ທ່ານ Brian H. Hook ເປັນຜູ້ອໍານວຍການວາງແຜນນະໂຍບາຍແລະທີ່ປຶກສາດ້ານນະໂຍບາຍອາວຸໂສ ທີ່ ພະແນກການຕ່າງປະເທດສະຫະລັດ. 

ໃນຕົ້ນເດືອນນີ້ທີ່ສະພາແຫ່ງຊາດໃນນະຄອນຫຼວງເຊອຸນ, ປະທານາທິບໍດີ Trump ໄດ້ເນັ້ນເຖິງເຫດການທີ່ໜ້າເສົ້າສະລົດໃຈຂອງ “ຄົນເກົາຫຼີສອງຄົນ” – ຄົນໜຶ່ງໄດ້ຮັບການປ່ອຍໂຕໃຫ້ເປັນອິດສະຫຼະ ແລະ ມີເສລີພາບ , ສ່ວນອີກຄົນແມ່ນຍັງຖືກທາລຸນ, ກົດຂີ່ຂົ່ມເຫັງຢ່າງໂຫດຮ້າຍ. ຄວາມແຕກຕ່າງກັນນີ້ແມ່ນຮາກຖານຂອງສິ່ງທ້າທາຍດ້ານຄວາມປອດໄພແຫ່ງຊາດທີ່ເລັ່ງດ່ວນຂອງອາເມຣິກາ. ເຊີ່ງໃນປະຈຸບັນໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງທີ່ໂຮງໝໍເກົາຫຼີທີ່ທ່ານໝໍກຳລັງໃຫ້ການປິ່ນປົວທະຫານເກົາຫຼີເໜືອທີ່ໄດ້ບາດເຈັບ ແລະ ຂາດສານອາຫານ ຫຼັງຈາກທີ່ໂຕນໜີໃນທິດແລ້ວນີ້ ຈາກການເປັນຂ້າທາດຂອງທ່ານ Kim Jong Un.

ຊື່ຂອງຜູ້ຫລົບໜີ ຍັງບໍ່ໄດ້ຖືກເປີດເຜີຍຕໍ່ສາທາລະນະ, ລາວໄດ້ສ່ຽງຊີວິດຂອງຕົນໂດຍການຂີ່ລົດຈິບເລັ່ງຂ້າມເຂດປອດທະຫານ, ຫຼັງຈາກນັ້ນໄດ້ແລ່ນຂ້າມຊາຍແດນທີ່ມີການປ້ອງກັນຢ່າງໜາແໜ້ນ ທີ່ Panmunjon. ລາວຮູ້ວ່າກອງທະຫານເກົາຫຼີເໜືອມີຄໍາສັ່ງໃຫ້ຍິງເພື່ອຂ້າຜູ້ໃດກໍ່ຕາມທີ່ພະຍາຍາມລົບໜີ. ໃນເວລາທີ່ລາວຂ້າມໄປໄດ້ສຳເລັດ, ມີລູກປືນຈຳນວນຫົກລູກໄດ້ເຈາະເຂົ້າແຂນ ແລະ ລຳຕົວຂອງລາວ. ເຈົ້າໜ້າທີ່ປ້ອງກັນຊາວເກົາຫຼີໃຕ້ໄດ້ຊ່ວຍເຫຼືອລາວ 55 ຫລາ ຈາກເຂດຊາຍແດນພາກໃຕ້ ແລະ ຕໍ່ມາທ່ານໝໍໄດ້ພົບວ່າອາການຂອງລາວແມ່ນຮ້າຍແຮງຫຼາຍ: ນອກຈາກຮອຍບາດແຜລູກປືນ, ລາວມີໄວຣັດຕັບ B, ປອດບວມ ແລະ ມີພະຍາດແມ່ທ້ອງ“ຈຳນວນຫຼາຍ”ໃນລຳໃສ້ຂອງລາວ, ພະຍາດບາງໂຕຍາວເຖິງ 11 ນິ້ວ. “ຂ້ອຍບໍ່ເຄີພົບເຄີຍເຫັນສິ່ງນີ້ໃນ ໄລຍະ 20ປີ ທີ່ຂ້ອຍເປັນໝໍ,” ກ່າວໂດຍ ທ່ານໝໍຜ່າຕັດເກົາຫລີໃຕ້. ແມ່ທ້ອງສາມາດເຈາະເຂົ້າໄປໃນບາດແຜສົດ, ເຊີ່ງມຄວາມເປັນເປັນໄດ້ທີ່ຈະສົ່ງຜົນກະທົບທີ່ຮ້າຍແຮງທີ່ສຸດ.

