກ ສປປ ລາວ ໄດ້ທຳການຂຸດຄົ້ນສີ່ຈຸດທີ່ເຮືອບິນເກີດອຸບັດຕິເຫດຢູ່ທີ່ແຂວງ ຫົວພັນ, ຊຽງຂວາງ ແລະ ແຂວງຄຳມ່ວນ. ໃນວັນທີ 16 ນີ້, ສະຫະລັດອາເມລິກາ ແລະ ສປປ ລາວ ໄດ້ຈັດພິທີມອບຮັບສິ່ງເສດເຫຼືອຂອງທະຫານຂື້ນທີ່ສະໜາມບິນສາກົນວັດໄຕ, ນະຄອນຫຼວງວຽງຈັນ. ໃຫ້ກຽດເປັນປະທານໃນພິທີໂດຍທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ  ແລະ ທ່ານເອກອັກຄະລັດຖະທູດ ແດນຽວ ຄລູນ ເພື່ອລະນຶກເຖິງການຄົ້ນພົບສິ່ງເສດເຫຼືອກ່ອນທີ່ຈະຖືກສົ່ງໄປສະຫະລັດອາເມລິກາເພື່ອທຳການວິໃຈທາງດ້ານກົດໝາຍ. ພາຍຫຼັງສຳເລັດການພິສູດຄັ້ງສຸດທ້າຍແລ້ວ, ສິ່ງເສດເຫຼືອດັ່ງກ່າວຈະໄດ້ຖືກນຳສົ່ງໄປຫາຄອບຄົວຂອງພວກເຂົາ. ນັບຕັ້ງແຕ່ປີ1985 ເປັນຕົ້ນມາ, ສະຫະລັດອາເມລິກາ ແລະ ສປປ ລາວ ໄດ້ປະຕິບັດພາລະກິດຮ່ວມກັນປະມານ 141ຄັ້ງ ທີ່ ສປປ ລາວ.  ນັບຕັ້ງແຕ່ເລີ່ມຕົ້ນການຮ່ວມມືຢູ່ທີ່ພາກສະໜາມ, ທັງສອງຝ່າຍໄດ້ຄົ້ນພົບສິ່ງເສດເຫຼືອຂອງທະຫານອາເມລິກາຈຳນວນທັງໝົດ 273 ກໍລະນີ ແລະ ທີມງານຍັງສືບຕໍ່ເຮັດວຽກຮ່ວມກັນໃນການຄົ້ນຫາສິ່ງເສດເຫຼືອທີ່ຍັງຫາຍສາບສູນອິກຈຳນວນ ... ອ່ານເພີ່ມເຕີມ»

ລັດຖະບານສະຫະລັດອາເມລິກາສົ່ງເສີມຄວາມສາມາດຂອງກົມພາສີລາວ

ໂດຍການສະໜັບສະໜູນຈາກສະຖານທູດສະຫະລັດອາເມລິກາປະຈຳ ສປປ ລາວ ກົມພາສີ ກະຊວງການເງິນ ແລະ ສະພາທະນາຍຄວາມອາເມລິກາ ຂະແໜງການລິເລີ່ມຫຼັກແຫ່ງກົດໝາຍໃດ້ຈັດການສຳມະນາເພື່ອ ສ້າງຄວາມເຂັ້ມແຂງບັນດາລະບົບພາສີໃຫ້ແກ່ພະນັກງານອາວຸດໂສທີ່ມາຈາກກົມພາສີ. ການສຳມະນາສອງວັນເຊິ່ງໃດ້ເລີ່ມຂື້ນໃນວັນທີ 26 ພຶດສະພາທີ່ຜ່ານມາທີ່ນະຄອນຫຼວງວຽງຈັນ, ໄດ້ຍົກໃຫ້ເຫັນບັນຫາອັນສຳຄັນຫຼາຍອັນໃນຂະແໜງການວຽກງານພາສີ. ໃນພິທີເປີດສຳມະນາ ທ່ານ ສົມພິດ ແສງມະນີວົງ, ຮອງຫົວ ໜ້າກົມພາສີ ໃດ້ກ່າວບາງຕອນວ່າ: ນີ້ຖືວ່າເປັນຂົງເຂດໃໝ່ທີ່ສຳຄັນທີ່ພວກເຮົາຈະໃດ້ເຮັດວຽກຮ່ວມກັນ. ຕາງໜ້າສະຖານທູດສະຫະລັດ ທ່ານ ໂນອາ ກິດສະແມນ ໃດ້ກ່າວວ່າ: ລັດຖະບານສະຫະລັດອາເມລິກາ ມີຄວາມພູມໃຈໃຫ້ການຊ່ວຍເຫຼືອຕາມການຮ້ອງຂໍຈາກກົມພາສີໃນການຈັດການຝຶກອົບຮົມຄັ້ງນີ້. ທ່ານໄດ້ກ່າວຕື່ມອິກວ່າ: ພວກຂ້າພະເຈົ້າດີໃຈທີ່ທາງສະຖານທູດຮ່ວມກັບສະພາທະນາຍຄວາມສະຫະລັດອາເມລິກາ ທີ່ໃຫ້ການສະໜັບສະໜູນໃນການສ້າງພາວະຄວາມຜູ້ນຳຂອງກົມພາສີໃຫ້ມີຄວາມເຂັ້ມແຂງກວ່າເກົ່າ, ໃຫ້ມີປະສິທິພາບຫຼາຍຂື້ນກວ່າເກົ່າ ແລະ ເຮັດໃຫ້ການບໍລິການນັບມື້ນັບທັນສະໃໝຫຼາຍຂື້ນ. ນອກນັ້ນ, ຍັງຊ່ວຍໃຫ້ເສດຖະກິດຂອງລາວສືບຕໍ່ເຕີບໃຫຍ່ຂະຫຍາຍຕົວ. ກົມພາສີ ແລະ ເຈົ້າໜ້າທີ່ພາສີ ໃນທົ່ວໂລກໃຫ້ການບໍລິການທີ່ສຳຄົນຕໍ່ຊາດໂດຍຮັບປະກັນຄວາມປອດໄພ ແລະ ການຄ້າຢ່າງມີປະສິດທິພາບ, ເກັບພາສີອາກອນລັດຖະບານ ແລະ ປັບປຸງຄວາມປອດໄພຂອງຊາດໂດຍການຕ້ານການຄ້າຂາຍຢາເສບຕິດຜິດກົດໝາຍ, ອາວຸດ, ສັດປ່າ, ແລະ ສິນຄ້າລັກລອບໜີພາສີອື່ນໆ. ໃນໄລຍະການສຳມະນາສອງວັນນີ້ ບັນດາພະນັກງານອາວຸດໂສຈະໃດ້ກວດຄືນ ສິບການປະຕິບັດໜ້າທີ່ທີ່ດີສຸດຂອງສາກົນ ໃນວຽກງານຕ້ານການກະທຳຜິດ, ການສູນເສຍລາຍຮັບພາສີອາກອນ ແລະ ... ອ່ານເພີ່ມເຕີມ»

ສະຫະລັດອາເມລິກາຊວ່ຍເຫຼືອການຝຶກອົບຮົມກະສິກຳອິນຊີໃຫ້ແກ່ສູນບຳບັດຢາເສບຕິດ

ໃນອາທິດນີ້ ສະຖານທູດສະຫະລັດອາເມລິກາຊວ່ຍເຫຼືອການຝຶກອົບຮົມກະສິກຳອິນຊີເພື່ອຊ່ວຍວຽກງານບຳບັດຟື້ນຟູສຸຂະພາບຂອງຜູ້ຕິດຢາເສບຕິດທີ່ກຳລັງຮັບການປິ່ນປົວຢູ່ສູນສົມສະຫງ່າທີ່ນະຄອນຫຼວງວຽງຈັນ. ການຝຶກອົບຮົມໃນຄັ້ງນີ້ຈະຊວ່ຍໃຫ້ຜູ້ບຳບັດມີທັກສະດ້ານກະສິກຳ-ການເຮັດສວນຄົວເພື່ອສ້າງໃຫ້ພວກເຂົາເຫຼົ່ານີ້ກາຍເປັນຄົນດີມີຄຸນນະພາບໃນຊຸຸຸມຊົນທ້ອງຖິ່ນຂອງເຂົ້າເຈົ້າ. ການຝຶກອົບຮົມເລີ້ມແຕ່ວັນທີ 