ຂ່າວ ແລະ ກິດ​ຈະ​ກຳ​ຕ່າງໆ

ສະຫະລັດ ອາເມຣິກາ ມອບອາຄານໂຮງຮຽນ ມັດທະຍົມຕອນຕົ້ນ ຫລັງໃໝ່ ໃຫ້ແກ່ ແຂວງ ຫົວພັນ

ທ່ານ ໄມໂຄ ຄລາຍ ຮອງທູດສະຫະລັດອາເມລິກາປະຈຳ ສປປ ລາວ ໄດ້ມອບອາຄານໂຮງຮຽນມັດທະຍົມ ຕອນຕົ້ນຫລັງໃໝ່ ຢ່າງເປັນທາງການຢູ່ແຂວງຫົວພັນ ໃຫ້ແກ່  ທ່ານຮອງ ເຈົ້າແຂວງໆຫົວພັນ ທ່ານນາງ ແພງ ກັນຍາພິມ ເຊິ່ງ ພິທີ ມອບ-ຮັບ ແມ່ນໄດ້ຈັດຂື້ນໃນວັນທີ 11 ພຶດສະພາ 2016. ໂຄງການຊ່ວຍເຫລືອຂອງສະຫະລັດອາເມລິກາດັ່ງກ່າວມີມູນຄ່າ $630,537 ໂດລາ ສະຫະລັດ ລວມມີ ອາຄານຮຽນຫລັງໃໝ່ ມີ 5 ຫ້ອງຮຽນ, 1 ຫ້ອງການຄູ ແລະ ຫໍພັກນັກຮຽນ ທີ່ ໂຮງຮຽນມັດທະຍົມ ສຶກສາຕອນຕົ້ນເມືອງນາ ທີ່ເມືອງຊຳໄຕ້. ນອກຈາກນີ້, ໂຄງການດັ່ງກ່າວລວມມີ ໂຕະຕັ່ງ, ກະດານ ຄົບຊຸດ, ຫ້ອງນ້ຳໃໝ່, ພ້ອມທັງຕິດຕັ້ງລະບົບໄຟຟ້າ ແລະ ນ້ຳປະປາ ໃຫ້ແກ່ອາຄານຮຽນດັ່ງກ່າວເພື່ອຮອງຮັບຈຳນວນນັກຮຽນທີ່ເພີ່ມຂື້ນ. ຢູ່ໃນບົດປາໄສຂອງທ່ານຮອງທູດ, ທ່ານໄດ້ກ່າວວ່າ, “ການສຶກສາແມ່ນສິ່ງທີ່ຄວາມສຳຄັນໃນການພັດ ທະນາເສດຖະກິດ ແລະ ສັງຄົມຂອງທຸກໆປະເທດ. ...
ອ່ານເພີ່ມເຕີມ»

ການຮ່ວມມືລະຫວ່າງ ສປປ ລາວ ແລະ ສະຫະລັດອາເມລິກາເພື່ອປ້ອງກັນການແພ່ລະບາດຂອງເຊື້ອພະຍາດ ວຽງຈັນ, ສປປ ລາວ

