ບົດກ່າວປາໄສກຽມໃຫ້ທ່ານຮອງປະທານາທິບໍດີ ເພນຊ໌ (PENCE) ພາກການສົນທະນາຢູ່ກອງປະຊຸມສຸດຍອດອາຊີຕາເວັນອອກ

ບົດກ່າວປາໄສກຽມ​ໃຫ້ທ່ານຮອງປະທານາທິບໍດີ ເພນຊ໌ (PENCE)
​ພາກ​ການ​ສົນ​ທະ​ນາ​ຢູ່ກອງ​ປະ​ຊຸມ​ສຸດຍອດ​ອາ​ຊີ​ຕາ​ເວັນ​ອອກ

ສູນປະຊຸມຊັນເທັກ
ເມືອງຊັນເທັກ, ສິງກະໂປ

*   ເປັນ​ກຽດ​ຢ່າງ​ສູງ​ທີ່​ໄດ້​ມາ​ຢູ່​ທີ່ນີ້​ພ້ອມ​ກັບ​ບັນ​ດາ​ຜູ້​ນຳ​ຫຼາຍ​ປະ​ເທດ​ໃນ​ທົ່ວ​ອິນ​ໂດ-ປາ​ຊີ​ຟິກ​ຢູ່​ໃນ​ກອງ​ປະ​ຊຸມ​ສຸດຍອດ​ອາ​ຊີ​ຕາ​ເວັນ​ອອກ​ຄັ້ງ​ທີ 13. ອີກ​ເທື່ອ​ໜຶ່ງ ຂໍ​ຂອບ​ໃຈ​ມາ​ຍັງພະ​ນະ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລີ ທີ່​ໃຫ້​ກຽດ​ເປັນ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ​ຄັ້ງ​ນີ້​ຢູ່​ໃນ​ປະ​ເທດ​ສິງ​ກະ​ໂປ ເຊິ່ງ​ເປັນ​ປະ​ເທດ​ທີ່​ສວຍ​ງາມ ແລະ ມີ​ແຮງ​ບັນ​ດານໃຈ.
* ປີ​ກາຍ​ນີ້, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ໂດ​ນາ​ລ ທ​ຣ້ຳ ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ນີ້ ເພື່ອວາງວິ​ໄສ​ທັດ​ຂອງສະ​ຫະ​ລັດ​ສຳ​ລັບ ອິນ​ໂດ-ປາ​ຊີ​ຟິກ​ເປີດ ແລະ ເສ​ລີ. ຂ້າ​ພະ​ເຈົ້າ​ມາ​ຢູ່​ທີ່​ນີ້​ໃນ​ມື້​ນີ້​ແມ່ນ​ເພື່ອ​ປຶກ​ສາ​ຫາ​ລື​ຂັ້ນ​ຕອນ​ອັນ​ເປັນ​ຮູ​ບ​ປະ​ທຳ​ທີ່​ພວກ​ເຮົາ​ກຳ​ລັງ​ດຳ​ເນີນ​ການ ເພື່ອ​ປົກ​ປ້ອງ​ປະ​ເທດ​ຂອງ​ພວກ​ເຮົາ, ປ້ອງ​ກັນ​ພັນ​ທະ​ມິດ ແລະ ຄູ່​ຮ່ວມ​ຂອງ​ພວກ​ເຮົາ ແລະ ​ສະ​ໜັບ​ສະ​ໜູນ​ຫຼັກ​ການ ແລະ ສິ່ງ​ທີ່​ໄດ້​ນຳ​ໄປ​ສູ່​ເວ​ລາ​ຫຼາຍ​ປີ​ແຫ່ງ​ສັນ​ຕິ​ພາບ ແລະ ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຢູ່​ໃນ​ພາກ​ພື້ນ.
*   ກອງ​ປະ​ຊຸມ​ສຸດຍອດ​ອາ​ຊີ​ຕາ​ເວັນ​ອອກ​ມີ​ຄວາມ​ສຳ​ຄັນ​ຕໍ່​ຄວາມ​ພະ​ຍາ​ຍາມ​ຂອງ​ພວກ​ເຮົາ​ທີ່​ມີ​ມາ​ແຕ່​ດົນ​ນານ. ນັບ​ແຕ່​ປີ 2005 ເປັນ​ຕົ້ນ​ມາ, ອົງ​ການ​ນີ້​ໄດ້​ນຳ​ເອົາ​ບັນ​ດາ​ປະ​ເທດ​ຕ່າງໆ​ໃນ​ພາກ​ພື້ນ​ມາ​ຮ່ວມ​ກັນ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ຫາ​ທາງ​ດ້ານ​ການ​ເມືອງທີ່​ມີ​ຄວາມ​ກົດ​ດັນ ແລະ ຄວາມ​ໝັ້ນ​ຄົງ ແລະ ສະ​ຫະ​ລັດ​ໄດ້​ເຂົ້າ​ຮ່ວມ​ດ້ວຍ​ຄວາມ​ດີ​ໃຈ​ມາ​ຕັ້ງ​ແຕ່​ປີ 2011. ພວກ​ເຮົາຖືກ​ກຳ​ນົດ ເພື່ອ​ຮັບ​ປະ​ກັນ​ໃຫ້​ເວ​ທີ​ນີ້​ຍັງ​ຄົງ​ເປັນ​ຈຸດສຸມ​ໃສ່​ພາ​ລະ​ກິດ​ດັ້ງ​ເດີມ​ຂອງ​ຕົນ​ເອງ​ຢ່າງເຕັມ​ທີ່.
