ບົດກ່າວປາໄສໂດຍທ່ານຮອງປະທານາທິບໍດີ ເພນຊ໌ (PENCE)
ຢູ່ທີ່ກອງປະຊຸມສຸດຍອດຫົວໜ້າຜູ້ບໍລິຫານເອເປັກ 2018 (2018 APEC CEO SUMMIT)
ຫໍປະຊຸມມາກີເອັກປຼໍເລີປາຊິຟິກ (Pacific Explorer Marquee Theatre)
ຜອດມໍເລສບີ, ປາປົວນິວກີນີ (Port Moresby, Papua New Guinea)
12:25 P.M. PGT
ຂອບໃຈ, ສະກັອດ (Scott.) ຂໍຂອບໃຈມາຍັງທຸກທ່ານທີ່ໃຫ້ການຕ້ອນຮັບອັນອົບອຸ່ນ. ຂໍຮຽນທ່ານນາຍົກລັດຖະມົນຕີ ໂອນີລ (O’Neill), ທ່ານປະທານ ໂຕເຣກາ (Taureka), ທ່ານຜູ້ຕາງໜ້າຈາກທົ່ວພາກພື້ນ, ບັນດາທ່ານຜູ້ນຳກຸ່ມນັກທຸລະກິດ ແລະ ແຂກຜູ້ມີກຽດທຸກທ່ານ, ຂ້າພະເຈົ້າຮູ້ສຶກເປັນກຽດຢ່າງສູງທີ່ໄດ້ເຂົ້າຮ່ວມ “ກອງປະຊຸມເສດຖະກິດຂັ້ນສູງ” ຢູ່ທີ່ນີ້ຮ່ວມກັບທ່ານໃນພາກພື້ນອິນໂດ-ປາຊີຟິກຄື: ກອງປະຊຸມສຸດຍອດຜູ້ບໍລິຫານເອເປັກ 2018 (2018 APEC CEO Summit). ຂໍຂອບໃຈມາຍັງທຸກທ່ານທີ່ມາເຂົ້າຮ່ວມປະຊຸມຢູ່ທີ່ນີ້. (ສຽງຕົບມື)
ຢູ່ໃນກອງປະຊຸມນີ້ເມື່ອປີກາຍ, ທ່ານປະທານາທິບໍດີ ໂດນາລ ທຣ້ຳ ໄດ້ກ່າວໃຫ້ເຫັນເຖິງວິໄສທັດຂອງສະຫະໃນການເປີດເສລີ ລັດສຳລັບ ພາກພື້ນອິນໂດ-ປາຊີຟິກ, ເຊິ່ງໃນຄຳເວົ້າຂອງທ່ານກ່າວວ່າ “ຊາດມີອຳນາດອະທິປະໄຕ ແລະ ເອກະລາດສາມາດທີ່ຈະມີຄວາມຮຸ່ງເຮືອງໄປເທື່ອລະດ້ານ ແລະ ຈະເລີນເຕີບໂຕຢູ່ໃນເສລີພາບ ແລະ ສັນຕິພາບດ້ວຍການມີຄວາມຫຼາກຫຼາຍທາງດ້ານວັດທະນະທຳ ແລະ ຫຼາຍຄວາມຝັນ.”
ແລະ ທ່ານປະທານາທິບໍດີ ທຣ້ຳ ໄດ້ສົ່ງຂ້າພະເຈົ້າມາແທນທ່ານຢູ່ທີ່ນີ້ໃນມື້ນີ້, ເຊິ່ງກໍ່ເປັນເວລາໜຶ່ງປີຕໍ່ມາ ເພື່ອມາລາຍງານຄວາມຄືບໜ້າໃນການບັນລຸວິໄສທັດດັ່ງກ່າວ. ໃນທົ່ວທຸກຂົງເຂດ, ພວກເຮົາໄດ້ຈັດຕັ້ງປະຕິບັດ ແລະ ຄຳໝັ້ນສັນຍາຂອງສະຫະລັດຕໍ່ພາກພື້ນອິນໂດ-ປາຊີຟິກແມ່ນມີຄວາມໜັກແໜັນຫຼາຍທີ່ສຸດແບບບໍ່ເຄີຍມີມາກ່ອນ. (ສຽງຕົບມື)
ພາກພື້ນອິນໂດ-ປາຊີຟິກ (Indo-Pacific) ກວາມເອົາພື້ນທີ່ເກີນເຄິ່ງໜຶ່ງຂອງພື້ນທີ່ໂລກ ແລະ ຫຼາຍກວ່າເຄິ່ງໜຶ່ງຂອງມວນມະນຸດ. ການຄ້າໃນທົ່ວໂລກສອງສ່ວນສາມເກີດຂຶ້ນຢູ່ທີ່ນີ້ ແລະ ທ່າແຮງທາງດ້ານເສດຖະກິດ ແລະ ຄວາມສຳຄັນທາງດ້ານຍຸດທະສາດດັ່ງກ່າວ ກຳລັງເຕີບໃຫຍ່ຂະຫຍາຍຕົວຂຶ້ນແຕ່ລະວັນ.
ເພື່ອເປີດໂອກາດໄຮ້ພົມແດນຂອງພາກພື້ນນັ້ນ, ປີກາຍນີ້ ທ່ານປະທານາທິບໍດີ ທຣ້ຳ ໄດ້ໃຫ້ຄຳໝັ້ນສັນຍາທີ່ຈະສະແຫວງຫາ “ຄວາມສຳພັນການຄ້າອັນເຂັ້ມແຂງທີ່ໄດ້ປົ່ງຮາກຂຶ້ນບົນພື້ນຖານຄວາມເປັນທຳ ແລະ ການແລກປ່ຽນເຊິ່ງກັນແລະກັນ.” ແລະ ຈາກເກົາຫຼີໃຕ້ເຖິງເມັກຊິກໂກເຖິງການາດາ, ພວກເຮົາໄດ້ສ້າງຂໍ້ຕົກລົງທາງການຄ້າອັນໃໝ່ ແລະ ເປັນປະຫວັດສາດຫຼາຍອັນ ແລະ ຍັງມີອີກຫຼາຍອັນພວມດຳເນີນໄປຢູ່.
ທ່ານໄດ້ໃຫ້ຄຳໝັ້ນສັນຍາທີ່ຈະໃຫ້ປະເທດຕ່າງໆຂອງພາກພື້ນອິນໂດ-ປາຊີຟິກມີທາງເລືອກທີ່ດີຂຶ້ນ ເພື່ອສະໜັບສະໜູນບັນດາໂຄງການພື້ນຖານໂຄງລ່າງໂດຍ “ການປະຕິຮູບສະຖາບັນການເງິນເພື່ອການພັດທະນາຂອງພວກເຮົາ.” ແລະ ມື້ນີ້ ສະຫະລັດໄດ້ເພີ່ມຄວາມອາດສາມາດໃນກການສະໜອງເງິນທຶນຂອງພວກເຮົາເປັນສອງເທົ່າເຖິງ 60 ຕື້ໂດລາ.
ທ່ານປະທານາທິບໍດີຍັງໄດ້ໃຫ້ຄຳໝັ້ນສັນຍາທີ່ຈະສ້າງຄູ່ຮ່ວມມືທີ່ເຂັ້ມແຂງເພື່ອຮັບປະກັນຄວາມໝັ້ນຄົງຮ່ວມກັນຂອງພວກເຮົາ. ແລະ ໃນປີນີ້, ພວກເຮົາໄດ້ໃຫ້ການສະໜອງການເງິນແກ່ທາງທະຫານຕ່າງປະເທດແກ່ພາກພື້ນອິນໂດ-ປາຊີຟິກຫຼາຍກວ່າສາມປີຜ່ານມາລວມກັນອີກ.
ທ່ານປະທານາທິບໍດີຍັງໄດ້ໃຫ້ຄຳໝັ້ນສັນຍາທີ່ຈະ “ປະເຊີນຫນ້າກັບໄພຄຸກຄາມຮ້າຍແຮງຕໍ່ຄວາມໝັ້ນຄົງ.” ແລະ ພວກເຮົາໄດ້ຢືນຄຽງຂ້າງກັບພັນທະມິດ ແລະ ຄູ່ຮ່ວມງານຂອງພວກເຮົາຢູ່ໃນພາກພື້ນ ເພື່ອປົກປ້ອງອຳນາດອະທິປະໄຕຂອງພວກເຂົາ, ກຳຈັດຜູ້ກໍ່ການຮ້າຍ ແລະ ນຳເອົາເກົາຫຼີເໜືອເຂົ້າສູ່ໂຕະເຈລະຈາ.
ແລະ ຢູ່ໃນກອງປະຊຸມນີ້ໃນປີກາຍ, ທ່ານປະທານາທິບໍດີ ທຣ້ຳ ໄດ້ໃຫ້ຄຳໝັ້ນສັນຕໍ່ນະໂຍບາຍ “ຄົນອາເມຣິກາຕ້ອງມາກ່ອນສະເໝີ ຫຼື “always put America first” ແລະ ນໍາເອົາເສດຖະກິດອາເມຣິກາມາຍິ່ງໃຫຍ່ອີກ. ການດຳເນີນການຂອງພວກເຮົາໄດ້ນຳໄປສູ່ການເຕີບໃຫຍ່ຢູ່ໃນປະເທດຂອງພວກເຮົາ ແລະ ກຳລັງນໍາມີຜົນປະໂຫຍດໃຫ້ກັບບັນດາປະເທດໃນທົ່ວພາກພື້ນອິນໂດ-ປາຊີຟິກອິກດ້ວຍ.
