ໃນໄລຍະການຢ້ຽມຢາມ ຄັ້ງປະຫວັດສາດຢູ່ ສປປ ລາວ, ທ່ານ ປະທານາທິບໍດີ ບາຣັກ ໂອບາມາ ໄດ້ປະກາດວ່າ ສະຫະລັດອາເມລິກາ ຈະໃຫ້ການຊ່ວຍເຫຼືອເພີ່ມຂື້ນເປັນສອງເທົ່າ ໃນວຽກງານ ເກັບກູ້ລະເບີດທີ່ຍັງບໍ່ທັນແຕກ (UXO) ໃຫ້ແກ່ ສປປ ລາວ, ຈາກ $15 ລ້ານໂດລາ ໃນໄລຍະປີທີ່ຜ່ານມາ
ເປັນ $30 ລ້ານໂດລາໃນປີຕໍ່ມາ. ການຊ່ວຍເຫຼືອ ເປັນຈຳນວນທັງໝົດ $90 ລ້ານໂດລາໃນໄລຍະສາມປີຕໍ່ຫນ້າ, ຈະສະຫນັບສະຫນູນໃນວຽກງານການສໍາຫຼວດລະດັບຊາດໃນການຊອກຫາລະເບີດທີ່ຍັງບໍ່ທັນແຕກ, ການເກັບກູ້, ການສຶກສາຄວາມສ່ຽງ ແລະ ການຊ່ວຍເຫຼືອສໍາລັບຜູ້ຖືກເຄາະຮ້າຍ.
ທ່ານ ໂອບາມາ ກ່າວວ່າ: “ພວກເຮົາຫັວງຢ່າງຢິງວ່າການຕັດສິນໃຈໃນການໃຫ້ທຶນຈະເປັນບາດກ້າວອັນສຳຄັນໃນວຽກງານຕໍ່ຫນ້າຂອງການຫຼຸດຜ່ອນຜົນຮ້າຍຂອງລະເບີດ, ການເກັບກູ້ລະເບີດ, ໃຫ້ການຊ່ວຍເຫຼືອຜູ້ລອດຊີວິດ ແລະ ການຊ່ວຍເຫຼືອເພື່ອສ້າງອານາຄົດທີ່ດີກວ່າໃຫ້ກັບປະຊາຊົນລາວ. ໃນນາມປະທານາທິບໍດີສະຫະລັດອາເມລິກາ, ຂ້າພະເຈົ້າເຊື່ອວ່າ, ມັນແມ່ນພັນທະທາງດ້ານສິນທຳ ແລະ ມະນຸດສະທຳຂອງພວກເຮົາຢ່າງແທ້ຈິງທີ່ຈະຊ່ວຍເຫຼືອໃນວຽກງານເກັບກູ້ລະເບີດນີ້”.
ສະຫະລັດອາເມລິກາ ມີຄວາມມຸ່ງໝັ້ນໃນການຊ່ວຍເຫຼືອ ສປປ ລາວ ໃຫ້ຫຼຸດຜ່ອນຄວາມສ່ຽງຂອງໄພອັນຕະລາຍ ຈາກລະເບີດທີ່ຍັງບໍ່ທັນແຕກ UXO. ໃນໄລຍະຫ້າປີທີ່ຜ່ານມາ, ສະຫະລັດອາເມຣິກາໄດ້ເຮັດວຽກຢ່າງໃກ້ຊິດກັບ ລັດຖະບານ ສປປ ລາວ ແລະ ສາກົນ ໃນການພັດທະນາວິທີການສໍາຫຼວດ ຄັ້ງທຳອິດທີ່ຖືກຕ້ອງ ໃນການຊອກຄົ້ນຫາລະເບີດທີ່ຍັງບໍ່ທັນແຕກ ໃນ ສປປລາວ ແລະ ສຸມໃສ່ການຊ່ວຍເຫຼືອ ໃນວຽກງານການເກັບກູ້ ລະເບີດທີ່ຍັງບໍ່ທັນແຕກ.