25 ພຶດສະພາ ຈົນເຖີງວັນທີ 15 ມິຖຸນາ 2016. ການຝຶກອົບຮົມແມ່ນເປັນສວ່ນນຶ່ງຂອງໂຄງການສ້າງອ່າງເກັບນ້ຳ ແລະເຮືອນຮົ່ມສຳລັບເຮັດການກະເສດເຊິ່ງໄດ້ຮັບຄຳແນະນຳຊຸກຍູ້ຈາກທ່ານເຈົ້າຄອງນະຄອນຫຼວງວຽງຈັນ ທ່ານ ປອ ສິນລາວົງ ຄຸດໄພທູນ. ທ່ານເອກອັກຄະລັດຖະທູດ ສະຫະລັດອາເມລິກາປະຈຳນະຄອນຫຼວງວຽງຈັນ ດານຽນ ຄລູນ ໄດ້ກ່າວວ່າ: ພວກຂ້າພະເຈົ້າມີຄວາມຍິນດີທີ່ໄດ້ລິເລີ່ມບາດກ້າວອັນສຳຄັນໃນການຊ່ວຍເຫຼືອຜູ້ທີ່ຕົກເປັນເຫຍື່ອຂອງຢາເສບຕິດເພື່ອໃຫ້ພວກເຂົາເຫຼົ່ານີ້ຈະໄດ້ຮຽນຮູ້ທັກສະໃຫມ່ໆເພື່ອນຳໄປປັບປຸງຊີວິດຂອງຕົນເອງ ແລະ ເພື່ອກັບໄປປະກອບສ່ວນເຮັດວຽກງານຕ່າງໆໃນການພັດທະນາສັງຄົມ. ຫວ່າງບໍ່ດົນຜ່ານມານີ້, ສະຖານທູດສະຫະລັດອາເມລິກາ ກໍ່ໄດ້ຊວ່ຍເຫຼືອທຶນກໍ່ສ້າງເຮືອນຮົ່ມ ແລະ ອ່າງເກັບນ້ຳໃຫ້ແກ່ທາງສູນສົມສະຫງ່າເພື່ອໃຊ້ເຂົ້າໃນວຽກງານການປູກຝັງ. ໃນພິທີເປີດການຝຶກອົບນີ້ ທ່ານ ອຸ່ນຊື່ນ ສຸລິຍະໄທ ຜູ້ອຳນວຍການສູນສົມສະຫງ່າໄດ້ກ່າວວ່າ: ການຝຶກອົບຮົມໃນຄັ້ງນີ້ຈະຊວ່ຍຍົກລະດັບ ແລະ ສ້າງຄວາມເຂັ້ມແຂງໃຫ້ວຽກງານຝຶກວິຊາຊີບພາຍໃນສູນຂອງພວກເຮົາ ທັງເປັນການສ້າງເງື່ອນໄຂເພື່ອປັບປຸງສຸຂະພາບທາງດ້ານຮ່າງກາຍກໍ່ຄືມັນສະໝອງຂອງຜູ້ຕິດຢາເສບຕິດ. ທ່ານໄດ້ກ່າວອິກວ່າ: ນອກນັ້ນ, ຍັງເປັນການເສີມຂະຫຍາຍວຽກງານຝຶກວິຊາຊີບ ແລະ ກິດຈະກຳເພື່ອຟື້ນຟູສຸຂະພາບຕ່າງໆ ພາຍໃນສູນຂອງພວກເຮົາໃຫ້ມີຄວາມເຂັ້ມແຂງຢ່າງຕໍ່ເນື່ອງອີກດ້ວຍ. ປັດຈຸບັນທາງສູນສົມສະຫງ່າໄດ້ບຳບັດຜູ້ຕິດຢາເສບຕິດຫລາຍກວ່າ 1,350 ຄົນ. ນັບແຕ່ປີ 1998 ເປັນຕົ້ນມາ ທີ່ທາງສູນໄດ້ຂະຫຍາຍການຮັບໃຊ້ສັງຄົມ, ທາງລັດຖະບານສະຫະລັດໄດ້ໃຫ້ການຊ່ວຍເຫຼືອສູນສົມສະຫງ່າໃນຫຼຼາຍດ້ານໃນນັ້ນລວມມີອາຄານຫໍພັກ, ວຽກງານຝຶກອົບຮົມ, ການຝຶກວິຊາຊີບ ແລະ ... ອ່ານເພີ່ມເຕີມ»