ພາຍໃຕ້ການນຳພາຂອງທ່ານປະທານາທິບໍດີ ທຣ້ຳ, ພວກເຮົາໄດ້ຕັດກົດລະບຽບຢູ່ໃນສະຫະລັດ ທີ່ບໍ່ເຄີຍມີມາກ່ອນ. ພວກເຮົາໄດ້ແກ້ໄຂເລື້ອງບັນຫາພະລັງງານໃນອາເມຣິກາ ແລະ ພວກເຮົາໄດ້ອອກກົດໝາຍການຕັດພາສີ ແລະ ການປະຕິຮູບພາສີຂະໜາດໃຫຍ່ທີ່ສຸດຢູ່ໃນປະຫວັດສາດອາເມຣິກາ.
ຜົນໄດ້ຮັບແມ່ນສາມາດເຫັນໄດ້ຢ່າງຈະແຈ້ງ — ມີການຈ້າງງານໃໝ່ເພີ່ມຂຶ້ນ 4.5 ລ້ານຕຳແໜ່ງ, ອັດຕາການຫວ່າງງານຕ່ຳສຸດໃນເຄິ່ງສະຕະວັດຜ່ານມາຢູ່ໃນປະເທດຂອງພວກເຮົາ ແລະ ຄົນອາເມຣິກາກຳລັງເຮັດວຽກເຮັດງານທຳໃນປະຈຸບັນຫຼາຍກວ່າເມື່ອກ່ອນໃນປະຫວັດສາດຂອງປະເທດຂອງພວກເຮົາ. ພວກເຮົາກຳລັງໄປຖືກທາງທີ່ຈະບັນລຸຜົນການເຕີບໃຫຍ່ຂະຫຍາຍຕົວໄວທີ່ສຸດໃນເກືອບ 15 ປີ. ແລະ ຫຼັງຈາກນັ້ນອີກ 10 ປີ, ສະຫະລັດຈະໄດ້ຮັບຮູ້ວ່າເປັນປະເທດເສດຖະກິດແຂ່ງຂັນໄດ້ດີທີ່ສຸດຢູ່ໃນໂລກອີກຄັ້ງໜຶ່ງ.
ແລະ ດັ່ງທີ່ຂ້າພະເຈົ້າໄດ້ກ່າວມານັ້ນ ການເຕີບໃຫຍ່ຂະຫຍາຍຕົວຂອງຄົນອາເມຣິກາກຳລັງຂັບເຄື່ອນຄວາມຈະເລີນຮຸ່ງເຮືອງໃນທົ່ວໂລກຢູ່ໃນພາກພື້ນອິນໂດ-ປາຊີຟິກທີ່ນີ້. ຕະຫຼອດສອງປີຜ່ານມາ, ທຸລະກິດຄົນອາເມຣິກາໄດ້ປະກາດຕົວໂຄງການໃໝ່ຫຼາຍກວ່າ 1,500 ໂຄງການ ແລະ ໄດ້ມີການລົງທຶນໃໝ່ອີກຫຼາຍກວ່າ 61 ຕື້ໂດລາຢູ່ໃນທົ່ວພາກພື້ນນີ້. ການລົງທຶນທັງໝົດຂອງສະຫະລັດຢູ່ໃນພາກພື້ນອິນໂດ-ປາຊີຟິກໃນປັດຈຸບັນແມ່ນມີຫຼາຍກວ່າ 1.4 ລ້ານລ້ານໂດລາ (trillion) — ຫຼາຍກວ່າການລົງທຶນຂອງຈີນ, ຍີປຸ່ນ ແລະ ເກົາຫຼີໃຕ້ລວມເຂົ້າກັນ. ແລະ ການລົງທຶນຂອງຄົນອາເມຣິກາຢູ່ໃນພາກພື້ນອິນໂດ-ປາຊີຟິກມີແຕ່ຈະສືບຕໍ່ເພີ່ມຂຶ້ນເທົ່ານັ້ນ.
ການເຕີບໃຫຍ່ທາງດ້ານເສດຖະກິດຂອງອາເມຣິກາມີຄວາມສຳຄັນທີ່ສຸດຕໍ່ວິໄສທັດຂອງພວກເຮົາສຳລັບພາກພື້ນອິນໂດ-ປາຊີຟິກ, ເຊິ່ງເປັນບ່ອນທີ່ບັນດາປະເທດມີຄວາມເຂັ້ມແຂງ ແລະ ເປັນເອກະລາດຍັງສືບຕໍ່ເຂັ້ມແຂງຂຶ້ນອີກ. ແລະ ພວກເຂົາຍັງສືບຕໍ່ເຕີບໃຫຍ່ເຂັ້ມແຂງຂຶ້ນພ້ອມກັນ. ແລະ ນັ້ນເປັນສິ່ງທີ່ອາເມຣິກາໄດ້ຊອກສະແຫວງຫາມາຕະຫຼອດ, ການກັບຄືນໄປຫາວັນເລີ່ມຕົ້ນຂອງປະເທດຂອງພວກເຮົາ.
ປະຫວັດສາດຂອງພວກເຮົາຢູ່ໃນພາກພື້ນອາຊີ-ປາຊີຟິກແມ່ນເລື່ອງການຄ້າ ແລະ ທຸລະກິດ — ເລີ່ມຕົ້ນມາຫຼາຍກວ່າສອງສະຕະວັດກ່ອນນີ້ກັບເຈົ້າຈັກກະພັດຍິງຂອງຈີນ, ເດີນທາງໂດຍກ່ຳປັ່ນຈາກນິວຢອກ ແລະ ໄດ້ເດີນທາງຂ້າມມະຫາສະໝຸດອິນເດຍ ແລະ ເຂົ້າສູ່ມະຫາສະໝຸດປາຊີຟິກ, ໄປຮອດແຄນຕອນ (Canton), ບ່ອນທີ່ໄດ້ມີການເຮັດການຄ້າໂສມອາເມຣິກາສຳລັບປຸງແຕ່ງຊາຈີນ ແລະ ເຄື່ອງຖ້ວຍຊາມເຄືອບ.
ຕະຫຼອດປະຫວັດສາດຂອງພວກເຮົາ, ມັນເປັນເລື່ອງຂອງການເປັນເພື່ອນມິດ ແລະ ຄູ່ຮ່ວມ — ທາງດ້ານພັນທະທີ່ໄດ້ສ້າງຂຶ້ນກັບທຸກໆປະເທດຕະຫຼອດເວລາ — ຕາເວັນອອກ, ທາງເໜືອ, ຕາເວັນຕົກ ແລະ ທາງໃຕ້ — ລວມທັງຫ້າຝ່າຍຂອງພັນທະມິດສົນທິສັນຍາອັນສຳຄັນທີ່ສຸດຂອງພວກເຮົາ.
ມັນເປັນເລື່ອງຂອງຄວາມເຂັ້ມແຂງ ແລະ ຄວາມເສຍສະຫຼະ — ການຢືນຄຽງບ່າຄຽງໄຫຼ່ກ້າຫານທີ່ສຸດຂອງປະເທດພວກເຮົາກັບຫຼາຍປະເທດຂອງພວກທ່ານ ເພື່ອຍູ້ຖອຍກະແສຂອງຈັກກະພັດ ແລະ ຄອມມູນິດຈາກທະເລຄໍຣອລ (Coral Sea) ໄປເຖິງແຜ່ນດິນອິນຊອນ (Incheon Landing) ເຖິງພູເຂົາ ແລະ ຫາດຊາຍ ແລະ ປ່າດົງນັບບໍ່ຖ້ວນຢູ່ລະຫວ່າງນັ້ນ.
ແລະ ມັນເປັນເລື່ອງຂອງຄວາມຄືບໜ້າຢູ່ໃນພາກພື້ນອິນໂດ-ປາຊີຟິກ — ປະເທດຂອງພວກເຮົາເຮັດວຽກດ້ວຍການຮ່ວມມືກັບທຸກປະເທດຂອງພວກທ່ານ ເພື່ອຍົກສູງພົນລະເມືອງ ແລະ ຜູ້ເຝົ້າຕິດຕາມຂອງພວກເຮົາຢູ່ໃນຍຸກໃໝ່ແຫ່ງໂອກາດສຳລັບທຸກຄົນ. ໃນທົ່ວພາກພື້ນນີ້, ຄົນຈຳນວນຫຼາຍຮ້ອຍລ້ານຄົນໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ; ນະວັດຕະກຳ (ສິ່ງປະດິດສ້າງໃໝ່) ແລະ ການປະກອບການໄດ້ເລັ່ງໄວຂຶ້ນ; ຄວາມເປັນຜະເດັດການໄດ້ຫຼົ້ມລົງໄປ ແລະ ປະຊາທິປະໄຕໄດ້ເພີ່ມຂຶ້ນຢູ່ໃນສະຖານທີ່ຂອງພວກເຂົາ; ແລະ ພົນລະເມືອງກໍ່ຢູ່ໃນຖານະສູງຂຶ້ນ ເພື່ອຮຽກຮ້ອງຄືນເຖິງອະນາຄົດ ແລະ ຢືນຢັນເຖິງປະຊາທິປະໄຕຂອງພວກເຂົາຄືນໃໝ່, ຈາກເມເລເຊຍເຖິງມາລດິບ.
ດັ່ງທີ່ພວກເຮົາມາເຕົ້າໂຮມກັນຢູ່ທີ່ APEC ແຫ່ງນີ້, ພວກເຮົາກຳລັງຂຽນບັນທຶກໜ້າໃໝ່ກ່ຽວກັບ ຄວາມຄືບໜ້າຂອງພວກເຮົາໃນປັດຈຸບັນນີ້ ແລະ ພວກເຮົາໄດ້ຮັບການນຳພາໂດຍວິໄສທັດຂອງພວກເຮົາ.
