ທີ່ນະຄອນຫຼວງວຽງຈັນ, ສປປ ລາວ – ໂດຍການຮ່ວມມືກັບລັດຖະບານ ສປປ ລາວ, ສະຫະລັດອາເມລິກາ ໄດ້ເປັນເຈົ້່າພາບຮ່ວມຈັດກອງປະຊຸມພາກພື້ນ ລະຫວ່າງ ຫ້າປະເທດເອເຊັຍຕາເວັນອອກສຽງໃຕ້ ໃນວັນທີ 16-17 ພະຈິກ 2017 ເພື່ອສະໜັບສະໜູນ ການເຕີບໃຫຍ່ຂະຫຍາຍຕົວເທົ່າທຽມກັນ, ແບບຍືນຍົງ ແລະ ຮວມທົ່ວທັງພາກພື້ນແມ່ນ້ຳຂອງຕອນລຸ່ມ.
ກອງປະຊຸມໜ່ວຍງານວິຊາການລະດັບພາກພື້ນ ຄັ້ງທີ 10th ໄດ້ຖືກຈັດຂຶ້ນໂດຍ ພາກພື້ນແມ່ນ້ຳຂອງຕອນລຸ່ມ (LMI) ແລະ ເພື່ອນແມ່ນ້ຳຂອງຕອນລຸ່ມ (FLM).
ໂຄງການພັດທະນາ ພາກພື້ນແມ່ນ້ຳຂອງຕອນລຸ່ມ(LMI) ໄດ້ຖືກສ້າງຕັ້ງຂື້ນໂດຍລັດຖະບານສະຫະລັດອາເມລິກາ ໃນປີ 2009 ເພື່ອຊ່ວຍລົດຊ່ອງຫວ່າງການພັດທະນາໃນບັນດາປະເທດ ASEAN ແລະສົ່ງເສີມຄວາມຮ່ວມມືເພື່ອໃຫ້ບັນລຸການເຕີບໂຕທາງດ້ານເສດຖະກິດແບບຍືນຍົງ ແລະ ຄວາມຈະເລີນຮຸ່ງເຮືອງໃນພາກພື້ນແມ່ນ້ຳຂອງ. LMI ສົ່ງເສີມການພັດທະນາໃນພາກພື້ນ ໂດຍສຸມໃສ່ໃນຂົງເຂດວຽກງານບຸລິມະສິດ ດ້ານສາທາລະນະສຸກ, ການສຶກສາ, ສະບຽງອາຫານແລະກະສິກຳ, ການເຊື່ອມຈອດ, ດ້ານພະລັງງານ, ສິ່ງແວດລ້ອມແລະນ້ຳ.
ເພື່ອນແມ່ນ້ຳຂອງຕອນລຸ່ມ (FLM) ແມ່ນບັນດາກຸ່ມປະເທດຜູ້ບໍລິຈາກລາຍໃຫຍ່ແລະສະຖາບັນຕ່າງໆ ເພື່ອສົ່ງເສີມຄວາມຮ່ວມມືໃນວຽກງານບຸລິມະສິດຕ່າງໆ ໃນການພັດທະນາຮ່ວມກັນໃນພາກພື້ນ.
ມີບັນດາຜູ້ຕາງໜ້າຈາກ ສປປ ລາວ, ກຳປູເຈຍ, ມຽນມາ, ໄທ ແລະ ຫວຽດນາມ ເຂົ້າພົບປະປຶກສາຫາລືຮ່ວມກັນ ໂດຍສຸມໃສ່ ໃນຫົວຂໍ້ວຽກງານທີ່ພົ້ນເດັ່ນ ໃນຂົງເຂດແມ່ນ້ຳຂອງ ເຊັ່ນ ສຸຂະພາບບໍ່ມີພົມແດນ, ການສຶກສາ, ແລະ ການຂຽນ STEMໂປຣແກມ, ສິ່ງທ້າທາຍຕ່າງໆທີ່ກ່ຽວກັບການພັດທະນາພະລັງງານແລະປະສິດທິພາບ, ແລະການມີສ່ວນຮ່ວມຂອງພາກເອກກະຊົນ.
ໃນບົດປາໃສເພື່ອເປີດກອງປະຊຸມ, ທ່ານເອກອັກຄະລັດຖະທູດສະຫະລັດອາເມລິກາ ທ່ານ ນາງ ຣີນາ ບິດເຕີ ໄດ້ກ່າວເນັ້ນວ່າ ສະຫະລັດອາເມລິກາມີຄວາມມຸ່ງໝັ້ນ ໃນການເປັນຄູ່ຮ່ວມພັດທະນາກັບ ສປປ ລາວ-ແລະບັນດາກຸ່ມປະເທດຕ່າງໆ ເພື່ອສືບຕໍ່ເສີມສ້າງແລະຮັດແໜ້ນສາຍພົວພັນກັບບັນດາປະເທດລຸ່ມແມ່ນ້ຳຂອງ.
“ສະຫະລັດອາເມລິກາ ເຫັນວ່າ ASEAN ແລະ LMI ເປັນສ່ວນທີ່ສຳຄັນສຳລັບການຮ່ວມມື, ເຊິ່ງພວກເຮົາດຳເນີນການສືບຕໍ່ເພື່ອໃຫ້ບັນລຸເປົ້າໝາຍຮ່ວມກັນ ໃນຄວາມຮຸ່ງເຮືອງດ້ານເສດຖະກິດ ແລະ ສັນຕິພາບຄວາມຫງົບສຸກ ໃນສາຍພົວພັນທາງການທູດລະຫວ່າງບັນດາປະເທດຂອງພວກເຮົາ.”