ທຶນຊ່ວຍເຫຼືອດັ່ງກ່າວຈາກ ສະຫະລັດອາເມລິກາ ຈະຂະຫຍາຍການຮ່ວມມືກັບ ຄະນະກຳມະການຄຸ້ມຄອງແຫ່ງຊາດກ່ຽວກັບການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ), ອົງການເກັບກູ້ລະເບີດ, ອົງການອື່ນໆທີ່ປະຕິບັດວຽກງານມະນຸດສະທໍາ ກ່ຽວກັບວຽກງານການເກັບກູ້ ລະເບີດທີ່ຍັງບໍ່ທັນ
ແຕກ, ແລະອົງການຈັດຕັ້ງສາກົນແລະທ້ອງຖິ່ນ ອື່ນໆ. ກອງທຶນຍັງຈະສະຫນອງການບໍລິການໃຫ້ແກ່ຜູ້ທີ່ ຍັງມີຊີວິດ ຈາກອຸປະຕິເຫດ ລະເບີດທີ່ຍັງບໍ່ທັນແຕກ ແລະ ຄອບຄົວຂອງເຂົາເຈົ້າ ແລະ ໃຫ້ການຊ່ວຍເຫຼືອ ດ້ານການຝຶກອົບຮົມ ໃຫ້ແກ່ສະຖາບັນແຫ່ງຊາດທີ່ໃຫ້ການເບິ່ງແຍງໃນວຽກງານນີ້. ນອກຈາກນັ້ນ, ເງິນທຶນນີ້ຈະສ້າງຄວາມເຂັ້ມແຂງ ໃນການຊ່ວຍເຫຼືອ ເບື້ອງຕົ້ນ ແລະ ການຕອບໂຕ້ສຸກເສີນຂອງ ສຸກສາລາ ແລະ ອາສາສະຫມັກບ້ານໃນບັນດາແຂວງທີ່ໄດ້ຮັບຜົນກະທົບຢ່າງຫຼວງຫຼາຍ. ກິດຈະກໍາຕ່າງໆ
ໃນການປູກຈິດສໍານຶກຕໍ່ກັບຄວາມສ່ຽງ ຈະຊ່ວຍໃຫ້ໃຫ້ພົນລະເມືອງລາວ ໂດຍສະເພາະແມ່ນເດັກນ້ອຍ ສາມາດຮັບຮູ້ໄດ້ກ່ຽວກັບອັນຕະລາຍແລະຜົນຮ້າຍຂອງລະເບີດທີ່ຍັງບໍ່ທັນແຕກ.
ທ່ານປະທານາທິບໍດີ ໂອບາມາ ໄດ້ເວົ້າກ່ຽວກັບການເພີ່ມການຊ່ວຍເຫຼືອ ຢູ່ທີ່ໂຄງການຮ່ວມມືດ້ານອົງຄະທຽມ-ເຄື່ອງຄໍ້າຊູ (COPE) ທີ່ ນະຄອນຫຼວງວຽງຈັນ, ເຊິ່ງໄດ້ຮັບການສະຫນອງທຶນຈາກລັດຖະບານສະຫະລັດອາເມລິກາ ເພື່ອໃຫ້ຄົນພິການ, ລວມທັງຜູ້ລອດຊີວິດຈາກລະເບີດທີ່ຍັງບໍ່ທັນແຕກ, ໄດ້ຮັບການບໍລິການຂາທຽມແລະການຟື້ນຟູ. ໃນຂະນະທີ່ ຢ້ຽມຢາມອົງການ COPE ໃນວັນທີ 7 ກັນຍາ, ທ່ານປະທານາທິບໍດີ ໂອບາມາໄດ້ສະແດງຄວາມຂອບໃຈ ມາຍັງ ສະມາຊິກຂອງຫນ່ວຍງານເກັບກູ້ ລະເບີດທີ່ຍັງບໍ່ທັນແຕກ ສໍາລັບການເຮັດວຽກທີ່ມີຄວາມກ້າຫານຂອງເຂົາເຈົ້າ. ທ່ານຍັງໄດ້ພົບກັບຜູ້ ທີ່ລອດຊີວິດ
ຈາກລະເບີດທີ່ຍັງບໍ່ແຕກ, ທ່ານ ທຸມມີ ສີລໍາພັນ, ຜູ້ທີ່ໄດ້ຮັບບາດເຈັບໂດຍລະເບີດໃນສະໃໝທີ່ເປັນເດັກຢູ່ໃນແຂວງຊຽງຂວາງ. ທ່ານ ທຸມມີ ໄດ້ສືບຕໍ່ສ້າງຕັ້ງ ສະມາຄົມຊ່ວຍເຫຼືອຟື້ນຟູຄຸນນະພາບຊີວິດ, ຊື່ງແມ່ນອົງການຈັດຕັ້ງ ທີ່ອຸທິດຕົນເພື່ອສະຫນັບສະຫນູນຜູ້ລອດຊີວິດຈາກລະເບີດທີ່ຍັງບໍ່ທັນແຕກ.
ເລີ້ມຕັ້ງແຕ່ ປີ 1993 ລັດຖະບານ ສະຫະລັດອາເມລິກາ ໄດ້ໃຫ້ທຶນຊ່ວຍເຫຼືອ ເປັນຈຳນວນຫຼາຍກວ່າ $100 ລ້ານໂດລາ ໃນວຽກງານ ຕ່າງໆທີ່ກຽ່ວຂ້ອງກັບ ລະເບີດທີ່ຍັງບໍ່ທັນແຕກ ຢູ່ໃນ ສປປ ລາວ.