*   ຈຸດ​ເລີ່ມ​ຕົ້ນ​ຂອງກອງ​ປະ​ຊຸມສຸດຍອດ ​ນີ້ນອນ​ຢູ່​ໃນ​ປະ​ຊາ​ຄົມ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ ແລະ ດັ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເນັ້ນ​ໜັກ​ມາ​ກ່ອນ​ໃນ​ມື້​ນີ້, ອາ​ຊຽນ (ASEAN) ເປັນ​ສູນ​ກາງ​ແຫ່ງ​ຍຸດ​ທະ​ສາດ​ອິນ​ໂດ-ປາ​ຊີ​ຟິກ​ຂອງ​ພວກ​ເຮົາ. ບັນດາປະເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ມີ​ບົດ​ບາດອັນ​ໂດດ​ເດັ່ນ​ ຢູ່​ໃນ​ພາລະກິດວຽກງານຕ່າງໆ​ໃນ​ພາກ​ພື້ນ ແລະ ສະ​ຫະ​ລັດມີ​ຄວາມ​ພູມ​ໃຈ​ຕໍ່​ການ​ເປັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ 41 ປີ​ຂອງ​ພວກ​ເຮົາ​ກັບ ASEAN.
*   ພວ​ກ​ເຮົາ​ຍັງ​ກຳ​ລັງ​ຈະຫຍັບເຂົ້າໄປໃກ້ໆ ຫາ​ພັນ​ທະ​ມິດທີ່ໃກ້​ຊິດ​ຂອງ​ພວກ​ເຮົາ​ຄື: ຍີ່​ປຸ່ນ, ອົດ​ສະ​ຕາ​ລີ, ເກົາ​ຫຼີໃຕ້, ໄທ ແລະ ຟີ​ລິບ​ປິນ. ແລະ ສະ​ຫະ​ລັດໄດ້​ເນັ້ນ​ໜັກ​ໃໝ່​ຄືນ​ຕື່ມ​ກ່ຽວ​ກັບ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຂອງ​ພວກ​ເຮົາກັບ​ອິນ​ເດຍ. ອິນ​ເດຍ​ເປັນ​ຄູ່​ຮ່ວມ​ປ້ອງ​ກັນ​ຕົ້ນ​ຕໍ​ປະ​ເທດ​ໜຶ່ງ ແລະ ພວກ​ເຮົາ​ກຳ​ລັງຮ່ວມ​ແກ້​ໄຂ​ບັນ​ຫາ​ຄວາມ​ໝັ້ນ​ຄົງ​ໃນ​ທົ່ວ​ພາກ​ພື້ນ​ຮ່ວມ​ກັນ.
*   ຄວາມ​ມຸ່ງ​ໝັ້ນ​ສັນ​ຍາ​ຂອງ​ສະ​ຫະ​ລັດ​ຕໍ່​ອິນ​ໂດ-ປາຊີ​ຟິກແມ່ນເປັນ​ຄວາມ​ຕັ້ງ​ໃຈ ແລະ ຍືນ​ຍົງ. ສິ່ງ​​ທີ່​ພວກ​ເຮົາ​ເຮັດທັງ​ໝົດ​​ນັ້ນ, ແມ່ນສະ​ຫະ​ລັດຄົ້ນຄວ້າຊອກ​ຫາ​ຄວາມ​ຮ່ວມ​ມື, ບໍ່​ແມ່ນ​ການ​ຄວບ​ຄຸມ. ແລະ ຮ່ວມ​ກັນ​ກັບ​ພັນ​ທະ​ມິດ ແລະ ຄູ່​ຮ່ວມ ​ຂອງ​ພວກ​ເຮົາ, ພວກ​ເຮົາ​ກຳ​ລັງ​ກ້າວ​ລ້ຳ​ວິ​ໄສ​ທັດ​ທີ່​ໄດ້​ອອກ​ຮ່ວມ​ກັນ​ໂດຍ​ສຽງ​ສ່ວນ​ໃຫຍ່​ຂອງ​ພາກ​ພື້ນ.
*   ພວກເຮົາຊອກຄົ້ນຫາໃຫ້ອິນໂດ-ປາຊີຟິກທຸກປະເທດ, ບໍ່ວ່າຈະເປັນປະເທດໃຫຍ່ ແລະ ນ້ອຍກໍ່ຕາມ ໃຫ້ສາມາດມີຄວາມຈະເລີນ ແລະ ມີຄວາມເຕີບໃຫຍ່, ມີຄວາມໝັ້ນຄົງໃນດ້ານອຳນາດອະທິປະໄຕ, ແຂ່ງ​ຂັນ​ໄດ້​ກັບ​ປະ​ເທດ​ອື່ນ​ຢ່າງ​ເປັນ​ທຳ, ປາ​ສະ​ຈາກ​ການ​ຂົ່ມ​ຂູ່ ແລະ ການ​ກົດ​ຂີ່ ແລະ ສະ​ໜັບ​ສະ​ໜູນ​ຫຼັກ​ການ, ຄ່າ​ນິ​ຍົມ ແລະ ບັນທັດ​ຖານ​ທີ່​ເຮັດ​ໃຫ້​ມີ​ການ​ກ້າວ​ໜ້າ​ຂອງ​ພາກ​ພື້ນ.