ດັ່ງທີ່ທ່ານປະທານາທິບໍດີ ທຣ້ຳ ໄດ້ກ່າວບັນຍາຍໃນປີກາຍນີ້ວ່າ, ສະຫະລັດຊອກສະແຫວງຫາ ຄວາມເສລີຂອງ ອິນໂດ-ປາຊີຟິກ ບ່ອນທີ່ບັນດາປະເທດເອກະລາດເຮັດຕາມຄວາມສົນໃຈຂອງພວກເຂົາຢ່າງກ້າຫານ, ໃຫ້ຄວາມເຄົາລົບຕໍ່ເພື່ອນບ້ານຂອງພວກເຂົາເທົ່າທຽມກັນ; ບ່ອນທີ່ສັງຄົມ, ຄວາມເຊື່ອ ແລະ ຮີດຄອງປະເພນີຮຸ່ງເຮືອງຂຶ້ນໄປເທື່ອລະດ້ານ; ບ່ອນທີ່ບຸກຄົນຕ່າງໆໃຊ້ເສລີພາບທີ່ພະເຈົ້າໃຫ້ພວກເຂົາມາໄລ່ຕາມຫາຄວາມຝັນຂອງພວກເຂົາ ແລະ ກຳນົດຊະຕາກຳຂອງພວກເຂົາ.
ສະຫະລັດຍັງຊອກສະແຫວງຫາການເປີດກ້ວາງຂອງອິນໂດ-ປາຊີຟິກ, ບ່ອນທີ່ການຄ້າ ແລະ ວັດທະນະທຳເຄື່ອນຢ້າຍໄປຢ່າງເສລີ; ບ່ອນທີ່ທຸກຄົນສາມາດເຂົ້າເຖິງທະເລ ແລະ ທ້ອງຟ້າໄດ້ດ້ວຍເປົ້າໝາຍທີ່ມີຄວາມສະຫງົບສຸກ; ບ່ອນຂໍ້ຂັດແຍ້ງໄດ້ຮັບການແກ້ໄຂໂດຍບໍ່ມີການຂັດກັນ ຫຼື ການຂົ່ມຂູ່; ບ່ອນທີ່ປະເທດຕ່າງໆຄ້າຂາຍນຳກັນ ແລະ ກັນ, ເກັບທ້ອນເອົາໃຫ້ໄດ້ຫຼາຍເທົ່າທີ່ພວກເຂົາໃຫ້; ແລະ ບ່ອນທີ່ພວກເຮົາຄອບຄຸມອະນາຄົດແຫ່ງຄວາມເປັນໄປໄດ້ບໍ່ສິ້ນສຸດສຳລັບທຸກຄົນຜູ້ທີ່ເອີ້ນພາກພື້ນນີ້ເປັນບ້ານ.
ຂ້າພະເຈົ້າຮູ້ວ່າ ວິໄສທັດນີ້ແມ່ນໄດ້ໃຊ້ຮ່ວມກັນໂດຍບັນດາປະເທດໃຫຍ່ໆສ່ວນຫຼາຍຢູ່ໃນອິນໂດ-ປາຊີຟິກ. ລວມເອົາທຸກໆປະເທດບໍ່ວ່າຈະເປັນປະເທດໃດກໍຕາມ ແລະ ຕັ້ງແຕ່ຊາຍຝັ່ງຕາເວັນຕົກຂອງອາເມຣິກາລາຕິນຈົນມາຮອດສ່ວນໄກສຸດຂອງມະຫາສະໝຸດອິນເດຍ, ສະຫະລັດໄດ້ຍື່ນມືດ້ວຍຈິດໃຈຄວາມເປັນມິດຕະພາບ ແລະ ການເປັນຄູ່ຮ່ວມເຂົ້າມາໃນການຊອກສະແຫວງຫາຄວາມຮ່ວມມື, ບໍ່ແມ່ນການຄວບຄຸມ. ໃນສິ່ງທັງໝົດທີ່ພວກເຮົາເຮັດ, ພວກເຮົາກຳລັງເຮັດວຽກຢ່າງບໍ່ຮູ້ອິດຮູ້ເມື່ອຍ ເພື່ອນຳເອົາຄວາມຈະເລີນຮຸ່ງເຮືອງຮ່ວມກັນກ້າວໄປໄກ, ສ້າງຄວາມເຂັ້ມແຂງໃຫ້ຄວາມໝັ້ນຄົງຮ່ວມກັນຂອງພວກເຮົາ ແລະ ສະໜັບສະໜູນຫຼັກການຮ່ວມກັນຂອງພວກເຮົາ.
ແນ່ນອນວ່າ ການຄ້າເປັນໃຈກາງຄວາມສົນໃຈຂອງພວກເຮົາຢູ່ໃນພາກພື້ນ. ແລະ ດັ່ງທີ່ທ່ານປະທານາທິບໍດີໄດ້ກ່າວໃນປີກາຍນີ້, ຕາມຄຳກ່າວຂອງທ່ານນັ້ນ ສະຫະລັດຈະ “ເຮັດຂໍ້ຕົກລົງການຄ້າສອງຝ່າຍກັບປະເທດໃນອິນໂດ-ປາຊີຟິກໃດໜຶ່ງທີ່ຕ້ອງການເປັນຄູ່ຮ່ວມຂອງພວກເຮົາ ແລະ ອັນນັ້ນຈະຜູກພັນຕາມຫຼັກການການຄ້າເປັນທຳ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ.”
ນອກເໜືອໄປຈາກຂໍ້ສັນຍາທີ່ຂ້າພະເຈົ້າໄດ້ກ່າວມານັ້ນ, ສະຫະລັດຈະເຂົ້າສູ່ການເຈລະຈາກ່ຽວກັບຂໍ້ຕົກລົງທາງການຄ້າກັບເສດຖະກິດໃຫຍ່ທີ່ສຸດອັນດັບສາມຂອງໂລກໃນໄວໆນີ້ຢູ່ທີ່ຍີປຸ່ນ. ຂ້າພະເຈົ້າຍັງມີຄວາມຍິນດີທີ່ຈະລາຍງານວ່າ ອາເມຣິກາມີຄວາມພ້ອມໃນການປຶກສາຫາລືສຳລັບຂໍ້ຕົກລົງທາງການຄ້າອື່ນກັບສະມາຊິກຂອງ APEC ອື່ນທີ່ຍັງບໍ່ທັນໄດ້ມີເທື່ອ — ແລະ ພວກເຮົາຫາກໍ່ໄດ້ເລີ່ມດຳເນີນການໃນເລື່ອງນັ້ນແລ້ວ.
ແລະ ໃນຂະນະທີ່ພວກເຮົາໄດ້ສ້າງຂໍ້ຕົກລົງໃໝ່, ພວກເຮົາຍັງໄດ້ໂຕ້ແຍ້ງກັບບັນດາປະເທດທີ່ໃຊ້ການປະຕິບັດທາງການຄ້າທີ່ບໍ່ເປັນທຳນຳອີກ. ໃຫ້ເບິ່ງໄປທີ່ຈຸດຢືນທີ່ທ່ານປະທານາທິບໍດີ ທຣ້ຳ ໄດ້ດຳເນີນການໃນຄວາມສຳພັນທາງດ້ານການຄ້າຂອງພວກເຮົາກັບຈີນ.
ດັ່ງທີ່ທ່ານປະທານາທິບໍດີ ທຣ້ຳ ໄດ້ກ່າວໃນບໍ່ພໍເທົ່າໃດຊົ່ວໂມງກ່ອນນີ້ຢູ່ໃນຫ້ອງການໃນທຳນຽບຂ່າວ (Oval Office) ວ່າ ພວກເຮົາມີ “ຄວາມເຄົາລົບອັນຍິ່ງໃຫຍ່ສຳລັບທ່ານປະທານປະເທດ ສີ… ແລະ ຄວາມເຄົາລົບອັນຍິ່ງໃຫຍ່ສຳລັບຈີນ.” ແຕ່ຢູ່ໃນຄຳເວົ້າຂອງທ່ານປະທານາທິບໍດີສະແດງໃຫ້ເຫັນວ່າ “ຈີນໄດ້ເອົາປຽບສະຫະລັດມາເປັນເວລາຫຼາຍໆປີ.” ແລະ ເວລານັ້ນໄດ້ໝົດໄປແລ້ວ.
ດັ່ງທີ່ທ່ານປະທານາທິບໍດີໄດ້ເພີ່ມຕື່ມວ່າ ຈີນມີ “ການກີດກັ້ນອັນໃຫຍ່ຫຼວງ”; ພວກເຂົາມີ “ກຳແພງພາສີອັນຍິ່ງໃຫຍ່”; ແລະ ດັ່ງທີ່ພວກເຮົາທຸກຄົນຮູ້, ປະເທດຂອງພວກເຂົານຳໃຊ້ລະບົບໂຄຕ່າ, ການຖ່າຍທອດເຕັກໂນໂລຊີແບບບັງຄັບ, ການລັກຊັບສິນທາງປັນຍາ, ການທົດແທນພາກອຸດສາຫະກຳໃນລະດັບທີ່ບໍ່ເຄີຍມີມາກ່ອນ. ຕົວຈິງແລ້ວ ການກະທຳດັ່ງກ່າວໄດ້ເຮັດໃຫ້ເກີດການຂາດດຸນການຄ້າທີ່ດີກັບສະຫະລັດ 375 ຕື້ໂດລາໃນປີກາຍນີ້ປີດຽວ. ແຕ່ດັ່ງທີ່ທ່ານປະທານາທິບໍດີໄດ້ກ່າວໃນມື້ນີ້ວ່າ “ທັງໝົດນັ້ນໄດ້ປ່ຽນໄປແລ້ວໃນເວລານີ້.”