ໃນມື້ນີ້, ທາງກະຊວງກະສິກຳແລະປ່າໄມ້ໄດ້ປະກາດໂຄງການຊ່ວຍເຫລືອໃໝ່ທີ່ໄດ້ຮັບທຶນສະໜັບສະໜູນຈາກ ສະຫະລັດອາເມລິກາເພື່ອຊ່ວຍເຫລືອກ່ຽວກັບການລະບຸພະຍາດທີ່ມີແນວໂນ້ມວ່າຈະຕິດຕໍ່ຈາກສັດມາສູ່ຄົນ. ພາຍໃຕ້ບັນທຶກເພື່ອຄວາມເຂົ້າໃຈທີ່ເຊັນໂດຍເຈົ້າໜ້າທີ່ຝ່າຍລາວ ແລະ ຜູ້ຕາງໜ້າຈາກອົງການພັດທະນາສາກົນຂອງປະເທດສະຫະລັດອາເມລິກາ (USAID), ໂດຍທີມງານຈະເລີ່ມເກັບຕົວຢ່າງຈາກສັດປ່າ, ສັດລ້ຽງ ແລະ ຄົນໃນແຂວງຈຳປາສັກພາຍໃນປີນີ້. ເຊິ່ງການຮ່ວມມືຄັ້ງນີ້ແມ່ນບົດບາດສຳຄັນ ແລະ ບາດກ້າວໃໝ່ໃນການລະບຸເຊື້ອພະຍາດວ່າມີການຕິດຕໍ່ກັນດ້ວຍວິທີໃດໂດຍຜ່ານການເກັບກຳຕົວຢ່າງຈາກຄົນ, ສັດລ້ຽງ ແລະ ສັດປ່າທີ່ມີການສຳຜັດກັນຢ່າງໃກ້ຊິດ. ທ່ານ ນາງ ເບັດ ເພຈ, ຜູ້ອຳນວຍການໃຫຍ່ຂອງອົງການພັດທະນາສາກົນຂອງປະເທດສະຫະລັດອາເມລິກາປະຈຳພາກພື້ນອາຊີ ກ່າວວ່າ: ໂຄງການເຫລົ່ານີ້ໃນ ສປປ ລາວ ແລະ ທົ່ວໂລກໄດ້ຊ່ວຍໃຫ້ພວກເຮົາມີຄວາມເຂົ້າໃຈຫລາຍຂຶ້ນກ່ຽວກັບການເກີດຂຶ້ນຂອງເຊື້ອພະຍາດ. ດັ່ງນັ້ນ, ພວກເຮົາຈິ່ງໄດ້ມີການປັບປຸງຍຸດທະສາດປ້ອງກັນການລະບາດແລະຫລຸດຜ່ອນຄວາມສ່ຽງທີ່ຈະນຳໄປສູ່ການລະບາດໃຫຍ່”. ທ່ານຍັງໄດ້ກ່າວຕື່ມອິກວ່າ: ການຄຸ້ມຄອງຄົນແລະສັດລ້ຽງໃຫ້ປອດໄພຈາກໂລກລະບາດຍັງເປັນການປັບປຸງການດຳລົງຊີວິດໃນເຂດຊົນນະບົດ ແລະ ຍັງເປັນການຮັບປະກັນທາງດ້ານສະບຽງອາຫານ ແລະ ຊ່ວຍສະໜັບສະໜູນເສດຖະກິດໃຫ້ເຂັ້ມແຂງອີກດ້ວຍ. ຢູ່ໃນ ສປປ ລາວ, ໂຄງການຂອງ USAID, ເຊິ່ງຈັດຕັ້ງປະຕິບັດໂດຍ Metabiota Inc, ຮ່ວມມືກັບກົມລ້ຽງສັດແລະການປະມົງ, ຫໍວິໄຈພະຍາດສັດ, ສູນວິເຄາະແລະລະບາດວິທະຍາແຫ່ງຊາດ, ແລະ ອົງການອາຫານແລະການກະເສດແຫ່ງສະຫະປະຊາຊາດ, ເພື່ອຈັດຕັ້ງປະຕິບັດລະບົບເຝົ້າລະວັງພະຍາດທີ່ຕິດຕໍ່ຈາກສັດສູ່ຄົນ ໂດຍຜ່ານການເຮັດວຽກຮ່ວມກັບລັດຖະບານ 31 ປະເທດຢູ່ ທະວີບ ອາຟຣິກາ, ...
ອ່ານເພີ່ມເຕີມ»

ສະຫະລັດອາເມລິກາ-ອົງການອາຫານໂລກສົງເສີມໂຄງການອາຫານໃນ ສປປລາວ

ພະນັກງານຈາກກະຊວງກະສິກໍາຂອງສະຫະລັດອາເມລິກາ (USDA) ແລະ ກະຊວງ ສຶກສາທິການ ແລະ ກິລາ ແຫ່ງສປປ ລາວ ໄດ້ສຳເລັດການການຢ້ງມຢາມບັນດາໂຮງຮຽນທີ່ໄດ້ຮັບການສະໜັບສະໜູນ ຈາກໂຄງການສາກົນດ້ານການສະບຽງອາຫານເພື່ອການສຶກສາ ແລະໂພສານາການແກ່ເດັກ  (McGovern–Dole International Food for Education and Child Nutrition Program) ໂດຍຜ່ານການຈັດຕັ້ງປະຕິບັດຂອງອົງການອາຫານໂລກ (WFP).   ບັນດາຜູ້ຕາງຫນ້າອົງການໄດ້ລົງຢ້ຽມຢາມໂຮງຮຽນ5ແຫ່ງຢູ່ແຂວງອຸດົມໄຊພາກເໜືອຂອງສປປ ລາວ ທີ່ໄດ້ຮັບການຊ່ວຍເຫຼືອຈາກອົງການອາຫານໂລກ. ແຂວງອຸດົມໄຊຖືວ່າເປັນແຂວງທີ່ມີອັດຕາການຂາດ ສານອາຫານຊໍາເຮື້ອຫຼາຍທີ່ສຸດຢູ່ໃນສປປ ລາວ ເຊິ່ງງກວມເອົາ50ສ່ວນຮ້ອຍຂອງເດັກນ້ອຍທີ່ມີອາຍຸຕໍ່າ ກວ່າ5ປີທີ່ໄດ້ຮັບຜົນກະທົບຈາກການຂາດສານອາຫານ. ຜູ້ອຳນວຍການອົງການອາຫານໂລກແຫ່ງສປປ ລາວ ທ່ານ ສາຣາ ກໍດອນ ກິບສັນໄດ້ກ່າວວ່າ: ການສືບຕໍ່ໃຫ້ການຊ່ວຍເຫຼືອການສະໜັບສະໜູນຈາກລັດຖະບານສະຫະລັດອາເມລິກາດ້ານໂຄງການສະບຽງອາຫານສຳລັບໂຮງຮຽນໃນສປປ ລາວ ໂດຍພ່ານໂຄງການ (McGovern-Dole Food for Education Program) ແມ່ນໄດ້ສະທ້ອນເຖິງຄວາມໝາຍໝັ້ນຂອງສະຫະລັດອາເມລິກາທີ່ໄດ້ເອົາໃຈໃສ່ ຕໍ່ອານາຄົດຂອງເດັກນ້ອຍ. ຜູ້ຊ່ວຍຮອງຜູ້ບໍລິຫານກະຊວງກະສິກໍາຂອງສະຫະລັດອາເມລິກາດ້ານການບໍລິການກະຊິກຳຕ່າງປະເທດ ທ່ານ ໄມເຄີນ ຄາຮູນ ໄດ້ກ່າວວ່າ: ການສະໜອງອາຫານທີ່ມີໂພສະນາການໃຫ້ແກ່ເດັກນ້ອຍໃນ ສປປ ...
ອ່ານເພີ່ມເຕີມ»