*   ພວກ​ເຮົາ​ປ້ອງ​ກັນ​ບໍ່​ໃຫ້​ມີ​ຈັກ​ກະ​ພັດ ແລະ ການ​ຮຸກ​ຮານ​ຢູ່​ໃນ​ອິນ​ໂດ-ປາ​ຊີ​ຟິກ ແລະ ດັ່ງນັ້ນ ຄວາມ​ກ້າວ​ໜ້າ​ໄດ້​ຖືກ​ສ້າງ​ຂຶ້ນ​ບົນ​ພື້ນ​ຖານ​ຂອງ​ຄວາມ​ເປັນ​ເອ​ກະ​ລາດ ແລະ ການ​ເປັນ​ຄູ່​ຮ່ວມ. ວິ​ໄສ​ທັດ​ຂອງ​ພວກ​ເຮົາ​ບໍ່​ໄດ້​ຍົກເວັ້ນ​ຊາດ​ໃດ, ພຽງ​ແຕ່​ຮຽກ​ຮ້ອງ​ໃຫ້​ພວກ​ເຂົາ​ປະ​ຕິ​ບັດ​ຕໍ່​ປະ​ເທດ​ເພື່ອນ​ບ້ານ​ດ້ວຍ​ຄວາມ​ເຄົາ​ລົບ.
*   ສະ​ຫະ​ລັດ​ກຳ​ລັງ​ເຮັດ​ວຽກ ເພື່ອ​ປົກ​ປ້ອງ​ຫຼັກ​ການ​ຮ່ວມ​ກັນ​ຂອງ​ພວກ​ເຮົາ; ເຮັດ​ໃຫ້​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຮ່ວມ​ກັນ​ຂອງ​ພວກ​ເຮົາ​ກ້າວ​ໄກ; ແລະ ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ຮ່ວມ​ກັນ​ຂອງ​ພວກ​ເຮົາ.
*   ສະ​ຫະ​ລັດ​ກຳ​ລັງ​ສົ່ງ​ເສີມ​ການສຶບຕໍ່​ລົງ​ທຶນ​ ຢູ່​ໃນ​ອິນ​ໂດ-ປາ​ຊີ​ຟິກ. ທຸ​ລະ​ກິດ​ຂອງ​ພວກ​ເຮົາ​ໄດ້​ລົງ​ທຶນ​ໄປ​ແລ້ວ​ຫຼາຍກວ່າ 1.4 ລ້ານ​ລ້ານໂດ​ລາ​ໃນ​ທົ່ວ​ພາກ​ພື້ນ ແລະ ພວກ​ມັນ​ໄດ້​ຢູ່​ໃນ​ມາດ​ຕະ​ຖານ​ສູງ​ສຸດທາງ​ດ້ານ​ຄຸນ​ນະ​ພາບ ແລະ ເຄົາ​ລົບ​ຕໍ່​ອະ​ທິ​ປະ​ໄຕ​ຂອງ​ທ່ານ.
*   ເພື່ອ​ອຳ​ນວຍ​ຄວາມ​ສະ​ດວກ​ໃນການສືບຕໍ່​ລົງ​ທຶນ​​ນັ້ນ, ສະ​ຫະ​ລັດໄດ້​ເພີ່ມ​ຄວາມ​ສາ​ມາດ​ຂຶ້ນ​ຫຼາຍກວ່າ​ສອງ​ເທົ່າ ເພື່ອ​ສະ​ໜັບ​ສະ​ໜູນ​ໂຄງ​ການ​ພັດ​ທະ​ນາ​ຂອງ​ພາກ​ເອ​ກະ​ຊົນ​ຢູ່​ໃນ​ເສດ​ຖະ​ກິດ​ເກີດ​ໃໝ່. ປັດ​ຈຸ​ບັນ​ນີ້ ພວກ​ເຮົາ​ໃຫ້​ການ​ສະ​ໜອງ​ດ້ານ​ການ​ເງິນ 60 ຕື້​ໂດ​ລາ​ເຂົ້າ​ໃນ​ການ​ພັດ​ທະ​ນາເງິນທືນ ແລະ ໂຄງ​ການ​ພື້ນ​ຖານ​ໂຄງ​ລ່າງ​ໃນ​ອິນ​ໂດ-ປາ​ຊີ​ຟິກ​ແມ່ນ​ເ​ປັນ​ບຸ​ລິ​ມະ​ສິດສູງ​ສຸດ.
*   ທາງ​ດ້ານ​ຄວາມ​ໝັ້ນ​ຄົງ, ສະ​ຫະ​ລັດກຳ​ລັງດຳ​ເນີນ​ການທີ່​ເປັນ​ປະ​ຫວັດ​ສາດ ເພື່ອ​ສ້າງ​ຄວາມ​ເຂັ້ມ​ແຂງ​ທາງ​ດ້ານ​ການ​ທະ​ຫານ, ການບັງຄັບໃຊ້ກົດໝາຍ ແລະ ການ​ຮ່ວມ​ມື​ທາງ​ດ້ານ​ຂ່າວກອງ​ໃນ​ທົ່ວ​ພາກ​ພື້ນ.