ສະຫະລັດອາເມລິກາມອບອຸປະກອນເພື່ອຮັບໄຊ້ວຽກງານຕ້ານຢາເສບຕິດ

ໃນວັນທີ 13 ພຶດສະພາ 2016ນີ້ ທ່ານເອກອັກຄະລັດຖະທູດສະຫະລັດອາເມລິກາ ດານຽວ ຄລູນ ໄດ້ມອບອຸປະກອນຮັບໄຊ້ວຽກງານຕ້ານຢາເສບຕິດໃຫ້ກະຊວງປ້ອງກັນຄວາມສະຫງົບ ລວມເປັນມູນຄ່າທັງໝົດ 110,000 ໂດລາສະຫະລັດ. ໃນພິທີມອບຮັບດັ່ງກ່າວ, ທ່ານພົນຈັດຕະວາ ສີສະຫວາດ ແກ້ວມາລາວົງ, ຫົວໜ້າກົມໃຫຍ່ ຕ່ຳຫລວດ, ກະຊວງປ້ອງກັນຄວາມສະຫງົບ ໃນນາມຕາງໜ້າລັດຖະບານລາວ. ເຄື່ອງອຸປະກອນທີ່ມອບໃຫ້ໃນຄັ້ງນີ້ລວມມີ: ເສື້ອກັນກະສຸນ, ເຄື່ອງກວດຫາສານເສບຕິດ ແລະອຸປະກອນອື່ນໆ ເຊີ່ງອຸປະກອນດັ່ງກ່າວນິີ້ແມ່ນຈະນຳໄປຮັບໃຊ້ວຽກງານຕ້ານ ແລະ ສະກັດກັ້ນຢາເສບຕິດ. ທ່ານເອກອັກຄະລັດຖະທູດ ດານຽວ ຄູລນ ໄດ້ກ່າວວ່າລັດຖະບານສະຫະລັດອາເມລິກາໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນວຽກງານຕ້ານແລະສະກັດກັ້ນຢາເສບຕິດ ຊຶ່ງມີມູນຄ່າຫລາຍກ່ວາ 45 ລ້ານໂດລາສະຫະລັດ ແລະ ທ່ານທູດ ຍັງໄດ້ກ່າວຕື່ມອີກວ່າ: ພວກເຮົາມີຄວາມຍີນດີເປັນຢ່າງຍີ່ງທີ່ໄດ້ຊ່ວຍປະເທດລາວໃນວຽກງານດັ່ງກ່າວ ເນື່ອງຈາກວ່າ ສອງປະເທດຂອງພວກເຮົາແມ່ນມີເປົ້າໝາຍອັນດຽວກັນ ເພື່ອເຮັດໃຫ້ສັງຄົມຂອງພວກເຮົາປາສະຈາກໄພອັນຕະລາຍ ຂອງຢາເສບຕິດ ແລະການນຳໃຊ້ສານເສບຕິດທີ່ຜິດກົດໝາຍ. ທ່ານກຸ ຈັນສີນາ ປະທານຄະນະກຳມະການແຫ່ງຊາດເພື່ອຄວບຄຸມ ແລະກວດກາຢາເສບຕິດ ໄດ້ກ່າວວ່າ: ອຸປະກອນດັງກວ່ານີ້ແມ່ນມີຄວາມສຳຄັນຫລາຍໃນການນຳໃຊ້ເພື່ອຊ່ວຍໃນວຽກງານຕ້ານຢາເສບຕິດ,ໂດຍສະເພາະວຽກງານທີ່ມີຄວາມຫຍຸ້ງຍາກ ແລະ ວຽກງານທີ່ມີຄວາມສ່ຽງສູງ. ... ອ່ານເພີ່ມເຕີມ»