ທ່ານເອກອັກຄະລັດຖະທູດ ສະຫະລັດອາເມລິກາສະເຫຼີມສະຫຼອງວັນຄຸ້ມຄອງໂລກ

ເນື້ອງໃນວັນຄຸ້ມຄອງໂລກ, ທ່ານເອກອັກຄະລັດຖະທູດ ແດນຽວ ຄລູນ ແລະ ພັນລະຍາຂອງທ່ານໄດ້ຮ່ວມກັບນັກສຶກສາຈາກໂຄງການ (Access Scholarship) ເພື່ອປູກຕົ້ນໄມ້ປະຈຳຊາດຕົ້ນດອກຈຳປາທີ່ສູນອາເມລິກາທາດດຳ. ການປູກຕົ້ນໄມ້ໃນຄັ້ງນີ້ແມ່ນເປັນສ່ວນໝຶ່ງໃນຄວາມພະຍາຍາມຂອງສາກົນເພື່ອປູກໃຫ້ໄດ້ 7.8 ພັນລ້ານຕົ້ນ, ຄົນໝຶ່ງປູກຕົ້ນໄມ້ໝຶ່ງຕົ້ນຂອງການຄົບຮອບ50ປີຂອງວັນຄຸ້ມຄອງໂລກຈົນເຖິງປີ 2020. ວັນຄຸ້ມຄອງໂລກ (Earth Day) ແມ່ນໄດ້ມີການສະເຫຼີມສະຫຼອງໃນວັນທີ22ເດືອນເມສາຂອງທຸກໆປີເພື່ອສົ່ງເສີມການປົກປັກຮັກສາສິ່ງແວດລ້ວມ. ວັນຄຸ້ມຄອງໂລກແມ່ນເລີ່ມຂື້ນທຳອິດໃນປີ1970 ແລະ ຈົນເຖີງປະຈຸບັນລວມມີຫຼາຍກ່ວາ 193 ປະທດ ທົ່ວໂລກ. ຫົວຂໍ້ຂອງວັນຄຸ້ມຄອງໂລກປີນີ້ແມ່ນປູກຕົ້ນໄມ້ສຳລັບໂລກ “Trees for the Earth.” ໃນພິທີປູກຕົ້ນໄມ້ຄັ້ງນິ້, ທ່ານເອກອັກຄະລັດຖະທູດ ຄລູນ ໄດ້ຊົມເຊີຍນັກສຶກສາທີ່ມີຄວາມສົນໃຈຕໍ່ການຮຽນພາສາອັງກິດເຊິ່ງເປັນພາສາທາງການໃນບັນດາປະເທດອາຊຽນ ແລະ ເປັນພາສາສຳລັບທຸລະກິດສາກົນ. ທ່ານໄດ້ກ່າວຕື່ມອິກວ່າ, ໃນຄະນະທີ່ມີການປູກຕົ້ນໄມ້ທີ່ນະຄອນຫຼວຫງວຽງຈັນ, ທ່ານ ສົມມາດ ພົນເສນາ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໄດ້ມີການລົງນາມຂໍ້ຕົກລົງວ່າດ້ວຍການປ່ຽນແປງດ້ານສະພາບອາກາດທີ່ນີວຢອກ. ນີ້ຖືວ່າເປັນບາດກ້າວ ແລະ ເຄື່ອງໝາຍອັນສຳຄັນໃນການຮັກສາໂລກ. ໂຄງການ (Access Scholarship) ແມ່ນການໃຫ້ທຶນການສຶກສາຈາກປະເທດສະຫະລັດອາເມລິກາແກ່ນັກສຶກສາທີ່ມີອາຍຸ 14-17 ປີ. ໂຄງການນີ້ໄດ້ໃຫ້ທຶນການຮຽນພາສາອັງກິດໂດຍບໍ່ຕ້ອງເສຍຄ່າຮຽນ ແລະ ທັງໄດ້ຮຽນການຝຶກອົບຮົມທັດສະຊີວິດສຳລັບນັກໄວໜຸ່ມໃນນະຄອນຫຼວງວຽງຈັນທີ່ຂາດໂອກາດ. ...
ອ່ານເພີ່ມເຕີມ»