ພວກເຮົາໄດ້ດຳເນີນການທັງທີ ເພື່ອແກ້ໄຂຄວາມບໍ່ດຸນດ່ຽງທາງການຄ້າຂອງພວກເຮົາກັບຈີນ. ພວກເຮົາໄດ້ວາງກຳແພງພາສີໃສ່ສິນຄ້າຈີນ 250 ຕື້ໂດລາ ແລະ ພວກເຮົາສາມາດເພີ່ມຕົວເລກນັ້ນຂຶ້ນຫຼາຍກວ່າສອງເທົ່າໄດ້. ແຕ່ພວກເຮົາຫວັງໃຫ້ດີຂຶ້ນ. ເຖິງແນວນັ້ນກໍ່ຕາມ ສະຫະລັດຈະບໍ່ປ່ຽນແປງວິທີທາງຈົນກວ່າຈີນປ່ຽນວິທີການຂອງຈີນເອງ.
ນອກເໜືອຈາກການຄ້າ, ສະຫະລັດຍັງກຳລັງສົ່ງເສີມການລົງທຶນພາກເອກະຊົນຢູ່ໃນອິນໂດ-ປາຊີຟິກດັ່ງທີ່ບໍ່ເຄີຍມີມາກ່ອນ. ດັ່ງທີ່ພວກເຮົາຢືນຢູ່ທີ່ນີ້ໃນມື້ນີ້, ບໍລິສັດອາເມຣິກັນກຳລັງຈ້າງ ແລະ ຝຶກແຮງງານຂອງພວກທ່ານ, ນຳເອົາພວກເຂົານັ້ນມາສູ່ມາດຕະຖານສູງສຸດ. ພວກເຂົາບໍ່ໄດ້ຮັບໃຊ້ເມືອງຢູ່ຫ່າງໄກ; ພວກເຂົານຳເອົາຜົນປະໂຫຍດມາໃຫ້ປະເທດຂອງພວກທ່ານໂດຍກົງ. ແລະ ທ່ານຈຳເປັນຕ້ອງເບິ່ງບໍ່ໄກໄປກວ່າປາປົວນິວກິນີເປັນຫຼັກຖານແຫ່ງຄວາມສຳຄັນທີ່ສຸດ ແລະ ຜົນປະໂຫຍດຂອງການລົງທຶນຂອງຄົນອາເມຣິກັນ.
ມາເບິ່ງຕົວຢ່າງອັນໜຶ່ງ: ບໍລິສັດ ExxonMobil ໄດ້ລົງທຶນໄປແລ້ວຫຼາຍກວ່າ 19 ຕື້ໂດລາຢູ່ໃນປະເທດນີ້, ເຊິ່ງໄດ້ສ້າງທໍ່ສົ່ງນ້ຳມັນຍາວກວ່າ 450 ໄມ — (ສຽງຕົບມື) — ແລະ ໄດ້ສ້າງວຽກເຮັດງານທຳຢູ່ທີ່ນີ້ຫຼາຍກວ່າ 2,600 ຕຳແໜ່ງຢູ່ໃນປາປົວນິວກິນີ. (ສຽງຕົບມື) ແລະ ການຈ້າງງານຫຼາຍທີ່ສຸດກໍ່ແມ່ນການຈ້າງຄົນໃນທ້ອງຖິ່ນ. ຂ້າພະເຈົ້າໄດ້ຮັບແຈ້ງມາວ່າ ດຽວນີ້ ExxonMobil ຕັ້ງໃຈທີ່ຈະເພີ່ມຄວາມອາດສາມາດໂຮງງານຂອງຕົນເອງຢູ່ທີ່ນີ້ຂຶ້ນເປັນສອງເທົ່າຢູ່ໃນທ່າເຮືອມໍເຣສບີ (Port Moresby) ດ້ວຍການລົງທຶນເພີ່ມຕື່ມອີກຫຼາຍຕື້ໂດລາ. ແລະ ມື້ອື່ນນີ້, ຂ້າພະເຈົ້າລໍຄອຍທີ່ຈະຮ່ວມກັບພັນທະມິດ ແລະ ຄູ່ຮ່ວມຂອງພວກເຮົາຫຼາຍພາກສ່ວນຢູ່ໃນພາກພື້ນ ເພື່ອປະກາດການລິເລີ່ມອັນເປັນປະຫວັດສາດທີ່ຈະສ້າງອະນາຄົດຂອງປາປົວນິວກິນີ. (ສຽງຕົບມື)
ແຕ່ການລົງທຶນຂອງຄົນອາເມຣິກັນບໍ່ພຽງແຕ່ເຕີບໃຫຍ່ຢູ່ໃນທີ່ນີ້ເທົ່ານັ້ນ, ມັນຍັງກຳລັງພຸ່ງແຮງຢູ່ໃນທົ່ວພາກພື້ນອິນໂດ-ປາຊີຟິກທັງໝົດນຳອີກ. ຫຼາຍບໍລິສັດຂອງພວກເຮົາກຳລັງກໍ່ສ້າງໂຮງງານພະລັງງານຢູ່ໃນປະເທດບັງກະລາເທດ ແລະ ກຳລັງຂະຫຍາຍການເຊື່ອມຕໍ່ດິຈິຕອລຢູ່ໃນປະເທດເນປານ. ພວກເຂົາກຳລັງກໍ່ສ້າງແຜງພະລັງງານແສງອາທິດຢູ່ໃນປະເທດຫວຽດນາມ ແລະ ສູນນະວັດຕະກຳໃໝ່ຢູ່ໃນປະເທດສິງກະໂປ, ກຳລັງສ້າງຮູບຮ່າງພື້ນຖານໂຄງຮ່າງພະລັງງານຢູ່ໃນປະເທດເປຣູ ແລະ ກຳລັງຂະຫຍາຍການບໍລິການເບິ່ງແຍງດູແລສຸຂະພາບຢູ່ໃນປະເທດຊິລີ. ແລະ ພວກເຮົາຍັງກຳລັງຕິດຕັ້ງ ແລະ ບຳລຸງຮັກສາສາຍເຄເບິ້ລໃຕ້ນ້ຳ ເພື່ອເຊື່ອມຕໍ່ຫຼາຍປະເທດຂອງໃນປາຊີຟິກໃຕ້ກັບສະຫະລັດ ແລະ ປະເທດຕ່າງໆໃນທົ່ວໂລກ.
ແລະ ອາເມຣິກາກຳລັງດຳເນີນການເພື່ອເລັ່ງການລົງທຶນຢູ່ໃນການເຊື່ອມຕໍ່ດິຈິຕອນໃຫ້ຫຼາຍຂຶ້ນເປັນກໍລະນີສະເພາະ. ອາທິດນີ້, ພວກເຮົາໄດ້ສ້າງການຮ່ວມມືທີ່ເອີ້ນວ່າເມືອງອັດສະລິຍະສະຫະລັດ-ອາຊ່ຽນ (U.S.-ASEAN Smart Cities Partnership) ຂຶ້ນ ເພື່ອເສີມຂະຫຍາຍສ້າງຄວາມເຂັ້ມແຂງເສດຖະກິດໄຊເບີຂອງອາຊີຕາເວັນອອກສຽງໃຕ້ ແລະ ນຳເອົາຄວາມຊ່ຽວຊານທາງທຸລະກິດຂອງຄົນອາເມຣິກັນມາສະໜັບສະໜູນຄວາມຕ້ອງການທາງດ້ານດິຈິຕອລຂອງພາກພື້ນ. ດັ່ງທີ່ພວກເຮົາໄດ້ດຳເນີນບັນດາໂຄງການຄ້າຍຄືກັນຢູ່ໃນວັນກ່ອນນັ້ນ, ຂ້າພະເຈົ້າສາມາດແນ່ໃຈໄດ້ວ່າ ທ່ານຈະສືບຕໍ່ໃຫ້ການສະໜັບສະໜູນໄວຕໍ່ຄວາມເຊື່ອໝັ້ນຂອງພວກເຮົາວ່າ ອິນໂດ-ປາຊີຟິກເສລີ ແລະ ເປີດສົມຄວນເປັນອິນເຕີເນັດເສລີ ແລະ ເປີດນຳອີກ. (ສຽງຕົບມື)
ດ້ວຍຄຳໝັ້ນສັນຍາຕໍ່ກັບການສະໜອງການເງິນໃນການພັດທະນາ, ພວກເຮົາຍັງກຳລັງສ້າງພື້ນຖານໂຄງລ່າງຢູ່ໃນອິນໂດ-ປາຊີຟິກເປັນບຸລິມະສິດສູງສຸດນຳອີກຄື: ຈາກຖະໜົນສູ່ທາງລົດໄຟ, ທ່າເຮືອສູ່ທໍ່ສົ່ງນ້ຳມັນ, ສະໜາມບິນສູ່ສາຍຂໍ້ມູນ. ແລະ ສະຫະລັດມີວິທີທີ່ມີຫຼັກການທີ່ກົງກັນຂ້າມກັບປະເທດອື່ນບາງປະເທດ.
