
ທ່ານຮອງທູດ ຄໍລິນ ກຣອສບີ ຜູ້ມີປະສົບການຫລາຍທາງການທູດຂອງສະຫະລັດອາເມລິກາ. ໃນໄລຍະຜ່ານມາ, ເພິ່ນໄດ້ບໍລິຫານພະແນກການເມືອງ ຢູ່ເມືອງແມັກຊິໂກ (Mexio city) ແລະ ພະແນກເສດຖະກິດ-ການເມືອງ ຢູ່ ແວວລິງຕັນ (Wellington) ໃນຕຳແໜ່ງທີ່ປຶກສາ. ນອກຈາກນັ້ນຍັງເຄີຍປະຈຳການຢູ່ຕ່າງປະເທດຄື: ສະຖານທູດຢູ່ກຸງເທບ (Bangkok), ມະນິລາ (Manila) ແລະ ບູໂນສ ແອ (Buenos Aires) ເຊິ່ງກວມເອົາການວາງນະໂຍບາຍອັນກວ້າງຂວາງ ແລະ ການຈັດຕັ້ງປະຕິບັດວຽກ.
ຢູ່ ວໍຊິງຕັນ (Washington), ທ່ານ ຄໍລິນ ໄດ້ເປັນຜູ້ຊ່ວຍພິເສດຂອງຮອງລັດຖະມົນຕີກະຊວງການຕ່າງປະເທດ ທ່ານ ວິວລ້ຽມ ເບີນສ໌ (William Burns), ດ້ວຍການເນັ້ນໜັກໃສ່ນະໂຍບາຍທີ່ກ່ຽວຂ້ອງໃນຂົງເຂດອາຊີ. ໃນລະຫວ່າງການຮັບໜ້າທີ່ເປັນຜູ້ຊ່ວຍຂອງຮອງລັດຖະມົນຕີ, ທ່ານ ຄໍລິນ ໄດ້ນຳພາໜ່ວຍງານຄຸ້ມຄອງວິກິດການ ທັງຢູ່ຫ້ອງຄວບຄຸມສະຖານະການຢູ່ທຳນຽບຂາວ ແລະ ສູນປະຕິບັດການຂອງກະຊວງການຕ່າງປະເທດ. ນອກຈາກນັ້ນ ວຽກພາຍໃນເພິ່ນຍັງຖືກມອບໝາຍໃຫ້ເປັນ ເຈົ້າໜ້າທີ່ການເມືອງອາວຸໂສ ປະຈຳໂຕະຍີ່ປຸ່ນ ຂອງກະຊວງການຕ່າງປະເທດ ສະຫະລັດອາເມລິກາ.
ທ່ານ ຄໍລິນ , ໜຶ່ງໃນຄວາມພາກພູມໃຈຂອງ “Buckeye,” (ທີມບານຂອງມະຫາວິທະຍາໄລປະຈຳລັດ ໂອໄຮໂອ ຂອງອາເມລິກາ) ມາຈາກເມືອງຄໍລັມບັສ (Columbus), ລັດ ໂອໄຮໂອ (Ohio). ກ່ອນທີ່ເພິ່ນຈະເຂົ້າເປັນນັກການທູດ, ເພິ່ນໄດ້ສອນຢູ່ໂຮງຮຽນມັດທະຍົມຕອນປາຍ ທັງສອງບ່ອນ ຢູ່ເຂດຊົນນະບົດຂອງຍີ່ປຸ່ນ ແລະ ຢູ່ Appalachia. ທ່ານ ຄໍລິນໄດ້ສຳເລັດການສຶກສາລະດັບປະລິນຍາໂທ ຈາກມະຫາວິທະຍາໄລ ພຣິນຕັນ (Princeton) ແລະ ປະລິນຍາຕີຈາກມະຫາວິທະຍາໄລ ໂອໄຮໂອ (Ohio).