ສະຕາກຳຂອງຜູ້ຫລົບໜີນີ້ ເປັນປະຕູສູ່ຊີວິດການເປັນຢູ່ຂອງເກົາຫຼີເໜືອ. ສຳລັບການໃຊ້ຈ່າຍທັງໝົດນີ້ແມ່ນເພື່ອຊື້ອາວຸດທີ່ສະຫຼັບຊັບຊ້ອນຂອງລະບອບການປົກຄອງ, ສ້າງອານຸສາວະລີໃຫ້ ຄອບຄົວທ່ານ Kim ແລະ ສິນບົນສໍາລັບຊົນຊັ້ນສູງໃນນະຄອນຫຼວງພຽງຢາງ, ແມ່ນແຕ່ທະຫານທີ່ມີຄວາມພັກດີກໍ່ຍັງປະສົບກັບການຂາດສານອາຫານທີ່ຮ້າຍແຮງ. ຊາວເກົາຫຼີເໜືອສ່ວນຫຼາຍທົນທຸກທໍລະມານ ແລະ ຍັງຈະຮ້າຍແຮງຂຶ້ນ. ຄວາມໂຫດຮ້າຍຂອງລະບອບການປົກຄອງເກົາຫລີເໜືອ – ແລະ ສິ່ງດັ່ງກ່າວແມ່ນຄວາມຮັບຜິດຊອບຂອງບັນດາລັດຖະບານຕ່າງປະເທດ.

ທຸກໆຄົນຂອງຊາວເກົາຫຼີເໜືອໃນຈຳນວນ23ລ້ານຄົນແມ່ນຂຶ້ນຢູ່ກັບລະບົບຊົນຊັ້ນວັນນະທີ່ລັດໄດ້ກຳນົດຢ່າງຮ້າຍແຮງເຊີ່ງເອີ້ນວ່າ Songbun. ຄໍາວ່າSongbunອາດຈະມີຊື່ສຽງທົ່ວໂລກ. ນັບແຕ່ມື້ເກີດທຸກໆຄົນຊາວເກົາຫຼີເໜືອໄດ້ຖືກໝາຍໂດຍລັດຖະບານໃນຖານະເປັນສະມາຊິກຂອງຊົນຊັ້ນ”ຫຼັກ”ທີ່ສື່ສັດ,”ກາງ” ຄົນຊັ້ນກາງ ຫຼື “ຕໍ່າ” ຊົນຊັ້ນທີ່ບໍ່ເປັນມິດ, ແລະ ການອອກແບບນີ້ເພື່ອກໍານົດການເຂົ້າເຖິງອາຫານ, ທີ່ຢູ່ອາໄສ, ການສຶກສາ, ວຽກງານ -ທຸກສິ່ງທຸກຢ່າງ. ໃນໄລຍະປີ 1990 ແຫ່ງຄວາມອຶດຫິວ, ເມື່ອຊາວເກົາຫຼີເໜືອຫຼາຍກວ່າສອງລ້ານຄົນໄດ້ເສຍຊີວິດ, ລະບົບ Songbun ຈະກໍານົດຜູ້ທີ່ໄດ້ກິນ ແລະ ຜູ້ທີ່ອຶດຫິວ.ຄັ້ງໜຶ່ງ ເກົາຫລີເໜືອເຄີຍມີອຸດສາຫະກໍາການພະລິດຜົນຜະລິດຂ້ອນຂ້າງໃຫຍ່ ລວມທັງ ແຮ່ທາດ ແລະ ຊັບພະຍາກອນທໍາມະຊາດຕ່າງໆ. ແຕ່ໃນຂະນະທີ່ເກົາຫຼີໃຕ້ຂະຫຍາຍຕົວຫຼັງຈາກສົງຄາມເກົາຫຼີ ແລະ ກາຍເປັນໜຶ່ງໃນບັນດາປະເທດທີ່ມີເສດຖະກິດທີ່ຍິ່ງໃຫຍ່ຂອງໂລກ, ກອມມູນິດໃນພາກເໜືອເຮັດໃຫ້ຄົນຂອງຕົນເອງໜ້າສົງສານ. ການຂາດສານອາຫານເຮັດໄດ້ໃຫ້ເດັກນ້ອຍໃນເກົາຫລີເໜືອເຕ້ຍ ແລະ ຈ່ອຍກວ່າເດັກນ້ອຍໃນເກົາຫລີໃຕ້.