*   ປີ​ນີ້, ພວກ​ເຮົາ​ໄດ້ອອກທຸ່ມງົບປະມານ​ຫຼາຍກວ່າ​ເຄິ່ງ​ຕື້​ໂດ​ລາ​ເຂົ້າ​ໃນ​ການ​ຊ່ວຍ​ເຫຼືອ​ຄວາມ​ໝັ້ນ​ຄົງ​ຢູ່​ໃນ​ອິນ​ໂດ-ປາ​ຊີ​ຟິກ, ລວມ​ທັງ​ເງິນ​ເກືອບ 400 ລ້ານ​ໂດ​ລາ​ເຂົ້າ​ໃນ​ການ​ສະ​ໜອງ​ເງິນທືນ​ໃຫ້​ການ​ທະ​ຫານ​ຕ່າງ​ປະ​ເທດ, ເຊິ່ງ​ຫຼາຍກວ່າ 3 ປີ​ຜ່ານ​ມາ​ລວມ​ກັນ.
*   ການ​ກໍ່​ການ​ຮ້າຍ​ເປັນ​ສິ່ງ​ທ້າ​ທາຍ​ໃນ​ທົ່ວ​ໂລກ ແລະ ເປັນ​ບັນ​ຫາ​ໜຶ່ງ​ເພີ່ມ​ຂຶ້ນ​ຢູ່​ໃນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ ແລະ ມີ​ທ່າ​ທີ​ຈະ​ເພີ່ມ​ທະ​ວີ​ຄວາມ​ຮຸນ​ແຮງ​ຂຶ້ນ ເນື່ອງຈາກ​ນັກ​ຕໍ່​ສູ້​ຕ່າງ​ປະ​ເທດ​ກັບ​ຄືນ​ມາ​ຈາກ​ຕາ​ເວັນ​ອອກ​ກາງ​ຫຼັງ​ຈາກ​ທີ່​ພວກ​ເຮົາ​ໄດ້​ທຳ​ລາຍ​ກຳ​ລັງ​ຂອງ​ໄອ​ຊິດ (ISIS). ພວກ​ເຮົາ​ຢືນ​ຢູ່​ຄຽງ​ຂ້າງ​ພວກ​ທ່ານ ເພື່ອ​ຕໍ່​ສູ້ໄພ​ຄຸກ​ຄາມ​ນີ້.
*   ຫຼັງ​ຈາກ​ທີ່​ຜູ້​ກໍ່​ການ​ຮ້າຍ​ທີ່ໄອ​ຊິດ (ISIS) ໃຫ້​ການ​ສະ​ໜັບ​ສະ​ໜູນ​ໄດ້​ກໍ່​ຄວາມ​ວຸ້ນ​ວາຍ​ຢູ່​ໃນ​ຟີ​ລິບ​ປິນ​ໃນ​ປີ​ກາຍ​ນີ້, ສະ​ຫະ​ລັດໄດ້​ຊ່ວຍ​ເຫຼືອ​ພັນ​ທະ​ມິດ​ຂອງ​ພວກ​ເຮົາປົດ​ປ່ອຍ​ເມືອງ​ມາ​ຣາ​ວີ ແລະ ພວກ​ເຮົາ​ກໍ່​ໄດ້​ຊ່ວຍ​ຟື້ນ​ຟູ​ເມືອງນີ້​ຄືນ​ໃໝ່​ຄື​ກັນ. ພວກ​ເຮົາ​ຈະ​ບໍ່​ປ່ອຍ​ໃຫ້ ISIS ຫຼື ຜູ້​ກໍ່​ການ​ຮ້າຍ​ອິດ​ສະ​ລາມ​ຫົວ​ຮຸນ​ແຮງ​ໃດໆ​ເຂົ້າ​ມາຕັ້ງ​ຫຼັກ​ຢູ່​ໃນ​ອິນ​ໂດ-ປາ​ຊີ​ຟິກ​ເດັດ​ຂາດ.
*   ພວກ​ເຮົາ​ຕ້ອງ​ປ້ອງ​ກັນ​ບໍ່​ໃຫ້​ຜູ້​ກໍ່​ການ​ຮ້າຍ​ເຂົ້າ​ເຖິງ​ອາ​ວຸດ​ອັນ​ຕະ​ລາຍ​ໃດໆ. ສະ​ຫະ​ລັດ​ຍິນ​ດີ​ທີ່​ຈະ​ນຳ​ໜ້າ​ດຳ​ເນີນ​ການ​ຖະ​ແຫຼງ​ການກອງ​ປະ​ຊຸມ​ສຸດຍອດ​ຜູ້​ນຳ​ກ່ຽວ​ກັບ​ຄວາມ​ປອດ​ໄພ ແລະ ຄວາມໝັ້ນ​ຄົງ​ທາງ​ດ້ານ​ນີວ​ເຄຼຍ ໄປ​ພ້ອມ​ກັບ​ສາ​ທາ​ລະ​ນະ​ລັດເກົາ​ຫຼີ. ເຕັກ​ໂນ​ໂລ​ຊີ​ນິວ​ເຄຼຍ​ກຳ​ລັງ​ນຳ​ເອົາ​ຜົນ​ປະ​ໂຫຍດ​ອັນ​ສຳ​ຄັນ​ມາ​ສູ່​ພາກ​ພື້ນ ແລະ ມັນ​ໄດ້​ຂະ​ຫຍາຍ​ອອກ​ສູ່​ວົງ​ກວ້າງ, ພວກ​ເຮົາ​ຈະໃຫ້​ແນ່​ໃຈ​ວ່າ ມັນ​ມີ​ຄວາມ​ປອດ​ໄພ ແລະ ມັນ​ຢູ່​ໃນກຳ​ມື​ຂອງ​ຜູ້​ທີ່​ເໝາະ​ສົມ.