ດັ່ງທີ່ພວກເຮົາເວົ້າ, ດັ່ງທີ່ພວກເຮົາທຸກຄົນຮູ້, ມີບາງປະເທດກຳລັງສະເໜີໃຫ້ເງິນກູ້ເພື່ອກໍ່ສ້າງພື້ນຖານໂຄງລ່າງຕ່າງໆໃຫ້ກັບລັດຖະບານຕ່າງໆໃນທົ່ວອິນໂດ-ປາຊີຟິກ ແລະ ໃນທົ່ວໂລກ. ແຕ່ເງື່ອນໄຂຂອງເງິນກູ້ເຫຼົ່ານັ້ນມັກຈະບໍ່ຊັດເຈນ. ໂຄງການທີ່ພວກເຂົາໃຫ້ການສະໜັບສະໜູນມັກຈະບໍ່ຍືນຍົງ ແລະ ມີຄຸນນະພາບຕ່ຳ. ແລະ ມັກຈະມີເລື້ອຍໆທີ່ພວກມັນມາພ້ອມກັບຂໍ້ຜູກມັດ ແລະ ນຳໄປສູ່ໜີ້ສິນເພີ່ມຂຶ້ນ. (ສຽງຕົບມື)
ບໍ່ດົນຫຼັງຈາກສົງຄາມປົດປ່ອຍສູ່ເອກະລາດຂອງພວກເຮົາ, ປະທານາທິບໍດີຄົນທຳອິດຂອງປະເທດຂ້າພະເຈົ້າ ທ່ານ ຈອດ ວໍຊິງຕັນ (George Washington) ໄດ້ເຕືອນໃຫ້ເຫັນເຖິງອັນຕະລາຍທີ່ສາມາດທຳລາຍລ້າງທຸກສິ່ງທຸກຢ່າງທີ່ພວກເຮົາໄດ້ມາຄື: ໜີ້ສິນ ແລະ ການແຊກແຊງຂອງຕ່າງປະເທດ. ແລະ ດັ່ງນັ້ນ ມື້ນີ້, ຂໍໃຫ້ຂ້າພະເຈົ້າເວົ້າເຖິງທຸກປະເທດໃນທົ່ວພາກພື້ນນີ້ ແລະ ໃນທົ່ວໂລກວ່າ: ຢ່າຮັບເອົາໜີ້ສິນຕ່າງປະເທດທີ່ສາມາດເຮັດໃຫ້ອຳນາດອະທິປະໄຕຂອງທ່ານເສຍຫາຍ. ປົກປ້ອງຜົນປະໂຫຍດຂອງທ່ານ. ຮັກສາເອກະລາດຂອງທ່ານໄວ້. ແລະ ຄືກັນກັບອາເມຣິກາ, ໃຫ້ເອົາປະເທດຂອງທ່ານໄວ້ກ່ອນສະເໝີ. (ສຽງຕົບມື)
ໃຫ້ຮູ້ວ່າ ສະຫະລັດໃຫ້ທາງເລືອກທີ່ດີກວ່າ. ພວກເຮົາບໍ່ປ່ອຍໃຫ້ຄູ່ຮ່ວມງານຂອງພວກເຮົາຈົມຢູ່ໃນທະເລແຫ່ງໜີ້ສິນ. ພວກເຮົາບໍ່ຂົ່ມຂູ່ ຫຼື ທຳລາຍເອກະລາດຂອງພວກທ່ານ. ສະຫະລັດຈັດການຢ່າງເປີດເຜີຍ, ຢ່າງເປັນທຳ. ພວກເຮົາບໍ່ສະເໜີໃຫ້ມີການຮັດໃຫ້ນ້ອຍລົງ ຫຼື ຖະໜົນໄປໄດ້ທາງດຽວ. ເມື່ອທ່ານເປັນຄູ່ຮ່ວມຂອງພວກເຮົາ, ພວກເຮົາເປັນຄູ່ຮ່ວມກັບທ່ານ ແລະ ພວກເຮົາທັງໝົດຈະເລີນຮຸ່ງເຮືອງ.
ເຖິງແມ່ນວ່າ ການລົງທຶນຂອງພວກເຮົາທີ່ພວມລົງທຶນຢູ່ໃນທົ່ວພາກພື້ນນີ້ມີມະຫາສານ, ສະຫະລັດຍັງໄດ້ສືບຕໍ່ຢືນຢູ່ກັບປະເທດທີ່ມີຄວາມມັກຄືນກັນ ເພື່ອຮັບປະກັນຄວາມໝັ້ນຄົງ ແລະ ສັນຕິພາບທົ່ວອິນໂດ-ປາຊີຟິກ.
ທ່ານຮູ້ມັນເປັນສິ່ງສຳຄັນທີ່ຄວນຄິດ ເມື່ອທ່ານປະທານາທິບໍດີໄດ້ເວົ້າກັບທ່ານມາກ່ອນໃນປີກາຍນີ້, ໄພຂົ່ມຂູ່ຮ້າຍແຮງທີ່ສຸດຕໍ່ພາກພື້ນອິນໂດ-ປາຊີຟິກແມ່ນລະບົບການປົກຄອງຢູ່ໃນເກົາຫຼີເໜືອ. ພວກເຮົາທຸກຄົນຈື່ໄດ້ໃນວັນທີ່ຜ່ານມານັ້ນຄື: ການທົດລອງນິວເຄຼຍ, ຂີປະນາວຸດບິນຢູ່ເໜືອຍີປຸ່ນ, ສົງຄາມຄຳເວົ້າ ແລະ ການຍຸຍົງສົ່ງເສີມຕ່າງໆ.
ໄດ້ຜະເຊີນໜ້າກັບໄພອັນຕະລາຍນີ້, ສະຫະລັດໄດ້ຮວບຮວມພະລັງໂລກໃຫ້ສະແດງບົດບາດການສົ່ງເສີມຄວາມກົດດັນທີ່ບໍ່ເຄີຍມີມາກ່ອນ. ແລະ ດັ່ງທີ່ໂລກໄດ້ເຫັນເປັນພະຍານຢູ່ທີ່ການປະຊຸມສຸດຍອດຄັ້ງປະຫວັດສາດຂອງທ່ານປະທານາທິບໍດີ ທຣ້ຳ ກັບທ່ານປະທານ ຄິມ ຢູ່ໃນປະເທດສິງກະໂປ ໃນເດືອນມິຖຸນາ, ການແກ້ໄຂຮ່ວມກັນຂອງພວກເຮົາເຫັນຜົນປະກົດຂຶ້ນ. ບໍ່ມີການທົດລອງອີກ. ບໍ່ມີຂີປະນາວຸດອີກ. ສິ່ງຮັບປະກັນຂອງພວກເຮົາແມ່ນບ້ານ. ແລະ ຄວາມຫວັງແຫ່ງສັນຕິພາບຂອງແຫຼມເກົາຫຼີກັບຄືນມາໃຫ້ເຫັນອີກຄັ້ງໜຶ່ງ.
ດັ່ງທີ່ພວກເຮົາເວົ້າ, ສະຫະລັດກຳລັງມີແຜນການທີ່ຈະມີກອງປະຊຸມສຸດຍອດຄັ້ງໃໝ່ລະຫວ່າງທ່ານປະທານາທິບໍດີ ທຣ້ຳ ແລະ ທ່ານປະທານ ຄິມ. ທຸກປະເທດຕ້ອງສືບຕໍ່ຢືນຄຽງຂ້າງກັນ, ບັງຄັບໃຊ້ທຸກ ມະຕິຂອງສະພາຄວາມໝັ້ນຄົງຂອງສະຫະປະຊາຊາດ ແລະ ນຳເອົາເກົາຫຼີເໜືອເຂົ້າສູ່ຄຳໝັ້ນສັນຍາທີ່ໄດ້ໃຫ້ໄວ້ຢູ່ໃນຖະແຫຼງການປະເທດສິງກະໂປ — ແລະ ພວກເຮົາກໍ່ຈະປະຕິບັດຄືກັນ.
ພວກເຮົາຕ້ອງມີຄວາມຮອບຄອບ ແລະ ໄດ້ຮັບການແກ້ໄຂ ເພື່ອບັນລຸຜົນການປົດອາວຸດນິວເຄຼຍຂອງເກົາຫຼີເໜືອຂັ້ນສຸດທ້າຍຢ່າງສິ້ນເຊີງ. ພວກເຮົາຕິດໜີ້ຕໍ່ລູກຫຼານຂອງພວກເຮົາທີ່ຈະຮັບປະກັນໃຫ້ມີສັນຕິພາບຖາວອນໃຫ້ແກ່ຄົນເກົາຫຼີ, ພວກເຮົາຕິດໜີ້ຕໍ່ພາກພື້ນອາຊີ-ປາຊີຟິກ ແລະ ພວກເຮົາຕິດໜີ້ຕໍ່ໂລກ. (ສຽງຕົບມື)
ແລະ ດັ່ງທີ່ທ່ານປະທານາທິບໍດີ ທຣ້ຳ ໄດ້ກ່າວຈະແຈ້ງໃນປີກາຍນີ້, ສະຫະລັດຍັງຈະມີຄວາມຮອບຄອບຕໍ່ໄພຂົ່ມຂູ່ອື່ນໆທີ່ກຳລັງຜະເຊີນໜ້າພາກພື້ນນີ້ຢູ່ — ກຸ່ມອາຊະຍາກຳ, ກຸ່ມລັກລອບຄ້າຂາຍຢາເສບຕິດ, ກຸ່ມຄ້າມະນຸດ ແລະ ອາຊະຍາກຳທາງໄຊເບີ. ຕໍ່ດ້ານນັ້ນ, ພວກເຮົາຈະສືບຕໍ່ຂະຫຍາຍການຮ່ວມມືທາງດ້ານການທະຫານ, ຂ່າວກອງ ແລະ ການບັງຄັບໃຊ້ກົດໝາຍໃນທົ່ວພາກພື້ນ.