ນັກສຶກສາລາວເດີນທາງໄປສຶກສາຕໍ່ຢູ່ສະຫະລັດອາເມລິກາ

ນັກສຶກສາລາວຈຳນວນ6ທ່ານເຊິ່ງໃນນັ້ນ 5 ທ່ານ ຈະໄດ້ເດີນທາງໄປສຶກສາຮຽນຕໍ່ຂັ້ນປະລີນຍາໂທຂອງທຶນ (ຟູລບຣາຍ) ແລະ 1ທ່ານ ຈະໄດ້ໄປຍົກລະດັບວິຊາສະເພາະຂອງທຶນ (ຮາມຟຼີ) ຢູ່ທີ່ສະຫະລັດອາເມລິກາພາຍໃຕ້ທຶນການສຶກສາ Fulbright Program ຂອງກະຊວງການຕ່າງປະເທດແຫ່ງສະຫະລັດ ອາເມລິກາ. ໃນການພົບປະລະຫວ່າງ ນັກສຶກສາ ກັບ ທ່ານ ແດນນຽວ ຄລູນ (Daniel Clune) ເອກອັກຄະລັດຖະທູດ ສະຫະລັດອາເມລິກາປະຈຳນະຄອນຫຼວງວຽງຈັນ, ທ່ານໄດ້ກ່າວສະແດງຄວາມຊົມເຊີຍກັບບັນດານັກສຶກສາລາວທີ່ໄດ້ປະສົບຜົນສຳເລັດໃນຄັ້ງນີ້້. ທ່ານ ຍັງໄດ້ຊຸກຍູ້ໃຫ້ບັນດານັກສຶກສາຈົ່ງນຳໃຊ້ໂອກາດອັນສຳຄັນທີ່ສຸດນີ້ເພື່ອສ້າງຜົນປະໂຫຍດຕໍ່ການພັດທະນາອາຊີບຂອງພວກເຂົາ ແລະ ຕໍ່ການຮັດແໜ້ນສາຍພົວພັນລະຫວ່າງ ສປປ ລາວ ແລະ ສະຫະລັດອາເມລິກາ. ທ່ານ ແດນນຽວ ຄລູນ ຍັງໄດ້ກ່າວໂອ້ລົມກັບບັນດານັກສຶກສາທີ່ຈະເດີນທາງຕໍ່ກັບການກະກຽມແຜນການຕ່າງໆໃນການຮຽນຂອງພວກເຂົາ. ນັກສຶກສາທີ່ໄດ້ທຶນລວມມີ ທ່ານນາງ ມະໂນລີ ສີສະຫວັນ ເຊິ່ງຈະໄປສຶກສາຕໍ່ຂັ້ນປະລິຍາໂທດ້ານການພັດທະນາສາກົນ ຢູ່ມະຫາວິທະຍາໄລ ຄອນແນວ, ນາງ ມານີເພັດ ແພງສະຫວັດດີ ຈະໄປສຶກສາຕໍ່ຂັ້ນປະລິຍາໂທດ້ານການບໍລິຫານຈັດການທຸລະກິດລົງເລິກການສ້າງທຸລະກິດທີ່ຍືນຍົງເພື່ອສັງຄົມຢູ່ທີ່ມະຫາວິທະຍາໄລ ໂຄໂລຣາໂດ, ນາງ ສຸລິຍາ ຈັນນາວົງ ຈະໄປສຶກສາຕໍ່ຂັ້ນປະລິຍາໂທດ້ານ ສາທາລະນະສຸກທີ່ມະຫາວິທະຍາໄລ ມິຊີແກນ, ...
ອ່ານເພີ່ມເຕີມ»