ຊາວເກົາຫຼີເໜືອຈຳນວນ 30,000 ຄົນໄດ້ຫລົບໜີຈາກປະເທດ, ສ່ວນໃຫຍ່ແມ່ນໃນໄລຍະສອງທົດສະວັດທີ່ຜ່ານມາແລະ ສ່ວນໃຫຍ່ແມ່ນເດີນທາງໄປສູ່ເສັ້ນທາງອັນຕະລາຍທີ່ສຸດໂດຍຜ່ານ ສປ ຈີນ ແລະ ສຸດທ້າຍສູ່ເກົາຫລີໃຕ້. ອັນຕະລາຍສ່ວນໜຶ່ງແມ່ນມາຈາກຄົນຍາມຊາຍແດນເກົາຫລີເໜືອທີ່ຍິງ ແລະ ຂ້າ. ສ່ວນໜຶ່ງແມ່ນນັກການຄ້າມະນຸດທີ່ໂຫດຮ້າຍເຊີ່ງມີຄົນລອກລວງເອົາຜູ້ຫລົບໜີໄປເປັນແຮງງານ ຫຼື ເປັນໂສເພນີ. ແລະ ອັນຕະລາຍສ່ວນໜຶ່ງແມ່ນມາຈາກເຈົ້າໜ້າທີ່ ສປ ຈີນ ທີ່ຈັບກຸມຜູ້ອົບພະຍົບ ແລະ ສົ່ງກັບຄືນໃຫ້ເກົາຫລີເໜືອ, ເຮັດໃຫ້ພວກເຂົາເຂົ້າຄຸກ ແລະ ຖືກປະຫານຊີວິດ. ການສົ່ງກັບຄືນດັ່ງກ່າວລ້ວນແຕ່ຖືກລະເມີດກົດລະບຽບກົດໝາຍຢ່າງຈະແຈ້ງຂອງຈີນພາຍໃຕ້ສົນທິສັນຍາສາກົນຂອງຊາວອົບພະຍົບ.

ເກົາຫລີເໜືອຍັງຕິດຕາມຜູ້ຫລົບໜີເພື່ອອິດສະຫະພາບ. ການບໍລິຫານງານຂອງ Trump ໃນອາທິດນີ້ໄດ້ລະບຸວ່າເກົາຫລີເໜືອເປັນຜູ້ສະໜັບສະໜູນດ້ານການກໍ່ການຮ້າຍ, ສ່ວນຫນຶ່ງແມ່ນຍ້ອນການລອບສັງຫານຜູ້ຫລົບໜີຂອງເກົາຫຼີເໜືອ ແລະ ຜູ້ທີ່ຢູ່ຕ່າງປະເທດ, ລວມທັງນ້ອງຊາຍຂອງທ່ານ Kim Jong Un, ໄດ້ເສຍຊີວິດຢູ່ໃນສະໜາມບິນນາໆຊາດ Kuala Lumpur. ສະຫະລັດອາເມລິກາຈະບໍ່ນັ່ງເສີຍຕໍ່ລະບົບການປົກຄອງທີ່ຫລອກລວງ ບໍ່ມີກົດໝາຍຕໍ່ຜູ້ທີ່ສ່ຽງຊີວິດ ຫຼື ເສຍຊີວິດເພື່ອນຳຊີວິດສູ່ເສລີພາບ.

