ທ່ານ Michael R. Pence ເກີດທີ່ ໂຄລຳບັສ, ລັດອິນດີແອນາ ໃນວັນທີ 7 ມິຖຸນາ 1959. ເພິ່ນເປັນໜຶ່ງໃນບັນດາລູກ 6 ຄົນຂອງ ທ່ານ Edward ແລະ ທ່ານ ນາງ Nancy Pence. ໃນໄວເດັກ ເພິ່ນໄດ້ສຳພັດກັບປະສົບການຕົວຈິງກັບຄວາມຝັນອັນແທ້ຈິງຂອງຄົນອາເມລິກາ. ພາຍຫລັງທີ່ພໍ່ຕູ້ຂຂອງເພິ່ນໄດ້ຍ້າຍຖິ່ນຖານມາທີ່ສະຫະລັດອາເມລິກາ ຕອນທີ່ເພິ່ນອາຍຸໄດ້ 17 ປີ ແລະ ຄອບຄົວຂອງ ທ່ານໄດ້ຕັ້ງຄົວເຮືອນຢູ່ ມິດເວສ. ອະນາຄົດຮອງປະທານາທິບໍດີ ໄດ້ເບິ່ງໃນສິ່ງທີ່ ພໍ່ ແລະ ແມ່ ຂອງທ່ານໄດ້ສ້າງຂື້ນເຊັ່ນ: ການສ້າງຄອບຄົວ, ທຸລະກິດ ແລະ ຊື່ສຽງ. ການຮຽນຮູ້ ກັບພໍ່ແມ່ ຜູ້ທີ່ປະສົບຜົນສຳເລັດໃນການເປີດຮ້ານສະດວກຊື້ຢູ່ໃນເມືອງນ້ອຍໆທີ່ອິນດີແອນາ, ເພິ່ນ ໄດ້ຖືກສອນໃຫ້ມີຄວາມເຊື່ອ ໃນຄວາມສຳຄັນຂອງການເຮັດວຽກໜັກ, ຄວາມສັດທາ ແລະ ສະຖາບັນຄອບຄົວ.
ທ່ານຮອງປະທານາທິບໍດີ ໄດ້ເດີນທາງໄປສຶກສາທີ່ມະຫາວິທະຍາໄລ ແຮນໂອເວີ (Hanover College) , ສຳເລັດການສຶກສາຂັ້ນປະລິນຍາຕີ ສາຂາປະຫວັດສາດ ໃນປີ 1981,. ໃນໄລຍະນັ້ນ, ເພິ່ນໄດ້ຮັບການຟື້ນຟູຄວາມເຊື່ອທາງສາສະໜາຄຣິສທີ່ຍັງຄົງຖືເປັນແຮງຜັກດັນອັນສຳຄັນໃນຊີວິດຂອງເພິ່ນ.. ແລະໃນເວລາຕໍ່ມາ, ເພິ່ນກໍໄດ້ໄປສຶກສາຕໍ່ທີ່ ມະຫາວິທະຍາໄລກົດໝາຍ (Indiana University School of Law) ແລະ ໄດ້ພົບກັບຄວາມຮັກ, ສຸພາບສະຕີໝາຍເລກສອງແມ່ນ ທ່ານນາງ Karen Pence.
ພາຍຫຼັງສຳເລັດການສຶກສາ, ທ່ານຮອງປະທານາທິບໍດີ Pence ໄດ້ຝຶກຝົນວຽກງານດ້ານກົດໝາຍ ດ້ວຍການນຳພານະໂຍບາຍຂອງມູນລະນິທິ ທີ່ລັດອິນດີແອນາ (the Indiana Policy Review Foundation) ແລະ ໄດ້ເລີ່ມຕົ້ນຈັດລາຍການ “the Mike Pence Show “ລາຍການສົນທະນາທາງວິທະຍຸ ແລະ ລາຍການປະຊາສຳພັນປະຈຳອາທິດທາງໂທລະພາບຢູ່ ອິນດີແອນາ. ໃນລະຫວ່າງນັ້ນ, ເພິ່ນໄດ້ກາຍເປັນພໍ່ທີ່ມີລູກສາມຄົນທີ່ມີຊື່ວ່າ: Michael, Charlotte, and Audrey.
ຈາກການເຕີບໃຫຍ່ທີ່ ລັດອິນດີແອນາ ທີ່ອ້ອມຮອບໄປດ້ວຍສິ່ງຈົບງາມ ແລະ ຄົນທ້ອງຖິ່ນທີມີຄວາມຂະຫຍັນຂັນແຂງ, ທ່ານ ຮອງປະທານາທິບໍດີ Pence ຮູ້ດີ ວ່າ ເພິ່ນຈຳເປັນຕ້ອງ ຕອບແທນໃຫ້ແກ່ລັດ ແລະ ປະເທດຊາດທີ່ໄດ້ໃຫ້ຫຼາຍສິ່ງຫຼາຍຢ່າງແກ່ເພິ່ນ. ໃນປີ 2000, ເພິ່ນໄດ້ປະສົບຜົນສຳເລັດໃນການຍາດຊິງຕຳແໜ່ງໃນສະພາ ແລະ ໄດ້ເຂົ້າເປັນສະພາຜູ້ແທນ ຂອງສະຫະລັດອາເມລິກາ ໃນໄວອາຍຸ 40ປີ.