ພວກເຮົາຈະສືບຕໍ່ເຮັດວຽກກັບພັນທະມິດ ແລະ ຄູ່ຮ່ວມຂອງພວກເຮົາ ເພື່ອປາບປາມໄພຄຸກຄາມຂອງລັດທິຫົວຮຸນແຮງ. ຫຼັງຈາກຜູ້ກໍ່ການຮ້າຍທີ່ກຸ່ມໄອຊິດ (ISIS) ສະໜັບສະໜູນໄດ້ກໍ່ຄວາມວຸ້ນວາຍຢູ່ໃນຟີລິບປິ່ນປີກາຍນີ້, ສະຫະລັດໄດ້ຢືນຄຽງຂ້າງກັບພັນທະມິດຂອງພວກເຮົາເພື່ອປົດປ່ອຍເມືອງມາຣາວີ. ພວກເຮົາຈະບໍ່ປ່ອຍໃຫ້ຜູ້ກໍ່ການຮ້າຍອິດສະລາມຫົວຮຸນແຮງໃດໆເຂົ້າມາຕັ້ງຫຼັກຢູ່ໃນອິນໂດ-ປາຊີຟິກເດັດຂາດ.
ພວກເຮົາຈະສືບຕໍ່ຢືນຢູ່ກັບພັນທະມິດຂອງພວກເຮົາ ພ້ອມກັບຄູ່ຮ່ວມຂອງພວກເຮົາ ເພື່ອປົກປ້ອງຊາຍແດນທາງບົກ ແລະ ທາງທະເລຂອງພວກເຮົາ ແລະ ຢູ່ໃນຂອບເຂດດິຈິຕອນ. ອາທິດນີ້, ມັນເປັນສິດທິພິເສດຂອງຂ້າພະເຈົ້າ ທີ່ຈະປະກາດຄູ່ຮ່ວມມືໃໝ່ລະຫວ່າງສະຫະລັດ ແລະ ສິງກະໂປ ເພື່ອເປັນເສົາຄ້ຳການປ້ອງກັນທາງດິຈິຕອນໃຫ້ກັບ 10 ປະເທດຂອງອາຊ່ຽນ (ASEAN).
ພວກເຮົາກຳລັງສ້າງການເປັນຄູ່ຮ່ວມຄວາມໝັ້ນຄົງໃໝ່ ແລະ ສືບຕໍ່ນຳອີກ, ດັ່ງທີ່ສະແດງໃຫ້ເຫັນໂດຍການຊ້ອມຮົບທາງທະເລສາມຝ່າຍກັບອິນເດຍ ແລະ ຍີປຸ່ນເມື່ອບໍ່ດົນມານີ້. ແລະ ມື້ນີ້, ມັນເປັນສິດທິພິເສດຂອງຂ້າພະເຈົ້າທີ່ຈະປະກາດວ່າ ສະຫະລັດຈະເປັນຄູ່ຮ່ວມກັບປາປົວນິວກິນີ ແລະ ອົດສະຕາລີຢູ່ໃນການລິເລີ່ມຮ່ວມກັນຂອງພວກເຂົາຢູ່ທີ່ຖານທັບເຮືອລອມບຣຳໃນເກາະມານັດ. (ສຽງຕົບມື) ພວກເຮົາຈະເຮັດວຽກຮ່ວມກັບປະເທດເຫຼົ່ານີ້ ເພື່ອປົກປ້ອງອຳນາດອະທິປະໄຕ ແລະ ສິດທິທາງທະເລຂອງໝູ່ເກາະປາຊີຟິກນຳອີກ.
ແລະ ທ່ານສາມາດໝັ້ນໃຈໄດ້ວ່າ: ສະຫະລັດອາເມຣິກາຈະສືບຕໍ່ສົ່ງເສີມເສລີພາບທາງທະເລ ແລະ ນ່ານຟ້າ, ເຊິ່ງມີຄວາມຈຳເປັນຫຼາຍຕໍ່ຄວາມຈະເລີນຮຸ່ງເຮືອງຂອງພວກເຮົາ. ພວກເຮົາຈະສືບຕໍ່ບິນ ແລະ ເດີນເຮືອໄປທຸກບ່ອນທີ່ກົດໝາຍສາກົນອະນຸຍາດ ແລະ ຜົນປະໂຫຍດຂອງພວກເຮົາຮຽກຮ້ອງຕ້ອງການ; ການລ່ວງລະເມີດສ້າງຄວາມເຂັ້ມແຂງການແກ້ໄຂຂອງພວກເຮົາເທົ່ານັ້ນ. ພວກເຮົາຈະບໍ່ປ່ຽນວິທີທາງ. ແລະ ພວກເຮົາຈະສືບຕໍ່ສະໜັບສະໜູນຄວາມພະຍາຍາມຢູ່ພາຍໃນອາຊ່ຽນ (ASEAN) ເພື່ອຮັບຮອງເອົາກົດລະບຽບທີ່ມີຄວາມໝາຍ ແລະ ທີ່ເຄົາລົບຕໍ່ສິດຂອງທຸກປະເທດຢູ່ໃນທະເລຈີນໃຕ້, ລວມທັງເສລີພາບຂອງການນຳທາງ. (ສຽງຕົບມື)
ອັນສຸດທ້າຍຕາມທີ່ທ່ານປະທານາທິບໍດີ ທຣ້ຳ ໄດ້ກ່າວຊັດເຈນໃນປີກາຍນີ້, ພວກເຮົາຈະ “ສົ່ງເສີມສະໜັບສະໜູນຫຼັກການທີ່ໄດ້ມີຜົນປະໂຫຍດແກ່ພວກເຮົາທັງໝົດ” ຈົນຮອດລຸ້ນຕໍ່ໆໄປ. ສະຫະລັດກຳລັງເຮັດວຽກຕາມທີ່ພວກເຮົາເວົ້າ ເພື່ອສົ່ງເສີມອົງການທາງສັງຄົມ, ການປົກຄອງດ້ວຍກົດໝາຍ ແລະ ລັດຖະບານທີ່ມີຄວາມໂປ່ງໃສ ແລະ ຮັບຜິດຊອບທົ່ວພາກພື້ນ. ສິ່ງເຫຼົ່ານີ້ເປັນອົງປະກອບຕ່າງໆຂອງຄວາມຄືບໜ້າ ແລະ ພວກມັນເປັນປ້ອມດ່ານໜ້າຂອງຄວາມເປັນເອກະລາດ.
ມື້ນີ້, ມັນຍັງເປັນສິດທິພິເສດຂອງຂ້າພະເຈົ້າທີ່ຈະປະກາດການລິເລີ່ມຄວາມໂປ່ງໃສພາກພື້ນອິນໂດ-ປາຊີຟິກຂອງພວກເຮົານຳອີກ. ພ້ອມກັນກັບການໃຫ້ທຶນຂອງຄົນອາເມຣິກາຫຼາຍກວ່າ 400 ໂດລາ, ໂຄງການນີ້ຈະຊ່ວຍສ້າງຄວາມເຂັ້ມແຂງໃຫ້ພົນລະເມືອງຂອງພາກພື້ນ, ຕໍ່ສູ້ກັບການສໍ້ລາດບັງຫຼວງ ແລະ ສ້າງຄວາມເຂັ້ມແຂງທາງດ້ານອຳນາດອະທິປະໄຕ. ແລະ ມັນເປັນກຽດຂອງພວກເຮົາທີ່ລິເລີ່ມໂຄງການນີ້. (ສຽງຕົບມື)
ຄົນພາກພື້ນອິນໂດ-ປາຊີຟິກທຸກຄົນສົມຄວນທີ່ຈະດຳລົງຊີວິດຢູ່ໃນບ້ານເກີດທີ່ຈະເລີນຮຸ່ງເຮືອງ. ແລະ ລັດຖະບານທີ່ຮັບຜິດຊອບຕໍ່ຄົນຂອງພວກເຂົາສ້າງຄູ່ຮ່ວມທີ່ດີສຳລັບພວກເຮົາທຸກຄົນ, ລວມທັງສະຫະລັດ.
ດັ່ງທີ່ທ່ານປະທານາທິບໍດີໄດ້ກ່າວຢູ່ກອງປະຊຸມ APEC ໃນເດືອນພະຈິກຜ່ານມາ, ສະຫະລັດຈະຢືນຢູ່ໂດຍບໍ່ມີການຂໍໂທດຕໍ່ສິດທິສ່ວນບຸກຄົນຢູ່ສະເໝີ. ເນື່ອງຈາກການກໍ່ຕັ້ງຂອງຄົນອາເມຣິກັນ, ປະເທດຂອງພວກເຮົາໄດ້ຍຶດໝັ້ນຫຼັກການທີ່ທຸກຄົນຖືກສ້າງຂຶ້ນມາເທົ່າທຽມກັນ ແລະ ຖືກມອບໃຫ້ມີສິດທີ່ບໍ່ສາມາດແບ່ງແຍກໄດ້ສະເພາະໂດຍຜູ້ສ້າງຂອງພວກເຮົາ. ຄົນອາເມຣິກັນເຊື່ອໃນເສລີພາບຂອງການປາກເວົ້າ, ຊັບສິນສ່ວນຕົວ ແລະ ເສລີພາບຂອງການນັບຖືສາສະໜາ. ແລະ ພວກເຮົາຈະສືບຕໍ່ສະໜັບສະໜູນບັນດາຜູ້ທີ່ມີຄວາມປາດຖະໜາຕໍ່ເສລີພາບເຫຼົ່ານັ້ນໃນທົ່ວອິນໂດ-ປາຊີຟິກ ແລະ ໃນທົ່ວໂລກ.