ທ່ານ Kim Jong Un ຍັງສົ່ງຊາວເກົາຫຼີເໜືອໄປຕ່າງປະເທດເພື່ອຫາເງິນ ໃຫ້ລະບົບການປົກຄອງຂອງພວກເຂົາ ລວມທັງແຮງງານຂ້າທາດທີ່ບໍ່ແຮ່, ການຂຸດຄົ້ນໄມ້, ສະຖານທີ່ກໍ່ສ້າງ ແລະ ສະຖານທີ່ອື່ນໆທີ່ໃກ້ຄຽງ, ໂດຍສະເພາະໃນ ສປ ຈີນ. ຣັດເຊຍທີ່ໃຊແຮງງານຊາວເກົາຫຼີເໜືອ, ຈຳນວນໜຶ່ງເຊື່ອວ່າໄດ້ເຮັດວຽກໃນສະໜາມກິລາບານເຕະສໍາລັບເຕະບານໂລກປີ2018. ເຈົ້າໜ້າທີ່ອົງການສະຫະປະຊາຊາດຄາດວ່າ ນະຄອນຫຼວງພຽງຢາງຈະມີລາຍໄດ້ປະມານ 230 ລ້ານໂດລາຕໍ່ປີຈາກວິທີການນີ້. ການບໍລິຫານງານຂອງ Trump ໄດ້ຮຽກຮ້ອງໃຫ້ ສປ ຈີນ, ຣັດເຊຍ ແລະ ບັນດາປະເທດອື່ນໆໃຫ້ຢຸດເຊົາການເອົາປຽບໃຊ້ແຮງງານເກົາຫຼີເໜືອໃນທັນທີ. ມັນເປັນສິ່ງສໍາຄັນທີ່ຈະລົງລາຍລະອຽດຕໍ່ສິດທິມະນຸດອັນໂຫດຮ້າຍຂອງເກົາຫຼີເໜືອ ເພາະວ່າພວກເຂົາໃຫ້ຄວາມສຳຄັນກ່ຽວກັບບັນຫານິວເຄຼຍທີ່ພວກເຮົາປະເຊີນຫນ້າ, ແລະ ປະເທດອື່ນໆທີ່ຍີນດີໃນການຄ້າຂາຍ ແລະ ນຳໃຊ້ເຂົ້າໃນລະບົບການເມືອງຂອງນະຄອນຫຼວງພຽງຢາງ. ລະບອບການປົກຄອງຂອງເກົາຫຼີເໜືອເປັນໄພຂົ່ມຂູ່ຕໍ່ຄວາມສະຫງົບໃນເອເຊຍຍ້ອນວ່າມັນເປັນອັນຕະລາຍຕໍ່ປະຊາຊົນຂອງຕົນເອງ. ມັນໝົດເວລາແລ້ວສໍາລັບປະເທດທີ່ສີວິໄລ – ແລະແນ່ນອນ ທຸກໆປະເທດສະແຫວງຫາການເຄົາລົບທີ່ຍິ່ງໃຫ່ຍໃນເວທີສາກົນ – ເພື່ອເຮັດວຽກຮ່ວມກັນຢ່າງຈິງຈັງເຮັດໃຫ້ເກົາຫຼີເໜືອປອດອາວຸດນິວເຄຼຍ, ໃນບໍ່ຊ້າ ແລະໃນທີ່ສຸດ.

ສຳລັບຜູ້ຫລົບໜີໃນອາທິດຜ່ານມາ, ລາວໄດ້ຕື່ນຂຶ້ນມາຈາກການຜ່າຕັດໃນອາທິດນີ້, ໄດ້ຖາມວ່າ “ນີ້ແມ່ນເກົາຫລີໃຕ້ບໍ?” ແລະ ຂໍຟັງເພງເກົາຫລີໃຕ້ ແລະ ຂໍເບິ່ງຮູບເງົາອາເມລິກາ – ເປັນລົດຊາດນ້ອຍໆແຫ່ງອິດສະລະພາບທີ່ຖືກປະຕິເສດ. ຊາວອາເມຣິກາໃຊ້ເວລາໃນອາທິດນີ້ເພື່ອຈະຂອບໃຈ, ພວກເຮົາທຸກຄົນເຄົາລົບອິດສະລະພາບຂອງພວກເຮົາທີ່ມີຄຸນຄ່າສູງ.

ທ່ານ Brian H. Hook ເປັນຜູ້ອໍານວຍການວາງແຜນນະໂຍບາຍແລະທີ່ປຶກສາດ້ານນະໂຍບາຍອາວຸໂສ ທີ່ ພະແນກການຕ່າງປະເທດສະຫະລັດ. 

ການແປພາສານີ້ໄດ້ຈັດໃຫ້ເພື່ອເປັນການອະນຸເຄາະ ແລະ ຕົ້ນສະບັບພາສາອັງກິດເທົ່ານັ້ນທີ່ຄວນໄດ້ຮັບສິດພິຈາລະນາ.

###

ການແປນີ້ໄດ້ຈັດໃຫ້ເພື່ອເປັນການອະນຸເຄາະ ແລະ ຕົ້ນສະບັບພາສາອັງກິດເທົ່ານັ້ນທີ່ຄວນໄດ້ຮັບສິດພິຈາລະນາ.