*   ດັ່ງທີ່​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ໄດ້​ກ່າວ​ໃນ​ປີ​ກາຍ​ນີ້, ໄພ​ອັນ​ຕະ​ລາຍ​ຂົ່ມຂູ່ໃຫຍ່​ຫຼວງ​ທີ່​ສຸດ​ຕໍ່​ອິນ​ໂດ-ປາ​ຊີ​ຟິກ​ແມ່ນ​ຄວາມ​ພະຍາ​ຍາມ​ ສຶບ​ຕໍ່ອາ​ວຸດ​ນິວ​ເຄຼຍ ແລະ ຂີ​ປະ​ນາ​ວຸດ​ນຳ​ວິ​ຖີຂອງ​ເກົາ​ຫຼີ​ເໜືອ.
*   ໄດ້​ຜະ​ເຊີນ​ໜ້າ​ກັບ​ໄພ​ອັນ​ຕະ​ລາຍ, ສະ​ຫະ​ລັດໄດ້​ຈັດ​ລະ​ບຽບໂລກ​ໃຫ້ສະ​ແດງ​ບົດ​ບາດ​ການ​ສົ່ງ​ເສີມ​ຄວາມ​ກົດ​ດັນ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ. ການ​ປະ​ຕິ​ບັດການ​ຮ່ວມຂອງ​ພວກ​ເຮົາ​ໄດ້​ນຳ​ເອົາ​ເກົາ​ຫຼີ​ເໜືອ​ເຂົ້າ​ມາ​ສູ່​ໂຕະ​ເຈ​ລະ​ຈາ ແລະ ສະ​ຫະ​ລັດຂໍ​ສະ​ແດງ​ຄວາມ​ຂອບ​ໃຈ​ມາ​ຍັງ​ທຸກໆ​ປະ​ເທດ​ຢູ່​ໃນ​ທີ່​ນີ້.
*   ​ຫຼັງ​ຈາກກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ປະ​ຫວັດ​ສາດ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ທ​ຣ້ຳ ກັບ​ປະ​ທານ​ກິມ​ຢູ່​​ປະ​ເທດ​ສິງ​ກະ​ໂປ​ໃນ​ເດືອນ​ມິ​ຖຸ​ນາ ຢູ່​ທີ່​ນີ້​ນັ້ນ, ພວກ​ເຮົາ​ໄດ້​ມີ​ຄວາມ​ຄືບ​ໜ້າ, ແຕ່​ກໍ່​ຍັງ​ມີ​ອີກ​ຫຼາຍ​ວຽກງານ​ທີ່ຍັງ​ຄ້າງ​ຄາຢູ່.
*   ມາຮອດປະຈຸບັນ​ນີ້​ແມ່ນ​ເວ​ລາ​ທີ່​ຈະ​ຮັກ​ສາ​ຄວາມ​ກົດ​ດັນ​ໄວ້ ແລະ ບັງ​ຄັບ​ໃຊ້​ການ​ຂວ້ຳ​ບາດ​ທຸກ​ຢ່າງ​ຂອງ​ສະ​ຫະ​ປະ​ຊາ​ຊາດ. ພວກ​ເຮົາ​ຕ້ອງ​ເຮັດ​ວຽກ​ຮ່ວມ​ກັນ ເພື່ອ​ຢຸດ​ຂໍ້​ອ້າງ​ການ​ຂວ້ຳບາດ​ຂອງ​ເກົາ​ຫຼີ​ເໜືອ, ລວມ​ທັງ​ການ​ລັກ​ລອບ​ສົ່ງ​ຖ່າຍ​ນ້ຳ​ມັນ ແລະ ຖ່ານ​ຫີນ​ລະ​ຫວ່າງກ່ຳ​ປັ່ນ​ຕໍ່​ກ່ຳ​ປັ່ນ​ແບບ​ຜິດ​ກົດ​ໝາຍ. ທຸກ​ປະ​ເທດ​ຍັງ​ຕ້ອງເນ​ລະ​ເທດ​ແຮງ​ງານ​ເກົາ​ຫຼີ​ເໜືອ​ນຳ​ອີກ.
*   ທຸ​ກ​ປະ​ເທດ​ຍັງ​ຕ້ອງໄດ້​ສືບ​ຕໍ່​ມາດ​ຕະ​ການ​ອັນ​ຈິງ​ຈັງ​ຈົນ​ກວ່າ​ພວກ​ເຮົາ​ບັນ​ລຸ​ຜົນ​ສຳ​ເລັດ​ການ​ປົດ​ອາ​ວຸດ​ນິວ​ເຄຼຍ​ຂອງ​ເກົາ​ຫຼີ​ເໜືອ. ປະ​ທານ​ກິມ​ເຫັນ​ດີ​ກັບ​ເລື່ອງ​ນີ້ ແລະ ພວກ​ເຮົາ​ຕ້ອງ​ເອົາ​ເກົາ​ຫຼີ​ເໜືອ​ມາ​ສູ່​ຄຳ​ໝັ້ນ​ສັນ​ຍາ​ຕາມທີ່ໃຫ້​ໄວ້.
