ນັກສຶກສາລາວເດີນທາງໄປສຶກສາຕໍ່ຢູ່ສະຫະລັດອາເມລິກາ
ນັກສຶກສາລາວຈຳນວນ6ທ່ານເຊິ່ງໃນນັ້ນ 5 ທ່ານ ຈະໄດ້ເດີນທາງໄປສຶກສາຮຽນຕໍ່ຂັ້ນປະລີນຍາໂທຂອງທຶນ (ຟູລບຣາຍ) ແລະ 1ທ່ານ ຈະໄດ້ໄປຍົກລະດັບວິຊາສະເພາະຂອງທຶນ (ຮາມຟຼີ) ຢູ່ທີ່ສະຫະລັດອາເມລິກາພາຍໃຕ້ທຶນການສຶກສາ Fulbright Program ຂອງກະຊວງການຕ່າງປະເທດແຫ່ງສະຫະລັດ ອາເມລິກາ. ໃນການພົບປະລະຫວ່າງ ນັກສຶກສາ ກັບ ທ່ານ ແດນນຽວ ຄລູນ (Daniel Clune) ເອກອັກຄະລັດຖະທູດ ສະຫະລັດອາເມລິກາປະຈຳນະຄອນຫຼວງວຽງຈັນ, ທ່ານໄດ້ກ່າວສະແດງຄວາມຊົມເຊີຍກັບບັນດານັກສຶກສາລາວທີ່ໄດ້ປະສົບຜົນສຳເລັດໃນຄັ້ງນີ້້. ທ່ານ ຍັງໄດ້ຊຸກຍູ້ໃຫ້ບັນດານັກສຶກສາຈົ່ງນຳໃຊ້ໂອກາດອັນສຳຄັນທີ່ສຸດນີ້ເພື່ອສ້າງຜົນປະໂຫຍດຕໍ່ການພັດທະນາອາຊີບຂອງພວກເຂົາ ແລະ ຕໍ່ການຮັດແໜ້ນສາຍພົວພັນລະຫວ່າງ ສປປ ລາວ ແລະ ສະຫະລັດອາເມລິກາ. ທ່ານ ແດນນຽວ ຄລູນ ຍັງໄດ້ກ່າວໂອ້ລົມກັບບັນດານັກສຶກສາທີ່ຈະເດີນທາງຕໍ່ກັບການກະກຽມແຜນການຕ່າງໆໃນການຮຽນຂອງພວກເຂົາ. ນັກສຶກສາທີ່ໄດ້ທຶນລວມມີ ທ່ານນາງ ມະໂນລີ ສີສະຫວັນ ເຊິ່ງຈະໄປສຶກສາຕໍ່ຂັ້ນປະລິຍາໂທດ້ານການພັດທະນາສາກົນ ຢູ່ມະຫາວິທະຍາໄລ ຄອນແນວ, ນາງ ມານີເພັດ ແພງສະຫວັດດີ ຈະໄປສຶກສາຕໍ່ຂັ້ນປະລິຍາໂທດ້ານການບໍລິຫານຈັດການທຸລະກິດລົງເລິກການສ້າງທຸລະກິດທີ່ຍືນຍົງເພື່ອສັງຄົມຢູ່ທີ່ມະຫາວິທະຍາໄລ ໂຄໂລຣາໂດ, ນາງ ສຸລິຍາ ຈັນນາວົງ ຈະໄປສຶກສາຕໍ່ຂັ້ນປະລິຍາໂທດ້ານ ສາທາລະນະສຸກທີ່ມະຫາວິທະຍາໄລ ມິຊີແກນ, ... ອ່ານເພີ່ມເຕີມ»