ພວກເຮົາເຮັດແນວນີ້ ເພາະວ່າມັນຍຸຕິທຳ. ພວກເຮົາຍັງເຮັດແນວນີ້ອີກ ເພາະວ່າຢູ່ໃນຜົນປະໂຫຍດທັງໝົດຂອງພວກເຮົາ. ຄວາມຈິງກໍ່ແມ່ນວ່າ ລັດຖະບານທີ່ປະຕິເສດສິດຕໍ່ຄົນຂອງພວກເຂົາເອງເລື້ອຍໆລະເມີດສິດຂອງເພື່ອນບ້ານພວກເຂົາ. ບໍ່ໃຫ້ມີບ່ອນຫວ່າງແກ່ລະບົບຜະເດັດການ ແລະ ການຮຸກຮານຢູ່ໃນອິນໂດ-ປາຊີຟິກ. (ສຽງຕົບມື)
ໃນວັນຂ້າງໜ້າ, ສະຫະລັດຈະສືບຕໍ່ເອົາອາເມຣິກາມາກ່ອນ, ດັ່ງນັ້ນທັງໝົດທຸກປະເທດທີ່ເປັນຕົວແທນຢູ່ທີ່ມີພັນທະໜ້າທີ່ຈະເອົາຜົນປະໂຫຍດຂອງຄົນຂອງທ່ານມາກ່ອນ. ແຕ່ຂ້າພະເຈົ້າຫວັງວ່າ ດ້ວຍການກ່າວປາໄສຂອງຂ້າພະເຈົ້າໃນມື້ນີ້ ແລະ ການນຳພາຂອງທ່ານປະທານາທິບໍດີໃນປີກາຍນີ້ ທີ່ມັນເປັນທີ່ຈະແຈ້ງວ່າ ອາເມຣິກາມາກ່ອນນັ້ນບໍ່ໄດ້ໝາຍຄວາມວ່າອາເມຣິກາຜູ້ດຽວ. ພວກເຮົາຮູ້ວ່າ ຄວາມຈະເລີນຮຸ່ງເຮືອງຂອງພວກເຮົາ, ຄວາມໝັ້ນຄົງຂອງພວກເຮົາ ແລະ ອະນາຄົດຂອງພວກເຮົາແມ່ນໄດ້ປະສານກັນກັບຂອງທ່ານ.
ທ່ານປະທານາທິບໍດີໃຫ້ຂ້າພະເຈົ້າມາທີ່ນີ້ເພື່ອສະແດງໃຫ້ເຫັນຄຳໝັ້ນສັນຍາສືບຕໍ່ຂອງພວກເຮົາທີ່ບໍ່ພຽງແຕ່ແຕ່ກັບທ່ານທັງໝົດ ແລະ ຕໍ່ກັບພາກພື້ນ, ແຕ່ຄຳໝັ້ນສັນຍາສືບຕໍ່ຂອງພວກເຮົາຕໍ່ກັບ APEC ແລະ ພາລະກິດຂອງການສົ່ງເສີມຕະຫຼາດເປີດ, ການຄ້າເສລີ, ເປັນທຳ ແລະ ມີຜົນປະໂຫຍດຮ່ວມກັນ. ການປຶກສາຫາລືໃນອາທິດນີ້ກ່ຽວກັບການຄ້າ ແລະ ການບໍລິການດິຈິຕອລມີຄວາມສຳຄັນສຳລັບການຂະຫຍາຍຕົວຂອງພາກພື້ນ ແລະ ພວກເຮົາພູມໃຈໃຫ້ການສະໜັບສະໜູນພວກມັນ. ດັ່ງທີ່ຂ້າພະເຈົ້າໄດ້ບອກບັນດາຜູ້ນຳຂອງປະເທດອາຊ່ຽນໃນຕົ້ນອາທິດນີ້, ອາຊ່ຽນເປັນສູນກາງຕໍ່ວິໄສທັດອິນໂດ-ປາຊີຟິກຂອງພວກເຮົາ. ແລະ ພວກເຮົາພູມໃຈກັບການເປັນຄູ່ຮ່ວມຂອງພວກເຮົາກັບອາຊ່ຽນ — ອະດີດ, ປັດຈຸບັນ ແລະ ອະນາຄົດ. (ສຽງຕົບມື)
ສະຫະລັດກຳລັງເຂົ້າໄປໃກ້ພັນທະມິດຂອງພວກເຮົາທຸກໆມື້. ພວກເຮົາກຳລັງເຮັດວຽກກັບຍີປຸ່ນ ເພື່ອລົງທຶນ 10 ຕື້ໂດລາຢູ່ໃນພື້ນຖານໂຄງລ່າງພະລັງງານຂອງພາກພື້ນ ແລະ ດຽວນີ້ພວກເຮົາກຳລັງເປັນຄູ່ຮ່ວມກັບຍີປຸ່ນ ແລະ ອົດສະຕາລີ ເພື່ອສະໜັບສະໜູນໂຄງການພັດທະນາເອກະຊົນຊຸດໃຫຍ່ໃນທົ່ວອິນໂດ-ປາຊີຟິກ.
ເນື່ອງຈາກເປັນປະຊາທິປະໄຕເກົ່າແກ່ທີ່ສຸດຂອງໂລກ, ສະຫະລັດຍັງມີຄວາມຮູ້ສຶກເປັນພີ່ນ້ອງກັບປະຊາທິປະໄຕໃຫຍ່ທີ່ສຸດຂອງໂລກນຳອີກ, ນັ້ນກໍ່ຄືອິນເດຍ. ແລະ ການເປັນຄູ່ຮ່ວມຍຸດທະສາດຂອງພວກເຮົາກັບອິນເດຍແມ່ນອົງປະກອບອັນສຳຄັນຂອງວິໄສທັດພວກເຮົາ. ດັ່ງທີ່ພວກເຮົາເວົ້າ, ພວກເຮົາກຳລັງເພີ່ມການຮ່ວມມືດ້ານຄວາມໝັ້ນຄົງຂອງພວກເຮົາກັບຄູ່ຮ່ວມປ້ອງກັນຕົ້ນຕໍຂອງພວກເຮົາ. ພວກເຮົາກຳລັງເສີມຂະຫຍາຍຄວາມສຳພັນທາງການຄ້າຂອງພວກເຮົາກັບອິນເດຍ ແລະ ສົ່ງເສີມຄ່ານິຍົມຮ່ວມກັນຂອງພວກເຮົາໃນທົ່ວພາກພື້ນ.
ພວກເຮົາໄດ້ພິສູດຄຳໝັ້ນສັນຍາຂອງພວກເຮົາຕໍ່ບັນດາໝູ່ເກາະປາຊີຟິກດັ່ງທີ່ບໍ່ເຄີຍມີມາກ່ອນ ດ້ວຍການລົງທຶນໃສ່ພື້ນຖານໂຄງລ່າງ, ການຮ່ວມມືດ້ານການປະມົງ ແລະ ການເຊັນສົນທິສັນຍາທາງທະເລໃໝ່. ແມ້ແຕ່ປະເທດນ້ອຍທີ່ສຸດກໍ່ມີພາກສ່ວນກ່ຽວຂ້ອງເທົ່າກັນຢູ່ໃນອິນໂດ-ປາຊີຟິກຟຣີ ແລະ ເປີດ ແລະ ພວກເຮົາພູມໃຈທີ່ຈະຢືນຢູ່ ແລະ ເປັນຄູ່ຮ່ວມກັບພວກເຂົາທັງໝົດ. (ສຽງຕົບມື)
ດຽວນີ້ ໃນຖານະທີ່ຂ້າພະເຈົ້າຢືນຢູ່ກ່ອນກຸ່ມຜູ້ນຳທີ່ມີກຽດນີ້ຢູ່ໃນຊີວິດທຸລະກິດ ແລະ ສາທາລະນະ, ພວກເຮົາຮູ້ເລື່ອງຄວາມກັງວົນວ່າ ການແຂ່ງຂັນສະຫະລັດ-ຈີນແມ່ນພວກທ່ານຫຼາຍຄົນຮູ້ສຶກໄດ້. ມີຄວາມກັງວົນວ່າ ການແຂ່ງຂັນຈະເຮັດໃຫ້ພາກພື້ນໄດ້ຮັບຄວາມເຈັບປວດທາງດ້ານເສດຖະກິດ ຫຼື ການພັດທະນາທະເລຈີນໃຕ້ຈະເພີ່ມຄວາມເຄັ່ງຕຶງທາງດ້ານການທະຫານ.
ດັ່ງນັ້ນ ໃຫ້ຂ້າພະເຈົ້າເວົ້າແຈ້ງໆກໍ່ຄືວ່າ: ສະຫະລັດສະແຫວງຫາຄວາມສຳພັນທີ່ດີຂຶ້ນກັບຈີນທີ່ອີງຕາມຄວາມເປັນທຳ, ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ເຄົາລົບຕໍ່ອຳນາດອະທິປະໄຕ.
ຄວາມຫຍຸ້ງຍາກທີ່ສະຫະລັດ ແລະ ປະເທດອື່ນໆປະເຊີນໜ້າກັບປັກກິ່ງແມ່ນໄດ້ບັນທຶກເປັນເອກະສານໄວ້ໂດຍຝ່າຍບໍລິຫານຂອງພວກເຮົາເປັນຢ່າງດີ. ຈີນຮູ້ຈຸດຢືນຂອງພວກເຮົາ. ແຕ່ດັ່ງທີ່ທ່ານປະທານາທິບໍດີ ທຣ້ຳ ກ່າວຢູ່ໃນຄຳເວົ້າຂອງທ່ານວ່າ ພວກເຮົາຕ້ອງການ “ເສີມຂະຫຍາຍສາຍພົວພັນລະຫວ່າງສອງປະເທດພວກເຮົາ ແລະ ປັບປຸງຊີວິດຂອງພົນລະເມືອງຂອງພວກເຮົາ.”