*   ສະ​ຫະ​ລັດຈະ​ສືບ​ຕໍ່​ຢືນ​ຄຽງ​ຂ້າງ​ພັນ​ທະ​ມິດ​ ແລະ ຄູ່​ຮ່ວມຂອງ​ພວກ​ເຮົາ ເພື່ອ​ສະ​ໜັບ​ສະ​ໜູນລະ​ບຽບ​ທີ່​ພວກ​ເຮົາ​ໄດ້​ຊ່ວຍ​ສ້າງ​ຂຶ້ນ ແລະ ພວກ​ເຮົາ​ຈະ​ປ້ອງ​ກັນ​ເສ​ລີ​ພາບ​ທາງ​ທະເລ ແລະ ນ່ານ​ຟ້າ. ໂດຍ​ສະ​ເພາະ​ທີ່ສຳຄັນແມ່ນ​ຢູ່​ໃນ​ຂົງເຂດທະ​ເລ​ຈີນ​ໃຕ້.
*   ​ຂ້າ​ພະ​ເຈົ້າຂໍກ່າວຢ່າງ​ຈະ​ແຈ້ງວ່າ: ການ​ເພີ່ມກອງ​ກຳ​ລັງ​ທະ​ຫານ ແລະ ການ​ຂະ​ຫຍາຍ​ອາ​ນາ​ເຂດ​ຂອງ​ຈີນ​ຢູ່​ໃນ​ທະ​ເລ​ຈີນ​ໃຕ້​ແມ່ນ​ຜິດ​ກົດ​ໝາຍ ແລະ ເປັນ​ອັນ​ຕະ​ລາຍ. ມັນ​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ອຳ​ນາດອະ​ທິ​ປະ​ໄຕ​ຂອງ​ຫຼາຍ​ປະ​ເທດ ແລະ ເປັນ​ອັນ​ຕະ​ລາຍ​ຕໍ່​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ໂລກ.
*   ໃນ​ສ່ວນ​ຂອງ​ພວກ​ເຮົາ, ສະ​ຫະ​ລັດຈະ​ສືບ​ຕໍ່​ບິນ ແລະ ເດີນ​ເຮືອ​ໄປ​ໃນ​ທຸກ​ບ່ອນ​ທີ່​ກົດ​ໝາຍ​ສາ​ກົນ​ອະ​ນຸ​ຍາດ ແລະ ຕາມ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການຂອງສິດຜົນປະໂຫຍດຂອງປະເທດເຮົາ. ການ​ລ່ວງ​ລະ​ເມີດ​ຈະ​ບໍ່​ຢຸດ​ຢັ້ງ​ພວກ​ເຮົາ​ໄດ້; ມັນ​ພຽງ​ແຕ່​ຈະ​ເສີມ​ສ້າງ​ການ​ແກ້​ໄຂ​ບັນ​ຫາຂອງ​ພວກ​ເຮົາ​ເທົ່າ​ນັ້ນ.
*   ດັ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ກ່າວຢູ່​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ສຸດຍອດ​ກັບ​ອາ​ຊຽນ (ASEAN) ມື້​ນີ້, ມັນ​ຮອດ​ເວ​ລາ​ທີ່​ຈະຍອມ​ຮັບ​ເອົາ​ກົດ​ລະບຽບຫຼັກການທີ່​ມີ​ຄວາມ​ໝາຍ ແລະ ຜູກມັດ​ໄດ້​ສຳ​ລັບ​ທະ​ເລ​ຈີນ​ໃຕ້, ອັນ​ທີ່​ປົກ​ປ້ອງ​ເສ​ລີ​ພາບ​ຂອງ​ການເດີນທະເລ ແລະ ການ​ບິນຜ່ານ ນ່ານ​ຟ້າ, ການ​ສຳ​ຫຼວດ​ຊັບ​ພະ​ຍາ​ກອນ ແລະ ການ​ພັດ​ທະ​ນາ ແລະ ຄວາມ​ອາດ​ສາ​ມາດ​ຂອງ​ບັນ​ດາ​ປະ​ເທດ​ທີ່​ຈະ​ສ້າງ​ຄູ່​ຮ່ວມ​ຕາມ​ທາງ​ເລືອກ, ພ້ອມ​ທັງ​ເຄົາ​ລົບ​ຕໍ່​ສິດທິ​ຂອງຝ່າຍທີ​ສາມ.
*   ສຸດ​ທ້າຍ, ​ຂ້າ​ພະ​ເຈົ້າ​ຂໍ​ຮຽກ​ຮ້ອງ​ມາ​ຍັງ​ທຸກ​ປະ​ເທດ​ຂອງ​ພວກ​ເຮົາ ໃຫ້​ເຮັດ​ຫຼາຍ​ຢ່າງ​ຂຶ້ນ ເພື່ອ​ແກ້​ໄຂ​ສະ​ພາບ​ການ​ຂອງ​ຊາວ​ໂຣ​ຮິງ​ຢ່າ. ຊາວ​ໂຣ​ຮິງ​ຢ່າ​ຫຼາຍກວ່າ 700,000 ຄົນ​ໄດ້​ໜີ​ອອກ​ຈາກ​ບ້ານ​ເກີດ​ເມືອງນອນ​ຂອງ​ພວກ​ເຮົາ ເພາະ​ມີ​ການ​ເຂັ່ນ​ຂ້າ ແລະ ການ​ກັ່ນ​ແກ້ງ​ໂດຍກອງ​ກຳ​ລັງ​ຮັກ​ສາ​ຄວາມ​ປອດ​ໄພ ແລະ ກຸ່ມ​ພົນ​ລະ​ເຮືອນ​ຂອງ​ມຽນ​ມາ. ນີ້​ແມ່ນ​ວິ​ກິດ​ການ​ທາງ​ດ້ານ​ມະ​ນຸດ​ສະ​ທຳ, ແຕ່​ພວກ​ເຮົາຍັງ​ຕ້ອງ​ລະໄດ້​ລະ​ວັງ​ໃນ​ເລື່ອງ​ຂອງການ​ກໍ່​ຄວາມ​ຮຸນ​ແຮງ​ຂອງ​ຜູ້​ລີ້​ໄພ​ທີ່​ອາດ​ຈະ​ເກີດ​ຂຶ້ນ.