ປະຊາຊົນໃນເຂດພາກຕາເວັນອອກກາງຂອງລັດອິນດີແອນາໄດ້ເລືອກ ຮອງປະທານາທິບໍດີ Pence 6 ຄັ້ງດ້ວຍກັນເພື່ອເປັນຕົວແທນໃນສະພາ. ເຖິງວ່າຈະມີຂໍ້ຈຳກັດຫຼາຍຢ່າງຢູ່ທີ່ເຂດການປົກຄອງ (Capitol Hill) ແຕ່ທ່ານສາມາດຍາດໄດ້ຜົນສຳເລັດຫຼາຍດ້ານບໍ່ວ່າຈະເປັນຜູ້ຮັບຜິດຊອບດ້ານງົບປະມານ, ການພັດທະນາເສດຖະກິດ, ການສ້າງໂອກາດດ້ານການສຶກສາ ແລະ ລັດຖະທໍາມະນູນສະຫະລັດອາເມລິກາ. ເພື່ອນຮ່ວມງານຂອງທ່ານໄດ້ໃຫ້ການຍອມຮັບຢ່າງໄວວາຕໍ່ຄວາມສະມາດໃນການເປັນຜູ້ນຳ ແລະ ເຫັນດີທີ່ຈະເລືອກເອົາເພິ່ນ ເຂົ້າເປັນປະທານຂອງ the House Republican Study Committee and House Republican Conference Chairman. ໃນ ການປະຕິບັດຫນ້າທີ່ດັ່ງກ່າວ, ທ່ານຮອງປະທານາທິບໍດີ ໄດ້ຊ່ວຍໃຫ້ການຄຸ້ມຄອງກະທັດຮັດ ແລະ ເຮັດໃຫ້ມີປະສິດທິຜົນຫຼາຍກວ່າເກົ່າ, ຫຼຸດຜ່ອນການໃຊ້ຈ່າຍ ແລະ ຄືນອຳນາດໃຫ້ແກ່ພາກລັດ ແລະ ລັດຖະບານທ້ອງຖິ່ນ.
ໃນປີ 2013, ທ່ານຮອງປະທານາທິບໍດີ Pence ໄດ້ຍ້າຍອອກຈາກ the nation’s capitalພາຍຫຼັງທີ່ຄົນໃນທ້ອງຖິ່ນໄດ້ເລືອກເພິ່ນໃຫ້ເປັນນາຍົກເທດສະມົນຕີຂອງລັດອິນດີແອນາ ຄົນທີ 50. ທ່ານໄດ້ນຳໃຊ້ທິດສະດີການປົກຄອງແບບເດີມ ແລະ ການເກັບພາສີ ຕໍ່າຕໍ່ຫ້ອງການປົກຄອງລັດອິນດີແອນາ. ໃນຖານະເປັນນາຍົກເທດສະມົນຕີ, ເພິ່ນອອກກົດລະບຽບ ຕັດອາກອນລາຍຮັບຈຳນວນຫລາຍລົງ ອັນເປັນຄັ້ງປະຫວັດສາດຂອງ ລັດອິນດີແອນາເຊັ່ນ: ຫລຸດຜ່ອນອາກອນລາຍຮັບສ່ວນບຸກຄົນລົງ, ອາກອນຊັບສິນສ່ວນບຸກຄົນທາງທຸລະກິດ ແລະ ຍັງໄດ້ຫຼຸດອາກອນລາຍໄດ້ອີກດ້ວຍ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການແຂ່ງຂັນຂອງພາກລັດເພື່ອທີ່ຈະດຶງດູດການລົງທຶນໃໝ່ໃຫ້ຫຼາຍຂື້ນ ແລະ ການຈ້າງງານທີ່ມີລາຍໄດ້ທີ່ດີ ກວ່າເກົ່າ. ເນື່ອງຈາກການສຸມໃສ່ການຊອກວຽກເຮັດງານທຳຢ່າງຕໍ່ເນື່ອງໄດ້ເຮັດໃຫ້ອັດຕາການຈ້າງງານທີ່ເຄີຍຫຼຸດລົງເຄິ່ງໜຶ່ງໃນໄລຍະ 4 ປີ ທີ່ເພິ່ນປະຕິບັດຫນ້າທີ່, ແຕ່ໄລຍະສຸດທ້າຍຂອງການດຳລົງຕຳແໜ່ງ, ຄົນທ້ອງຖິ່ນໄດ້ມີການຈ້າງງານຫຼາຍຂື້ນເປັນຄັ້ງປະຫວັດສາດໃນໄລຍະ 200 ປີ ທີ່ຜ່ານມາຢູ່ພາຍໃນລັດດັ່ງກ່າວ.