ແລະ ດັ່ງທີ່ທ່ານປະທານາທິບໍດີກະກຽມປະຊຸມກັບທ່ານປະທານປະເທດ ສີ ຢູ່ທີ່ກອງປະຊຸມສຸດຍອດ G-20 ຢູ່ໃນອາເຈັນຕິນາ, ພວກເຮົາເຊື່ອວ່າຈະມີຄວາມຄືບໜ້າໄດ້ — ສາມາດທີ່ຈະມີຄວາມຄືບໜ້າລະຫວ່າງສອງປະເທດຂອງພວກເຮົາ, ເຖິງແມ່ນວ່າສະຫະລັດຍັງຄົງຢູ່ໃນຕຳແໜ່ງທີ່ເຂັ້ມແຂງ.
ແລະ ໃຫ້ຂ້າພະເຈົ້າເວົ້າແຈ້ງໆອີກກໍ່ຄືວ່າ: ຈີນມີບ່ອນທີ່ໄດ້ຮັບກຽດຢູ່ໃນວິໄສທັດຂອງພວກເຮົາວ່າດ້ວຍອິນໂດ-ປາຊີຟິກເສລີ ແລະ ເປີດ ຖ້າຈີນເລືອກທີ່ຈະໃຫ້ຄວາມເຄົາລົບຕໍ່ອຳນາດອະທິປະໄຕຂອງເພື່ອນບ້ານ; ໂອບອ້ອມເອົາການຄ້າເສລີ, ເປັນທຳ ແລະ ມີຜົນປະໂຫຍດເຊິ່ງກັນແລະກັນ; ສົ່ງເສີ່ມສິດທິມະນຸດ ແລະ ເສລີພາບ. ຄົນອາເມຣິກາບໍ່ຕ້ອງການອັນໃດອີກ; ຄົນຈີນ ແລະ ທັງໝົດພາກພື້ນອິນໂດ-ປາຊີຟິກບໍ່ສົມຄວນໄດ້ອັນໃດໜ້ອຍລົງ.
ມື້ນີ້ກໍ່ຄືໃນຍຸກອະດີດ, ສະຫະລັດໄດ້ຍື່ນມືຂອງພວກເຮົາເຂົ້າໃນພາກພື້ນອິນໂດ-ປາຊີຟິກໃນການເປັນຄູ່ຮ່ວມ. ຄໍາໝັ້ນສັນຍາຂອງພວກເຮົາເດັດດ່ຽວ ແລະ ຍືນຍົງ. ເຈດຈຳນົງຂອງພວກເຮົາໄດ້ຮັບການພິສູດມາດ້ວຍຄວາມຕັ້ງໃຈອັນດີຫຼາຍກວ່າສອງສະຕະວັດ. ແລະ ອະດີດຂອງພວກເຮົາແມ່ນ ແຕ່ເປັນການນຳໄປສູ່ອະນາຄົດທີ່ພວກເຮົາຈະຂຽນຮ່ວມກັນເປັນຄູ່ຮ່ວມທີ່ຊື່ສັດ ແລະ ເພື່ອນທີ່ຈົງຮັກພັກດີຢູ່ໃນການຮ່ວມມື ແລະ ການແຂ່ງຂັນ.
ໃນຖານະທີ່ເປັນປະເທດໜຶ່ງຂອງອິນໂດ-ປາຊີຟິກ, ສະຫະລັດພູມໃຈທີ່ຈະເປັນສ່ວນໜຶ່ງຂອງເລື່ອງລາວຍິ່ງໃຫຍ່ອັນນີ້ ແລະ ພວກເຮົາຈະສືບຕໍ່ຂຽນບົດໃໝ່ນີ້ດ້ວຍການແກ້ໄຂ ແລະ ດ້ວຍສັດທາ — ສັດທາຢູ່ໃນຄົນຜູ້ທີ່ເອີ້ນອັນນີ້ເປັນບ້ານຂະຫຍາຍໃຫຍ່ ແລະ ຄວາມສາມາດໄຮ້ຂີດຈຳກັດຂອງແຕ່ລະຄົນທີ່ຈະບັນລຸຄວາມຝັນຂອງພວກເຂົາ; ສັດທາຢູ່ໃນຫຼັກການອັນມຸ່ງໝັ້ນທີ່ສຸດຂອງພວກເຮົາ ແລະ ຢູ່ໃນວິໄສທັດທີ່ພວກເຮົາມີຮ່ວມກັນສຳລັບພາກພື້ນນີ້ ແລະ ທົ່ວໂລກ. ແລະ ອັນສຸດທ້າຍ, ຂ້າພະເຈົ້າເຊື່ອວ່າ ພວກເຮົາໄປພ້ອມກັບຄວາມສັດທາ, ເນື່ອງຈາກພວກເຮົາພະຍາຍາມເພື່ອອິນໂດ-ປາຊີຟິກເສລີ ແລະ ເປີດ, ພວກເຮົາບໍ່ໄດ້ເຮັດພຽງລຳພັງ.
ບໍ່ໄກໄປຈາກທີ່ນີ້, ຂ້າພະເຈົ້າໄດ້ຮັບການບອກມາວ່າ ລັດຖະສະພາຂອງປາປົວນິວກິນີຕັ້ງຢູ່ໜຶ່ງໃນຄັງສົມບັດແຫ່ງຊາດຂອງປະເທດນີ້ — ອົງເຈົ້າຊີວິດ ເຈມ ໄບເບິ້ລ (King James Bible) ມາຫຼາຍກວ່າອາຍຸ 400 ປີ. (ສຽງຕົບມື) ກ່ອນທີ່ມັນຈະເຮັດເສັ້ນທາງຂອງມັນມາທີ່ນີ້, ມັນໄດ້ຜ່ານລັດອິນດຽນນາບ້ານເກີດຂອງຂ້າພະເຈົ້າ. ມັນນຶກຂຶ້ນມາໃນໃຈໄດ້ວ່າ ຮີດຄອງທາງດ້ານວັດທະນະທຳອັນອຸດົມສົມບູນ ແລະ ຫຼາກຫຼາຍ ແລະ ຄວາມສັດທາສະແດງໃຫ້ເຫັນລັກສະນະພາກພື້ນອັນກວ້າງໃຫຍ່ນີ້ຂອງໂລກ. ແລະ ຢູ່ບົນພື້ນຖານອັນນັ້ນ, ຂ້າພະເຈົ້າເຊື່ອວ່າ ພວກເຮົາສາມາດໝັ້ນໃຈໄດ້ວ່າ ວິໄສທັດຂອງພວກເຮົາວ່າດ້ວຍອິນໂດ-ປາຊີຟິກເສລີ ແລະ ເປີດເດັ່ນຊັດກວ່າ. ດັ່ງທີ່ມັນກ່າວຢູ່ໃນປຶ້ມເກົ່າໆນັ້ນວ່າ “ບ່ອນໃດມີຈິດວິນຍານຂອງພະເຈົ້າ, ບ່ອນນັ້ນມີເສລີພາບ.” (ສຽງຕົບມື)
ດັ່ງນັ້ນ ຂໍຂອບໃຈມາຍັງທຸກທ່ານທີ່ໄດ້ຮັບກຽດໃຫ້ກ່າວກັບທ່ານໃນມື້ນີ້ ແລະ ສຳລັບການເຂົ້າຮ່ວມໃນກອງປະຊຸມທີ່ສຳຄັນນີ້. ພວກເຮົາຈະສ້າງອະນາຄົດທີ່ດີກວ່າ ແລະ ສົດໃສກວ່າສິ່ງອື່ນໃດ ທີ່ພວກເຮົາສາມາດຂໍ ຫຼື ຈິນຕະນາການໄດ້. ພວກເຮົາຈະສ້າອະນາຄົດໃນບ່ອນທີ່ປະເທດໃຫຍ່ ແລະ ນ້ອຍສາມາດຈະເລີນຮຸ່ງເຮືອງ ແລະ ເຕີບໃຫຍ່ຂະຫຍາຍຕົວໃນທົ່ວພາກພື້ນອາຊີ-ປາຊີຟິກ. ແລະ ຂ້າພະເຈົ້າເຊື່ອວ່າ ດ້ວຍຫົວໃຈຂອງຂ້າພະເຈົ້າທັງໝົດ, ພວກເຮົາຈະສ້າອະນາຄົດນັ້ນຮ່ວມກັນ.
ດັ່ງນັ້ນ ໃນນາມຂອງທ່ານປະທານາທິບໍດີ ທຣ້ຳ ແລະ ຄົນອາເມຣິກາ, ຂໍຂອບໃຈທີ່ທ່ານມາເຂົ້າຮ່ວມຢູ່ທີ່ນີ້ໃນມື້ນີ້. ຂໍໃຫ້ພະເຈົ້າຄຸ້ມຄອງທຸກປະເທດ ແລະ ທຸກຄົນຢູ່ໃນພາກພື້ນອາຊີປາຊີຟິກ ແລະ ຂໍໃຫ້ພະເຈົ້າຄຸ້ມຄອງສະຫະລັດອາເມຣິກາ. (ສຽງຕົບມື)
ຈົບ 12:51 P.M. PGT
##
ເອກະສານສະບັບແປນີ້ແມ່ນແປໃຫ້ຮູ້ຄວາມໝາຍຕາມທີ່ເຂົ້າໃຈດີທີ່ສຸດ ແລະ ມີພຽງແຕ່ສະບັບພາສາອັງກິດເທົ່ານັ້ນທີ່ຈະໄດ້ຮັບພິຈາລະນາວ່າເປັນສະບັບບັງຄັບໃຊ້ເຕັມ.