*   ສະ​ຫະ​ລັດ​ໄດ້​ສະ​ໜອງ​ງົບ​ປະ​ມານ​ເກືອບ 400 ລ້ານ​ໂດ​ລາ ເພື່ອ​ສະ​ໜັບ​ສະ​ໜູນ​ຊ່ວຍ​ເຫຼືອ​ຊາວ​ໂຣ​ຮິງ​ຢາ, ເຊິ່ງ​ເຮັດ​ໃຫ້​ພວກ​ເຮົາ​ເປັນ​ຜູ້​ໃຫ້​ທຶນ​ໃຫຍ່​ທີ່​ສຸດ​ຢູ່​ໃນ​ໂລກ. ພວກ​ເຮົາ​ຂໍ​ຂອບ​ໃຈ​ມາ​ຍັງ​ປະ​ເທດ​ບັງ​ກະ​ລາ​ເທດ​ທີ່​ຮັບ​ເອົາ​ບັນ​ດາ​ຜູ້​ລີ້​ໄພ​ເຫຼົ່າ​ນີ້.
*   ມື້​ນີ້, ຂ້າ​ພະ​ເຈົ້າ​ຂໍ​ຮຽກ​ຮ້ອງ​ມາ​ຍັງ​ປະ​ເທດ​ຕ່າງໆ​ໃນກອງ​ປະ​ຊຸມ​ສຸດຍອດ​ນີ້ ເພື່ອ​ເພີ່ມ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ສະ​ໜັບ​ສະ​ໜູນ​ບັງ​ກະ​ລາ​ເທດ, ເຮັດ​ວຽກ​ກັບ​ທາງ​ມຽນມາ ເພື່ອ​ຢຸດ​ຕິ​ວິ​ກິດ​ການ​ນີ້ ແລະ ສະ​ໜັບ​ສະ​ໜູນ​ການ​ປະ​ຕິ​ຮູບ​ປະ​ຊາ​ທິ​ປະ​ໄຕ ແລະ ຊ່ວຍ​ຮັບ​ປະ​ກັນ​ໃຫ້​ຊາວ​ໂຣ​ຮິງ​ຢາ​ກັບ​ຄືນ​ສູ່​ມຽນມາ ​ດ້ວຍ​ຄວາມ​ປອດ​ໄພ, ດ້ວຍ​ຄວາມ​ສະ​ໝັກ​ໃຈ ແລະ ມີຄວາມ​ພູມ​ໃຈ​ກັບ​ຄືນ. ຄວາມ​ຍຸ​ຕິ​ທຳ ແລະ ຄວາມ​ເປັນ​ມະ​ນຸດ​​ທີ່​ຕ້ອງ​ການ​ບໍ່​ໜ້ອຍ​ໄປ​ກວ່າ​ສິ່ງ​ໃດ.
*   ສະ​ຫະ​ລັດສະ​ແຫວງ​ຫາ​ຄວາມ​ສຳ​ພັນ​ກັບ​ຈີນ​ ບົນພື້ນຖານ​ຄວາມ​ເປັນ​ທຳ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ ແລະ ເຄົາ​ລົບ​ຕໍ່​ອຳ​ນາດ​ອະ​ທິ​ປະ​ໄຕ. ພວກ​ເຮົາ​ໄດ້​ມີ​ເອ​ກະ​ສານ​ວ່າ​ດ້ວຍ​ຄວາມ​ຫຍຸ້ງ​ຍາກ​ທີ່​ສະ​ຫະ​ລັດ ແລະ ປະ​ເທດ​ອື່ນໆ​ຜະ​ເຊີນ​ໜ້າ​ກັບ​ຈີນ ແລະ ຈີນ​ຮູ້​ຈັກ​ຈຸດ​ຢືນ​ຂອງ​ພວກ​ເຮົາ.
*   ເຖິງ​ແນວ​ໃດ​ກໍ່​ຕາມ, ທ່ານ​ປະທາ​ນາ​ທິ​ບໍ​ດີ ທ​ຣ້ຳ ກຳ​ລັງ​ລໍ​ຄອຍ​ທີ່​ຈະ​ປະ​ຊຸມພົບປະ​ກັບ​ທ່ານປະ​ທານ ສີ ຢູ່​ໃນ​ກອງ​ປະ​ຊຸມ​ສຸດຍອດ G-20 ຢູ່​ປະ​ເທດ​ອາ​ເຈັນ​ຕິ​ນາ. ທ່ານ​ເຊື່ອ​ວ່າ ສາ​ມາດ​ເຮັດ​ໃຫ້​ມີ​ຄວາມ​ຄືບ​ໜ້າ​ໄດ້, ໂດຍ​ວິ​ທີ​ໃດ​ກໍ່​ຕາມ ພວກ​ເຮົາມີ​ຄວາມ​ໝັ້ນ​ໃຈ​ວ່າ ສະ​ຫະ​ລັດຍັງ​ຄົງ​ຢູ່​ໃນ​ສະຖາ​ນະ​ທີ່​ເຂັ້ມ​ແຂງ. ແລະ ສະ​ຫະ​ລັດຈະ​ສືບ​ຕໍ່ເຮັດ​ວຽກ​ຮ່ວມ​ກັບພັນ​ທະ​ມິດ​ ແລະ ຄູ່​ຮ່ວມຂອງ​ພວກ​ເຮົາ ເພື່ອສົ່ງ​ເສີມ​ວິ​ໄສ​ທັດ​ອິນ​ໂດ-ປາ​ຊີ​ຟິກ​ເປີດ ແລະ ເສ​ລີ.