ນາຍົກເທດສະມົນຕີ ຂອງລັດອິນດີແອນາ, ທ່ານຮອງປະທານາທິບໍດີ Pence ໄດ້ເພີ່ມທຶນການຊ່ວຍເຫຼືອດ້ານການສຶກສາ,ໄດ້ຂະຫຍາຍທາງເລືອກດ້ານການສຶກສາ ແລະ ໄດ້ສ້າງໃຫ້ມີກອງທຶນອັນທຳອິດໃນປະຫວັດສາດຂອງລັດອິນດີແອນາ ທີ່ເອີ້ນວ່າ Pre-K Plan . ເພິ່ນໄດ້ສ້າງໃຫ້ມີວຽກເຮັດງານທຳ ແລະ ການສຶກສາສາຍອາຊີບ ທີ່ເປັນບູລິມະສິດໜຶ່ງຂອງໂຮງຮຽນ ມັດທະຍົມຕອນປາຍທຸກແຫ່ງ. ພາຍໃຕ້ການປົກຄອງຂອງຮອງປະທານາທິບໍດີ Pence, ລັດອິນດີແອນາ ອັນເປັນທີ່ຮັບຮູ້ກັນດີວ່າ “ທາງຂ້າມຜ່ານຂອງອາເມລິກາ” ໄດ້ມີການລົງທຶນຫຼາຍກວ່າ 800 ລ້ານໂດລາສະຫະລັດ ທີ່ເປັນງົບປະມານໃໝ່ໃນການກໍ່ສ້າງຫົນທາງ ແລະ ຂົວຂ້າມ ລັດ. ເຖິງແມ່ນວ່າມີການຫັກພາສີທີ່ບໍ່ເຄີຍມີມາກ່ອນ ແລະ ການລົງທຶນເຂົ້າໃນການກໍ່ສ້າງຫົນທາງ ແລະ ໂຮງຮຽນ, ແຕ່ລັດຍັງຄົງມີຄວາມສາມາດຮັບຜິດຊອບດ້ານງົບປະມານໄດ້ເປັນຢ່າງດີ. ທ່ານຮອງປະທານາທິບໍດີ ໄດ້ເຮັດວຽກຮ່ວມກັບບັນດາສະມາຊິກສະພາຂອງລັດອິນດີແອນາ ເພື່ອຜ່ານແຜນງົບປະມານທັງສອງດ້ວຍຄວາມສັດຊື່ ທີ່ ເຮັດໃຫ້ລັດມີທຶນສຳຮອງ ແລະ ໄດ້ຖືກຈັດອັນດັບຄວາມໜ້າເຊື່ອຖືດີເລີດ ທີ່ໜ້າອິດສາຂອງຊາດ.
ນີ້ແມ່ນເລື້ອງລາວຄວາມສຳເລັດຂອງລັດອິນດີແອນາ, ເຊິ່ງໄດ້ເປັນການບັນທຶກຄວາມເປັນມາຂອງຮອງປະທານາທິບໍດີກັບປະສົບການດ້ານການບໍລິຫານ ແລະ ກົດໝາຍ, ແລະ ຍ້ອນຄວາມເຂັ້ມແຂງ ຂອງຄອບຄົວໄດ້ເຮັດໃຫ້ທ່ານ ປະທານາທິບໍດີ Donald Trumpເລືອກເອົາທ່ານ Mike Pence ໃນເດືອນ ກໍລະກົດ ປີ 2016. ປະຊາຊົນສະຫະລັດອາເມລິກາ ໄດ້ເລືອກ ປະທານາທິບໍດີ Donald Trump ແລະ ຮອງປະທານາທິບໍດີ Pence ໃນວັນທີ 20 ມັງກອນ ປີ 2017.
ຮອງປະທານາທິບໍດີ Pence ຮູ້ສຶກຊາບຊື້ງຕໍ່ພະພອນຂອງພະເຈົ້າ, ຕໍ່ຄວາມຮັກ ລວມທັງການສະໜັບສະໜູນຈາກຄອບຄົວຂອງເພິ່ນ ແລະ ພອນໃນຄວາມເສລີພາບທີ່ຄົນອາເມລິກາທຸກຄົນມີ. ເພິ່ນມີຄວາມຫວັງທີ່ຈະເຮັດວຽກຮ່ວມກັບປະຊາຊົນອາເມລິກາໃນການເຮັດໃຫ້ສະຫະລັດອາເມລິກາເຂັ້ມແຂງອີກຄັ້ງ.
Biography source: whitehouse.gov