An official website of the United States government
Official websites use .gov
A .gov website belongs to an official government organization in the United States.
Secure .gov websites use HTTPS
A lock (
) or https:// means you’ve safely connected to the .gov website. Share sensitive information only on official, secure websites.
In Laos, all persons, including minors, seeking a U.S passport must appear in person at the Embassy to apply. All passport applications require appointments, with the exception of emergency passport applications.
ກົດເຂົ້າໄປທີ່ “ແບບຟອມ” ເພື່ອຄົ້ນຫາແບບຟອມທີ່ທ່ານຕ້ອງການ ແລະ ເລີ່ມຕື່ມຂໍ້ມູນໃສ່ແບບຟອມ ແລ້ວກົດສົ່ງໃບຄໍາຮ້ອງເຮັດໜັງສືຜ່ານແດນຂອງທ່ານ. ຖ້າຫາກທ່ານບໍ່ແນ່ໃຈວ່າຕ້ອງເລືອກນໍາໃຊ້ແບບຟອມໃດ ທ່ານສາມາດໃຊ້ “ການສະໝັກພັດສະປອດທີ່ມີການກະກຽມໃຫ້ທ່ານຢູ່ແລ້ວ” ເພື່ອນໍາພາທ່ານໄປສູ່ໜ້າແບບຟອມທີ່ຖືກຕ້ອງ.
ໄລຍະເວລາຂອງການດຳເນີນເອກະສານແມ່ນຈະແຕກຕ່າງກັນໄປຕາມຈໍານວນຄໍາຮ້ອງທີ່ເຮົາໄດ້ຮັບ. ຖ້າຫາກທ່ານກໍາລັງຈະເດີນທາງພາຍໃນ 2 ອາທິດຂ້າງໜ້ານີ້, ກະລຸນາກົດເຂົ້າໄປທີ່ພາກສ່ວນ “ໜັງສືຜ່ານແດນສຸກເສີນ”
ການບໍລິການໜັງສືຜ່ານແດນ ຈະປິດໃຫ້ບໍລິການໃນວັນເສົາ ແລະ ວັນອາທິດ; ໃນວັນພັກລັດຖະການຂອງ ສປປ ລາວ ຫຼື ຂອງສະຫະລັດອາເມລິກາ
ຖ້າທ່ານຮູ້ຈັກແບບຟອມທີ່ຕົນເອງຕ້ອງການນໍາໃຊ້ແລ້ວ ກະລຸນາເລືອກແບບຟອມຈາກລາຍການທາງດ້ານລຸ່ມນີ້. ແຕ່ຖ້າຫາກທ່ານຍັງບໍ່ແນ່ໃນວ່າຕ້ອງໃຊ້ແບບຟອມໃດ ແມ່ນໃຫ້ນໍາໃຊ້ “ຕົວຊ່ວຍສ້າງໜັງສືຜ່ານແດນ.“
ຜູ້ສະໝັກທີ່ມີອາຍຸ 16 ປີ ຂຶ້ນໄປ (DS-11 ) ຜູ້ສະໝັກທີ່ມີອາຍຸ 15 ປີ ລົງມາ (DS-11 ) ຜູ້ສະໝັກທີ່ມີອາຍຸ 15 ປີ ລົງມາ ທີ່ບໍ່ມີຜູ້ປົກຄອງຕິດຕາມມາ ຕໍ່ອາຍຸໜັງສືຜ່ານແດນຜູ້ໃຫຍ່ ການລາຍງານ ແລະ ປ່ຽນໜັງສືຜ່ານແດນທີ່ເສຍ ຫຼື ຖືກລັກ (DS-64 ອັບເດດໜັງສືຜ່ານແດນປັດຈຸບັນ ຫຼື ປ່ຽນໜັງສືຜ່ານແດນສຸກເສີນ.ຜູ້ສະໝັກທີ່ມີອາຍຸ 16 ປີ ຂຶ້ນໄປ (DS-11 )
ທ່ານຄວນຕື່ມແບບຟອມນີ້ ຖ້າຫາກທ່ານສະໝັກເຮັດໜັງສືຜ່ານແດນເປັນຄັ້ງທໍາອິດ ຫຼື ທ່ານບໍ່ຕົງກັບເງື່ອນໄຂທີ່ຈະຕໍ່ອາຍຸໜັງສືຜ່ານແດນ.
ຜູ້ສະໝັກທີ່ມີອາຍຸ 15 ປີ ລົງມາ (DS-11 )
ທ່ານຄວນຕື່ມແບບຟອມນີ້ ຖ້າຫາກທ່ານສະໝັກເຮັດໜັງສືຜ່ານແດນໃຫ້ເດັກນ້ອຍທີ່ມີອາຍຸຕໍ່ກວ່າ 16 ປີລົງມາ.