*   ອີກເທື່ອ​ໜຶ່ງ ຂ້າ​ພະ​ເຈົ້າ​ຂໍ​ຂອບ​ໃຈ​ມາ​ຍັງ​ການ​ປຶກ​ສາ​ຫາ​ລື​ຂອງ​ພວກ​ເຮົາ​ຜ່ານ​ມາ​ນີ້. ບໍ່​ມີ​ເວ​ທີ​ໃດ​ທີ່​ຈະ​ດີ​ໄປ​ກວ່າ​ກອງ​ປະ​ຊຸມ​ສຸດຍອດ​ອາ​ຊີ​ຕາ​ເວັນ​ອອກ​ອີກ​ແລ້ວ ທີ່​ຈະ​ປຶກ​ສາ​ຫາ​ລື​ບັນ​ຫາ​ຍຸດ​ທະ​ສາດ​ຂອງ​ອິນ​ໂດ-ປາ​ຊີ​ຟິກ. ຢູ່​ໃນ​ທີ່​ນີ້, ປະ​ເທດ​ຕ່າງໆ​ທຸກ​ຂະ​ໜາດ​ມີ​ສຽງ​ຕາມ​ທີ່​ພວກ​ເຮົາ​ສ້າງ​ອະ​ນາ​ຄົດ​ຂອງ​ພາກ​ພື້ນ. ຢູ່​ໃນ​ທີ່​ນີ້, ທຸກ​ປະ​ເທດ​ເປັນ​ຄູ່​ຮ່ວມ​ເທົ່າ​ທຽມ​ກັນ.
*   ສະ​ຫະ​ລັດຈະ​ດຳ​ເນີນ​ການ​ເສີມ​ຂະ​ຫຍາຍກອງ​ປະ​ຊຸມ​ນີ້ ແລະ ຮັກ​ສາ​ຈຸດ​ສຸມ​ຂອງ​ຕົນ​ເອງ​ຕໍ່​ທາງ​ດ້ານ​ການ​ເມືອງ ແລະ ຄວາມ​ໝັ້ນ​ຄົງ. ສິ່ງ​ທ້າ​ທາຍ​ທີ່​ພວກ​ເຮົາ​ຜະ​ເຊີນ​ຢູ່​ແມ່ນ​ມີ​ຫຼາຍ; ພວກ​ເຮົາ​ໝາຍໝັ້ນທີ່ຈະແກ້​ໄຂ​ສິ່ງທ້າທາຍຕ່າງໆ​ຮ່ວມ​ກັນ​ກັບພວກ​ທ່ານ.
*   ສະ​ຫະ​ລັດແມ່ນ​ຊາດ​ໜຶ່ງ​ຂອງ​ອິນ​ໂດ-ປາ​ຊີ​ຟິກ ແລະ ນີ້​ແມ່ນ​ບ່ອນ​ທີ່​ອະ​ນາ​ຄົດ​ຂອງ​ພວກ​ເຮົາ​ຢູ່ ຮ່ວມກັນ. ຄຳ​ໝັ້ນ​ສັນ​ຍາ​ຂອງ​ພວກ​ເຮົາ​ຕໍ່​ພາກ​ພື້ນແມ່ນ​ເດັດ​ດ່ຽວ ແລະ ຍືນ​ຍົງ – ແລະ ມັນ​ບໍ່​ເຄີຍ​ເຂັ້ມ​ແຂງເທົ່າຂະໜາດນີ້​ມາ​ກ່ອນ.
*   ພວກ​ເຮົາ​ຈະ​ສະ​ໜັບ​ສະ​ໜູນ​ຄ່າ​ນິ​ຍົມ, ຫຼັກ​ການ ແລະ ບັນທັດ​ຖານ​ທີ່​ໄດ້​ເຮັດ​ໃຫ້​ມີ​ການ​ກ້າວ​ໄກ​ຂອງ​ພາກພື້ນ​ນີ້​ຢູ່​ສະ​ເໝີ, ເຊິ່ງມີ​ຄວາມ​ສຳຄັນ ​ຕໍ່​ອະ​ນາ​ຄົດ​ຂອງ​ພາກ​ພື້ນ​ນີ້. ແລະ ພວກ​ເຮົາ​ຈະ​ສືບ​ຕໍ່​ຜັນ​ຂະ​ຫຍາຍ​ວິ​ໄສ​ທັດ​ຂອງ​ພວກ​ເຮົາ, ຮ່ວມ​ກັນ​ກັບ​ພວກ​ທ່ານ​ທັງ​ຫຼາຍ ເພື່ອອິນ​ໂດ-ປາ​ຊີ​ຟິກ​ເປີດ ແລະ ເສ​ລີ. ຂອບ​ໃຈ.