ຜູ້ສະໝັກທີ່ມີອາຍຸ 15 ປີ ລົງມາ ທີ່ບໍ່ມີຜູ້ປົກຄອງຕິດຕາມມາ
ທ່ານຄວນຕື່ມແບບຟອມນີ້ ຖ້າຫາກວ່າພໍ່ແມ່ ຫຼຶ ຜູ້ປົກຄອງບໍ່ສາມາດພາເດັກມາເຮັດໜັງສືຜ່ານແດນໄດ້ໃນຕົວຈິງ. ພໍ່ແມ່ ຫຼື ຜູ້ປົກຄອງຄວນຕື່ມແບບຟອມສະເພາະໃບນີ້ ແລະຄັດຕິດເປັນເອກະສານເພີ່ມຕື່ມໃນໃບຄໍາຮ້ອງຂໍໜັງສືຜ່ານແດນຂອງເດັກ (DS-11).
ທ່ານຄວນຕື່ມແບບຟອມນີ້ ຖ້າຫາກທ່ານມີເງື່ອນໄຂຄົບຕາມຂໍ້ກໍານົດໃນການຕໍ່ອາຍຸໜັງສືຜ່ານແດນຂອງພວກເຮົາ. ສໍາລັບເດັກນ້ອຍທີ່ມີອາຍຸຕ່ໍາກວ່າ 16 ປີ ແມ່ນບໍ່ສາມາດຕໍ່ອາຍຸໜັງສືຜ່ານແດນຂອງພວກເຂົາໄດ້ ແລະ ຕ້ອງລົງທະບຽນໂດຍນໍາໃຊ້ຟອມ DS-11.
ການລາຍງານ ແລະ ປ່ຽນໜັງສືຜ່ານແດນທີ່ເສຍ ຫຼື ຖືກລັກ (DS-64
ທ່ານຄວນຕື່ມແບບຟອມນີ້ ຖ້າຫາກທ່ານເຮັດໜັງສືຜ່ານແດນເສຍ ຫຼື ໜັງສືຜ່ານແດນຖືກລັກ. ເພື່ອປ່ຽນໜັງສືຜ່ານແດນຫົວໃໝ່, ທ່ານຕ້ອງໄດ້ມາລົງທະບຽນຕົວຈິງດ້ວຍຕົນເອງ ແລະ ສົ່ງແບບຟອມ DS-11 ເພື່ອຄັດຕິດໃສ່ໃນແບບຟອມ DS-64.
ອັບເດດໜັງສືຜ່ານແດນປັດຈຸບັນ ຫຼື ປ່ຽນໜັງສືຜ່ານແດນສຸກເສີນ.
ທ່ານອາດສາມາດນໍາໃຊ້ແບບຟອມນີ້ໄດ້ ຖ້າຫາກທ່ານຕ້ອງການປ່ຽນ ຫຼື ກວດແກ້ໜັງສືຜ່ານແດນຂອງທ່ານ; ຫຼືທ່ານຕ້ອງການປ່ຽນໜັງສືຜ່ານແດນທີ່ມີກໍານົດອາຍຸການໃຊ້ງານຕໍ່າກວ່າ 10 ປີ (ເປັນອາຍຸການໃຊ້ງານທົ່ວໄປຂອງໜັງສືຜ່ານແດນຜູ້ໃຫຍ່).
ນໍາໃຊ້ແອັບຂອງກະຊວງການຕ່າງປະເທດສະຫະລັດອາເມລິກາ ເພື່ອຄົ້ນຫາແບບຟອມທີ່ທ່ານຕ້ອງການໃຊ້.
ທ່ານຕ້ອງມີຮູບຖ່າຍຕົນເອງ 1 ຮູບທີ່ມີພື້ນຫຼັງເປັນສີຂາວ
ການອອກໜັງສືຜ່ານແດນແບບພິເສດ
ເຂົ້າໄປທີ່ໜ້າເວັບໄຊຂອງ SIA – ສາມາດເຂົ້າເຖິງໄດ້ໂດຍຜ່ານອຸປະກອນຂອງລັດຖະບານເທົ່ານັ້ນ. ກະລຸນາຕິດຕໍ່…..ຂອງທ່ານ.
ກະລຸນາໂທ: +856-21-487-600 or +1 301 985-8789 ext. 7600
ນອກໂມງລັດຖະການ, ຕິດຕໍ່: +856-21-487-000
ນອກປະເທດ +1 301 985-8789
ສຸກເສີນຕິດຕໍ່ - ສໍາລັບທຸກບ່ອນ ຮັບການແຈ້ງເຕືອນກ່ຽວກັບການເດີນທາງ ການລັກພາຕົວເດັກຂ້າມຊາດ ການຈັບກຸມພົນລະເມືອງສະຫະລັດອາເມລິກາ ການເສຍຊີວິດຂອງພົນລະເມືອງສະຫະລັດອາເມລິກາ ຜູ້ຖືກເຄາະຮ້າຍຈາກອາຊະຍະກໍາ ຊ່ວຍເຫຼືອສຸກເສີນທາງດ້ານການເງິນ